ຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ສີ​ຂຽວ

(VOVWORLD) -ການລົງທຶນຄົ້ນຄວ້າເຕັກໂນໂລຢີ, ຂັ້ນຕອນການຜະລິດ, ວັດຖຸດິບປະເພດໃໝ່, ພະລັງງານທົດແທນ…, ເພື່ອຜະລິດອອກບັນດາຜະລິດຕະພັນສີຂຽວ ພວມແມ່ນການບຸລິມະສິດແຖວໜ້າຂອງບັນດາພື້ນຖານເສດຖະກິດໃນໂລກ ພາຍຫຼັງໄລຍະຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ປັດຈຸບັນ, ຫວຽດນາມ ກໍບໍ່ຢູ່ນອກເໜືອຈາກທ່າອ່ຽງດັ່ງກ່າວ.  ການຢັ້ງຢືນເຄື່ອງໝາຍການຄ້າແຫ່ງຊາດສີຂຽວ, ຜະລິດອອກບັນດາຜະລິດຕະພັນທີ່ມີມູນຄ່າ, ເພີ່ມກຳລັງແຮງແກ້ງແຍ້ງໃນຕະຫຼາດ ແມ່ນລູກກຸນແຈ ເພື່ອໃຫ້ ຫວຽດນາມ ສ້າງ ແລະ ໂຄສະນາພາບພົດແຫ່ງຊາດ, ຟື້ນຟູ ແລະ ເຕີບໂຕແບບຍືນຍົງ.

ບົດລາຍງານຂອງບໍລິສັດກຳນົດລາຄາເຄື່ອງໝາຍການຄ້າ Brand Finance ທີ່ໄດ້ຍົກອອກໃນວັນທີ 24 ເມສາ ໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດໄດ້ຮັບການຕີລາຄາສູງໃນການສ້າງຕັ້ງ, ພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ແລະ ເຄື່ອງໝາຍການຄ້າ ແຫ່ງຊາດ ຫວຽດນາມ ມີລະດັບການເຕີບໂຕມູນຄ່າໄວທີ່ສຸດໃນໂລກ ໃນໄລຍະ 2019 – 2022. ເພື່ອຮັກສາລະດັບການເຕີບໂຕດັ່ງກ່າວ ແລະ ເພື່ອໄປທັນກັບທ່າອ່ຽງຂອງເສດຖະກິດສີຂຽວ - ໝູນວຽນ, ຢັ້ງຢືນເຄື່ອງໝາຍການຄ້າວິສາຫະກິດກັບເຄື່ອງໝາຍການຄ້າແຫ່ງຊາດ, ຫວຽດນາມ ພວມຍູ້ແຮງວິວັດການ “ຫັນເປັນສີຂຽວ” ຕິດພັນກັບການພັດທະນາຕາມລວງເລິກ ແລະ ຍືນຍົງ.

ການສ້າງເຄື່ອງໝາຍການຄ້າ ຫວຽດ “ສີຂຽວ” ໃນລະບົບມູນຄ່າທົ່ວໂລກ

Brand Finance, ບໍລິສັດກຳນົດລາຄາເຄື່ອງໝາຍການຄ້າແຫ່ງຊາດ ທີ່ມີສຳນັກງານຕັ້ງຢູ່ ອັງກິດ ໄດ້ຕີລາຄາວ່າ ໂດຍບໍ່ຫົວຊາຕໍ່ຜົນກະທົບທີ່ບໍ່ດີຈາກໂລກລະບາດໂຄວິດ - 19 ແລະ ການປະທະກັນດ້ານການເມືອງໃນໂລກ, ເຄື່ອງໝາຍການຄ້າ ຫວຽດນາມ ແມ່ນເຄື່ອງໝາຍການຄ້າແຫ່ງຊາດທີ່ມີລະດັບການເຕີບໂຕມູນຄ່າໄດ້ໄວທີ່ສຸດໃນໂລກ, ດ້ວຍລະດັບເພີ່ມຂຶ້ນ 74% ໃນໄລຍະ 2019 – 2022. ໃນຕາຕະລາງຕີລາຄາ Top 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ເຂັ້ມແຂງ ໃນໂລກຂອງ Brand Finance, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຍາມໃດກໍຢູ່ແຖວກາງຂຶ້ນໄປ ແລະ ມີລະດັບການເລື່ອນຂັ້ນເລື້ອຍໆໃນແຕ່ລະປີ. ປີ 2022, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຖືກຈັດຢູ່ອັນດັບທີ 32 ໃນຈຳນວນ 100 ເຄື່ອງໝາຍການຄ້າແຫ່ງຊາດ.

ຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ສີ​ຂຽວ - ảnh 1 Vinfast ສ້າງຂີດໝາຍຢູ່ຕະຫຼາດສາກົນ (ພາບ: vietnamnet)

ໃນໄລຍະຜ່ານມາ, ບັນດາເຄື່ອງໝາຍການຄ້າ ຫວຽດນາມ ມີລະດັບການເຕີບໂຕເລື່ອນຂັ້ນ ນັບທັງດ້ານມູນຄ່າເຄື່ອງໝາຍການຄ້າ ແລະ ດັດຊະນີກຳລັງເຂັ້ມແຂງຂອງເຄື່ອງໝາຍການຄ້າ. ວິສາຫະກິດ ນັບມື້ນັບຮັບຮູ້ໄດ້ບົດບາດ, ຄວາມສຳຄັນຂອງເຄື່ອງໝາຍການຄ້າ ຄືເປັນ “ລູກກຸນແຈ” ເພື່ອຊ່ວຍເພີ່ມມູນຄ່າຜະລິດຕະພັນ ກໍຄື ມູນຄ່າຂອງວິສາຫະກິດ. ຜ່ານນັ້ນ,ໄດ້ສ້າງພາບພົດ ຫວຽດນາມ ແມ່ນປະເທດທີ່ມີສິນຄ້າ, ການບໍລິການທີ່ມີຄຸນນະພາບ ແລະ ມີກຳລັງແກ້ງແຍ້ງສູງ, ສ້າງຄວາມໄວ້ວາງໃຈທີ່ໝັ້ນແກ່ນໃນຕະຫຼາດພາຍໃນປະເທດ ແລະ ສາກົນ.

ໂດຍແມ່ນປະເທດສົ່ງອອກແຖວໜ້າຂອງໂລກກ່ຽວກັບຜະລິດຕະພັນຕ່ຳແຜ່ນຕັດຫຍິບ, ເກີບໜັງ ແລະ ຫຼາຍຜະລິດຕະພັນກະເສດ, ຫວຽດນາມ ພວມຄ່ອຍໆຢັ້ງຢືນດ້ວຍບັນດາເຄື່ອງໝາຍການຄ້າທີ່ເຂັ້ມແຂງ ແລະ ວິສາຫະກິດ “ຕື້ USD” ທີ່ມີກຳລັງແຮງຢ່າງພຽງພໍເພື່ອແກ້ງແຍ້ງໃນຕະຫຼາດສາກົນ. ໃນນັ້ນ, ມີບັນດາເຄື່ອງໝາຍການຄ້າທີ່ພົ້ນເດັ່ນຄື Viettel, Vinamilk, ຈູງງວຽນ… ກຸ່ມບໍລິສັດ TH  ໄດ້ນຳໃຊ້ເຕັກໂລໂນຢີຜະລິດສະອາດ, ເປັນມິດກັບສິ່ງແວດລ້ອມ, ກາຍເປັນວິສາຫະກິດທີ່ນຳໜ້າໃນການຜະລິດສີຂຽວໃນຂົງເຂດອາຫານ, ເຄື່ອງດຶ່ມ, ພ້ອມທັງສ້າງເປັນຂະບວນການໃໝ່ໃຫ້ວິສາຫະກິດອື່ນໆໃນຂົງເຂດສຳຜັດກັບເຕັກໂນໂລຢີ, ຫັນເປັນການຜະລິດສີຂຽວ, ຍືນຍົງໃນອະນາຄົດ. ຫຼື VinFast ໄດ້ສ້າງຂີດໝາຍໃນຕະຫຼາດສາກົນ ດ້ວຍຜະລິດຕະພັນລົດໂອໂຕທີ່ເປັນມິດກັບສິ່ງແວດລ້ອມ…

ແມ່ນແທ້, ໃນຂະບວນວິວັດແຫ່ງເຊື່ອມໂຍງເຂົ້າກັບສາກົນ, ການເຕີບໂຕສີຂຽວ ໄດ້ຮັບຖືວ່າແມ່ນລູກກຸນແຈເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດບັນດາເປົ້າໝາຍໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2030 ແລະ ຫັນປ່ຽນຮູບແບບການເຕີບໂຕຕາມລວງເລິກ, ມີປະສິດທິຜົນ ແລະ ຍືນຍົງ. ດ້ານອື່ນ, ເສດຖະກິດສີຂຽວ, ໝູນວຽນ, ການບໍລິໂພກສີຂຽວ, ເປັນມິດກັບສິ່ງແວດລ້ອມ ພວມກາຍເປັນທ່າອ່ຽງທົ່ວໂລກ. ທ່ານ ຮວ່າງມິງຈຽນ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ສີ​ຂຽວ - ảnh 2ທ່ານ ຮວ່າງມິງຈຽນ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: TTXVN)

“ໃນໄລຍະຈະມາເຖິງ, ການຫັນເປັນສີຂຽວ ມຸ່ງໄປເຖິງການເຕີບໂຕແບບຍືນຍົງ ໝັ້ນໝາຍວ່າຈະນຳມາເຊິ່ງຜົນປະໂຫຍດທີ່ແທດຈິງຫຼາຍຢ່າງ ນັບທັງດ້ານເສດຖະກິດຕະຫຼອດຮອດຄຸນຄ່າແບບນາມມະທຳ, ຊ່ວຍໃຫ້ວິສາຫະກິດເພີ່ມກຳລັງແຮງການແກ້ງແຍ້ງໃນຕະຫຼາດຂຶ້ນ, ໂດຍສະເພາະແມ່ນໃນສະພາບການເສດຖະກິດ ຫວຽດນາມ ພວມເຂົ້າຮ່ວມພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງ. ທ່າອ່ຽງບໍລິໂພກໃນປັດຈຸບັນ ພວມຄ່ອຍໆຫັນປ່ຽນໄປສູ່ການນຳໃຊ້ຜະລິດຕະພັນເປັນມິດກັບສິ່ງແວດລ້ອມ ສະນັ້ນ, ການຜະລິດສີຂຽວ ແມ່ນໜຶ່ງໃນບັນດາປັດໄຈທີ່ຊ່ວຍໃຫ້ວິສາຫະກິດຫວຽດນາມ ຍົກສູງເຄື່ອງໝາຍການຄ້າ, ດຶງດູດຜູ້ບໍລິໂພກ”.

ການຮ່ວມເດີນທາງຂອງລັດຖະບານໃນການພັດທະນາສີຂຽວ

ເລື່ອງນັບມື້ນັບມີຫຼາຍເຄື່ອງໝາຍການຄ້າ ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງບົດບາດໃນຕະຫຼາດສາກົນນັ້ນ ໄດ້ຊີ້ໃຫ້ເຫັນບັນດາບາດກ້າວເດີນຢ່າງຖືກຕ້ອງ ແລະ ທັນການຂອງລັດຖະບານ ຫວຽດນາມ ໃນການກຳນົດທິດພັດທະນາສີຂຽວ, ຍືນຍົງ. ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍກຳນົດທິດການພັດທະນາເສດຖະກິດຕາມທິດຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການລົງທຶນ, ຖືການດຶງດູດບັນດາໂຄງການທີ່ມີຄຸນນະພາບສູງເປັນສຳຄັນ. ທ່ານ Alex Haigh, ຜູ້ອຳນວຍການຝ່າຍບໍລິຫານ Brand Finence ອາຊີ - ປາຊີຟິກ, ໃຫ້ຂໍ້ສັງເກດວ່າ ຢູ່ ຫວຽດນາມ, ທ່າອ່ຽງພັດທະນາເສດຖະກິດສີຂຽວ, ໝູນວຽນ ກໍ່ປະກົດມາໃໝ່ໆ, ແຕ່ດ້ວຍທ່າໄດ້ປຽບຂອງປະເທດໄປຕາມຫຼັງ, ຫວຽດນາມ ສາມາດພັດທະນາພື້ນຖານເສດຖະກິດສີຂຽວໄດ້ຢ່າງຮອບດ້ານ.

         “ເຄື່ອງໝາຍການຄ້າແຫ່ງຊາດຂອງ ຫວຽດນາມ ມີການເຕີບໂຕຢ່າງວ່ອງໄວກວ່າຫຼາຍປະເທດອື່ນໆ. ເຖິງຢ່າງໃດກໍຕາມ, ເພື່ອສ້າງເຄື່ອງໝາຍການຄ້າໃຫ້ໝັ້ນແກ່ນ, ຫວຽດນາມ ຕ້ອງມີການລົງທຶນທີ່ເໝາະສົມໄປຄຽງຄູ່ກັບກົນໄກຕ່າງໆຂອງລັດຖະບານ. ຜ່ານສະພາບການຕົວຈິງ, ພວກຂ້າພະເຈົ້າເຫັນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ແມ່ນສະດວກທີ່ສຸດ. ດັ່ງນັ້ນ, ເພື່ອສືບຕໍ່ເພີ່ມຄູນຄ່າເຄື່ອງໝາຍການຄ້າແຫ່ງຊາດ, ຫວຽດນາມ ຄວນສືບຕໍ່ໂຄສະນາກ່ຽວກັບພື້ນຖານເສດຖະກິດທີ່ເປັນປົກກະຕິ, ສະພາດແວດລ້ອມດຳເນີນທຸລະກິດໄດ້ຮັບການອຳນວຍຄວາມສະດວກ ແລະ ຄວາມໄວ້ວາງໃຈຂອງວິສາຫະກິດໄດ້ຮັບການຍົກສູງຂຶ້ນ, ຕ້ອງໂຄສະນາກ່ຽວກັບພາບພົດ ຫວຽດນາມ ຕິດພັນກັບຄຸນຄ່າສີຂຽວ, ຍືນຍົງໃຫ້ຫຼາຍກວ່າອີກ”.

ໃນເວທີປາໄສວິສາຫະກິດ ຫວຽດນາມ (VBF) ປະຈຳປີ 2023 ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ແຜນນະໂຍບາຍພັດທະນາເສດຖະກິດສີຂຽວ ຕ້ອງໄດ້ຜັນຂະຫຍາຍຢ່າງເດັດດ່ຽວຂ້ຽວຂາດ. ລັດຖະບານ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງ ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິພັດທະນາ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນການພັດທະນາສີຂຽວ. ຮູບພາບທີ່ສວຍງາມຂອງແຕ່ລະເຄື່ອງໝາຍການຄ້າແຫ່ງຊາດຈະແມ່ນຮູບພາບທີ່ສວຍງາມກ່ຽວກັບເຄື່ອງໝາຍການຄ້າຂອງປະເທດຊາດ, ປະກອບສ່ວນແຜ່ຂະຫຍາຍ, ສ້າງກຳລັງແຮງ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນປັດຈຸບັນ ແລະ ອະນາຄົດ./.

ຕອບກັບ

ຂ່າວ/ບົດ​ອື່ນ