ຢຸດ​ຕິ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ ກາ​ຊາ: ການ​ຕົກ​ລົງ​ທີ່​ກໍ່​ຄວາມ​ວິ​ຕົກ​ກັງ​ວົນຫຼາຍ​ຢ່າງ

(VOVWORLD) - ໃນຊຸມວັນຜ່ານມາ, ຫຼາຍປະເທດຕາເວັນຕົກ ໄດ້ຕົກລົງຢຸດຕິການໜູນຊ່ວຍບັນດາອົງການຊ່ວຍເຫຼືອຊາວລີ້ໄພ ປາແລັດສະຕິນ ຂອງ ສປຊ (UNRWA), ອັນໄດ້ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມສ່ຽງທີ່ອາດຈະເຮັດໃຫ້ວິກິດການດ້ານມະນຸດສະທຳຢູ່ເຂດ ກາຊາ ຮ້າຍແຮງຂຶ້ນຕື່ມ.

ວັນທີ 29 ມັງກອນ, ກະຊວງການຕ່າງປະເທດ ໂອຕາລິດ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ໄດ້ຢຸດຕິທຸກບ້ວງເງິນອຸປະຖຳໃຫ້ແກ່ອົງການ UNRWA. ນີ້ແມ່ນປະເທດຫຼ້າສຸດໃນຈຳນວນຢ່າງໜ້ອຍສຸດ 9 ປະເທດທີ່ໄດ້ປະກາດຢຸດຕິການໜູນຊ່ວຍໃຫ້ແກ່ UNRWA, ເຊິ່ງໃນນັ້ນ ມີ ອາເມລິກາ, ເຢຍລະມັນ, ອີຕາລີ…

ຢຸດ​ຕິ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ ກາ​ຊາ: ການ​ຕົກ​ລົງ​ທີ່​ກໍ່​ຄວາມ​ວິ​ຕົກ​ກັງ​ວົນຫຼາຍ​ຢ່າງ - ảnh 1ປະຊາຊົນລຳຖ້າຮັບເຄື່ອງຊ່ວຍເຫຼືອຈາກອົງການ UNRWA, ເຂດກາຊາ ໃນວັນທີ 29/11/2023 (ພາບ: Reuters)

ຄຳກ່າວຫາຈາກຝ່າຍ ອິດສະຣາແອັນ

ເລື່ອງຫຼາຍປະເທດຕາເວັນຕົກ ຢຸດຕິການອຸປະຖຳໃຫ້ແກ່ UNRWA ເກີດຂຶ້ນພາຍຫຼັງທີ່ ໃນອາທິດກອ່ນ, ອຳນາດການປົກຄອງ ອິດສະຣາແອັນ ປະກາດຂໍ້ມູນກ່າວຫາພະນັກງານຈຳນວນໜຶ່ງຂອງ UNRWA ມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີຂອງກຳລັງ ຮາມາດສ ເຮັດໃຫ້ສາມັນຊົນ ແລະ ທະຫານ ອິດສະຣາແອັນ ກວ່າ 1.200 ຄົນ ເສຍຊີວິດ ໃນວັນທີ 7 ຕຸລາ ປີ 2023, ເຊິ່ງເປັນເຫດການເລີ່ມຕົ້ນແກ່ການປະທະກັນຢ່າງດຸເດືອດໃນປັດຈຸບັນຢູ່ເຂດ ກາຊາ.

ພ້ອມກັບການປະກາດຂໍ້ມູນ, ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Israel Katz, ຮຽກຮ້ອງໃຫ້ປ່ຽນແທນອົງການ UNRWA ດ້ວຍບັນດາອົງການອື່ນທີ່ຮັບຜິດຊອບສະເພາະກ່ຽວກັບສັນຕິພາບ ແລະ ການພັດທະນາ, ພ້ອມທັງກະຕຸກຊຸກຍູ້ບັນດາປະເທດພັນທະມິດຂອງ ອິດສະຣາແອັນ ຢຸດຕິການອຸປະຖຳໃຫ້ແກ່ UNRWA.

ບັນດາຄໍາກ່າວຫາຈາກຝ່າຍ ອິດສະຣາແອັນ ໄດ້ກໍ່ການໂຕ້ຖຽງກັນຢ່າງໃຫຍ່ໃນປະຊາຄົມສາກົນ ໃນທັນທີ. ອາເມລິກາ, ພັນທະມິດໃຫຍ່ສຸດຂອງ ອິດສະຣາແອັນ, ໄດ້ຮຽກຮ້ອງໃຫ້ດຳເນີນການສືບສວນຢ່າງຮອບດ້ານ, ພ້ອມທັງເຜີຍໃຫ້ຮູ້ວ່າ ບໍ່ຍົກເວັ້ນກໍລະນີໝູນໃຊ້ບັນດາມາດຕະການເພີ່ມເຕີມ, ໄປຄຽງຄູ່ກັບການຢຸດຕິການອຸປະຖຳໃຫ້ແກ່ UNRWA, ແມ່ນຍັງຂຶ້ນກັບຜົນການສືບສວນອີກດ້ວຍ. ທ່ານ John Kirby ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຖະແຫຼງວ່າ:

“ພວກຂ້າພະເຈົ້າປາດຖະໜາວ່າ ການສືບສວນນີ້ ຈະໄດ້ດຳເນີນໄປຢ່າງຄົບຖ້ວນທຸກ, ເລິກເຊິ່ງກວ້າງຂວາງ ແລະ ເປີດເຜີຍ. ແລະ ຖ້າຫາກວ່າການສືບສວນດັ່ງກ່າວຢັ້ງຢືນໄດ້ ຜູ້ຕ້ອງຮັບຜິດຊອບນັ້ນ, ພວກຂ້າພະເຈົ້າກໍຢາກເຫັນສິ່ງດັ່ງກ່າວ”.

ໂດຍມີທັດສະນະລວມກັບ ອາເມລິກາ, ເຢຍລະມັນ - ເຊິ່ງກໍເປັນປະເທດອຸປະຖຳໃຫຍ່ໃຫ້ແກ່ UNRWA ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຄຳກ່າວຫາ ແນໃສ່ບັນດາພະນັກງານຂອງອົງການນີ້, ພ້ອມທັງຊົມເຊີຍການສືບສວນຂອງ UNRWA. ເຖິງຢ່າງໃດກໍຕາມ, ເຢຍລະມັນ ພ້ອມກັບບາງປະເທດອື່ນ ກໍຊັ່ງຊາຄວາມສາມາດເຊື່ອມຕໍ່ການໜູນຊ່ວຍຄືນໃໝ່ ພາຍຫຼັງທີ່ອົງການ UNRWA ເອງກໍຮຽກຮ້ອງດຳເນີນການສືບສວນ. ໃນຂະນະນັ້ນ, ເຖິງວ່າບໍ່ຄັດຄ້ານການເປີດບັ້ນສືບສວນລະດັບສາກົນເອກະລາດ ແລະ ເປີດເຜີຍ ກໍຕາມ, ແຕ່ຫຼາຍປະເທດ ອາຣັບ ກໍ່ສະແດງຄວາມບໍ່ພໍໃຈຕໍ່ການປະພຶດຂອງບັນດາປະເທດຕາເວັນຕົກ ແລະ ເລື່ອງບັນດາປະເທດນີ້ ຢຸດຕິການໜູນຊ່ວຍໃຫ້ແກ່ UNRWA ໄວເກີນໄປ.  ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ໃຫ້ຮູ້ວ່າ:

“ຄວາມຈິງແລ້ວ ພວກຂ້າພະເຈົ້າ ມີຄວາມຮູ້ສຶກແປກໃຈຕໍ່ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງເຖິງ UNRWA ແລະ ບັນດາບົດກ່າວປາໄສທີ່ໄດ້ນຳໃຊ້ເພື່ອກ່າວຫາພະນັກງານຂອງ UNRWA ຫາກບໍ່ໄດ້ເວົ້າກ່ຽວກັບເລື່ອງທີ່ເກີດຂຶ້ນ ແລ້ວເຮັດໃຫ້ສາມັນຊົນກວ່າ 26.000 ຄົນເສຍຊີວິດຢູ່ເຂດ ກາຊາ, ໃນນັ້ນ ສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ”.

  ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Saudi Arabia, ສະເດັດເຈົ້າ Faisal bin Farhan, ພັດຖືວ່າ ວິກິດການທີ່ກ່ຽວຂ້ອງເຖິງ UNRWA ໃນປັດຈຸບັນ ແມ່ນບໍ່ສາມາດປິດບັງຄວາມຈິງທີ່ວ່າ ກ່ອນໜ້ານັ້ນ ກົດໝາຍກ່ຽວກັບມະນຸດສະທຳສາກົນບໍ່ໄດ້ປະຕິບັດຢ່າງຄົບຖ້ວນຢູ່ເຂດ ກາຊາ. ເພາະສະນັ້ນ, ອາຣັບບີ ຊະອຸດິ ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງຮ່ວມແຮງຮ່ວມໃຈແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງອົງການ UNRWA ໃນປັດຈຸບັນ.

ຢຸດ​ຕິ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ ກາ​ຊາ: ການ​ຕົກ​ລົງ​ທີ່​ກໍ່​ຄວາມ​ວິ​ຕົກ​ກັງ​ວົນຫຼາຍ​ຢ່າງ - ảnh 2ຊາວລີ້ໄພ ປາແລັດສະຕິນ ຮັບເຄື່ອງຊ່ວຍເຫຼືອຈາກ ອົງການ UNRWA  (ພາບ: AFP)

ຄວາມສ່ຽງ ໄພອຶດຫິວຢູ່ເຂດ ກາຊາ ອາດຈະຮ້າຍແຮງຂຶ້ນຕື່ມ

ບັນດາຂໍ້ກ່າວຫາແນໃສ່ UNRWA ພວມເຮັດໃຫ້ວົງການນັກສັງເກດການວິຕົກກັງວົນວ່າ ໄພອຶດຫິວຢູ່ເຂດ ກາຊາ ຈະຮ້າຍແຮງຂຶ້ນຕື່ມ. ທ່ານ Jan Egeland, ເລຂານຸການໃຫຍ່ສະພາຊາວລີ້ໄພ ນອກແວ ຖືວ່າ, ເດັກນ້ອຍຢູ່ເຂດ ກາຊາ ຈະເປັນຜູ້ປະສົບເຄາະຮ້າຍຢ່າງໜັກໜ່ວງທີ່ສຸດຈາກບັນດາການປະທະກັນໃນປັດຈຸບັນ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດບໍ່ຍູ້ເດັກນ້ອຍຢູ່ເຂດ ກາຊາ ຕົກເຂົ້າສະພາບໄພອຶດຫິວ ຍ້ອນໂທດກຳຂອງພວກຄົນຈຳນວນໜຶ່ງ.

ທ່ານ Philippe Lazzarini ຫົວໜ້າອົງການ UNRWA ຖືວ່າ ເລື່ອງບັນດາປະເທດຢຸດຕິການອຸປະຖຳນັ້ນ ແມ່ນ “ຮູບການລົງໂທດລວມໝູ່” ຫຼ້າສຸດ ແນໃສ່ຊຸມຊົນຢູ່ເຂດ ກາຊາ ແລະ ນາບຂູ່ເຖິງການເຄື່ອນໄຫວໜູນຊ່ວຍມະນຸດສະທຳຂອງອົງການນີ້ຢູ່ເຂດດັ່ງກ່າວ. ເມື່ອແບ່ງປັນກ່ຽວກັບທັດສະນະນີ້, ທ່ານເລຂາທິການໃຫຍ່ ສປຊ, Antonio Guterres ຢັ້ງຢືນວ່າ ພາຍຫຼັງການກ່າວຫາ ເຊິ່ງ ອິດສະຣາແອັນ ໄດ້ຍົກອອກມາ, ອົງການ UNRWA ໄດ້ຢັ້ງຢືນວ່າ ມີພະນັກງານ 9 ຄົນໃນຈຳນວນ 12 ຄົນ ໄດ້ຮັບຖືວ່າມີສ່ວນກ່ຽວຂ້ອງ ແລະ ຈຳນວນບຸກຄົນດັ່ງກ່າວກໍ່ຖືກປົດອອກຈາກອົງການນີ້ໃນທັນທີ. ສ່ວນໃນຈຳນວນ 3 ຄົນທີ່ຍັງເຫຼືອ, ມີຜູ້ໜຶ່ງເສຍຊີວິດ ແລະ 2 ຄົນຍັງບໍ່ຮູ້ຊະຕາກຳ. ທ່ານເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ສປຊ ຕັດສິນໃຈສືບສວນເຫດການດັ່ງກ່າວໃຫ້ເຖິງທີ່ສຸດ ແຕ່ກໍຖືວ່າ ເລື່ອງຢຸດຕິການໜູນຊ່ວຍໃຫ້ແກ່ UNRWA ຈະເຮັດໃຫ້ປະຊາຊົນກວ່າ 2 ລ້ານຄົນຢູ່ເຂດ ກາຊາ ພ້ອມດ້ວຍພະນັກງານ UNRWA ນັບພັນຄົນຕົກເຂົ້າສູ່ສະພາບອັນຕະລາຍ. ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ Mohammad Shtayyeh ກໍເນັ້ນໜັກເຖິງເລື່ອງ ຕ້ອງລໍຖ້າຜົນການສືບສວນ ແລະ ຮຽກຮ້ອງໃຫ້ບັນດາປະເທດ ເຊື່ອມຕໍ່ການໜູນຊ່ວຍຄືນໃໝ່ໂດຍໄວ.

“ເລື່ອງຢຸດຕິການອຸປະຖຳໄດ້ດຳເນີນໃນຈຸດເວລາທີ່ປະສົບຄວາມຫຍຸ້ງຍາກທີ່ສຸດ, ໃນຂະນະທີ່ ສານຍຸຕິທຳສາກົນ ຫາກໍຮຽກຮ້ອງຕ້ອງຍູ້ແຮງການສະໜອງການໜູນຊ່ວຍສາກົນໃຫ້ແກ່ເຂດກາຊາ ໂດຍດ່ວນ ແລະ ອົງການ UNRWA ຮັບຜິດຊອບການໜູນຊ່ວຍປະຊາຊົນ ປາແລັດສະຕິນ 1,7 ລ້ານຄົນ ຢູ່ເຂດ ກາຊາ.”

  ຕາມບັນດາຕົວເລກຂອງ UNRWA, ບັນດາປະເທດຫາກໍຕົກລົງຢຸດຕິການອຸປະຖຳໃຫ້ອົງການນີ້ ປະກອບເຖິງ 70% ງົບປະມານການເຄື່ອນໄຫວຂອງ UNRWA ໃນປີຜ່ານມາ. ດັ່ງນັ້ນ, ເລື່ອງບັນດາປະເທດເຫຼົ່ານີ້ ຢຸດຕິການປະກອບສ່ວນອາດຈະເຮັດໃຫ້ອົງການນີ້ຕົກເຂົ້າສູ່ສະພາບຊຸດໂຊມ ບໍ່ວ່າໃນຈຸດເວລາໃດ. ນັບແຕ່ເມື່ອການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ເກີດຂຶ້ນໃນວັນທີ 7 ຕຸລາ ປີ 2023, UNRWA ໄດ້ຊ່ວຍເຫຼືອ 2/3 ໃນຈຳນວນພົນລະເມືອງ 2,3 ລ້ານຄົນຢູ່ເຂດ ກາຊາ ແລະ ສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມສະໜອງການໜູນຊ່ວຍຢູ່ດິນແດນນີ້. ໃນຂະນະນັ້ນ, ຕາມຕົວເລກໂດຍ ອົງການອາຫານ ສປຊ (WFP) ປະກາດໃນວັນທີ 23 ມັງກອນ, ປະຊາຊົນກວ່າ 500.000 ຄົນຢູ່ເຂດ ກາຊາ ພວມປະເຊີນໜ້າກັບສະພາບຂາດແຄນທັນຍາຫານຢ່າງໜັກໜ່ວງ ແລະ ຄວາມສ່ຽງໄພອຶດຫິວເພີ່ມຂຶ້ນໃນແຕ່ລະວັນ./.

ຕອບກັບ

ຂ່າວ/ບົດ​ອື່ນ