ຢຶດໝັ້ນຕາມເສັ້ນທາງຂອງການປະຕິວັດຫວຽດນາມ

(VOVWORLD) -ຢຶດໝັ້ນຕາມເປົ້າໝາຍ, ອຸດົມການເອກະລາດຂອງຊາດ ຕິດພັນກັບສັງຄົມນິຍົມ ບົນພື້ນຖານລັດທິ ມາກ - ເລນີນ, ແນວຄິດໂຮ່ຈິມີນ ແມ່ນເນື້ອໃນຈິດໃຈ ໂດຍກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊາບຊຶມ ໃນຄຳສັ່ງເລກທີ 35 - ລົງວັນທີ 30 ພຶດສະພາປີ 2019 ເພື່ອແນໃສ່ກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ຢຶດໝັ້ນບັນດາບັນຫາມີລັກສະນະຫລັກການໃນໂຄງການການເມືອງ, ແນວທາງ, ແຜນນະໂຍບາຍຂອງພັກ ນັ້ນແມ່ນວິທີຊື່ງບັນດານັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນຄຸນທາດການເມືອງຕໍ່ບັນດາການປຸກປັ່ນ, ເສກສັ້ນປັ້ນແຕ່ງຂອງບັນດາອິດທິກຳລັງເປັນປໍລະປັກ ຕ້ານທຳລາຍເປົ້າໝາຍ, ອຸດົມການ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ. 

ແຕ່ດົນນານມາແລ້ວ ເມື່ອປະເທດຫວຽດນາມ ກະກຽມຈັດຕັ້ງບັນດາເຫດການສຳຄັນຍິ່ງຂອງຊາດ, ບັນດາອິດທິກຳລັງເປັນປໍລະປັກ ພັດຍູ້ແຮງການເຄື່ອນໄຫວປຸກປັ່ນ ຕ້ານທຳລາຍການປະຕິວັດຫວຽດນາມ. ເປົ້າໝາຍຂອງບັນດາຖ້ອຍທຳນອງນີ້ແມ່ນລົບລ້າງສັງຄົມນິຍົມ, ປ່ຽນແປງລະບອບການເມືອງ, ເຮັດໃຫ້ມະຫາຊົນ ລະແວງສົງໃສ, ເລັ່ງເລໃຈ, ຫລຸດຜ່ອນຄວາມໄວ້ເນື້ອເຊື່ອໃຈຕໍ່ການຊີ້ນຳນຳພາຂອງພັກ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງພັກ ແລະ ປະຊາຊົນທີ່ໄດ້ເລືອກເຟັ້ນ.

ການເລືອກເຟັ້ນຂອງຊາດຫວຽດນາມ

ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ເອກະລາດຂອງຊາດ ແມ່ນຕິດພັນກັບ ສັງຄົມນິຍົມ ແລະ ແມ່ນການເລືອກເຟັ້ນອັນຖືກຕ້ອງ ແລະ ເປັນຫນຶ່ງດຽວຂອງຊາດຫວຽດນາມ. ໃນເຄິ່ງທ້າຍສັດຕະວັດທີ XIX ແລະ ເຄິ່ງ ຕົ້ນສັດຕະວັດທີ XX ເມື່ອການປະຕິວັດຫວຽດນາມ ຕົກເຂົ້າສູ່ວິກິດການກ່ຽວກັບເສັ້ນທາງປົດປ່ອຍຊາດ,   ຜູ້ນຳ ຫງວຽນອາຍກວັກ ໄດ້ວາງອອກທິດສະດີຂອງລັດທິ ມາກ - ເລນີນ, ແສງສະຫວ່າງຂອງການປະຕິວັດເດືອນຕຸລາ, ການປະຕິວັດກຳມະຊີບມາສູ່ຫວຽດນາມ. ແລະ ເມື່ອມີພັກກອມມູນິດ, ເອກະລາດຂອງຊາດແມ່ນຕິດພັນກັບສັງຄົມນິຍົມ ນຳການປະຕິວັດຫວຽດນາມ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ນຳ ເອກະລາດ, ເສລີພາບມາໃຫ້ປະເທດຊາດ, ກ້າວຂຶ້ນສັງຄົມນິຍົມ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”. ສິ່ງນີ້ສະແດງໃຫ້ເຫັນເສັ້ນທາງການປະຕິວັດກຳມະຊີບກ້າວຫນ້າແມ່ນສອດຄອ່ງກັບສະພາບປະຫວັດສາດຕົວຈິງ ແລະ ສັງຄົມນິຍົມ ແມ່ນການເລືອກເຟັ້ນຂອງປະຫວັດສາດຂອງຊາດຫວຽດນາມ.

ຄວາມຈິງຊີ້ໃຫ້ເຫັນວ່າ ເອກະລາດຂອງຊາດແມ່ນຕິດພັນກັບສັງຄົມນິຍົມ ແມ່ນການເລືອກເຟັ້ນອັນຖືກຕ້ອງຂອງປະຊາຊົນຫວຽດນາມ. ປະຊາຊົນແມ່ນກົກເຄົ້າແຫ່ງກຳລັງແຮງ, ແມ່ນເປົ້າໝາຍຕັດສິນຊີ້ຂາດຊາຕາກຳ. ພັກກອມມູນິດຫວຽດນາມ ເປັນຈິດຫນຶ່ງໃຈດຽວຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດ. ນອກຈາກຜົນປະໂຫຍດຂອງຊາດ, ຂອງປະຊາຊົນ, ພັກກອມມູນິດຫວຽດນາມ ບໍ່ມີຜົນປະໂຫຍດໃດອີກ. ສະນັ້ນ ປະຊາຊົນ ເປັນຈິດຫນຶ່ງໃຈດຽວເດີນຕາມພັກ. ອຸດົມການຂອງພັກ ແມ່ນການເລືອກເຟັ້ນຂອງປະຊາຊົນ. ຢືດໝັ້ນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແມ່ນການຢືດໝັ້ນຕາມເສັ້ນທາງພຶດຕິກຳຕົວຈິງຊື່ງປະຊາຊົນພວມເດີນຕາມ, ຢຶດໝັ້ນເປົ້າໝາຍປະຕິບັດ ຊື່ງປະຊາຊົນພວມມຸ່ງໄປເຖິງ ນັ້ນແມ່ນສືບທອດໝາກຜົນແຫ່ງການປະຕິວັດຂອງປະຊາຊົນ ແລະ ຍົກຂຶ້ນສູ່ລະດັບສູງໃຫມ່ສອດຄ່ອງກັບເງື່ອນໄຂປະຫວັດສາດ.

ພັກ ຢຶດໝັ້ນຕາມເສັ້ນທາງຊື່ງປະຊາຊົນໄດ້ເລືອກເຟັ້ນ

ສັງຄົມນິຍົມ ແມ່ນລະດັບໃຫມ່ໃນການພັດທະນາຂອງມວນມະນຸດ. ມັນບໍ່ແມ່ນເສັ້ນທາງທີ່ມີຢູ່ແລ້ວ ຫາກມັນຮຽກຮ້ອງພັກກອມມູນິດຫວຽດນາມ, ບົນພື້ນຖານບັນດາຫລັກມູນຂອງລັດທິ ມາກ - ເລນີນ, ໄດ້ມີການປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ, ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງຂອງປະເທດຊາດ ແລະ ຍຸກສະໄຫມ ເພື່ອກໍ່ສ້າງສັງຄົມນິຍົມ ພ້ອມທັງສ້າງທິດສະດີກ່ຽວກັບສັງຄົມນິຍົມໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ. ບັນດາຜົນງານອັນຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດໃນກວ່າ 30 ປີແຫ່ງການປ່ຽນແປງໃຫມ່ ຊື່ງປະຊາຊົນຫວຽດນາມ ບັນລຸໄດ້ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ພັກກອມມູນິດຫວຽດນາມ ໄດ້ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງຂອງປະເທດຊາດ, ເດີນຕາມພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບສາກົນ ເພື່ອແນໃສ່ເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ. ນີ້ແມ່ນບາດກ້າວພັດທະນາໃຫມ່ກ່ຽວກັບຈີນຕະນາການດ້ານດສະດີ, ການໝູນໃຊ້ສັງຄົມນິຍົມເຂົ້າໃນພຶດຕິກຳຕົວຈິງຂອງປະເທດຊາດຢ່າງເອກະລາດ, ມີຫົວຄິດປະດິດສ້າງ ຂອງພັກ.

ໃນຕະຫລອດຂະບວນວິວັດການປະຕິວັດຫວຽດນາມ, ພັກກອມມູນິດຫວຽດນາມ ໄດ້ເລືອກເຟັ້ນເສັ້ນທາງຊື່ງປະຊາຊົນໄດ້ເລືອກເຟັ້ນ ນັ້ນແມ່ນເອກະລາດຂອງຊາດ ແລະ ສັງຄົມນິຍົມ. ເສັ້ນທາງຈຳເປັນຢ່າງເດັດຂາດນີ້ ຊື່ງພັກກອມມູນິດຫວຽດນາມ ສືບຕໍ່ຢັ້ງຢືນໃນເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແມ່ນສອດຄ່ອງກັບພຶດຕິກຳຂອງຫວຽດນາມ ແລະ ແມ່ນທ່າອ່ຽງແຫ່ງການພັດທະນາຂອງປະຫວັດສາດ. ພັກໄດ້ດຳນົດວ່າ ຈະສືບຕໍ່ຢຶດໝັ້ນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ຕາມທິດທຳ “ຖືຜົນປະໂຫຍດແຫ່ງຊາດ - ຂອງຊາດ ເປັນເປົ້າໝາຍສຸງສຸດ”. ພັກກໍ່ໄດ້ກຳນົດເສັ້ນທາງກ້າວຂຶ້ນສັງຄົມນິຍົມນັບມື້ນັບຈະແຈ້ງ ຜ່ານການກຳນົດວິວັດການຫັນເປັນອຸດສາຫະກຳ ແລະ ຮູບແບບພັດທະນາເສດຖະກິດ ເພື່ອແນໃສ່ມຸ່ງໄປເຖິງ ເປົ້າໝາຍພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ຕິດພັນຢ່າງແຫນ້ນແຟ້ນລະຫວ່າງນະໂຍບາຍເສດຖະກິດກັບນະໂຍບາຍສັງຄົມ, ລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາສັງຄົມ, ປະຕິບັດຄວາມກ້າວຫນ້າ ແລະ ຍຸຕິທຳສັງຄົມ. ສິ່ງນີ້ຢືນຢັນຄວາມຮັບຮູ້ກໍ່ຄືຄວາມຕັດສິນໃຈດ້ານການເມືອງ, ການເຄື່ອນໄຫວຕົວຈິງ ເພື່ອແນໃສ່ປະຕິບັດເປົ້າໝາຍສັງລວມຂອງສັງຄົມນິຍົມ ນັ້ນແມ່ນ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ຊື່ງພັກ ແລະ ປະຊາຊົນຫວຽດນາມ ພວມກໍ່ສ້າງເທື່ອລະກ້າວ”

ຕອບກັບ

ຂ່າວ/ບົດ​ອື່ນ