ຢຶດໝັ້ນເປົ້າໝາຍ ແລະ ຄວາມຄາດຫວັງປະເທດຊາດພັດທະນາຈະເລີນຮຸ່ງເຮືອງໝັ້ນຄົງເຂັ້ມແຂງ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມພວມດຳເນີນໄປຢູ່ ຮ່າໂນ້ຍ. ເຫດການສຳຄັນຍິ່ງນີ້ ເປັນຂີດໝາຍໄລຍະທາງອັນສຳຄັນຂອງປະເທດຊາດ ຂອງຊາດ ແລະ ກໍ່ແມ່ນຈຸດເວລາເພື່ອໃຫ້ຊາວຫວຽດນາມ ໝົດທຸກຄົນ ກຳນົດທີ່ຕັ້ງບົດບາດໃຫມ່, ຄວາມຄາດຫວັງໃຫມ່ ເມື່ອມຸ່ງໄປສູ່ເຫດການ 100 ປີແຫ່ງວັນສະຖາປະນາປະເທດ ຫວຽດນາມ ແລະ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.

ຢຶດໝັ້ນເປົ້າໝາຍ ແລະ ຄວາມຄາດຫວັງປະເທດຊາດພັດທະນາຈະເລີນຮຸ່ງເຮືອງໝັ້ນຄົງເຂັ້ມແຂງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ພາບ: VGP)

ບັນດາຜົນງານຊື່ງປະເທດຊາດບັນລຸໄດ້ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມໃນປະຫວັດສາດກວ່າ 90 ປີຜ່ານມາ ເປັນການຢັ້ງຢືນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຊື່ງພັກກອມມູນິດຫວຽດນາມ, ປະທານໂຮ່ຈີມິນ ແລະ ປະຊາຊົນຫວຽດນາມ ໄດ້ເລືອກເຟັ້ນນັ້ນ ແມ່ນຖືກຕ້ອງ, ເໝາະສົມກັບກົດເກນການພັດທະນາຂອງມວນມະນຸດ. ສະນັ້ນ ຢຶດໝັ້ນ ແລະ ປະດິດຄິດສ້າງ ແມ່ນວິທີຊຶ່ງທົ່ວຊາດຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ຈະສືບຕໍ່ປະຕິບັດໃນໄລຍະຈະມາເຖິງ.

ຢຶດໝັ້ນເປົ້າໝາຍນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃຫມ່

ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມຈັດຂຶ້ນໃນແຕ່ລະຄັ້ງ ລ້ວນແຕ່ສ້າງຂີດໝາຍປ່ຽນແປງໃຫມ່, ພັດທະນາ, ສ້າງວິໄສທັດໃຫມ່ເພື່ອນຳປະເທດຊາດພັດທະນາກ່ວາ. ດ້ວຍຖານະແມ່ນຜູ້ຊີ້ນຳນຳພາໃຫ້ປະເທດຊາດ, ພັກກອມມູນິດຫວຽດນາມ ໄດ້ສ້າງ, ພວມປຶກສາຫາລື ແລະ ຈະເປັນເອກະພາບບັນດາການກຳນົດທິດໃຫຍ່ກ່ຽວກັບເສັ້ນທາງນຳປະເທດຊາດຫວຽດນາມກ້າວເຂົ້າສູ່ໄລຍະພັດທະນາໃຫມ່. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມຫງວຽນຟູຈ້ອງໄດ້ເນັ້ນຫນັກວ່າ: ແນວຄິດຊີ້ນຳນຳພາຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ຫວຽດນາມແມ່ນ ຢຶດໝັ້ນ ແລະໝູນໃຊ້, ພັດທະນາ ລັດທິ ມາກເລນິນ ແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ; ຢຶດໝັ້ນ ເປົ້າໝາຍເອກະລາດຊົນຊາດ ແລະສັງຄົມນິຍົມ; ຢຶດໝັ້ນແນວທາງປ່ຽນແປງໃຫມ່ຂອງພັກ ເພື່ອສ້າງສາ ແລະປົກປັກຮັກສາປະເທດ ຫວຽດນາມສັງຄົມນິຍົມ. ນັ້ນແມ່ນບັນຫາມີຄວາມໝາຍເປັນຕາຍຕໍ່ລະບອບ ແມ່ນພື້ນຖານອັນໝັ້ນແກ່ນຂອງພັກກອມມູນິດ ຫວຽດນາມ.

ຄວາມຄາດຫວັງ ແມ່ນຕິດພັນກັບສະພາບຕົວຈິງ

ຄວາມຄາດຫວັງ ແມ່ນເລີ່ມມາຈາກສະພາບຕົວຈິງ, ຫວຽດນາມ ໄດ້ຜ່ານຜ່າ 3 ໄລຍະພັດທະນາຍຸດທະສາດ.  ຄັ້ງທຳອິດ ແມ່ນໄລຍະ 1991- 2000, ພັກນຳພາປະເທດຊາດຜ່ານຜ່າວິກິດການ, ເສດຖະກິດເຕີບໂຕສະເລ່ຍ 7,56%/ປີ. ຄັ້ງທີສອງ ພັກນຳພາປະເທດຊາດຫລຸດພົ້ນອອກຈາກປະເທດມີລາຍຮັບປານກາງລະດັບຕ່ຳ.  ຄັ້ງທີ 3 ພັກນຳພາທົ່ວປວງຊົນສ້າງປະຖົມປັດໄຈສ້າງສາປະເທດຊາດໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມ.

ໃນໄລຍະ ແຕ່ປີ 2021- 2030, ຈາກຜົນສຳເລັດຂອງ 3 ໄລຍະຍຸດທະສາດນັ້ນ ແມ່ນຮອດຈຸດເວລາ ພັກ ແລະ ປະຊາຊົນຫວຽດນາມ ມຸ່ງໄປສູ່ຄວາມຄາດຫວັງປະເທດຊາດພັດທະນາຢ່າງວ່ອງໄວ ແລະໝັ້ນຄົງກວ່າ. ສະເພາະດ້ານເສດຖະກິດ ປະຈຸບັນ ຫວຽດນາມ ໄດ້ຜ່ານຜ່າໄລຍະພັດທະນາຕາມລວງກວ້າງ ແລະ ລວງເລິກແລ້ວ ປະຈຸບັນ ຕ້ອງພັດທະນາຕາມທິດລວງເລິກ, ພັດທະນາຢ່າງວ່ອງໄວ ແລະໝັ້ນຄົງ ໂດຍອີງໃສ່ ວິທະຍາສາດ ເຕັກໂນໂລຊີ, ປ່ຽນແປງໃຫມ່ຢ່າງມີຫົວຄິດປະດິດສ້າງ ແລະ ຫັນເປັນດີຈີຕອນ.  3 ບຸກທະລຸຍຸດທະສາດ ຊື່ງພັກກອມມູນິດຫວຽດນາມ ພວມວາງອອກ ນັ້ນແມ່ນ: ລະບອບລະບຽບການ, ພື້ນຖານໂຄງລ່າງ ແລະແຫລ່ງຊັບພະຍາກອນມະນຸດ ໂດຍໄດ້ກຳນົດແຕ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປະຈຸບັນຈະສືບຕໍ່ປະຕິບັດດ້ວຍເນື້ອແທ້ໃຫມ່ ເລິກເຊິ່ງກວ່າ.

ຢຶດໝັ້ນຕ້ອງເໝາະສົມກັບພຶດຕິກຳຕົວຈິງ, ຄວາມຮຽກຮ້ອງຕ້ອງການໃຫມ່.

ພຶດຕິກຳຕົວຈິງນັ້ນໃຫ້ເຫັນວ່າ ບັນດາຂໍ້ສະເຫນີກ່ຽວກັບການປ່ຽນແປງໃຫມ່, ພັດທະນາປະເທດຊາດ ຫວຽດນາມຍາມໃດພັກກອມມູນິດຫວຽດນາມເຄົາລົບນັບຖື ແລະ ຄວາມຈິງໃນ 35 ປີຜ່ານມາ ແມ່ນໄລຍະທາງ ຫວຽດນາມ ມີການປ່ຽນແປງໃຫມ່ ແລະ ພັດທະນາຢ່າງຕໍ່ເນື່ອງໃນຕະຫລອດ 35 ປີ. ຫວນຄືນ 35 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃຫມ່, 30 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ທິດສະດີ ກ່ຽວກັບແນວທາງປ່ຽນແປງໃຫມ່ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ ນັບມື້ນັບໄດ້ກຳນົດຢ່າງຈະແຈ້ງກວ່າ ແລະປະກົດຜົນເປັນຈິງເທື່ອລະກ້າວ.

ປະເທດຫວຽດນາມ ຍັງບໍ່ທັນມີເວລາໃດ ພັດທະນາໝັ້ນຄົງເຂັ້ມແຂງ ແລະມີ ອິດທິພົນຊື່ສຽງ ຄືປະຈຸບັນ. ນີ້ແມ່ນຄວາມເອກອ້າງທະນົງໃຈ ແມ່ນກຳລັງຫນູນ ແຫລ່ງກຳລັງສຳຄັນ ແມ່ນຄວາມເຊື່ອໝັ້ນເພື່ອໃຫ້ທົ່ວພັກ ທົ່ວປວງຊົນແລະ ທົ່ວກອງທັບຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ນາໆປະການ ສືບຕໍ່ກ້າວຂຶ້ນເສັ້ນທາງປ່ຽນແປງໃຫມ່ປະເທດຊາດ ຢ່າງຮອບດ້ານເທື່ອລະກ້າວ,ຄົບຊຸດ, ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ.

ໃນຕະຫລອດໄລຍະທາງແຫ່ງການພັດທະນາໃນຊຸມປີຜ່ານມາ, ພັກກອມມູນິດຫວຽດນາມໄດ້ ກຳແຫນ້ນ ແລະ ແກ້ໄຂສາຍພົວພັນລະຫວ່າງການຢຶດໝັ້ນ ແລະປ່ຽນແປງໃຫມ່, ໝູນໃຊ້ສັດຈະວິພາກຂອງລັດທິ ມາກເລນິນ ຢ່າງມີຫົວຄິດປະດິດສ້າງ; ຢຶດໝັ້ນຕ້ອງຕິດພັນກັບຫົວຄິດປະດິດສ້າງ ແລະ ຫົວຄິດປະດິດສ້າງບົນພື້ນຖານຢຶດໝັ້ນຢ່າງເໝາະສົມກັບພຶດຕິກຳຕົວຈິງ ດ້ວຍຄວາມຮຽກຮ້ອງປ່ຽນແປງໃຫມ່, ເຊື່ອມໂຍງ ແລະ ພັດທະນາປະເທດຊາດ; ທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຄັ້ງນີ້ ພັກກອມມູນິດຫວຽດນາມ ຍັງຄົງຈະສືບຕໍ່ປ່ຽນໃຫມ່ຈິນຕະນາການ, ວິໄສທັດ, ສືບຕໍ່ວາງອອກບັນດາທິດທາງຍຸດທະສາດຊຸກຍູ້ປະເທດຊາດພັດທະນາຢ່າງໝັ້ນຄົງເຂັ້ມແຂງກວ່າ ບົນພື້ນຖານຢຶດໝັ້ນ ແລະປ່ຽນແປງໃຫມ່ ຢຶດໝັ້ນລັດທິ ມາກເລນິນ ແລະ ແນວຄິດໂຮ່ຈີມິນ ເຂົ້າໃນພຶດຕິກຳຕົວຈິງຂອງຫວຽດນາມ. ພ້ອມກັບການຊີ້ນຳນຳພາຂອງພັກ, ທົ່ວປວງຊົນຫວຽດນາມ ພວມສາມັກຄີກັນ ສູ້ຊົນ, ສ້າງປະເທດຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ