ຢຶດໝັ້ນເປົ້າໝາຍຄວບຄູ່ພັດທະນາການຜະລິດ ແລະ ຮັບປະກັນສຸຂະພາບຂອງປະຊາຊົນ

(VOVWORLD) - ໃນຊຸມວັນກ່ອນ ແລະ ພາຍຫລັງບຸນເຕັດປີສະຫລູ 2021, ທັງລະບົບການເມືອງແຕ່ສູນກາງລົງທ້ອງຖິ່ນ ແລະ ກອງທັບ, ປະຊາຊົນ ຫວຽດນາມ ລ້ວນແຕ່ຮ່ວມແຮງຮ່ວມໃຈ, ມານະພະຍາຍາມເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. 

ໂລກລະບາດໄດ້ຮັບການຄວບຄຸມເປັນປົກກະຕິ ໃນສະພາບການທົ່ວປະເທດເລີ່ມຕົ້ນປະຕິບັດບັນດາໜ້າທີ່ພັດທະນາການຜະລິດໃນຊຸມວັນຕົ້ນປີສະຫລູ, ທັບມ້າງຖ້ອຍທຳນອງໃສ່ຮ້າຍປ້າຍສີສະພາບຕົວຈິງຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ.

ຢຶດໝັ້ນເປົ້າໝາຍຄວບຄູ່ພັດທະນາການຜະລິດ ແລະ ຮັບປະກັນສຸຂະພາບຂອງປະຊາຊົນ - ảnh 1ຢຶດໝັ້ນເປົ້າໝາຍຄວບຄູ່ພັດທະນາການຜະລິດ ແລະ ຮັບປະກັນສຸຂະພາບຂອງປະຊາຊົນ 

ບັນດາການນຳລັດຖະບານ ແລະ ບັນດາທ້ອງຖິ່ນໄດ້ດຳເນີນປະຊຸມທັງເວັນ ແລະ ຄືນ ເພື່ອຊີ້ນຳການປ້ອງກັນ, ຕ້ານໂລກລະບາດ, ກຳລັງທະຫານປ້ອງກັນຊາຍແດນໄດ້ເວນຍາມຢູ່ບັນດາຄ້າຍທະຫານ, ກົມກອງຕາມເສັ້ນຊາຍແດນ; ພະນັກງານ, ນັກຮົບກຳລັງປະກອບອາວຸດ, ພາລະກອນການແພດພ້ອມດ້ວຍກຳລັງອື່ນນັບຫລາຍພັນຄົນໄດ້ເວນຍາມ, ຮັບໃຊ້ຢູ່ບັນດາເຂດແຍກຕົວ, ເຂດປິດລ້ອມ ແລະ ສີດຢາຂ້າເຊື້ອ, ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19. ໝາກຜົນແມ່ນ ການແຜ່ລະບາດໂຄວິດ-19 ຄັ້ງທີ 3 ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມໂດຍໄວ. ໃນໄລຍະບຸນເຕັດປີສະຫລຸ, ປະຊາຊົນທົ່ວປະເທດຍັງມີຄວາມເບີກບານມ່ວນຊື່ນຕ້ອນຮັບລະດູບານໃໝ່, ບຸນເຕັດໃນສະພາບປົກກະຕິໃໝ່. ເຂົາເຈົ້າຍັງໄປຕະຫລາດຂາຍດອກໄມ້, ໄປຮ້ານຊັບພະສິນຄ້າເພື່ອຊື້ເຄື່ອງຂອງ, ລົງໄປທັດສະນະສຶກສາຢູ່ຫລາຍແຫ່ງ…ເຊິ່ງບໍ່ຢ້ານກົວຕໍ່ໂລກລະບາດໂຄວິດ-19 ເມື່ອປະຕິບັດບັນດາມາດຕະການກັນໂຄວິດຢ່າງຄົບຖ້ວນ.

ໝາກຜົນໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ

     ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ມີຫລາຍປະເທດ, ອົງການຈັດຕັ້ງສາກົນທີ່ມີຊື່ສຽງ ໄດ້ຕີລາຄາ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ແລະ ເຂດແຄ້ວນທີ່ສາມາດແກ້ໄຂໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນທີ່ສຸດ. ເວັບໄຊຂ່າວສານ Business Insider ຂອງ ອາເມລິກາ ສະບັບອອກວັນທີ 23 ກຸມພາ 2021 ໄດ້ຄັດສະເໜີບົດຂຽນດ້ວຍເນື້ອໃນຮັບຮູ້ປະສິດທິຜົນຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ບົດຂຽນກໍ່ຄັດສະເໜີຕາຕະລາງຈັດອັນດັບຂອງສະຖາບັນ Lowy (ອົດສະຕາລີ) ທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ຢືນອັນດັບທີ 2 ໃນຈຳນວນ 98 ປະເທດ ແລະ ເຂດແຄ້ວນ, ຖັດຈາກ ນິວຊີແລນ ກ່ຽວກັບປະສິດທິຜົນແຫ່ງການຕ້ານໂຄວິດ-19. ຕາມບົດຂຽນແລ້ວ, ບໍ່ມີປະເທດໃດທີ່ມີຂອບຂະໜາດ ຫຼື ປະຊາກອນເຊັ່ນດຽວກັນ ພັດຄວບຄຸມໄດ້ໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນຄື ຫວຽດນາມ. ເຖິງວ່າ ມີຊາຍແດນຕິດກັບປະເທດເປັນແຫ່ງແຜ່ເຊື້ອພະຍາດໂຄວິດ-19 ກໍ່ຕາມ ແຕ່ຜົນສຳເລັດຂອງ ຫວຽດນາມ ແມ່ນເປັນໜ້າເອກອ້າງທະນົງໃຈ. ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ທ່ານ Kamal Malhotra, ຜູ້ປະສານງານສະຫະປະຊາຊາດປະຈຳ ຫວຽດນາມ ຖືວ່າ: 3 ປັດໄຈທີ່ນຳມາເຊິ່ງຜົນສຳເລັດໃນການປ້ອງກັນ, ຕ້ານໂລກລະບາດໃຫ້ ຫວຽດນາມ ລວມມີ: ການຕິດຕາມກວດກາການແຜ່ລະບາດ, ຜັນຂະຫຍາຍການວິໄຈ ແລະ ຍົກອອກສານແນະນຳຢ່າງຈະແຈ້ງ. ໃນບົດລາຍງານສະບັບໜຶ່ງທີ່ສະເໜີຕໍ່ສະຫະປະຊາຊາດ, ທ່ານ Malhotra ໄດ້ຕີລາຄາສູງຮູບການປ້ອງກັນ, ຕ້ານໂລກລະບາດຂອງ ຫວຽດນາມ.

ເຊື່ອໝັ້ນໃນການປະຕິບັດໜ້າທີ່ຄວບຄູ່

ໃນຊຸມວັນນີ້, ສື່ມວນຊົນສາກົນຖືວ່າ: ຫວຽດນາມ ພວມສືບຕໍ່ປະສົບຜົນສຳເລັດກ່ຽວກັບທາງດ້ານເສດຖະກິດ ພາຍຫລັງຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ. ຕາມນັ້ນແລ້ວ, ໃນຂະນະທີ່ບັນດາປະເທດເກືອບທັງໝົດຖືກຜົນສະທ້ອນຢ່າງຮ້າຍແຮງ ແລະ ຕ້ອງສູ້ຢັນຢ່າງສຸດຂີດຕໍ່ບັນດາຜົນກະທົບດ້ານເສດຖະກິດຍ້ອນໂລກລະບາດກໍ່ຂຶ້ນນັ້ນ, ເສດຖະກິດຂອງ ຫວຽດນາມ ຍັງຄົງສືບຕໍ່ເຄື່ອນໄຫວ ເຖິງວ່າໃນເບື້ອງຕົ້ນຖືກຢຸດສະງັກ ແລະ ຕົກຕ່ຳໜ້ອຍໜຶ່ງກໍ່ຕາມ. ສິ່ງດັ່ງກ່າວ ແມ່ນຖືກຕ້ອງກັບສະພາບຕົວຈິງ ເຊິ່ງໄດ້ ແລະ ພວມເກີດຂຶ້ນຢູ່ ຫວຽດນາມ. ໃນຊຸມວັນທຳອິດຂອງປີ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ປະກາດໃຊ້ມະຕິເລກທີ 1 ແລະ ເລກທີ 2 ເຊິ່ງສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງ, ການກະທຳຢ່າງຂ້ຽວຂາດ, ສະເໝີຕົ້ນສະເໝີປາຍໃນການປະຕິບັດເປົ້າໝາຍຄວບຄູ່ຢ່າງມີປະສິດທິຜົນ, ທັງປ້ອງກັນ, ຕ້ານໂລກລະບາດ, ຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ. ລັດຖະບານໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດ, ມີບັນດານະໂຍບາຍປີການເງິນ, ເງິນຕາ ແລະ ບັນດານະໂຍບາຍອື່ນຢ່າງມີປະສິດທິຜົນ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ, ດຳເນີນທຸລະກິດ,ຊຸກຍູ້ການເຕີບໂຕ. ລັດຖະບານໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການ ສືບຕໍ່ເອົາໃຈໃສ່ເປັນພິເສດຕໍ່ການໜູນຊ່ວຍປະຊາຊົນ ແລະ ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ, ແກ້ໄຂບັນດາການກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19 ແນໃສ່ບັນລຸເປົ້າໝາຍການເຕີບໂຕ GDP ປະມານ 6,5% ໃນປີ 2021.

ຈາກບົດຮຽນ ແລະ ໝາກຜົນໃນການຮັບມື, ປ້ອນກັນ ແລະ ຕ້ານໂລກລະບາດໂຄວິດ-19 ໃນປີ 2020, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດໃນໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຄັ້ງນີ້. ປະຈຸບັນ, ໂລກລະບາດຢູ່ ຫວຽດນາມ ໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນ. ປະຕິບັດເປົ້າໝາຍຄວບຄູ່, ບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຍາມໃດກໍ່ໄດ້ຮັບການຮັກສາ, ຜັນຂະຫຍາຍໃນສະພາບການປົກກະຕິໃໝ່. ຢູ່ບັນດາທ້ອງຖິ່ນ ແລະ ບັນດາຂົງເຂດເສດຖະກິດຖືກຜົນກະທົບຈາກໂລກລະບາດຢ່າງໜ້ອຍ, ປະສິດທິຜົນໃນການຜະລິດ, ດຳເນີນທຸລະກິດບໍ່ພຽງແຕ່ໄດ້ຮັບການຮັກສາຢ່າງໝັ້ນຄົງເທົ່ານັ້ນ ຫາກຍັງເຕີບໂຕພັດທະນາຢ່າງແຮງອີກດ້ວຍ. ຍຸດທະສາດສ້າງໂຄງປະກອບເສດຖະກິດຄືນໃໝ່ ໄດ້ ແລະ ພວມສ້າງບັນດາບາດກ້າວບຸກທະລຸກ້າວກະໂດດຂັ້ນ, ນຳບັນດາຜະລິດຕະພັນ ແລະ ເຂດຜະລິດຕະພັນກະເສດຂອງ ຫວຽດນາມ ສາມາດເຂົ້າເຖິງຕະຫລາດສາກົນ, ສະມັດຕະພາບ, ປະສິດທິຜົນ, ພິເສດແມ່ນຄຸນຄ່າຂອງຜະລິດຕະພັນໄດ້ຍົກສູງຂຶ້ນທົບຫລາຍເທົ່າ ເມື່ອທຽບໃສ່ການຜະລິດແບບເກົ່າກ່ອນນີ້. ໄປຄຽງຄູ່ກັບບັນດາຂົງເຂດຖືກຜົນສະທ້ອນໂດຍກົງຈາກໂລກລະບາດໂຄວິດ-19 ຄື ດຳເນີນທຸລະກິດການທ່ອງທ່ຽວ, ການບໍລິການບັນເທິງ…ຫລາຍຂົງເຂດອື່ນໃນພື້ນຖານເສດຖະກິດໄດ້ຫັນຄວາມຫຍຸ້ງຍາກກາຍເປັນກາລະໂອກາດ ເພື່ອບືນຕົວຂຶ້ນ.

ສະນັ້ນ, ບໍ່ຄວນເຊື່ອຕໍ່ເລື່ອງຊີວິດສັງຄົມຖືກຜົນສະທ້ອນ ແລະ ພື້ນຖານເສດຖະກິດ ຫວຽດນາ ຈະຖືກ “ລົ້ມລະລາຍ” ຄືດັ່ງຖ້ອຍທຳນອງເສກສັນບັ້ນແຕ່ງຂອງບັນດາບຸກຄົນຫົວຮຸນແຮງ, ອິດທິກຳລັງເປັນປໍລະປັກໄດ້ ແລະ ພວມຫວ່ານຂ່າວ. ແຕ່ຄວາມຈິງພວມແມ່ນພື້ນຖານໝັ້ນຄົງ ເພື່ອມີຄວາມເຊື່ອໝັ້ນວ່າ ໂລກລະບາດໂຄວິດ-19 ໄດ້ຖືກຄວບຄຸມ, ສະພາບການຂອງປະຊາຊົນໄດ້ຮັບປະກັນ. ບັນດາເປົ້າໝາຍກ່ຽວກັບເສດຖະກິດສັງຄົມ ເຊິ່ງລັດຖະບານວາງອອກໃນປີ 2021 ຈະປະກົດຜົນເປັນຈິງ ດ້ວຍຄວາມຢຶດໝັ້ນ, ຂ້ຽວຂາດ, ສາມັກຄີ, ເປັນເອກະພາບໃນການປະຕິບັດເປົ້າໝາຍຄວບຄູ່ໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ປະຊາຄົມຊາວ ຫວຽດນາມ ຜູ້ຮັກຊາດໃນທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ