ຢຶດໝັ້ນເພື່ອປະເທດຫວຽດນາມ “ເອກະລາດ - ເສລີພາບ - ​ສັນ​ຕິ​ສຸກ”

(VOVWORLD) - ເອກະລາດ - ເສລີພາບ - ສັນຕິສຸກ ແມ່ນ ສິດຂອງມະນຸດສູງທີ່ສຸດ ຕາມລັດຖະທຳມະນູນ ສປຊ ແລະ ສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ, ແຕ່ສິດດັ່ງກ່າວນັ້ນໄດ້ປະຕິບັດກໍ່ຕໍ່ເມື່ອປະເທດມີເອກະລາດ. ຍ້ອນວ່າບັນດາຄຸນຄ່າອັນສູງສົ່ງນັ້ນ, ໃນຕະຫຼອດໄລຍະປະຫວັດສາດ, ມວນມະນຸດກ້າວໜ້າ, ໃນນັ້ນມີປະຊາຊົນຫວຽດນາມ, ບໍ່ໄດ້ຫວາດຫວັ່ນຕໍ່ການເສຍສະຫຼະ, ຄວາມທຸກຍາກລຳບາກເພື່ອຕໍ່ສູ້ຍາດເອົາເອກະລາດ. ນັບແຕ່ວັນທີ 2 ກັນຍາ ປີ 1945 ມາຮອດປັດຈຸບັນ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍອັນສູງສົ່ງນັ້ນ.

ຢຶດໝັ້ນເພື່ອປະເທດຫວຽດນາມ “ເອກະລາດ - ເສລີພາບ - ​ສັນ​ຕິ​ສຸກ” - ảnh 1ພາບປະກອບ: tuyengiao.vn

ເຄົາລົບນັບຕໍ່ຄຸນຄ່າເອກະລາດ, ຄວາມເສລີພາບຂອງຊາດ ທີ່ຍາດມາໄດ້, ພາຍຫຼັງຖະແຫຼງສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ມາບໍ່ດົນ, ໃນວັນທີ 12 ຕຸລາ ປີ 1945, ທ່ານປະທານໂຮ່ຈີມິນ ໄດ້ເຊັນລັດຖະດຳລັດສະບັບເລກທີ 49 ວ່າດ້ວຍການບັນທຶກຫົວຂໍ້: ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປີທີ 1, ຢູ່ລຸ່ມແມ່ນ: ເອກະລາດ - ເສລີພາບ - ຜາສຸກ ໃສ່ໃນເອກະສານ, ສານ, ໂທລະເລກທາງການ… ຄຳວ່າ ເອກະລາດ - ເສລີພາບ - ຜາສຸກໄດ້ຂຽນຢູ່ລຸ່ມ ກາໝາຍ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປັດຈຸບັນແມ່ນ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນການສະແດງໃຫ້ເຫັນຄວາມຄາດຫວັງຂອງທົ່ວທັງຊາດ, ການປະຕິບັດຄວາມຄາດຫວັງ ແລະ ເຈດຈຳນົງ “ສ້າງເສລີພາບໃຫ້ແກ່ປະຊາຊົນຂອງຂ້ອຍ, ສ້າງເອກະລາດໃຫ້ແກ່ປະເທດຊາດຂອງຂ້ອຍ” ຂອງປະທານໂຮ່ຈີມິນ ໄດ້ປະກົດຜົນເປັນຈິງ. ພາຍໃຕ້ການນຳພາຂອງພັກ, ຄວາມມານະພະຍາຍາມຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດຊົນຊາດ,  ທ້ອນໂຮມປະເທດຊາດເປັນເອກະພາບ ມາເປັນເວລາຫຼາຍທົດສະວັດ ກໍ່ແມ່ນ ເພື່ອຮັບປະກັນໃຫ້ປະຊາຊົນຫວຽດນາມໝົດທຸກຄົນໄດ້ຊົມໃຊ້ສິດທິມະນຸດຢ່າງຄົບຖວ້ນທີ່ສຸດ, ໃນນັ້ນມີສິດໄດ້ດຳລົງຊີວິດໃນສັນຕິພາບ, ເອກະລາດ, ເສລີພາບ ແລະ ສິດຕັດສິນດ້ວຍຕົນເອງຂອງ ຊາດ - ໄດ້ຕັດສິນຊາຕາກຳ, ເສັ້ນທາງແຫ່ງການພັດທະນາຂອງຕົນ.

ໃນຍຸກສະໄໝ ໂຮ່ຈີມິນ, ເອກະລາດ - ເສລີພາບ - ສັນຕິສຸກ ບໍ່ພຽງແຕ່ແມ່ນຄວາມຄາດຫວັງເທົ່ານັ້ນ ຫາກຍັງແມ່ນລະບົບຄຸນຄ່າທີ່ລ້ຳຄ່າ ແລະ ກາຍເປັນຫຼັກໃນການດຳລົງຊີວິດ, ອຸດົມການຂອງການສູ້ຊົນ, ເສຍສະຫຼະເຊິ່ງປະທານ ໂຮ່ຈີມິນ, ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ຢຶດໝັ້ນປະຕິບັດ. ຍ້ອນອຸດົມການ, ຫຼັກດຳເນີນຊີວິດ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ໄດ້ດຳລົງຊີວິດຍັງມິເອກະລາດ - ເສລີພາບ - ມີຄວາມຜາສຸກໃນປະເທດ ຫວຽດນາມ ສັນຕິພາບ, ເອກະລາດ ແລະ ເອກະພາບນັ້ນ ໄດ້ການເປັນກຳລັງຜັກດັນເພື່ອໃຫ້ປະຊາຊົນ ຫວຽດນາມ ເປັນຈິດໜຶ່ງໃຈດຽວກັນໄປຕາມພັກ, ສ້າງໄຊຊະນະຂອງການປະຕິວັດເດືອນ ສິງຫາ ປີ 1945, ຂອງການຕໍ່ສູ້ກູ້ຊາດຕ້ານ ຝລັ່ງ ແລະ ອາເມລິກາ ແລະ ສືບຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຢຶດໝັ້ນຕໍ່ເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ຢຶດໝັ້ນປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ: “ຖ້າຫາກວ່າປະເທດມີເອກະລາດ ແຕ່ປະຊາຊົນບໍ່ມີຄວາມຜາສຸກ, ເສລີພາບນັ້ນ, ເອກະລາດກໍ່ບໍ່ມີຄວາມໝາຍຫຍັງ”, ຍ້ອນເຫດນັ້ນລະບອບລະບຽບການຂອງລັດ ພ້ອມກັບສິດຜົນປະໂຫຍດ ແລະ ພັນທະຂອງພົນລະເມືອງໄດ້ກຳນົດໃນລັດຖະທຳມະນູນ 1946 ແລະ ລັດຖະທຳມະນູນ 1959 ໂດຍຊີ້ໃຫ້ເຫັນວ່າ, ໃນເງື່ອນໄຂລະອຽດຂອງປະເທດຊາດ, ປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ກໍ່ມານະພະຍາຍາມປະຕິບັດສິດທິມະນຸດຕາມຂໍ້ກຳນົດຂອງກົດໝາຍ. ພາຍຫຼັງໄຊຊະນະຂອງບັ້ນບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ປີ 1975, ປະເທດສັນຕິພາບ, ເອກະລາດ ແລະ ເອກະພາບ ພ້ອມກັນກ້າວຂຶ້ນສັງຄົມນິຍົມ, ປະຊາຊົນທົ່ວປະເທດສືບຕໍ່ສາມັກຄີ, ຮ່ວມແຮງຮ່ວມໃຈ ພາຍໃຕ້ການນຳພາຂອງພັກ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນທຸກດ້ານ ພາຍຫຼັງສົງຄາມເກີດຂຶ້ນເປັນເວລາຫຼາຍປີ, ດຳເນີນການຟື້ນຟູ ແລະ ພັດທະນາເສດຖະກິດ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ. ໃນໄລຍະສັນຕິພາບ, ຊາວ ຫວຽດນາມ ແຕ່ລະຄົນ ລ້ວນແຕ່ຮູ້ສຶກໄດ້ຄຸນຄ່າຂອງເອກະລາດ, ເສລີພາບ, ຄວາມເບີກບານມ່ວນຊື່ນທີ່ໄດ້ດຳລົງຊີວິດໃນເອກະລາດ - ເສລີພາບ - ສັນຕິສຸກຢ່າງເລິກເຊິ່ງກວ່າອີກ, ເພື່ອໃຫ້ແຕ່ລະມື້ລ້ວນແຕ່ໄດ້ປະກອບເຫື່ອແຮງ, ຄວາມຮັບຜິດຊອບເພື່ອປະເທດ ຫວຽດນາມ ສັງຄົມນິຍົມ ເອກະລາດ - ເສລີພາບ - ສັນຕິສຸກ.

ກວ່າ 92 ປີ ພາຍຫຼັງທີ່ພັກຄອມມູນິດ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນ, 77 ປີ ພໍດີ ພາຍຫຼັງວັນປະທານໂຮ່ຈີມິນ ຖະແຫຼງ ຫວຽດນາມ ມີເອກະລາດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມ ຫວຽດນາມ, ພິເສດແມ່ນ 37 ປີ ແຫ່ງວັນຢຶດໝັ້ນປະຕິບັດການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ບັນດາຜົນງານໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ… ໄດ້ປະກອບສ່ວນສ້າງໂສມໜ້າໃໝ່ຂອງ ຫວຽດນາມ, ສ້າງທີ່ຕັ້ງບົດບາດໃໝ່ໃຫ້ແກ່ ຫວຽດນາມ ຢູ່ເວທີສາກົນ. ເສດຖະກິດເຕີບໂຕດີພໍສົມຄວນ, ວັດທະນະທຳ, ສັງຄົມມີຄວາມຄືບໜ້າຫຼາຍຢ່າງ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນສືບຕໍ່ໄດ້ຮັບການປົວແປງໃຫ້ດີຂຶ້ນ. ໃນວິວັດທະນາການນັ້ນ, ພັກ ແລະ ລັດ ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ສິດພື້ນຖານ, ສິດພົນລະເມືອງ, ສິດປະຊາທິປະໄຕຂອງປະຊາຊົນ ຢ່າງຄົບຖ້ວນ; ພ້ອມທັງຖືເປັນສຳຄັນການຊຸກຍູ້ການຮ່ວມມືສາກົນໃນຂົງເຂດສິດທິມະນຸດບົນພື້ນຖານຍຸຕິທຳ, ເຄົາລົບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດ, ໃນນັ້ນ, ມີການປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ ເຊິ່ງ ຫວຽດນາມ ເປັນສະມາຊິກໃຫ້ເປັນຢ່າງດີ.

ເອກະລາດ, ເສລີພາບ, ຄວາມຜາສຸກ ແມ່ນຄວາມຄາດຫວັງອັນແຮງກ້າ, ພ້ອມທັງແມ່ນສິດຂອງແຕ່ລະຄົນ, ຂອງແຕ່ລະຊົນຊາດ. ໃນປະຫວັດສາດຂອງມະນຸດ ແລະ ຕະຫຼອດໄລຍະເວລານັບຫຼາຍພັນປີແຫ່ງການສ້າງສາ ໄດ້ຕິດພັນໄປກັບການປົກປັກຮັກສາແມ່ນ້ຳ, ພູຜາປ່າດົງທີ່ສວຍສົດງົດງາມຂອງ ຫວຽດນາມ, ເອກະລາດ - ເສລີພາບ - ຄວາມຜາສຸກ ຍາມໃດກໍແມ່ນຄວາມຄາດຫວັງ, ແມ່ນຄວາມມານະພະຍາຍາມສູ້ຊົນ, ການເສຍສະຫຼະຂອງປະຊາຊົນ ຫວຽດນາມ ຫຼາຍລຸ້ນຄົນ. ໃນຈຸດເວລາປະຫວັດສາດທີ່ດັງກ້ອງກັງວານໄປທົ່ວສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດ ສະຖາປະນາປະເທດແຫ່ງ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ໃນວັນທີ 2 ກັນຍາ 1945 ມາຮອດປັດຈຸບັນ, ຄຳວ່າ ເອກະລາດ - ເສລີພາບ - ສັນຕິສຸກ ຍາມໃດກໍປະກົດໃນຕົວໄປພ້ອມກັບກາໝາຍຊາດ ຫວຽດນາມ, ໄດ້ຢັ້ງຢືນຄຸນຄ່າຢ່າງໃຫຍ່ຫຼວງ ແລະ ຄວາມໝາຍຍືນຍົງຄົງຕົວຂອງຄຸນຄ່ານີ້ໃນຕະຫຼອດໄລຍະແຫ່ງການປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດຂອງພັກ ແລະ ປະຊາຊົນ ຫວຽດນາມ, ໃນປັດຈຸບັນນີ້ ແລະ ໃນອະນາຄົດ./. 

ຕອບກັບ

ຂ່າວ/ບົດ​ອື່ນ