ຢືນຢັນຄວາມສາມັກຄີ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ

(vovworld) - ວັນ​ທີ 24/9, ພະ​ບາດ​ສົມ​ເດັດ ພະ​ບໍລົມ​ມະ​ນຽດ ໂນໂຣດົມ ສີຫາໂມນີ ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ​ເຖິງຫວຽດນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang. ການ​ຢ້ຽມຢາມ​ແກ່ຍາວ​ໃນ​ເວລາ 3 ວັນ,​ ​​ເຊິ່ງ​ນອນ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ 2012 ​ແລະ ສະ​ເຫລີມ​ສະຫລອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຄື​ວັນ​ທີ 24/6/1967 - 24/6/2012, ການ​ຢ້ຽມຢາມ​ຄັ້ງ​ນີ້ອີກ​ຄັ້ງ​ຫນຶ່ງ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈຂອງ​ການ​ນຳ​ສອງ​ປະ​ເທດ​ແມ່ນ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ບ້ານ​​ໃກ້​ເຮືອ​ນຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ຢືນຢັນຄວາມສາມັກຄີ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ - ảnh 1
ກະສັດ ກຳປູເຈຍ ໂນໂຣດົມ ສີຫາໂມນີ
ພາບ: internet

        ການ​ພົວພັນ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ມີ​ມາ​ແຕ່​ດົນ​ນານ​ແລ້ວ, ຄວາມ​ໃກ້ຊິດ​ຕິ​ດພັນ​ດ້ານ​ພູມີ​ປະ​ເທດ​ພ້ອມ​ກັບ​ຈຸດ​ຄ້າຍຄື​ກັນ​ຫລາຍ​ຢ່າງ​ຂອງ​ພື້ນຖານ​ວັດທະນະທຳ ​ແລະ ຜົນ​ປະ​ໂຫຍ​ດລວມ​ແມ່ນຄວາມ​ສະຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ສອງ​ປະ​ເທດ. ​ໃນ​ໄລຍະ​ປະຈຸ​ບັນ, ຫວຽດນາມ - ກຳປູ​ເຈຍ ລ້ວນ​ແຕ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ຫລາຍ​ຮູບ​ຫລາຍ​ແບບ ​ຫລາຍ​ຝ່າຍ ​ແລະ ສອງ​ປະ​ເທດລ້ວນ​ແຕ່​ຖື​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດເປັນ​ສຳຄັນ. ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາ​ມານະ​ພະຍາຍາມ​ລວມຂອງ​ສອງ​ປະ​ເທດ, ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຈົບງາມ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ​ກາຍ​ເປັນ​ປະຖົມປັດ​ໄຈ​ສຳຄັນ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນລະ​ພາບ ໝັ້ນຄົງຍາວ​ນານ​ເພື່ອ​ຍູ້​​ແຮງ​ການ​ພັດທະນາ​ເສດຖະກິດ ສັງຄົມ, ຮັບປະກັນ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ​ຂອງ​ແຕ່ລະ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ກຳນົດ​ຂອບ​ເຂ​ດການ​ພົວພັນ​ຮ່ວມ​ມື “ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ” ​​ແລະໄດ້​ລົງ​ນາມ​ໃນ​ເອກະສານ​ດ້ານ​ກົດໝາຍ 80 ກວ່າ​ສະບັບ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ ພ້ອມ​ກັນ​ນັ້ນ ​ໄດ້ສ້າງ​ບັນດາ​ກົນ​ໄກ​ສົມທົບ​ກັນທີ່​ຈຳ​ເປັນ, ສອດ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ວ່າ:

        “45 ປີຜ່ານມາ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ມິດຕະພາບ​ຖານບ້ານ​ໃກ້​ເຮືອນ​ຄຽງ, ​ເຖິງ​ວ່າ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ການ​ທົດ​ສອບ​ຫລາຍ​ຢ່າງ​ໃນ​ປະຫວັດສາດກໍ​ຕາມ ​ແຕ່​ຍາມ​ໃດ​ກໍ​ພັດທະນາ​ຢ່າງ​ແຂງ​ແຮງ. ສາຍ​ພົວພັນ​ສະຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ສອງ​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ແລກປ່ຽນ​ການ​ນຳ​ຂັ້ນ​ສູງ​ຂອງ​ເປັນ​ປະຈຳ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ກາ​ນພັດທະນາ​ລະ​ຫວ່າງ​ບັນດາ​ທ້ອງ​ຖິ່ນ, ກະຊວງ​ຂະ​ແຫນງ​ການ​ຕ່າງໆ. ພິ​ເສດ​ແມ່ນ​ການພົວພັນ​ແລກປ່ຽນ​ປະຊາຊົນ, ​ເປັນ​ຕົ້ນ​​ແມ່ນການ​ຊ່ວຍ​ເ​ຫລື​ອ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ປະຊາຊົນ​ຢູ່​ລຽບ​ຕາມ​ຊາຍ​ແດນ​ແມ່ນ​ສະຫນິດ​ຕິ​ດພັນ​ຍິ່ງ​ກວ່າ​ເວລາ​ໃດ​ໝົດ.”


ຢືນຢັນຄວາມສາມັກຄີ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ - ảnh 2
ຫໍພິພິດທະພັນແຫ່ງຊາດ ກຳປູເຈຍ
ພາບ:dulich.com

        ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຮ່ວມ​ມື​ກໍ​ໄດ້​ຮັບ​ການ​ເປີດ​ກວ້າງ​ເທື່ອ​ລະ​ກ້າວ, ວົງ​ເງິ​ນຂາ​ເຂົ້າຂາ​ອອກ​ສອງ​ສົ້ນ​​ແມ່ນ​ເພີ່ມ​ຂຶ້ນ​ຢ່າງ​ລ່ຽນ​ຕິດ, ບັນລຸ​ເກືອບ 2,8 ຕື້ USD ​ໃນ​ປີ 2011. ປະຈຸ​ບັນ, ມີ​ເກືອບ 100 ​ໂຄງການ​ຂອງ​ວິສາຫະກິ​ດ ຫວຽດນາມ ລົງທຶນ​ຢູ່ ກຳປູ​ເຈຍ ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 2,2 ຕື້ USD, ຢືນ​ອັນ​ດັບ 2 ກ່ຽວກັບ​ການ​ລົງທຶນ​ຂອງ ຫວຽດນາມ ອອກ​ສູ່​ຕ່າງປະ​ເທດ ​ແລະ ສຸມ​ໃສ່​ໃນ​ບັນດາ​ຂົງ​ເຂດ​ຄື: ​ໂທລະ​ຄົມມະນາຄົມ, ທະນາຄານ, ພະລັງງານ, ປູກ​ຢາງພາລາ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ…ຫວຽດນາມ ສືບ​ຕໍ່​ຊ່ວຍ​ເຫລືອ ກຳປູ​ເຈຍ ​ໃນ​ການ​ບຳລຸງ​ສ້າງ​       ແຫ​ລ່ງຊັບພະຍາກອນ​ມະນຸດ, ສາທາລະນະ​ສຸກ, ກວດ ປິ​ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ ກຳ​ປູ​ເຈຍ. ວຽກ​ງານ​ຂີດ​ຂັ້ນ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຈາກ​ການ​ປະສານ​ສົມທົບລະຫວ່າງ​ສອງ​ຝ່າຍ. ​ສອງ​ຝ່າ​ຍຢືນຢັນວ່າ ຈະ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສຳ​ເລັດ​ວຽກ​ງານ​ນີ້​ໂດ​ຍ​ໄວ, ປະກອບສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ. ການ​ພົວພັນ​ລະຫວ່າງ​ບັນດາ​ອົງການ​ການ​ເມືອງ, ສັງຄົມ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າໃນ​ການຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນຫນຸ່ມ​ກ່ຽວກັບ​ຄວາມ​ສາມັກຄີ​ທີ່​ເປັນ​ມູນ​ເຊື້ອ, ການ​ຊ່ວຍ​     ເຫ​ລື​ອ​ເຊິ່ງກັນ ​ແລະ​ກັນ, ຜ່ານ​ນັ້ນ ປະກອບ​ກຳລັງ​​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ສິ່ງ​ດັ່ງກ່າວ​ຍິ່ງ​ມີ​ຄວາມ​ໝາຍ ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊຸກຍູ້​ໃນ​ປີ​ນີ້ ​ເມື່ອ​ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເລືອກ​ເຟັ້ນປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ 2012” ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະດັບ​ຊາດ​ເພື່ອ​ສະ​ເຫລີ​ມສະຫລອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ. ທ່ານ​ Vu Mao ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຖື​ວ່າ:

        “ພວກ​ເຮົາ​ຕ້ອງ​ເພີ່ມ​ພູນ​ຄູນ​ສ້າງ​ ​ນ້ຳ​ໃຈ​ມິດຕະພາບຈາກ​ລຸ້ນຫນຸ່ມ​ສອງ​ປະ​ເທດ. ນີ້​ແມ່ນ​ສິ່ງ​ທີ່​ສຳຄັນທີ່​ສຸດ. ພວກ​ຂ້າພະ​ເຈົ້າ ​ໄດ້​ມີ​ການ​ປະສານ​ສົມທົບກັນ​ຢ່າງ​ແຫນ້ນ​ແຟ້ນກັບ​ສະມາ​ຄົມ​ມິດຕະພາບ ກຳ​ປູ​ເຈຍ - ຫວຽດນາມ ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ ​ເພື່ອ​ຂົນ​ຂວາຍ​ທົ່ວ​ສັງຄົມ​ເຂົ້າ​ຮ່ວມ​ການ​ປະກອບສ່ວນ​ນີ້. ​ໃນ​ປີ 2012, ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ, ການ​ພົບ​ປະ​ແລກປ່ຽນ​ຕ່າງໆ ພິ​ເສດ ພວກ​ຂ້າພະ​ເຈົ້າ​ຈະ​ພິມ​ຈຳຫນ່າຍ​ວາລະສານ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທ​ດສາມາດ​ຊອກ​ຮູ້​ວິວັດທະນາ​ການ, ການ​ພັດທະນາ​ລະ​ຫວ່າງ​ສອງ​ປະ​ເທດ.”

        ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ​ສອງ​ຝ່າຍ​ເທ່ົາ​ນັ້ນ, ຫາກສອງປະ​ເທດ​ກໍນັບ​ມື້​ນັບ​ມີ​ການຮ່ວມ​ມື, ສະຫນິດ​ຕິດ​ພັນ, ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນອີກ​ດ້ວຍ​ຄື: ການ​ຮ່ວມ​ມື​ລະຫວ່າງສາມ​ປະ​ເທດ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ, ການ​ຮ່ວມ​ມື 4 ປະ​ເທດ ກຳ​ປູ​ເຈຍ, ລາວ, ມ້ຽນ​ມາ ​ແລະ ຫວຽດນາມ, ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີ​ດກວ້າງ, ອາຊີ, ASEM, ສປຊ …

        ບົນ​ພື້ນຖານ​ຂອງ​ສາຍ​ພົວພັນ​ອັນ​ດີງາມ​ນັ້ນ, ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້ ຂອງ       ພະ​ບາດ​ສົມ​ເດັດ ພະ​ບໍລົມ​ມະ​ນຽດ ໂນໂຣດົມ ສີຫາໂມນີ ​ພະມະຫາ​ກະສັດ ກຳປູ​ເຈຍ ເພື່ອ​​ເພີ​່ມທະວີ ​ແລະ ພັດທະນາ​ການ​ພົວພັນ​ບ້ານ​ໃກ້​ເຮືອນຄຽງອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.​ ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ ຫວຽດນາມ ​ແລະ ກຳປູ​ເຈຍ ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ບາງ​ບັນຫາ​ໃນ​ການ​ພົວພັນ​ສອງ​ຝ່າຍ. ການ​ຢ້ຽມຢາມ​ຈະ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ, ຕອບ​ສະຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ໃນ​ໂລກ.

ແອ​ງຮ່ວຽນ

 

       

 

       

ຕອບກັບ

ຂ່າວ/ບົດ​ອື່ນ