ຢູແກຼນຕາເວັນອອກຍັງບໍ່ທັນມີຄວາມສະຫງົບພາຍຫຼັງ 2 ປີທີ່ລົງນາມໃນສັນຍາ Minsk 2

(vovworld) – ກ່ອນນີ້ 2 ປີ​, ວັນ​ທີ 11/02/2015, ຂໍ້​ຕົກ​ລົງ​ຢ​ຸດ​ຍິງ​ຢູ່​ຢູ​ແກຼນ ຕາ​ເວັນ​ອອກ ຄັ້ງ​ທີ 2 ໄດ້​ຮັບ​ການ​ລົງ​ນາມ​ຢູ່ Minsk (ເບ​ລາ​ຣຸດ, ຫຼື ເອີ້ນ​ວ່າ​ຂໍ້​ຕ​ົກ​ລົງ Minsk 2). ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄວາມ​ຈິງ​ໄດ້​​ສະ​ແດງໃຫ້​ເຫັນ​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ບໍ່​​ເຮັດ​ໃຫ້​​ການ​ປະ​ທະ​ກັນຢຸດ​ຕິ​ລົງ​ຄື​ດັ່ງ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ. ບົດ​ຂຽນ ຢູ​ແກຼນ ຕາ​ເວັນ​ອອກ​ຍັງ​ບໍ່​ທັນ​ມີ​ຄວາມ​ສະ​ຫງົບ​ງຽບ ພາຍ​ຫຼັງ 2 ປີ​ທີ່​ລົງ​ນາ​ມ​ໃນ​ສັນ​ຍາ Minsk 2 ຂອງ​ບັນ​ນາ​ທິ​ການ VOV.


ຢູແກຼນຕາເວັນອອກຍັງບໍ່ທັນມີຄວາມສະຫງົບພາຍຫຼັງ 2 ປີທີ່ລົງນາມໃນສັນຍາ Minsk 2 - ảnh 1
2 ປີ​ຜ່ານ​ໄປ​ແລ້ວ, ​ແຕ່ບັນ​ດາ​ການ​ປະ​ທະ​ກັນ​ຍັງ​​ຄົງສືບ​ຕໍ່ເກີດ​ຂຶ້​ນ​ຢູ່
(ພາບ: infonet.vn)


ຂໍ້​ຕົກ​ລົງ Minsk 2 ຖືກ​ຍົກ​ອອກ​ມາ ພາຍ​ຫຼັງ​ຂໍ້​ຕົ​ກ​ລົງ​ສະ​ບັບ​ທຳ​ອິດ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 09/2014 ຖືກ​ປະ​ລາ​ໄຊ, ພາ​ໄປ​ເຖິງ​ການ​ປະ​ທະ​ກັນ​ທີ່​ຮ້າຍ​ແຮງ. ຕາມນັ້ນ​ແລ້ວ, ບັນ​ດາ​ຝ່າຍ​ໄດ້​​ເຫັນ​ດີເປັນ​ເອ​ກະ​ພາບ​ຕໍ່​ທັ​ດ​ສະ​ນະ​ຕ້ອງ​ປະ​ຕິ​ບັດຂໍ້​ຕົກ​ລົງ Minsk ​ທີ່​ໄດ້​ຮັບ​ຮອງ​ເອົາ​ກ່ອນນັ້ນ; ທີ່ 2 ແມ່ນ​ຂັ້ນ​ຕອນ​​ການປະ​ຕິ​ບັດວຽກ​ງານນີ້​ແມ່ນ​ຄື​ແນວ​ໃດ. ພາຍ​ຫຼັງ​ເ​ຫດ​ການນີ້, ກຸ່ມ​ຕິດ​ຕໍ່ 3 ຝ່າຍ (ລວ​ມ​ມ​ີ ຢູ​ແກຼນ, ລັດ​ເຊຍ ແລະ ອົງ​ກ​ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ OSCE, ດ​້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ "2 ປະ​ເທດ, ປະ​ເທດ​ສາ​ທາ​ລະ​ນະ" ແຍກ​ຕົວ​ອອກ Donetsk ແລະ Lugansk) ເຊິ່ງ​ໄດ້​ຈັດ​ກອງ​ປະ​ຊຸມ​ເປັນ​ປະ​ຈຳ​ເດືອນ​ລະ 2 ຄັ້ງ​ຢູ່ Minsk, ນອກນັ້ນ, ເມື່ອ​ມີ​ຄວາມ​ຈ​ຳ​ເປັນ​ຍັງ​ຕິດ​ຕໍ່​ຜ່ານ​ໂທ​ລະ​ສັບອີກ.

ບໍ່​ຊ່ວຍ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ

ຂໍ້​ຕົກ​ລົງ Minsk 2 ໄດ້​ຮັບ​ຮູ້​​ເລື່ອງ​ຢຸ​ດ​ຕິ​ການ​ປະ​ທະ​ກັນ ແລະ ວາງ​ອອກ​​ຂັ້ນ​ຕອນ​ທີ່​ສັບ​ສົນ​ເພື່ອ​ຮັບ​ປະ​ກັນ​ໃຫ້​ສັນ​ຕິ​ພາບ. ເນື້ອ​ໃນ​ແທ້​ຈິງ​ຂອງ Minsk 2 ແມ່ນ​ຮ​ຽກ​ຮ້ອງ​ຄຳ​ສັ່ງ​ຢຸດ​ຍ​ິງ​ຢ່າງ​ຮອບ​ດ້ານ​ໂດຍ​ທັນ​ທີ ແລະ ​ເລື່ອງ​ຖອນ​ອາ​ວຸດ​ປະ​ເພດ​ໜັກ​ອອກ​ຈາກ​ສະ​ໜາມ​ຮົບ​ໂດຍ​ໄວ. ມັນ​ອະ​ນຸ​ຍາດ​ໃຫ້​ຢ​ູ​ແກຼນ ຄວບ​ຄຸມ​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ກັບ​ລັດ​ເຊຍ ດ້ວຍ​ເງື່ອນ​ໄຂ​ຢູ​ແກຼນ ຕ້ອງປ່ຽນ​ແປງນ​ະ​ໂຍ​ບາຍ​ເພື່ອມອບ​ກົນ​ໄກ​ພິ​ເສ​ດ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​​ຊົ່ວ​ຄາວ​ ຢູ່​ບັນ​ດາ​ເຂດ​ແຍກຕົວ​ອອກ​​ທີ່​ຕິດ​ກັບ​ປະ​ເທດ​ລັດ​ເຊຍ ກ່ອນ​ທ້າຍ​ປີ 2015. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ຄວາມ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ບໍ່​ມີ​ເງື່ອນ​ໄຂ​​ໃດ​​ທີ່​ຍົກ​ອອກ​ມາ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​​ເຖິງ​ຖອງ​ເທື່ອ. 2 ປີ​ຜ່ານ​ໄປ​ແລ້ວ, ​ແຕ່ບັນ​ດາ​ການ​ປະ​ທະ​ກັນ​ຍັງ​​ຄົງສືບ​ຕໍ່ເກີດ​ຂຶ້​ນ​ຢູ່. ​ຊ້ຳ​ບໍ່​ໜຳ, ອາດ​ເວົ້າ​ໄດ້​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວບໍ່​ມີ​ເວ​ລາ​ໃດ​ຊ່ວຍ​ຢຸດ​ຕິ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ບັນ​ດາ​ຄວາມ​​ລະ​ແວງ​ສົງ​ໄສ​ຢ່າງ​ເລິກ​ເຊິ່ງ ທີ່​ກີດ​ຂວາງວິ​ວັດ​ທະ​ນາ​ການ​ກ້າວ​ໄປ​ເຖິງ​ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເມືອງ​ໄດ້​ເທື່ອ. ມາ​ຮອດ​ປະ​ຈຸ​ບັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ຂຶ້ນ​ເຖິງ 10.000 ຄົນ. ໃນ​ຊຸມ​ເດືອນ​ທ້າຍ​ປີ 2016, ຕົ້ນ​ປີ 2017, ​ມີຫົວ​ໜ້າ​ຂັ້ນ​ສູງ​ຫຼາ​ຍ​ຄົນ​ທີ່ມີ​ຜົນ​ສະ​ທ້ອນ​ຢ່າງ​ແຮງ​ເຖິງ​ບັນ​ດາ​ເຂດ​ແຍກ​​ຖືກ​ເສຍ​ຊີ​ວິດ ແລະ ຖືກ​ກ່າວ​ຫາ​ວ່າ ຍ້ອນ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່ພິ​ເສດ​ຢູ​ແກຼນ ລອບ​ສັງ​ຫານ.​ຫວ່າງ​ແລ້ວນີ້, ເຂດ Svetlodarsk ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ເຮັ່ງ, ​ແລ້ວ​ປິນ​ຂັ້ນ​ໄດ​​ເປັນ​ການ​​ຮົບ​ຢູ່ Avdeevka ແຕ່​ວັນ​ທີ 29/01/2017, ​ເຮັດ​ໃຫ້​ຢູ​ແກຼນ ຕ້ອງ​ຈັດ​ກອງ​ປະ​ຊຸມ​ຜິດ​ປົກ​ກະ​ຕິ​ສະ​ພາຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ. ໃນ​ຂະ​ນະ​ນັ້ນ, ວັນ​ທີ 13/02, ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ສື​ບ​​ສວນ​ລັດ​ເຊຍ Svetlana Petrenko ພັດ​ກ່າວ​​ຫາກອງ​ທັບ ຢູ​ແກຼນ ລະ​ເມີດ​ຂໍ້​ຕົ​ກ​ລົງຢຸດ​ຍິງ Minsk ກໍ່​ຄື​ສົນ​ທິ​ສັນ​ຍາ Geneva ກ່ຽວ​ກັບ​ການ​ປົກ​ປ້ອງ​​ສາ​ມັນ​ຊົນ​ໃນ​ສົງ​ຄາມ ເມື່ອ​ດັບ​ສູນ​ສາ​ມັນ​ຊົນ ແລະ ທຳ​ລາຍ​ເຮືອນ​ຊານ​ຢູ່​ເຂດນີ້. ໃນ​​ຂະ​ນະ​ທີ່​ການ​ປະ​ທະ​ກັນ​ບໍ່​ທັນ​ຢຸ​ດ​ຕິ, ເຂດກວ້າງ​ໃຫ​ຍ່​ຢູ່​​ ​ຢູ​ແກຼນ ຕາ​ເວັນ​ອອກ, ເຊິ່ງ​ເຄີຍ​ແມ່ນ​ໃຈ​ກາງ​ຜະ​ລິດ​ຖ່ານ​ຫີນ ແລະ ​ເຫຼັກ​ກ້າ ຍັງ​ຄົງຖືກ​ 2 ປະ​ເທດ “ສາ​ທາ​ລະ​ນະ​ລັດ​ປະ​ຊ​າ​ຊົນ” ອ້າງ​ຊື່​ເອ​ງ Lugansk ແລະ Donetsk ຄວບ​ຄຸມ​. ນອກນັ້ນ, ບັນ​ດາ​ພາກ​ສ່ວນ​​ທວງ​ເອົາ​ເອ​ກະ​ລາດທີ່​ຍັງບໍ່​ທັນ​ຈັດ​ຕັ້ງ​ບັນ​ດາ​ກາ​ນ​ເລືອກ​ຕັ້ງ ​ໂດຍອົງ​ກ​ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມືເອີ​ລົບ (OSCE) ຕິດ​ຕາມກວດ​ກາ​ຈັກ​ເທື່ອ​, ແຕ່ຕາມ​ກົດ​ໝາຍ ຢູ​ແກຼນ, ​ເຊິ່ງ​ໄດ້​ລະ​ບຸ​ໄວ້ໃນ​ຂໍ້​ຕົກ​ລົງ​ນີ້. ​ພ​າກ​ສ່ວນນີ້​ພັດ​ໄດ​້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຕາມ​ວິ​ທີ​ສະ​ເພາະ​.

ໃນ​ສະ​ພາບ​ການນັ້ນ, ຈຸດ​ຕັ້ງ​ໜ້າ​ໜຶ່ງ​ດຽວ​ເມື່ອ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ສະ​ພາບ​​ຕົວ​ຈິງແຫ່​ງການ​ປະ​ຕິ​ບັດ​ຂ​ໍ້​ຕົກ​ລົງ Minsk 2 ນັ້ນ​ແມ່ນ ເຖິງວ່າ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່​ຢ​ູ​ແກຼນ ຕາ​ເວັນ​ອອກ ຍັງ​ບໍ່​ທັນ​​ຢຸດ​ຕິ​​ລົງກໍ​່ຕ​າມ, ​ແຕ່​ໃນ​ຈຸດ​ເວ​ລາ​ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈ​ຸ​ບັນ​ກໍ່​ບໍ່​ໄດ​້​ເກີດ​ການ​ປະ​ທະ​ກັນ​​ໃນ​ບໍ​ລິ​ເວນ​ທີ່ກວ້າງ​ຂວາງ​ຢູ່.

ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​​ທູດ

        ເລື່ອງ​ລະ​ບອບ​ຢຸດ​ຍ​ິງ​ຖືກ​ລະ​ເມີດ​ເປັນ​ປະ​ຈຳ ແລະ ການ​ປະ​ທະ​ກັນ​​ດ້ວຍ​ກຳ​ລັງປະ​ກອບ​ອາ​ວຸດບໍ່​ໄດ້​ຮັບ​ການ​ແກ​້​ໄຂ ເຮັດ​ໃຫ້​ຫຼາຍ​ຄົນ​ຖື​ວ່າ, ຂໍ້​ຕົ​ກ​ລົງ​ນີ້​ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ແປງ. ຕ​າມ​ນັກ​ຊ່ຽວ​ຊານ​ຄົ້ນ​ຄວ້າ​ສະ​ພາບ​ການ​ສາ​ກົນ Andrei Buzarov (ຢູ​ແກຼນ) ແລ້ວ, ໜ້າ​ທີ່​ຕົ້ນ​ຕໍຂອງ​ຂໍ້​ຕົກ​ລົງ Minsk 2 ແມ່ນ​ແກ້​ໄຂ, ຫາກບໍ່​ແມ່ນ​ຢຸ​ດ​ຕິ​ການ​ປະ​ທະ​ກັນ. ສະ​ນັ້ນ, ວິ​ທີ​ການ​ເຈ​ລະ​ຈາ​ຕ​້ອງ​ໄດ້​ຮັບ​ການ​ປ່ຽນ​ແປງ, ເຖິງວ່າ​ບັນ​ດາ​ຝ່າຍ​ຍັງ​ບໍ່​ທັນ​ກະ​ກຽ​ມ​ໃຫ້​ສິ່ງນັ້ນ. ເລື່ອງນີ້​​ສາ​ມາດ​ປະ​ຕິ​ບັດ​ໄດ້​ດ້ວຍ​ວິ​ທີ​ເປີດກວ້າງ​ພາກ​ສ່ວນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ, ໝາຍ​ຄວາມ​ວ່າ ເພີ່ມ​ເຕີ່ມ​ບັນ​ດາ​ຄ​ູ່​ຮ່ວມ​ມື​ຍຸ​ດທະ​ສາດ​ສຳ​ຄັນ ຫຼື ກົງ​ກັນ​ຂ້າມ, ຫຼຸດ​ຜ່ອນ​ຈຳ​ນວນ​ຝ່າຍ​ເຂົ້າ​ຮ່ວມ, ພຽງ​ເຫຼືອ​ຢູ​ແກ​ຼນ ແລະ ​ລັດ​ເຊ​ຍ ເທົ່າ​ນັ້ນ. ແລະ 2 ຝ່າຍ​ຕ້ອງ​ຊອກ​ຫາ​​ທັດ​ສະ​ນະ​ລວມ​​ໂດຍ​ກົງ ຫາກບໍ່​ຕ້ອງ​ການ​ມີ​ການ​ໜູນ​ຊ່ວຍ​ຂອງ​ຄົນ​ກາງ​ໄກ່​ເກ່ຍ.

        ໃນ​ຂະ​ນະ​ນັ້ນ, ໃນ​ການ​ໂອ້​ລົມ​ທ​າງ​ໂທ​ລະ​ສັບ ວັນ​ທີ 07/02, ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ກໍ​ຮຽກ​ຮ້ອງ​ຟື້ນ​ຟູ​ຄຳ​ສັ່ງ​ຢຸດ​ຍິງ​, ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ຢູ​ແກ​ຼນ ຕາ​ເວັນ​ອອກ ໂດຍ​ທັນ​ທີ. ການ​ນຳ 2 ທ່ານ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາຍ​າມ​ທາງ​ການ​ທູດ ເພື່ອ​ແນ​ໃສ່​ສົ​ມ​ທົບ​ກັນ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດ​ຍ​ສັ​ນ​ຕິ​ພາບ. ພິ​ເສດ, 2 ຝ່າຍ​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ການ​ພົບ​ປະ​​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ຂັ້ນ​ຜູ້​ຊ່ວຍ​ວຽກ​ປະ​ມຸກ​ລັດ ຕາມ​​ລະ​ບຽບ​ການກຸ່ມ 4 ຝ່າຍ Normandy (ເຊິ່ງ​ລວມ​ມີ ລັດ​ເຊຍ, ເຢຍ​ລະ​ມັນ, ຝ​ລັ່ງ, ຢູ​ແກຼນ) ຫຼັງ​ຈາກນັ້ນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ຢູ່​ຂັ້ນ​ສູງກວ່າ. ທ່ານ Putin ແລະ ທ່ານ​ນາງ Merkel ກໍ​ເຫັນ​ດີ​​ຕໍ່ເລື່ອງ​ຟື້ນ​ຟູ​ກົນ​ໄກ​ຢຸ​ດ​ຍິງ​ຢູ່​ ຢ​ູ​ແກຼນ ໂດຍ​ໄວ, ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງຄະ​ນະ​​ຕິດ​ຕາມກວດ​ກາ​ພິ​ເສດ​ຂອງ OSCE.

        ຂໍ້​ຕົກ​ລົງ Minsk 2 ຍັງ​ບໍ່​ທັນ​ເສີມ​ຂະ​ຫຍາຍ​ຜົນ​ປະ​ໂຫຍດ​ຢ່າງ​ແທ​້​ຈິງ ພາຍ​ຫຼັງ 2 ປິີທີ່​ໄດ້​ຮັບ​ການ​ລົງ​ນາມ. ນີ້​ແມ່ນ​ສິ່ງ​ທີ່​ໜ້າ​ເສຍ​ດາຍ​ສຳ​ລັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ. ສິ່ງນັ້ນ​ສະ​ແດງໃຫ້​ເຫັນ​ວ່າ, ເຖິງ​ເວ​ລາ​ແລ້ວ​ທີ່ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ນັ່ງ​ນຳ​ກັນ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ເໝາະ​ສົມ​ໃນ​ເລື່ອງ​ຢຸ​ດ​ຕິ​ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ