ລັກສະນະຍຸກສະໄຫມຂອງແນວຄິດໂຮ່ຈິມີນ ກ່ຽວກັບແຮງງານ ແລະ ຮັບປະກັນຊີວິດສັງຄົມ

(VOVWORLD) -ປີນີ້ ຫວຽດນາມ ສະເຫລີມສະຫລອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈິມີນ. ໃນບົດພິໄນກຳ, ເພີ່ນ ໄດ້ເນັ້ນຫນັກຢ່າງແຮງວ່າ ພັກ ຕ້ອງມີແຜນນະໂຍບາຍ, ນະໂຍບາຍ, ແຜນການໃຫ້ດີ ເພື່ອດູແລຊີວິດການເປັນຢູ່ຂອງປະຊາຊົນ. ແນວຄິດນີ້ ເພີ່ນໄດ້ສະແດງໃຫ້ເຫັນນັບແຕ່ຊຸມມື້ທຳອິດເຂົ້າຮ່ວມການປະຕິວັດ ແລະ ແມ່ນພື້ນຖານໃຫ້ແກ່ບັນດານະໂຍບາຍກ່ຽວກັບແຮງງງານ ແລະ  ຮັບປະກັນຊີວິດສັງຄົມ ຂອງລັດຖະບານ ຫວຽດນາມ ຜ່ານແຕ່ລະໄລຍະ. ປະຈຸບັນ ແນວຄິດ ໂຮ່ຈິມີນ ກ່ຽວກັບແຮງງງານ ແລະ ຮັບປະກັນຊີວິດສັງຄົມ ສືບຕໍ່ໄດ້ສືບທອດ ແລະ ເສີມຂະຫຍາຍ ຍ້ອນແນວຄິດນັ້ນ ຍັງຄົງມີລັກສະນະຍຸກສະໄຫມຢ່າງເລິກເຊິ່ງ.

ລັກສະນະຍຸກສະໄຫມຂອງແນວຄິດໂຮ່ຈິມີນ ກ່ຽວກັບແຮງງານ ແລະ ຮັບປະກັນຊີວິດສັງຄົມ - ảnh 1 ພາບປະກອບ

ແນວຄິດໂຮ່ຈິມີນ ກ່ຽວກັບແຮງງງານ ແລະ ຮັບປະກັນຊີວິດສັງຄົມ ແມ່ນມີລັກສະນະວັດທະນະທຳມະນຸດ ແລະ ມະນຸດສະທຳ, ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ຍາກທີ່ມີລັດຖະບານໃດ ທີ່ມີການເອົາໃຈໃສ່ເຖິງຜົນປະໂຫຍດຂອງພົນລະເມືອງ, ປະຊາຊົນຊາວຜູ້ອອກແຮງງານໂດຍໄວ ແລະ ສະເຫມີຕົ້ນສະຫມີປາຍ  ຄືດັ່ງລັດຖະບານ ຂອງປະທານໂຮ່ຈິມີນ.

ລັກສະນະຍຸກສະໄຫມ

ນັບແຕ່ປີ 1919, ໃນຈົດໝາຍຂອງປະຊາຊົນ ອານນາມ ສົ່ງເຖິງ ກອງປະຊຸມສັນຕິພາບ ປາຣີ, ຜູ້ນຳ ຫງວຽນອາຍກວັກ ໄດ້ຮຽກຮ້ອງສິດຕັດສິນດ້ວຍຕົນເອງໃຫ້ແກ່ປະຊາຊົນຫວຽດນາມ, ໃນນັ້ນ ມີສິດ “ໄດ້ຈັດການປະຊຸມ ແລະ ສິດໄດ້ຮ່ຳຮຽນ, ສ້າງຕັ້ງບັນດາໂຮງຮຽນເຕັກນິກ ແລະ ອາຊີວະສຶກສາ”.

ອົງການຫວຽດມີງ ໄດ້ຈັດກອງປະຊຸມຜູ້ແທນທົ່ວປະເທດ  ຂຶ້ນຢູ່ ເຕີນຈ່າວ ແຂວງ ຕວຽນກວາງ  ໃນເດືອນສິງຫາປີ 1945 ພ້ອມກັບເລື່ອງເຫັນດີແຜນນະໂຍບາຍລຸກຮຶ້ຂຶ້ນໃນທົ່ວປະເທດຂອງພັກກອມມູນິດອິນດູຈີນ ແລະ ອົງການຫວຽດມີງ ໄດ້ຮັບຮອງເອົາຫລາຍນະໂຍບາຍຫລັກແຫລ່ງ, ໃນນັ້ນ ມີນະໂຍບາຍວຽກເຮັດ ເວລາ 8 ຊົ່ວໂມງຕໍ່ມື້, ກຳນົດເງິນເດືອນພື້ນຖານ, ວາງອອກລະບອບປະກັນສັງຄົມ.

ພາຍຫລັງການປະຕິວັດເດືອນສິງຫາ ສຳເລັດຜົນ, ໃນວາລະປະຊຸມຂອງສະພາລັດຖະບານ ເມື່ອວັນທີ 3 ກັນຍາປີ 1945, ລັດຖະບານ ໄດ້ຮັບຮອງເອົານະໂຍບາຍສິນເຊື່ອຈຸລະພາກໃຫ້ແກ່ຊາວກະສິກອນ, ຕ້ານໄພກືກຫນັງສື ແລະ ຫນູນຊ່ວຍ ປະຊາຊົນ. ລັດຖະບານ ໂດຍທ່ານປະທານໂຮ່ຈິມີນ ນຳຫນ້າ ສືບຕໍ່ວາງອອກພື້ນຖານໃຫ້ແກ່ບັນດານະໂຍບາຍແຮງງານ ແລະ ສັງຄົມ ເມື່ອປະກາດໃຊ້ລັດຖະດຳລັດເລກທີ 29 ປີ 1947 ໂດຍກຳນົດກ່ຽວກັບການພົວພັນ ກົດໝາຍວ່າດ້ວຍການແຮງງານຮັບຈ້າງລະຫວ່າງ ເຈົ້າຂອງ ແລະ ຜູ້ຮັບຈ້າງ. ລັດຖະດຳລັດສະບັບນັ້ນ ມີບັນດາມາດຕາກ້າວຫນ້າກ່ຽວກັບການປົກປ້ອງແຮງງານເດັກ, ການສອນວິຊາຊີບ, ເງິນເດືອນພື້ນຖານ, ກວດກາແຮງງານ.. ລັດຖະດຳລັດສະບັບນັ້ນໄດ້ວາງພື້ນຖານໃຫ້ແກ່ບັນດາຫລັກການພື້ນຖານໃນປະມວນກົດໝາຍແຮງງານປະຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາວ່າ:

“ມໍລະດົກແນວຄິດຂອງປະທານໂຮ່ຈິມີນ ແມ່ນມີຄວາມອຸດົມສົມບູນຢ່າງເລິກເຊິ່ງ ແລະ ຮອບດ້ານ. ບັນດາເນື້ອໃນໃນນະໂຍບາຍແຮງງານ ແລະ ຮັບປະກັນຊີວິດສັງຄົມ ຂອງເພີ່ນ ມາຮອດປະຈຸບັນຍັງຄົງມີຄຸນຄ່າເດີມດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ສະແດງໃຫ້ເຫັນບັນດາຈຸດພື້ນຖານຄື: ຮັບປະກັນສິດເສລີພາບ, ສິດເປັນເຈົ້າຂອງປະຊາຊົນ, ວຽກເຮັດງານທຳ, ການສອນວິຊາຊີບ ແລະຍົກສູງລະດັບຄວາມຮູ້ໃຫ້ແກ່ຜູ້ອອກແຮງງານ, ເງິນເດືອນ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ຜູ້ອອກແຮງງານ… ບັນດາເນື້ອໃນນີ້ ກໍ່ແມ່ນບັນດາມາດຕະຖານແຮງງານສາກົນປະຈຸບັນ”

ພິເສດ ລັດຖະດຳລັດເລກທີ 29 ປີ 1947 ຍັງມີແນວຄິດຂ້າມຍຸກສະໄຫມ ເມື່ອຮັບຮອງສິດຂອງຜູ້ອອກແຮງງານຢ່າງຄົບຖ້ວນ. ຊ້ຳບໍ່ຫນຳ ລັດຖະດຳລັດນີ້ ແມ່ນໄດ້ສ້າງຂຶ້ນກ່ອນທີ່ ອົງການແຮງງານ ສາກົນ (ILO) ປະກາດໃຊ້ບັນດາສົນທິສັນຍາກ່ຽວກັບສິດຈັດຕັ້ງ ແລະ ປຶກສາຫາລືລວມໝູ່ (ສົນທິສັນຍາເລກທີ 98 ປີ 1949) ແລະ ສົນທິສັນຍາກ່ຽວກັບສິດເສລີໃນການສ້າງຕັ້ງສະມາຄົມ ແລະ ປົກປ້ອງສິດສ້າງຕັ້ງສະມາຄົມ (ສົນທິສັນຍາເລກທີ 87 ປີ 1948). ປະຈຸບັນ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສົນທິສັນຍາເລກທີ 98 (ເດືອນ ມິຖຸນາປີ 2019) ແລະ ຄາດຄະເນຮັບຮອງເອົາສົນທິສັນຍາເລກທີ 87 ປີ 2023. ຜູ້ອຳນວຍການອົງການແຮງງານສາກົນປະຈຳ ຫວຽດນາມ ທ່ານ Chang Hee Lee ຖືວ່າ:

“ສົນທິສັນຍາ 2 ສະບັບນີ້ ມີຈຸດຄ້າຍຄືກັນກັບບັນດາແນວຄິດຂອງປະທານໂຮ່ຈິມີນ ເມື່ອປີ 1919 ກໍ່ຄືໃນກົດໝາຍ ແລະ ຂໍ້ກຳນົດຊື່ງເພິ່ນໄດ້ສ້າງຂຶ້ນເມື່ອປີ 1947 ແລະ ພາຍຫລັງຍາດເອົາເອກະລາດມາໃຫ້ປະເທດຊາດ. ປະຈຸບັນ ແນວຄິດນີ້ ກໍ່ເໝາະສົມກັບມະຕິເລກທີ 27 ປີ 2018 ກ່ຽວກັບນະໂຍບາຍເງິນເດືອນ”

ເສີມຂະຫຍາຍແນວຄິດຂອງປະທານໂຮ່ຈິມີນ ກ່ຽວກັບແຮງງານ ແລະ ຮັບປະກັນຊີວິດສັງຄົມ

ສືບທອດ ແລະ ເສີມຂະຫຍາຍແນວຄິດຂອງປະທານໂຮ່ຈິມີນ ກ່ຽວກັບແຮງງານ ແລະ ຮັບປະກັນຊີວິດສັງຄົມ ພ້ອມກັບການຊຸກຍູ້ການພັດທະນາເສດຖະກິດ ໃນຫລາຍທົດສະຫວັດຜ່ານມາ, ຫວຽດນາມ ໄດ້ວາງອອກບັນດາທິດທາງ, ຫນ້າທີ່ ກ່ຽວກັບການແກ້ໄຂວຽກເຮັດງານທຳ, ແຮງງານ, ແລະ ລາຍຮັບໃຫ້ຜູ້ອອກແຮງງານເປັນຢ່າງດີ, ປະຕິບັດມາດຖານຫລຸດຜ່ອນຄວາມທຸກຍາກເປັນຢ່າງດີ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ.

ໃນທ່າອ່ຽງທີ່ ຫວຽດນາມ ເຊື່ອມໂຍງເລິກເຂົ້າກັບເສດຖະກິດສາກົນ, ແນວຄິດຂອງປະທານໂຮ່ຈີມິນກ່ຽວກັບການອອກແຮງງານ ແລະ ປະກັນຊີວິດສັງຄົມຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເໝາະສົມກັບຫຼັກການພັດທະນາແບບກວມລວມ, ຍືນຍົງ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ:

        ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຮັບປະກັນວຽກເຮັດງານທຳທີ່ສົມເຫດສົມຜົນ, ຍືນຍົງ ຍາມໃດລັດຖະບານ ຫວຽດນາມກໍ່ຖືວ່າແມ່ນປະຖົມປັດໄຈສຳຄັນໃນການກໍ່ສ້າງ, ປັບປຸງລະບອບລະບຽບການເສດຖະກິດການຕະຫຼາດການກຳນົດທິດສັງຄົມນິຍົມ, ພ້ອມທັງຍາດແຍ່ງເອົາທ່າແຮງຂອງໄລຍະທີ່ມີຈຳນວນພົນລະເມືອງໜຸ່ມເພື່ອຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ ແລະ ຖືເອົາມະນຸດເປັນໃຈກາງ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.

        ເລື່ອງຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມໃຫ້ນັບມື້ນັບດີຂຶ້ນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນວິວັດການພັດທະນາໄວ ແລະ ຍືນຍົງ. ເລື່ອງລັດຖະບານ ຫວຽດນາມຍາມໃດກໍ່ບຸລິມະສິດການປັບປຸງນະໂຍບາຍປະກັນຊີວິດສັງຄົມ, ສ້າງເງື່ອນໄຂວຽກເຮັດງານທຳທີ່ດີກ່ວາໃຫ້ແກ່ຜູ້ອອກແຮງງານແມ່ນການສືບທອດແນວຄິດໂຮ່ຈີມິນກ່ຽວກັບແຮງງານ ແລະ ຮັບປະກັນຊີວິດສັງຄົມພ້ອມທັງຊີ້ໃຫ້ເຫັນວ່າແນວຄິດມະນຸດສະທຳຂອງເພິ່ນຍັງຄົງມີຄຸນຄ່າຍຸກສະໄໝຢ່າງເລິກເຊິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ