ລັກສະນະປະຊາທິປະໄຕ ແລະ ສ້າງສັນໃນການເຄື່ອນໄຫວຊັກຖາມ

(VOVWORLD) - ບໍ່ພຽງແຕ່ບັນດາລັດຖະມົນຕີ, ຫົວໜ້າຂອງ 4 ຂະແໜງດັ່ງກ່າວຕອບຄຳຊັກຖາມເທົ່ານັ້ນ ຫາກບັນດາຮອງນາຍົກລັດຖະມົນຕີ, ພ້ອມກັບລັດຖະມົນຕີ 5 ທ່ານກໍ່ໄດ້ເຂົ້າຮ່ວມອະພິປາຍເຮັດແຈ້ງຫຼາຍບັນຫາອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນນ້ຳໃຈຄວາມຮັບຜິດຊອບ, ເຄົາລົບສ້າງສັນ, ມີປະຊາທິປະໄຕ, ກົງໄປກົງມາໄດ້ສະແດງອອກນັບມື້ນັບຫຼາຍໃນການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ.

ວາລະຊັກຖາມ, ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວຕິດຕາມກວດກາທີ່ສຳຄັນ, ຟົດຟື້ນທີ່ສຸດຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ໄດ້ອັດລົງໃນຕອນບ່າຍວັນທີ 9 ມິຖຸນາ ພາຍຫຼັງດຳເນີນມາເປັນເວລາ 2 ມື້ເຄິ່ງ. ບັນດາບັນຫາດ້ານເສດຖະກິດ, ສັງຄົມທີ່ໄດ້ຮັບຄວາມເອົາໃຈໃສ່ຫຼາຍທີ່ສຸດຈາກຫາງສຽງ ແລະ ຜູ້ມີສິດເລືອກຕັ້ງລ້ວນແຕ່ໄດ້ສະແດງອອກຢ່າງຈະແຈ້ງໃນ 4 ໝວດບັນຫາເພື່ອດຳເນີນການຊັກຖາມທີ່ກອງປະຊຸມຄັ້ງນີ້, ນັບແຕ່ຂົງເຂດກະສິກຳ, ຊົນນະບົດ, ການເງິນ, ທະນາຄານຕະຫຼອດຮອດການຄົມມະນາຄົມຂົນສົ່ງ. ບໍ່ພຽງແຕ່ບັນດາລັດຖະມົນຕີ, ຫົວໜ້າຂອງ 4 ຂະແໜງດັ່ງກ່າວຕອບຄຳຊັກຖາມເທົ່ານັ້ນ ຫາກບັນດາຮອງນາຍົກລັດຖະມົນຕີ, ພ້ອມກັບລັດຖະມົນຕີ 5 ທ່ານກໍ່ໄດ້ເຂົ້າຮ່ວມອະພິປາຍເຮັດແຈ້ງຫຼາຍບັນຫາອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນນ້ຳໃຈຄວາມຮັບຜິດຊອບ, ເຄົາລົບສ້າງສັນ, ມີປະຊາທິປະໄຕ, ກົງໄປກົງມາໄດ້ສະແດງອອກນັບມື້ນັບຫຼາຍໃນການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ.

ລັກສະນະປະຊາທິປະໄຕ ແລະ ສ້າງສັນໃນການເຄື່ອນໄຫວຊັກຖາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນຜູ້ບໍລິຫານວາລະຊັກຖາມ
(ພາບ: quochoi.vn)

        ພ້ອມກັບລັດຖະມົນຕີ 3 ທ່ານ ແລະ ຜູ້ວ່າການທະນາຄານແຫ່ງລັດຮັບຜິດຊອບຕອບຄຳຖາມຕົ້ນຕໍ່, ບັນດາຮອງນາຍົກລັດຖະມົນຕີຄືທ່ານ ເລມິນຄາຍ, ທ່ານ ເລວັນແທັ່ງ ແລະ ລັດຖະມົນຕີກະຊວງ: ອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງກໍ່ສ້າງ ໄດ້ເຂົ້າຮ່ວມຕອບຄຳຖາມ, ອະພິປາຍເຮັດແຈ້ງຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງໝວດບັນຫາຊັກຖາມ. ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຕາງໜ້າໃຫ້ລັດຖະບານຂຶ້ນລາຍງານ, ເຮັດແຈ້ງບັນດາບັນຫາຂຶ້ນກັບຄວາມຮັບຜິດຊອບລວມຂອງລັດຖະບານຕື່ມອີກ ແລະ ຕອບຄຳຊັກຖາມໂດຍກົງຂອງບັນດາສະມາຊິກສະພາແຫ່ງຊາດ.

ເຕັມໄປດ້ວຍລັກສະນະປະຊາທິປະໄຕ ແລະ ສ້າງສັນ

        ພ້ອມກັບການປ່ຽນໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ການເຄື່ອນໄຫວຊັກຖາມໃນຫຼາຍອາຍຸການມໍ່ໆມານີ້ມີການປ່ຽນໃໝ່ຢ່າງແທ້ຈິງ. ຫຼາຍວາລະຊັກຖາມໄດ້ສ້າງຄວາມປະທັບໃຈຢ່າງຈະແຈ້ງຍ້ອນມີການໂຕ້ວາທີຢ່າງກົງໄປກົງມາ, ເຂົ້າປະເດັນຂອງບັນດາສະມາຊິກສະພາແຫ່ງຊາດ. ທີ່ກອງປະຊຸມຄັ້ງນີ້, ມີສະມາຊິກສະພາແຫ່ງຊາດໄດ້ລົງທະບຽນຊັກຖາມ 266 ເທື່ອຄົນ, 131 ເທື່ອຄົນໄດ້ປະຕິບັດສິດຊັກຖາມ, ໃນນັ້ນມີ ສສຊ 34 ທ່ານໄດ້ຕັ້ງຄຳຖາມກັບຮອງນາຍົກລັດຖະມົນຕີ, 28 ເທື່ອຄົນໄດ້ດຳເນີນການໂຕ້ວາທີເພື່ອເຮັດແຈ້ງບັນຫາທີ່ສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. ຜ່ານວາລະຊັກຖາມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຍົກອອກຄຳຖາມສ່ອງແສງຕິດແທດກັບພຶດຕິກຳຕົວຈິງຂອງການດຳລົງຊີວິດສັງຄົມ ແລະ ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ມີການສົນທະນາ, ໂຕ້ວາທີທີ່ກົງໄປກົງມາມີລັກສະນະສ້າງສັນ, ນຳໃຊ້ເວລາເພື່ອຊັກຖາມ ແລະ ເຮັດແຈ້ງບັນຫາຢ່າງມີປະສິດທິຜົນທີ່ສຸດ.

ລັກສະນະປະຊາທິປະໄຕ ແລະ ສ້າງສັນໃນການເຄື່ອນໄຫວຊັກຖາມ - ảnh 2ວາລະຊັກຖາມຂອງກອງປະຊຸມຄັ້ງນີ້ສຸມໃສ່ 4 ໝວດບັນຫາ
(ພາບ: quochoi.vn)

        ສ່ວນສຳລັບບັນດາລັດຖະມົນຕີ, ເຖິງວ່າຍັງດຳລົງຕຳແໜ່ງໃນອາຍຸການໄດ້ແຕ່ 1 ປີເທົ່ານັ້ນກໍ່ຕາມແຕ່ບັນດາສະມາຊິກລັດຖະບານສາມາດກຳແໜ້ນບັນດາຂໍ້ຄົງຄ້າງຂອງຂະແໜງຢ່າງທັນການ ແລະ ຕອບຄຳຖາມຢ່າງກົງໄປກົງມາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາວ່າ:

        “ເຖິງວ່າໄດ້ຕອບຄຳຊັກຖາມເປັນຄັ້ງທຳອິດກໍ່ຕາມ, ຄືທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານ, ທ່ານນາງຜູ້ວ່າການທະນາຄານແຫ່ງລັດ ຫງວຽນທິຮົ່ງ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ຫຼື ວ່າຜູ້ມີປະສົບການຫຼາຍໃນການຕອບຄຳຊັກຖາມຄືທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນເຖ ກໍ່ລ້ວນແຕ່ສະແດງອອກໃຫ້ເຫັນຄຸນນະທາດ, ກຳແໜ້ນສະພາບການຕົວຈິງຂອງຂະແໜງ, ຂົງເຂດທີ່ຕົນເອງຮັບຜິດຊອບ, ກົງໄປກົງມາ, ບໍ່ຫຼີກລ້ຽງບັນຫາຍາກ, ສັບສົນ, ໃນນັ້ນມີຫຼາຍບັນຫາທີ່ຄົງຄ້າງໃນກອງປະຊຸມສະໄໝສາມັນຫຼາຍສະໄໝ ກໍ່ໄດ້ຮັບຄຳຕອບຄົບຖ້ວນພໍສົມຄວນ.”

ການຜັນແປໃນວາລະຊັກຖາມຄັ້ງນີ້ໄດ້ສະແດງໃຫ້ເຫັນການຄັດເລືອກໝວດບັນຫາເພື່ອຊັກຖາມ ແລະ ຕອບຄຳຊັກຖາມແມ່ນຖືກຕ້ອງ ແລະ ເຂົ້າປະເດັນມີຫຼາຍບັນຫາໄດ້ແກ່ຍາວເປັນເວລາຫຼາຍປີແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຄົບຖ້ວນ ແລະ ມີພະຍານຫຼັກຖານ, ກໍ່ມີຫຼາຍບັນຫາໃໝ່ເກີດຂຶ້ນ, ຍ້ອນເຫດນັ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ບັນດາສະມາຊິກສະແຫ່ງຊາດ. ທ່ານ ຈິ້ງຊວັນອານ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ຖືວ່າ:

        “ການຊັກຖາມໃນຄັ້ງນີ້ບໍ່ພຽງແຕ່ເພື່ອໃຫ້ພວກເຮົາຕີລາຄາ, ສຳຫຼວດກວດຄືນໜ້າທີ່ຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນການເຈາະຈີ້ມ, ການແບ່ງປັນ, ອາດເວົ້າໄດ້ວ່າແມ່ນການປະກອບແນວຄວາມຄິດຂອງສະມາຊິກສະພາແຫ່ງຊາດ ຕໍ່ຈຳນວນວຽກງານໃນໄລຍະຈະມາເຖິງອີກດ້ວຍ. ການຕອບຄຳຊັກຖາມເຮັດໃຫ້ບັນດາສະມາຊິກມີຄວາມອຸ່ນອ່ຽນໃຈສ່ວນໃດສ່ວນໜຶ່ງຕໍ່ແຜນການທີ່ໄດ້ວາງອອກ”.

ສຽງດັງກ້ອງກັງວານ

        ເພື່ອຕິດຕາມການດຳເນີນວາລະຊັກຖາມ 2 ມື້ເຄິ່ງ, ອາດເຫັນໄດ້ວ່າ, ທັງ 4 ຂົງເຂດທີ່ສະມາຊິກສະພາແຫ່ງຊາດລ້ວນແຕ່ໄດ້ຊັກຖາມຢ່າງກົງໄປກົງມາ, ຊື່ຕົງ, ມີການແລກປ່ຽນເຊິ່ງກັນແລະ ກັນ. ຜ່ານການຊັກຖາມ ແລະ ຕອບຄຳຊັກຖາມລະຫວ່າງບັນດາສະມາຊິກສະພາແຫ່ງຊາດ ແລະ ລັດຖະມົນຕີ, “ຫົວໜ້າ” ຂະແໜງ, ປະຊາຊົນສາມາດຕິດຕາມກວດກາ, ຕີລາຄາກຳລັງຄວາມສາມາດຂອງບັນດາລັດຖະມົນຕີ, ພ້ອມທັງຕີລາຄາທັງສະມາຊິກສະພາແຫ່ງຊາດຕໍ່ບັນດາບັນຫາເຊິ່ງປະຊາຊົນມີຄວາມສົນໃຈ.

        ໃນບົດກ່າວປາໄສສິ້ນສຸດວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຮ້ວ ຢືນຢັນວ່າ, ໝາກຜົນຂອງວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ສະແດງໃຫ້ເຫັນຄວາມນັບຖື, ສ້າງສັນ, ເຂັ້ມງວດ, ມີຄວາມຮັບຜິດຊອບສູງຂອງໝູ່ຄະນະລັດຖະບານ, ຂອງນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີ, ຫົວໜ້າຂະແໜງການໃນການຕອບຄຳຊັກຖາມ. ໂດຍອີງໃສ່ໝາກຜົນວາລະຊັກຖາມ, ສະພາແຫ່ງຊາດຈະອອກມະຕິໃນຕອນທ້າຍກອງປະຊຸມ ເພື່ອເປັນພື້ນຖານຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ຕາມຂໍ້ກຳນົດ. ຜ່ານນັ້ນ, ປະກອບສ່ວນຊ່ວຍສະພາແຫ່ງຊາດດຳເນີນການຕິດຕາມກວດກາປະສິດທິຜົນທີ່ກອງປະຊຸມໃນທ້າຍປີຂອງປີຕໍ່ໄປ ແລະ ປີກາງອາຍຸການ.

        ການຊັກຖາມກໍ່ເພື່ອເຫັນແຈ້ງສະພາບການຕົວຈິງ, ຊອກຫາມາດຕະການແກ້ໄຂ, ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບເພື່ອແກ້ໄຂ. ວາລະຊັກຖາມກໍ່ແມ່ນເພື່ອຊອກຫາສຽງເວົ້າເຫັນດີເຫັນພ້ອມ, ຊ່ວຍໃຫ້ວຽກງານຄຸ້ມຄອງ, ບໍລິຫານຂອງລັດຖະບານ ບັນລຸປະສິດທິຜົນກວ່າ. ພາຍຫຼັງເຮັດວຽກເປັນເວລາ 2 ມື້ເຄິ່ງນັ້ນ, ສາມາດເວົ້າໄດ້ວ່າ ພາກຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ມີສິດເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ