ລົງຄະແນນສຽງໄວ້ວາງໃຈ ແລະ ຄວາມຮັບຜິດຊອບຕໍ່ປະຊາຊົນ


(vovworld)- ຕອນ​ເຊົ້າ​ວັນ​ທີ15/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຈະ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບ​ບັນ​ດາ​ຕຳ​ແຫນ່ງ​ການ​ນຳຫລັກ​ແຫລ່ງ ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງຫລື​ໃຫ້​ສັດ​ຕະ​ຍາ​ບັນ. ນີ້​ແມ່ນຄັ້ງ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕາງ​ຫນ້າ​ໃຫ້​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ປະ​ຕິ​ບັດ​ຫນ້າ​ທີ່ນີ້. ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ແມ່ນ​ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ສຳ​ຄັນ, ສະ​ແດງ​ສິດ​ຕິດ​ຕາມກວດ​ກາ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວຽກ​ງານ​ບຸກ​ຄະ​ລາ​ກອນ ພ້ອມ​ທັງ​ຊ່ວຍ​ໃຫ້​ຜູ້​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສູ້​ຊົນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຂົງ​ເຂດ​ທີ່​ຕົນ​ເອງ​ຄຸ້ມ​ຄອງ.
ລົງຄະແນນສຽງໄວ້ວາງໃຈ ແລະ ຄວາມຮັບຜິດຊອບຕໍ່ປະຊາຊົນ - ảnh 1
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປ່ອນ​ບັດ​ໄວ້​ວາງ​ໃຈ
ພາບ​ປະ​ກອບ:tuoitre.com

        ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບ 50 ຕຳ​ແຫນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ, ເພີ່ມ​ຂຶ້ນ 3 ຄົນ​ເມື່ອ​ທຽບ​ໃສ່​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ກ່ອນນີ້, ນັ້ນ​ແມ່ນ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ຫົວ​ຫນ້າ​ອົງ​ການກວດ​ສອບ​ແຫ່ງ​ລັດ ແລະ ຫົວ​ຫນ້າ​ຄະ​ນະ​​ຄົ້​ນ​ຄ້​ວາ​ຄຳ​ຮ້ອງຂໍ​ຄວາມ​ເປັນ​ທຳ​ຂອງ​ສະ​ພາ​ແຫ່ງ​ຊາດ.

       ກະ​ກຽມ​ບັນ​ດາ​ຂັ້ນ​ຕອນ​​ໃຫ້​ແກ່​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຢ່າງ​ລະ​ອຽດ

        ເພື່ອ​ຖ​ອດ​ຖອນ​ບົດ​ຮຽນ​ຈາ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ກ່ອນນີ້, ຄະ​ນະ​ປ​ະ​ຕິ​ບັດ​ງານ ສ​ສ​ຊ ໄດ້​ສ້າງ​ຕັ້ງ​ຫນ່ວຍ​ຊ່ວຍ​ວຽກງານ​ກະ​ກຽມ​ເອ​ກະ​ສານ​ກ່ຽວ​ຂ້ອງ ເພື່ອ​ຮັບ​ໃຊ້​ໃຫ້​ແກ່ ສ​ສ​ຊ, ໃຫ້​ແກ່​ຄະ​ນະ​ນັບ​ບັດ ເພື່ອ​ຮັບ​ປະ​ກັນ​ວິ​ທະ​ຍາ​ສາດ, ລັດ​ສະ​ນະ​ຊັດ​ເຈນ.

        ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ກະ​ກຽມ​ເອ​ກະ​ສານ, ຄະ​ນະ​ປະ​ຕິ​ບັດ​ງານ​ສ​ສ​ຊ ໄດ້​ແນະ​ນຳ​ໂຄງ​ຮ່າງ​ຂອງ​ບົດ​ລາຍ​ງານ​ຢ່າງ​ຈະ​ແຈ້ງ, ໃນ​ນັ້ນ ເຕື້ອງ​ເຖິງ​ການ​ປະ​ຕິ​ບັດ​ ​ຫນ້າ​ທີ່ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ມອບ​ໝາຍ, ຝືກ​ຝົນ​ຫລໍ່​ຫລອມ​, ສຳ​ຫລວດກວດ​ຄືນ​ຜູ້​ຖືກ​ລົງ​ຄະ​ແນນ​ສຽງ. ທີ​ສອງ ແມ່ນ​ການ​ແຈ້ງ​ຊັບ​ສິນ. ພ້ອມ​ກັບ​ການ​ກະ​ກຽມ​ຂອງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ, ສ​ສ​ຊ ແຕ່​ລະ​ທ່ານ​ກໍ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄ້​ວາ ເພື່ອ​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ຕາງ​ຫນ້າ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ຫວໍ​ທິ​ຢູງ, ຮອງ​ຫົວ​ຫນ້າ​ຄະ​ນະ ສ​ສ​ຊ ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ສົ່ງ​ເອ​ກະ​ສານ​ເຖິງ​ບັນ​ດາ ສ​ສ​ຊ ກ່ອນ​ທີ່ດ​ຳ​ເນີນກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8. ເນື້ອ​ໃນ​ບົດ​ລາຍ​ງານຂອງ​ບັນ​ດາທ່ານ​ຖືກ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ກໍ​ໄດ້​ຮັບ​ການ​ກະ​ກຽມ​ລະ​ອຽດ. ນອກນັ້ນ, ບັນ​ດາ ສ​ສ​ຊ ກໍ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ແຫລ່ງ​ຂໍ້​ມູນຕ່າງ​ໆ​ເພື່ອ​ເກັບກຳ​ຂໍ້​ມູນ​ຂ່າວ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາ​ຕຳ​ແຫນ່ງ​ຖືກ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​.”

       ຄິດ​ໄລ່​ຊັ່ງ​ຊາ​ຮອບ​ດ້ານ​ເມື່ອ​​ຢັ້ງ​ຢືນ​ລະ​ດັບ​ໄວ້​ວາງ​ໃຈ

        ຈຸດ​ປະ​ສົງ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ແມ່ນ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ສຳ​ລັບ​ຜູ້​ດຳ​ລົງ​ຕຳ​ແຫນ່ງ ໂດຍ​ສະ​ພາ​ແຫ່ງ​ຊາດ ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ, ຊ່ວຍ​ເຂົາ​ເຈົ້າ​ເຫັນ​ໄດ້​ລະ​ດັບ​ໄວ້​ວາງ​ໃຈ​ເພື່ອ​ສູ້​ຊົນ, ຝືກ​ຝົນ​ຫລໍ່​ຫລອມ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ທຳ​ອິດ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ສ້າງ​ການ​ຫັນ​ປ່ຽນ​ແນ່ນອນ. ຕາມ​ທ່ານ ເຈືອງ​ມີງ​ຮ​ວ່າງ, ສ​ສ​ຊ ແຂວງ ກາ​ເມົາ, ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ກ່ອນນີ້, ​ລັດ​ຖະ​ມົນ​ຕີ, ​​ຫົວ​ຫນ້າ​ຂະ​ແຫນງ​ໄດ້​ຮັບ​ບັດ​ໄວ້​ວາງ​ໃຈ​ດ້ວຍ​ຈຳ​ນວນ​ຫນ້ອຍ ແຕ່​ໄລ​ຍະ​ຜ່ານ​ມາ, ໂດຍ​ມີ​ການ​ຊີ້​ນຳ​, ບ​ໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ, ຄວາມ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ, ​ຫົວ​ຫນ້າ​ຂະ​ແຫນງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ ສ​ສ​ຊ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ບຸ່ຍ​ທິ​ອານ, ສ​ສ​ຊ ນະ​ຄອນ ຮ່າ​ໂນ້ຍ ຕີ​ລາ​ຄາ​ວ່າ:

        “ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຕິດ​ຕາມກວດ​ກາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສຳ​ລັບ​ບັນ​ດາ​ພະ​ນັກ​ງານ​ການ​ນຳ​ທຸກ​ຂັ້ນ. ນີ້​ແມ່ນ​ຮູບ​ການ​ຕິດ​ຕາມກວດ​ກາ​​ທີ່ມີ​ຄຸນ​ປະ​ໂຫຍດ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຈາ​ກການ​ລົງ​ຄ​ະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ກ່ອນ ເຖິງວ່າ​ລະ​ດັບ​ແຕກ​ຕ່າງ​ກັນ ແຕ່​ບັນ​ດາ​ຜູ້​ຖືກ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ. ສິ່ງ​ດັ່ງ​ກ່າວ​ແມ່ນ​ດີ​ທີ່​ສຸດ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ລ້ວນ​ແຕ່​ປາດ​ຖະ​ຫນາ​ຢາກ​ບັນ​ດາ​ຜູ້​ຖືກ​ລົງ​ຄະ​ແນນ​ສຽງ​ແກ້​ໄຂ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ​ເພື່ອ​ໃຫ້​ຂະ​ແຫນງ​ຕົນ​ພັດ​ທະ​ນາ.”

        ຕາມ​ທ່ານ ຫງວຽນ​ງອກ​ເຟືອງ, ສ​ສ​ຊ ແຂວງ ກວາງ​ບີງ ແລ້ວ, ສິ່​ງ​ສະ​ດວກ​ໃນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ນີ້ ແມ່ນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ຕຳ​ແຫນ່ງ​ຫລັກ​ແຫລ່ງ ໄດ້​ມີ​ປະ​ສົບ​ການ​ຜ່ານ​ພຶດ​ຕິ​ກຳ​ຕົວ​ຈິງ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ວຽກ​ງານ​ຂອງ​ຕົນ​ເພື່ອ​ໃຫ້​ບັນ​ດາ ສ​ສ​ຊ ຕີ​ລາ​ຄາ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ວຽກ​ງານ​​ນິ​ຕິ​ບັນ​ຍັດ, ​ບໍ​ລິ​ຫານ, ຕຸ​ລາ​ການລ້ວນ​ແຕ່​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ. ສະ​ນັ້ນ ຫນ້າ​ທີ່​ວາງ​ອອກ​ໃຫ້​ແກ່ ສ​ສ​ຊ ແຕ່​ລະ​ທ່ານ ຕ້ອງ​ຄິດ​ໄລ່​ຊັ່ງ​ຊາ​​ຢ່າງຮອບ​ດ້ານ​ເມື່ອ​ຢັ້ງ​ຢືນ​ລະ​ດັບ​ຄວາມ​ໄວ້​ວາງ​ໃຈ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ເນັ້ນ​ຫນັກ​ວ່າ:

        “ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ຢູ່ ສະ​ພາ​ແຫ່ງ​ຊາດ​ເທົ່າ​ນັ້ນ ຫາກ​ຕາມ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ຈະ​ດຳ​ເນີນ​ຢູ່​ທຸກ​ຂັ້ນ, ຂະ​ແຫນງ​ການ. ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ລົງ​ຄະ​ແນນ​ສຽງ​ທີ່​ສະ​ພາ​ແຫ່ງ​ຊາດ ແມ່ນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ທຳ​ອິດ​ໃນ​ປີນີ້ ສະ​ນັ້ນ​​ຈຶ່ງ​ມີ​ຄວາ​ມສຳ​ຄັນ​ທີ່​ສຸດ. ນອກນັ້ນ, ບັນ​ດາ​ຕຳ​ແຫນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ແລະ ໃຫ້​ສັດ​ຕະ​ຍາ​ບັນ ແມ່ນ​ບັນ​ດາ​ຕຳ​ແຫນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ມີ​ຄວາມ​ເຊື່ອ​ໝັ້ນ. ສະ​ນັ້ນ ຮຽກ​ຮ້ອງ​​ຕ້ອງປະ​ຕິ​ບັດ​​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ພາ​ວະ​ວິ​ໄສ, ຊັດ​ເຈນ.”

        ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ເມື່ອ​ເດືອນ 6/2013 ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ນິ​ຕິ​ບັດ​ຍັດ, ສະ​ພາ​ແຫ່ງ​ຊາດ​ໄດ້​ດ​ຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຕໍ່ 47 ຕຳ​ແຫນ່ງ​ການ​ນຳ​ໃນ​ກົງ​ຈັກ​ລັດ ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ. ຕໍ່​ຫນ້າ ສ​ສ​ຊ ເກືອບ 500 ທ່ານ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ເວົ້າ​ວ່າ ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ໃສ່​ຫີບແມ່ນ​ເລື່ອງ​ງ່າຍ ແຕ່​ວຽກ​ງານນີ້​ພັດມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ. ໃນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ນີ້ ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ຫນາ​ວ່າ ດ້ວຍ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ ແລະ ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ສະ​ພາ​ແຫ່ງ​ຊາດ ຈະ​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຊົນ, ​ພັກ ແລະ ລັດ ດ້ວຍ​ບັນ​ດາ​ບັດ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ທີ່​ພາ​ວະ​ວິ​ໄສ, ຊັດ​ເຈນ.

ຕອບກັບ

ຂ່າວ/ບົດ​ອື່ນ