ລົງຄະແນນສຽງໄວ້ວາງໃຈປະຕິບັດສິດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ

(vovworld)- ວັນ​ທີ 10/6, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ດຳ​ເນີນ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 47 ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງຫລື​ໃຫ້​ສັດຕະຍາບັນ, ​ໃນ​ນັ້ນ ມີ​ປະທານ​ປະ​ເທດ, ຮອງ​ປະທານ​ປະ​ເທດ, ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ, ບັນດາ​ຮອງ​ນາຍົກລັດຖະມົນຕີ. ນີ້​ແມ່ນ​ການ​ດຳ​ເນີນ​ຊີວິດ​ດ້ານການ​ເມືອງ​​ທີ່ສຳຄັນ, ​ແມ່ນ​ບາດກ້າວ​ໃຫມ່​ໃນ​ການ​ເຄື່ອ​ນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ພ້ອມ​ທັງ​ຍົກ​ສູງສະຕິ​ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສ​ສ​ຊ) ແຕ່ລະ​ທ່ານ​ໃນ​ການ​ເລືອກ​ເຟັ້ນຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ມີ​ຄຸນສົມບັດ​ໃຫ້​ແກ່​ປະ​ເທດ​ຊາດ.

        ຈຸດປະສົງ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ແມ່ນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລື​ອກ​ເຟັ້ນ ຫລື​ໃຫ້​ສັດຕະຍາບັນ, ຊ່ວຍ​​​ໃຫ້ເຂົາ​ເຈົ້າ​ເຫັນ​​ໄດ້​ລະດັບ​ຄວາມໄວ້​ວາງ​ໃຈ​ເພື່ອ​ສູ້​ຊົນ, ຝືກຝົນ​ຫລໍ່​ຫລອມ, ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວວຽກ​ງານ​ຂອງ​ຕົນ. ຕາມ​ທ່ານ ດີງຊວນ​ຖາວ, ສສຊ ນະຄອນ​ຮ່າ​ໂນ້ຍ​ແລ້ວ,​ວຽກ​ງານ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ດ້ານ​ການ​ເມືອງ​ຂອງ​ປະ​ເທດຊາດ.

        “​ໃນ​ລັດຖະທຳ​ມະນູນ 1992 ​ແລະ ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ປີ 2003 ​ໄດ້​ກຳນົດ​ວ່າ: ສະພາ​ແຫ່ງ​ຊາດ​ມີ​ສິດ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​, ​ໃຫ້​ສັດຕະຍາບັນ ​ແຕ່​ຄວາມ​ຈິງ​ບໍ່​ທັນ​​ປະຕິບັດ​​​ໄດ້. ຄັ້ງ​ນີ້ ບົນ​ພື້ນ​ຖານ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ ປັບປຸງ​ພັກ ມີ​ຮູບ​ການ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ. ບົນ​ພື້ນຖານ​ມະຕິ​ເລກທີ 35 ຂອງ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​​ເທີ່​ອທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຮຽກຮ້ອງ ສສຊ ​ແຕ່ລະທ່ານຕ້ອງ​ສະ​ແດງ​ບົດບາດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ສູງ​ສຸດ​ຕໍ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ພີ​ຈາລະ​ນາ​ຢ່າງ​ພາວະ​ວິ​ໄສ ​ແນ​ໃສ່​ຕີ​ລາຄາ​ພະນັກງານ, ​ເພື່ອ​ໃຫ້​ເຂົາ​ເຈົ້າເສີມ​ຂະ​ຫ​ຍາຍດ້ານ​ດີ​, ​ແລະ ແກ້ໄຂ​ດ້ານ​ອ່ອນ​”.

        ການ​ລົງ​ຄະ​ແນ​ນສຽງ​ໄວ້​ວາງ​ໃຈ​​ແມ່ນ​ວຽກ​ງານທີ່​ສະພາ​ແຫ່ງ​ຊາດ​ປະຕິບັດ​ເປັນ​ຄັ້ງ​ທຳ​ອິດ ສະ​ນັ້ນ​ໄດ້​ຮັບ​ການ​ກະກຽມຢ່າງ​ເຂັ້ມ​ງວດ, ລອບ​ຄອບ​ຖິ່ຖ້ວນ, ​ປະຕິບັດ​ຕາມ​ຂັ້ນ​ຕອນ, ລະບຽບ​ການ​ຢ່າງ​ແຫນ້ນ​​ແຟ້ນ. ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ພວກ​ເຮົາ​ປະຕິບັດ​ຂັ້ນ​ຕອນ​ນີ້. ການ​ລົງ​ຄະ​ແນ​ນສຽງ​ໄວ້​ວາງ​ໃຈຢ່າງ​ພາວະ​ວິ​ໄສ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ລວມ​ແມ່ນ​ບັນຫາ​ທີ່​ພວກ​ຂ້າພະ​ເຈົ້າ​​ເອົາ​ໃຈ​ໃສ່. ສະພາ​ແຫ່ງ​ຊາດ​ໄດ້​ຮຽກ​ຮ້ອງຜູ້ຖືກ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຕ້ອງມີ​ບົດ​ລາຍ​ງານ​ອະພິປາຍ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະ​ຕິ​ບັດ​ງານ, ກ່ຽວ​ກັບ​ຄຸນສົມບັດ, ກິລິຍາ​​ທ່າ​ທາງຂອງ​ຕົນ. ​ແລະ ບົດ​ລາຍ​ງານ​ດັ່ງກ່າວ​ກໍ​ໄດ້​ສົ່ງ​ເຖິງ ສສຊ ກ່ອນ 20 ມື້ ຕາມ​ຂັ້ນ​ຕອນ​ຂອງ​ມະຕິ​ເລກທີ 35 ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ,​ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື​​ໃຫ້​ສັດຕະຍາບັນ. ນອກຈາກ​ບົດ​ລາຍ​ງານ​ແລ້ວ, ບັນດາ ສສຊ ກໍ​ອີງ​ໃສ່​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ຂົງ​ເຂດຕ່າງໆ​ຊື່​ງບັນດາ​​ທ່ານທີ່​ໄດ້​ຮັບ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຄັ້ງ​ນີ້ຮັບຜິດຊອບ.​ ນອກ​ນັ້ນ ສສຊ ​ຍັງອີງ​ໃສ່​ໝາກຜົນ​ຕົວ​ຈິງ​ຂອງ​​ການ​ປະ​ຕິ​ບັດ​ງານ ​ແລະ ຄຳ​ເຫັນ​ຈາກ​ປະຊາຊົນ.”

ລົງຄະແນນສຽງໄວ້ວາງໃຈປະຕິບັດສິດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ - ảnh 1
ການນຳພັກ, ແນວໂຮມປະເທດຊາດ, ກອງທັບປ່ອນບັດໄວ້ວາງໃຈ
ພາບປະກອບ:internet

        ຄຽງ​ຄູ່​ກັບ​ການ​ກະກຽມ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ, ສສຊ ​ແຕ່ລະ​ທ່ານກໍ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄ້ວາ​ເພື່ອ​ປະຕິບັດ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ຜູ້ຕາງຫນ້າ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ທ່ານ ​ເຢືອງຮ່ວາງ​ເຮືອງ, ສສຊ ​ແຂວງ ຟູ​ທໍ້ ​ໃຫ້​ຮູ້​ວ່າ:

        “ສສຊ ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ຫລາຍ​ຢ່າງ, ມີ​ບາງ​ຂໍ້​ມູນ​ຂ່າວສານ​ໂດຍ​ບັນດາ​ອົງການ​ກ່ຽວຂ້ອງ​ສະຫນອງ​ຄື: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ລັດຖະບານ, ບັນດາຜູ້​ຈະ​ໄດ້​ຮັບ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ ແລະ ບັນ​ດາ​ ສສຊ. ຂ້າພະ​ເຈົ້າ​ເອງ​ກໍ​ຮັບ​ເອົາ​ຂໍ້​ມູນ​ຈາກ​​ບັນ​ດາແຫ​ລ່ງຂໍ້​ມູນ​ຂ່າວສານ​ທີ່ແຕກ​ຕ່າງ​ກັນ. ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ສະ​ແດງ​ຄວາມ​ຮັບຜິ​ດຊອບ​ຂອງ​ຕົນ​ເພື່ອ​ໄຈ້​ແຍກ, ຄັດ​ເລືອກ​ຂໍ້​ມູນ​ຂ່າວສານ​ເພ່ືອ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ​ທີ່​ສຸດ, ຊື່​ຕົງ​ທີ່​ສຸດ​ສຳລັບ ສສຊ ​ແຕ່ລະ​ທ່ານ.”

        ການ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ​ບໍ່​ພຽງ​ແຕ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ສຳລັບ​ບັນດາ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​​ໃຫ້​ສັດຕະ​ຍາ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ຕອບ​ສະຫນອງ​ຄວາ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີກ​ດ້ວຍ. ທ່ານ​ນາງ ​ເຈີ​ນຮົ່ງທຳ, ສສຊ ນະຄອນ ​ເກີນ​ເທີ ​ແບ່ງປັນ​ວ່າ​:

        “ບັ້ນ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ເປັນ​ຄັ້ງ​ທຳ​ອິດຊື່​ງສະພາ​ແຫ່ງ​ຊາດ​ປະຕິບັດ ສະ​ນັ້ນ ຄວາມ​ສົນ​ໃຈ ​ແລະ ມຸ້ງຫວັງ ຂອງ​ຜູ​້ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ໃຫຍ່​ຫລວງ. ຂ້າພະ​ເຈົ້າ​ຄິດ​ວ່າ ຄວາມ​ມຸ້ງ​ຫວັງ​ນັ້ນ​ບໍ່​ແມ່ນ​ຄວາມ​ກົດ​ດັນ​ສຳລັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈກໍ​ຄື​ສຳລັບ​ຕຳ​ແຫນ່​ງຖືກ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ຫາກ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ທ່ານ​ຖືກລົງຄະ​ແນນ​ສຽງ​ໄວ້​ວາງ​ໃຈທົບ​ທວນຄືນ​ໝາກຜົນ​ທີ່ີຕົນ​ເອງ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ມີ​ການ​ປັບປຸງ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ​ເປັນ​ຄັ້ງ​ທຳ​ອິດ​ພາຍຫລັງ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ສະພາ​ແຫ່ງ​ຊາດ​ຫວຽດນາມ ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃນ​ສຳລັບ 47 ຕຳ​ແຫນ່​ງຊື່​ງສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ, ​ອັນ​ໄດ​້​ເປີດ​ຫນ້າ​​ໃຫມ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ພ້ອມ​ທັງ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດ​ໃນ​ການ​ສ້າງ​ຖັນ​ແຖວ​ພະນັກງານ​ການ​ນຳ​ທີ່​ມີ​ກຳລັງ​ຄວາມ​ສາມາດ ແລະ ມີອິດ​ທິພົນ​ຊື່​ສຽງ.

ຕອບກັບ

ຂ່າວ/ບົດ​ອື່ນ