ລົງຄະແນນສຽງໄວ້ວາງໃຈສຳລັບພະນັກງານ - ວຽກງານທີ່ຈຳເປັນ

(vovworld)- ຮ່າງ​ມະຕິ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ວັນ​ທີ 29/10 ​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພ​າ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13. ຫາງ​ສຽງ​​ໄດ້​ຊົມ​ເຊີຍ​ຮ່າງ​ມະຕິ​ດັ່ງກ່າວ ​ແລະ ຖື​ວ່າ: ວຽກ​ງານ​ນີ້​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ໃຫມ່​ໃນ​ວຽກ​ງານ​ພະນັກງານ.

        ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ຮ່າງ​ມະຕິ​ວ່າ​ດ້ວຍ​ຂັ້ນ​ຕອນ, ລະບຽບ​ການ, ວິທີ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາ,  ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນ​ຫລາຍ​ຖື​ວ່າ: ນັ້ນ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ, ສະ​ແດງ​ໃຫ້​ເຫັນ​ບາດກ້າວ​ປ່ຽນ​ໃຫມ່​ຢ່າງ​ແຂງ​ແຮງ​ໃນ​ການ​ເຄື່ອນ​ໄຫວ​ຂອງ ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ນັບ​ມື້​ນັບ​ແທດ​ຈິງ ​ແລະ​ມີ​ປະສິດທິ​ຜົນ​ກວ່າ. ທ່ານ Tran Thanh Van  ພະນັກງານ​ອອກ​ກິນ​ເບ້ຍ​ບຳນານ ຢູ່ ຕາ​ແສງ Ngo Quyen ນະຄອນ Hai Phong ຖື​ວ່າ: ໝາກຜົນ​​ແຫ່ງ​ການ​ລົງຄະ​ແນນ​ສຽງ​ໄວ້​ວາງ​ໃຈຈະ​ປະກອບສ່ວນ​ຕີ​ລາຄາຢ່າງ​ຊັດ​ເຈນ​ຕໍ່​ກຳລັງຄວາມ​ສາມາດ, ລະດັບ​ຄວາມ​ຮູ້​ຂອງ​ຜູ້​ດຳລົງ​ຕຳ​ແຫນ່​ງ, ສິດ​ອຳ​ນາດ, ປັບປຸງ​ຖັນ​ແຖວ​ການ​ນຳ​ທຸກ​ຂັ້ນ​ໃຫ້​ສົມບູນ​ແບບ, ມີປະສິດທິ​ຜົນ​ກວ່າ. ຕາມ​ທ່ານ Tran Thanh Van ​ແລ້ວ, ໝາກຜົນ​​ແຫ່ງ​ການລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈຕ້ອງ​ໄດ້​ຮັບ​ການຕິດ​ປະກາດ​ຢ່າງ​ເປີດ​ເຜີຍ.

        “ຂ້າພະ​ເຈົ້າ​ສະຫນັບ​ສະ​ຫນູນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ. ບໍ່​ວ່າ​ໃນ​ຂັ້ນ​ໃດ ​ເມື່ອ​ປະຕິບັດ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຕ້ອງ​ຕິດ​ປະກາດ​ເພື່ອ​ໃຫ້​ປະຊາຊົນ​ຮັບ​ຮູ້​ເຖິງ​ອິດ​ທິພົນຊື່​ສຽງ, ຄວາມ​ໄວ້​ວາງ​ໃຈ​ຂອງ​ຂອງ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະ​ຍາ​ບັນ.”

 ​ເລື່ອງລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດ​​ໄວ້​ວາງ​ໃຈ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຖື​ວ່າ: ​ເລື່ອງ​​ແບ່ງ​ລະດັບ​ແຕກ​ຕ່າງ​ກັນ​ເພື່ອ​ຕີ​ລາຄາ​ຄວາມ​ໄວ້​ວາງ​ໃຈ​ຕໍ່ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະ​ພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກຕັ້ງ ຫລື​​ໃຫ້​ສັດຕະຍາບັນ​ແມ່ນ​ເໝາະ​ສົມ, ສະ​ແດງ​ໃຫ້​ເຫັນ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ຈຳ​ເປັນ​ສຳລັບ​ຜູ້​ໄດ້​ຮັບ​ການລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ ພ້ອມ​ກັນ​ນັ້ນ​ຫລີກ​ລ້ຽງການ​ເຂົ້າ​ໃຈ​ຜິດ ລະຫວ່າງ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ ​ກັບ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ. ທ່ານ Nguyen Trong Dung ປະທານ​ສະພາ​ປະຊາຊົນ ​ເມືອງ Ba Dinh ຮ່າ​ໂນ້ຍ ຖື​ວ່າ: ຄວນ​ປ່ອນ​ບັດ​ໄວ້​ວາງ​ໃຈ​ພາຍຫລັງ​ມີທີ່​ໝາກຜົນ​​ແຫ່ງ​ການລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ​ຢູ່​ໃນ​ລະດັບ​ຕຳ່ ຫາກ​ບໍ່​ຄວນ​ລໍຖ້າ​ເຖິງ​ການ​ ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ ​ຄັ້ງ​ທີ 2. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວນ​ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ພະນັກງານ​ມີ​ກາລະ​ໂອກາດ​ເພື່ອ​ອະພິປາຍ​ກ່ຽວ​ກັບ​ຄວາມ​ຈຳກັດ, ອ່ອນ​ດ້ອຍ.

        “ຖ້າ​ຫາກ​ເມື່ອ​ພວກ​ເຮົາ​ ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ ​ແຕ່​ໝາກຜົນ​ຕຳ່​ກວ່າ 50%, ຂ້າພະ​ເຈົ້າ​ຄິດ​ວ່າ 1 ປີ​ ຫາກ​ບໍ່​ແມ່ນ 2 ປີ ​ແລະ ພາຍຫລັງ​ຮັບ​ເອົາ​ຄຳ​ເຫັນ​ແລ້ວ ພວກ​ເຮົາ​ຄວນ​ຄິດ​ໄລ່​ເຖິງ​ຂັ້ນ​ຕອນ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ​ກ່ອນ​ປ່ອນ​ບັດ​ໄວ້​ວາງ​ໃຈ​ໃນ​ທັນ​ທີ່​ກ່ອນ​ທີ່​ປ່ອນ​ບັດ​ໄວ້​ວາງ​ໃຈ ​ເພື່ອ​ໃຫ້​​ເຂົາ​ເຈົ້າ​ມີ​ກາລະ​ໂອກາດ​ອະພິປາຍ.”

ລົງຄະແນນສຽງໄວ້ວາງໃຈສຳລັບພະນັກງານ - ວຽກງານທີ່ຈຳເປັນ - ảnh 1
ສະພາແຫ່ງຊາດ ປຶກສາ​ຫາລື​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ
ພາບ: internet

        ທ່ານ Nguyen Xuan Diep ຮອງ​ປະທານ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ຮ່າ​ໂນ້ຍ ຖື​ວ່າ: ຄວນ​ຄິດ​ໄລ່​ຊັ່ງຊາ​ເຖິງ​ການ​ກຳນົດ​ ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ ​ສຳລັບ​ຮອງ​ປະທານ​ສະພາ​ຊົນ​ເຜົ່າ, ຮອງ​ປະທານ​ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ເພາະວ່າ ການ​ກຳນົດ​ນີ້​ແມ່ນ​ຍາກທີ່​ຈະ​ປະຕິບັດ​​ໃນ​ຕົວ​ຈິງ​ໄດ້.ສະ​ເພາະ​ຂັ້ນ​ຕອນ​ປ່ອນ​ບັດ​ໄວ້​ວາງ​ໃຈ, ສຳລັບ​ບັນດາ​ທ່ານດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື ​ໃຫ້​ສັດຕະຍາບັນ, ທ່ານ Nguyen Xuan Diep ສະ​ເຫ​ນີວ່າ: ຕ້ອງປະຕິບັດ​ຂັ້ນ​ຕອນ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ​ໃຫ້ແຫນ້ນ​ແຟ້ນກວ່າ.

        “ຂັ້ນ​ຕອນ​ປ່ອນ​ບັດ​ໄວ້​ວາງ​ໃຈ ​ແມ່ນ​ບາດກ້າວ​ສຳຄັນ​ກວ່າ​ເມື່ອ​ທຽບ​ໃສ່​ການ​ ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ. ​ການ​ລົງ​ຄະ​ແນນ​ສຽງ​ແມ່ນ​ບາດກ້າວ​ສຳ​ຫລວດ​ເບື້ອງ​ຕົ້ນ, ​ຕາມ​ຂ້າພະ​ເຈົ້າ​ແລ້ວ ຂັ້ນ​ຕອນ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕ້ອງ​ແນບ​ນຽນ​ກວ່າ​ຂັ້ນ​ຕອນ ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ​ເພາະວ່າ ຂັ້ນ​ຕອນ ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ ​ກ່ຽວຂ້ອງ​ເຖິງ​ການສະ​ແດງ​ໃຫ້​ເຫັນ​ທ່າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສຳ​ລັບ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ.”

        ຮ່າງ​ມະຕິ​ກ່ຽວ​ກັບ​ເລື່ອງ​ ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫລື ​ໃຫ້​ສັດຕະຍາບັນ ​ແມ່ນ​ບາດກ້າວ​ຫັນ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ສະພາ​ແຫ່ງ​ຊາດ ​ເປັນ​ລະອຽດ ພ້ອມ​ທັງ​ກໍ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ. ຜູ້​ມີສິດ​ເລືອກ​ຕັ້ງ​ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍຫລັງ​ໄດ້​ຮັບ​ຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ມະຕິ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ,​ ສະພາ​ປະຊາຊົນ​ເລືອກ​ຕັງ ຫລື ​ໃຫ້​ສັດຕະຍາບັນ ຈະ​ປະກອບ​ສວ່ນຫັນ​ວຽກ​ງານ​ກໍ່ສ້າງ, ຕີ​ລາຄາ​ກຳລັງ​ຄວາມ​ສາມາດ​ຂອງ​ຜູ້​ດຳລົງ​ຕຳ​ແຫນ່​ງ,​ ສິດ​ອຳ​ນາດ ກໍ​ຄື​ປັບປຸງ​ຖັນ​ແຖວ​ພະນັກງານ​ທຸກ​ຂັ້ນ​ໃຫ້​ເປັນ​ລະບົບ.

ຕອບກັບ

ຂ່າວ/ບົດ​ອື່ນ