​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເພື່ອ​ເພີ່ມ​ຄວາມ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ກັບ ປະ​ຊາ​ຊົນ

(VOVWORLD) -ຜ່ານອາຍຸການສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ສະແດງໃຫ້ເຫັນບາດກ້າວຫັນປ່ຽນໃນການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງໂດຍພື້ນຖານ. ຜ່ານການພົບປະກັບສະມາຊິກສະພາແຫ່ງຊາດຄັ້ງຕ່າງໆ, ສະມາຊິກສະພາແຫ່ງຊາດໄດ້ສະເໜີຄຳເຫັນ, ຂໍ້ສະເໜີນັບໝື່ນຂໍ້ຂອງຜູ້ມີສິດເລືອກຕັ້ງມາຍັງບັນດາກະຊວງ, ຂະແໜງການໂດຍກົງ, ເຊິ່ງແມ່ນພື້ນຖານອັນສຳຄັນເພື່ອໃຫ້ລັດຖະບານ ແກ້ໄຂບັນດາສິ່ງຕິດຂັດໃນຕົວຈິງໄດ້ຢ່າງທັນການ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ລັດ ພ້ອມທັງ ເພີ່ມຄວາມໃກ້ຊິດສະໜິດສະໜົມລະຫວ່າງສະພາແຫ່ງຊາດ ກັບ ປະຊາຊົນ.

ໂດຍກຳໄດ້ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແມ່ນຄຳຮຽກຮ້ອງທີ່ສຳຄັນຂອງສະມາຊິກສະພາແຫ່ງຊາດ, ເພາະວ່າ ໃນອາຍຸການສະພາແຫ່ງຊາດຊຸດທີ XIV, ບັນດາສະມາຊິກສະພາແຫ່ງຊາດໄດ້ສະຫຼະເວລາສ່ວນຫຼາຍແກ່ວຽກງານພົບປະກັບຜູ້ມີສິດເລືອກຕັ້ງ.

ໃກ້ຊິດ, ສະໜິດສະໜົມກັບປະຊາຊົນເພື່ອຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ

        ສະພາແຫ່ງຊາດຖືວ່າ ການສ້າງສາຍພົວພັນອັນສະໜິດແໜ້ນກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ແມ່ນຄຳຮຽກຮ້ອງ, ໜ້າທີ່, ທັງແມ່ນເປົ້າໝາຍ, ຈຸດປະສົງສູງສຸດທີ່ຕ້ອງມຸ່ງໄປເຖິງ.  ເພາະສະນັ້ນ, ສະພາແຫ່ງຊາດ ຍາມໃດກໍຖືເປັນສຳຄັນ, ຍູ້ແຮງ, ປ່ຽນແປງໃໝ່ບັນດາການເຄື່ອນໄຫວ, ຮູບແບບ, ວິທີ, ມາດຕະການສຳຜັດ ເພື່ອໃຫ້ສາຍພົວພັນລະຫວ່າງຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດນັບມື້ນັບສະໜິດແໜ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບການຕົວຈິງ.

  ​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເພື່ອ​ເພີ່ມ​ຄວາມ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ກັບ ປະ​ຊາ​ຊົນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: vov.vn)

        ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ໄດ້ດຳເນີນເປັນປະຈຳ, ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ແລະ ມີຄວາມຂະຫຍັນຂັນເຄື່ອນໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ, ໄພທຳມະຊາດ. ການພົບປະກັບຜູ້ມີສິດເລືອກຕັ້ງຖືກຈັດຂຶ້ນຢູ່ຫຼາຍສະຖານທີ່ທີ່ແຕກຕ່າງກັນ, ໃນນັ້ນ ມີຄວາມເອົາໃຈໃສ່ເປັນພິເສດເຖິງເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ ເພື່ອສຶກສາຊອກຮູ້ສະພາບການຕົວຈິງ. ການພົບປະກັບຜູ້ມີສິດເລືອກຕັ້ງໃນຄັ້ງຕ່າງໆນັ້ນ ໄດ້ມີການປ່ຽນແປງໃໝ່ກ່ຽວກັບແບບວິທີປະຕິບັດ, ອັນໄດ້ດຶງດູດຜູ້ມີສິດເລືອກຕັ້ງເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ກໍຄືເກັບໂຮມໄດ້ຫຼາຍຄຳຄິດເຫັນ, ຂໍ້ສະເໜີແນະຈາກຂັ້ນຮາກຖານ. ໃນອາຍຸການສະພາແຫ່ງຊາດ ຊຸດທີ XIV, ການພົບປະກັບຜູ້ມີສິດເລືອກຕັ້ງຖືກຈັດຂຶ້ນນັບໝື່ນຄັ້ງ, ອັນໄດ້ສ້າງເງື່ອນໄຂເພື່ອເຂົ້າໃຈປະຊາຊົນຫຼາຍກວ່າ ແລະ ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ.

        ໃນການພົບປະຄັ້ງຕ່າງໆນັ້ນ, ຜູ້ມີສິດເລືອກຕັ້ງ ໄດ້ສະເໜີບັນດາບັນຫາທີ່ຮີບຮ້ອນຢ່າງກົງໄປກົງມາ ເປັນຕົ້ນແມ່ນ ບັນຫາຄວາມຄືບໜ້າຂອງການກໍ່ສ້າງເສັ້ນທາງລົດໄຟ ຮ່າໂນ້ຍ ກາດລິງ - ຮ່າດົງ, ນະໂຍບາຍສະເພາະເພື່ອໜູນຊ່ວຍພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍເຂດພູດອຍ, ຄ່າໄຟຟ້າເພີ່ມຂຶ້ນ; ຄຸນນະພາບຂອງຕຳລາຮຽນ ຫຼື ສະພາບການທຳຮ້າຍເດັກ…. ສຽງເວົ້າຂອງປະຊາຊົນ ໄດ້ລາຍງານທີ່ກອງປະຊຸມ, ລັດຖະບານຮັບໄດ້ຟັງ ແລະ ມີການຊີ້ນຳແກ້ໄຂຢ່າງທັນການ. ທ່ານ ເລນາມ, ຜູ້ມີສິດເລືອກຕັ້ງ ເມືອງແທັງຊວັນ, ຮ່າໂນ້ຍ ແບ່ງປັນວ່າ:

        “ບັນດາບັນຫາຮ້ອນເຮັ່ງ ເຊິ່ງພວກຂ້າພະເຈົ້າໄດ້ສະເໜີມານັ້ນ ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ສົ່ງໄປຍັງບັນດາອົງການເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ມາຮອດປັດຈຸບັນ ເຫັນວ່າມີການປ່ຽນແປງຫຼາຍແລ້ວ.”

ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ

  ​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເພື່ອ​ເພີ່ມ​ຄວາມ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ກັບ ປະ​ຊາ​ຊົນ - ảnh 2ທ່ານ ຫງວຽນເລິນຢຸງ, ຜູ້ທີ່ໄດ້ເຂົ້າຮ່ວມສະພາແຫ່ງຊາດ ຊຸດທີ X, XI, XII

ບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງໄດ້ຝາກຝັງຕໍ່ສະມາຊິກສະພາແຫ່ງຊາດນັ້ນ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການລ້ວນແຕ່ຮັບເອົາ, ສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ແລະ ແກ້ໄຂໃນຕົວຈິງ. ກໍຍ້ອນແນວນັ້ນ, ຜູ້ມີສິດເລືອກຕັ້ງໄດ້ເປີດອົກເປີດໃຈຫຼາຍກວ່າໃນການສະແດງທັດສະນະຂອງຕົນ, ຢາກພົບປະແລກປ່ຽນກັບສະມາຊິກສະພາແຫ່ງຊາດຫຼາຍກວ່າ. ໃນສະພາບການທີ່ລະດັບຄວາມຮູ້ຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ ພ້ອມກັບການພັດທະນາຂອງວິທະຍາສາດເຕັກໂນໂລຢີ, ການສຳຜັດກັບແຫຼ່ງຂໍ້ມູນຂອງຜູ້ມີສິດເລືອກຕັ້ງ ກໍນັບມື້ນັບມີໄຫວພິບກວ່າ, ອັນໄດ້ຮຽກຮ້ອງໃຫ້ສະມາຊິກສະພາແຫງ່ຊາດ ກໍຕ້ອງມີການປ່ຽນແປງຕົນເອງໃໝ່ເປັນປະຈຳ ເພື່ອສາມາດເຮັດລ້ອນໜ້າທີ່ຂອງສະມາຊິກ ກັບ ປະຊາຊົນ. ທ່ານ ຫງວຽນເລິນຢຸງ, ຜູ້ທີ່ໄດ້ເຂົ້າຮ່ວມສະພາແຫ່ງຊາດ (ຊຸດທີ X, XI, XII), ກໍແບ່ງປັນວ່າ:

        “ສະມາຊິກສະພາແຫ່ງຊາດຕ້ອງເຂົ້າໃຈວ່າ ປະຊາຊົນແມ່ນເປົ້າໝາຍຂອງເຮົາ ບໍ່ແມ່ນວ່າຢູ່ພຽງແຕ່ການພົບປະກັບຜູ້ມີສິດເລືອກຕັ້ງເທົ່ານັ້ນ, ຫາກຕ້ອງເປັນເຈົ້າການຮັບຟັງຄຳເຫັນຂອງປະຊາຊົນ ຈຶ່ງຮູ້ວ່າ ປະຊາຊົນພວມຄິດຫຍັງ, ພວມປະສົບກັບຄວາມຫຍຸ້ງຍາກແນວໃດ ແລະ ມີຄວາມປາດຖະໜາແນວໃດ. ສະມາຊິກສະພາແຫ່ງຊາດແຕ່ລະທ່ານ ຕ້ອງມີສະຕິຮັບຮູ້ວ່າ ຕົນເອງ ແມ່ນຜູ້ແທນຂອງປະຊາຊົນ”.

        ຕາມທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລ້ວ, ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ຄວນເອົາໃຈໃສ່ເຖິງລັກສະນະມີຊີວິດຊີວາ, ທັນການ ແລະ ເພີ່ມທະວີການແກ້ໄຂບັນດາບັນຫາທີ່ຮ້ອນເຮັ່ງຢູ່ກັບບ່ອນ.

“ຄວນຄົ້ນຄວ້າເຮັດແນວໃດເພື່ອພົບປະກັບຜູ້ມີສິດເລືອກຕັ້ງໄດ້ຫຼາຍກວ່າ ແລະ ມີຫຼາຍພາກສ່ວນເຂົ້າຮ່ວມກວ່າ, ມີການຄົ້ນຄວ້າເພື່ອມີຄຳຕອບໂດຍກົງ ແລະ ທັນການສຳລັບບັນດາບັນຫາເຊິ່ງຫາງສຽງ ແລະ ປະຊາຊົນຍັງຂັດຂ້ອງໃຈ. ບັນດາບັນຫາຮ້ອນເຮັ່ງທີ່ໄດ້ຍົກອອກມາໃນການພົບປະນັ້ນ ຕ້ອງມີຄຳຕອບ ແລະ ແກ້ໄຂຢູ່ກັບບ່ອນ. ສະນັ້ນ, ຮຽກຮ້ອງຕ້ອງມີຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນຕອບໃນທັນທີ, ສ່ວນບັນດາສະມາຊິກສະພາແຫ່ງຊາດ ຈະມີການປະກອບຄຳເຫັນເພີ່ມເຕີມ.”

        ຫວ່າງມໍ່ໆມານີ້, ການອີງໃສ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ, ຖືປະຊາຊົນເປັນກົກ ໄດ້ ແລະ ກຳລັງຊ່ວຍໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດນັບມື້ນັບມີປະສິດທິຜົນ, ສ້າງໄຄວາມໄວ້ເນື້ອເຊື່ອໃຈ, ທີ່ຕັ້ງບົດບາດ ແລະ ຄວາມໄວ້ວາງໃຈຕໍ່ກັບປະຊາຊົນຂອງອົງການມີສິດອຳນາດສູງສຸດຂອງ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. /.

ຕອບກັບ

ຂ່າວ/ບົດ​ອື່ນ