ລຸງໂຮ່ ໃນດວງໃຈຂອງເພື່ອນມິດສາກົນ


(vovworld) - ປະທານ ​ໂຮ່ຈີ​ມິນ, ບໍ່​ພຽງ​ແຕ່​ເປັນ​ຜູ້​ທີ່​ສ້າງ​ຄວາມ​ເຄົາລົບ​ໃຫ້​ຊາວ​ຫວຽດນາມ​ ທຸກ​ຄົນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຄວາມປະ​ທັບ​ໃຈ​ອັນ​ດີງາມ​ຕໍ່​ເພື່ອນ​ມິດສາ​ກົນ​ອີກ​ດ້ວຍ. ຢູ່​ທຸກ​ປະ​ເທດ​ໃນ​ໂລກ, ພິ​ເສດ​ແມ່ນ​ປະ​ເທດ​ທີ່​ເພິ່ນ​ໄດ້​ມາ​ນັ້ນ, ຮູບ​ພາບ​ຂອງ​ປະ​ທານ​ ​ໂຮ່ຈີ​ມິນ ຍາມ​ໃດກໍ່​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ປະຈຳ​ຖີ່​ນ ຄື​ດັ່ງ​ສັນຍາ​ລັກ​ກ່ຽວ​ກັບ​ການ​ນຳ​ທີ່​ປີ​ຊາ​ສາມາດ​ຂອງ​ໂລກ​ໃນ​ສະຕະວັດ​ທີ 20.

ລຸງໂຮ່ ໃນດວງໃຈຂອງເພື່ອນມິດສາກົນ - ảnh 1

        “ຖ້າ​ຫາກ​ເພື່ອນ​ຖາມ​ຂ້າພະ​ເຈົ້າ​ມີ​ແນວ​ຄິດ​ຄື​ແນວ​ໃດ​ກ່ຽວ​ກັບ​ປະທານ​ໂຮ່ຈີ​ມິນ, ຂ້າພະ​ເຈົ້າ​ຈະ​ຕອບ​ວ່າ​, ນີ້​ແມ່ນ​ຜູ້​ທີ່​ມີ​ວັດທະນະທຳ​ມະນຸດ ​ແຕ່​ກໍ່​ມີ​ຄວາມ​ເດັດ​ດຽວ,  ​ເພິ່ນ​​ໄດ້ຊອກ​​​ເຫັນ້ມາດ​ຕະການ​ແກ້​ໄຂ ​ແລະ ຕັດສິນ​ໃຈ​ປະຕິບັດ​ໃຫ້​ສຳ​ເລັດ​​ບັນດາຄາດໝາຍທີ່​ໄດ້​ວາງ​ອອກ“.

ນັ້ນ​ແມ່ນ​ການ​ແບ່ງປັນຢ່າງ​ຈິງ​ໃຈ​ຂອງນັກ​ຄົ້ນ​ຄ້ວາປະຫວັດ​ສາດ​ຊາວ​ຝລັ່ງ Piere Brocheux, ຜູ້​ຂຽນ​ປື້​ມ 2 ຫົວ​ກ່ຽວ​ກັບປະ​ທານ​ ​ໂຮ່ຈີ​ມິນ ​ແລະ ປື້​ມຫຼາຍ​ຫົວ​ກ່ຽວ​ກັບ​ປະຫວັດສາດ​ຫວຽດນາມ​ຍຸກ​ປະຈຸ​ບັນ.

ສຳລັບ​ຜູ້​ທີ່​ເຄີຍ​ຄັດຄ້ານ​ສົງຄາມ​ຢູ່​ຫວຽດນາມ ​ແລະ ​ໂຊກ​ດີ​ທີ່​ໄດ້​ພົບ​ປະ​ກັບ​ເພິ່ນ​ຄື​ທ່ານ​ນາງ Raymond Dien, ​​ຜູ້​ທີ່​ບໍ່​ຫົວຊາ​ຕໍ່​ຊີວິດ​ຂອງ​ຕົນ, ​ໄດ້ນອນ​ບົນ​ລາງ​ລົດ​ໄຟ​ເພື່ອ​ສະກັດ​ກັດ​ຂະ​ບວນລົດ​ໄຟ​ຂົນ​ສົ່ງ​ອາວຸດ​ເຖິງ​ຫວຽດນາມ ແລ້ວ, ປະ​ທານ​ ​ໂຮ່ຈີ​ມິນ​ ເປັນ​ຜູ້​ທີ່​ມີ​ຄວາມ​ໃກ້ຊິດສະໜິດ ສະໜົມ​ທີ່​ສຸດ. ​ເຖິງ​ວ່າ​ປະຈຸ​ບັນທ່ານ​ນາງ​ມີອາຍຸ​ສູງ​​ແລ້ວກໍ່ຕາມ,​ແຕ່​ຍັງ​ຄົງ​ຈື່​ຈຳ​ມື້​ທີ່​ລາວ​ໄດ້​ພົບ​ປະ​ກັບປະ​ທານ​ ​ໂຮ່ຈີ​ມິນ ​​ໃນ​ປີ 1965, ​ເມື່ອ​ລາວ​ພ້ອມ​ກັບ Henri Martin ຂ້າມ​ຜ່ານ​ໄລຍະ​ທາງຍາວເຖິງ 15 ວັນ ເພື່ອມາຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດ.

“ກ່ອນທີ່ດຳເນີນກອງປະຊຸມໃຫຍ່, ຂ້າພະເຈົ້າໄດ້ເຫັນປະ​ທານ​ ​ໂຮ່ຈີ​ມິນ ແລະ ເພິ່ນໄດ້ຮຽກຂ້າພະເຈົ້າມານັ່ງຢູ່ຂ້າງ. ຂ້າພະເຈົ້າຮູ້ສຶກແປກປະ ຫຼາດໃຈ, ຍ້ອນບໍ່​ຄິດ​ໄດ້​ວ່າ, ຊາວ​ຝລັ່ງທຳ​ມະ​ດາ​ສາມັນຄື​ຂ້າພະ​ເຈົ້າ​ພັດ​ມີ​ໂອກາດໄດ້​ນັ່ງ​ຢູ່​ຂ້າງ​ປະທານ​ຜູ້​ຍິ່ງ​ໃຫຍ່​ ​ແຕ່​ພັດ​ໃກ້ຊິດ​ສະໜິດສະໜົມ, ທຳ​ມະ​ດາ​ລຽບ​ງ່າຍຄື​ແນວ​ນັ້ນ. ​ເມື່ອ​ຂ້າພະ​ເຈົ້າ​ເວົ້າ​ວ່າ, ບ້ານ​ຂ້າພະ​ເຈົ້າ​ຢູ່ Tours ​ເພິ່ນ​ໄດ້​​ເວົ້າ​ວ່າ, ນີ້​ແມ່ນ​ແຫ່ງ​ທີ່​ເພິ່ນ​ເຄີຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຝລັ່ງ ​ແລ້ວ​ເພິ່ນ​ກໍ່​ມອບ​ໃຫ້​ຂ້າພະ​ເຈົ້າ​ປອກ​ແຂນ​ອັນ​ໜຶ່ງທີ່​ເຮັດ​ດ້ວຍ​ເຂົາ. ມື້​ຕໍ່​ມາ, ​ເພິ່ນ​ເຊີນ​ພວກ​ຂ້າພະ​ເຈົ້າ​ມາ​ພົບ​ປະ, ​ໂອ້​ລົມ​ຢູ່​ເຮືອນ​ຂອງ​ເພິ່ນ. ນັ້ນ​ແມ່ນ​ອານຸສອນ​ທີ່​ຂ້າພະ​ເຈົ້າ​ບໍ່​ອາດ​ລືມ​ໄດ້“.

ມີ​ຫຼາຍ​ກິດຈະກຳ​ຄົ້ນ​ຄ້ວາ, ກອງ​ປະຊຸມ​ສຳ​ມະ​ນາວິທະຍສາດສາ​ກົນທີ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​ປະທານ​ໂຮ່ຈີ​ມິນ; ມີ​ບາງ​ຄົນ​ໄດ້​ສະຫງວນ​ຕະຫຼອດ​ຊີວິດ​ຂອງ​ຕົນ​ເພື່ອ​ຄົ້ນ​ຄ້ວາ, ຊອດ​ຮູ້​ກ່ຽວ​ກັບ​ເພິ່ນ. ​ເພື່ອ​ວາດ​ພາບ​ຮູບ​ພາບ​ ປະ​ທານ​ ​ໂຮ່ຈີ​ມິນ, William Duiker, ຊາວ​ອາ​ເມ​ລິ​ກາ ຕ້ອງ​ສະຫງວນ​ເວລາ 35 ປີ ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ ​ແລະ ​ໄດ້​ພິມ​ຈຳ​ໜ່າຍ​ປື້​ມຫົວ​ໜຶ່ງ​ລວມ 300 ໜ້າ ທີ່​ມີ​ຊື່ວ່າ “​ຊີວິດ​ປະທານ ໂຮ່ຈີ​ມິນ“. ທ່ານ William Duiker ​ໄດ້​ເວົ້າ​ວ່າ, ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຂອງ​ທ່ານ​ກ່ຽວ​ກັບປະທານ​ໂຮ່ຈີ​ມິນ  ນັ້ນ​ແມ່ນ, ​ເພິ່ນ​ເປັນ​ນັກ​ປະຕິວັດ​ທີ່​ທັນ​ສະ​ໄໝ​ດ້ວຍ​ບັນດາ​ຈຸດປະສົງ​ອັນ​ສູງ​ສົ່ງ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ປະ​ເທດ, ທັງ​ເປັນ​ພົນລະ​ເມືອງ​ຫວຽດນາມ ດ້ວຍ​ບັນດາ​ປັດ​ໃຈ​ວັດທະນະທຳ​ຫວຽດນາມ​ ຢ່າງ​ຄົບ​ຖ້ວນ,

“ໜຶ່ງ​ໃນ​ບັນດາຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງທີ່​ສຸດຂອງ​ຂ້າພະ​ເຈົ້າ​ກ່ຽວ​ກັບປະທານ​ໂຮ່ຈີ​ມິນ, ນັ້ນ​ແມ່ນ​ເພິ່ນ​​ເປັນ​ຄົນ​ສຸດ​ຈິດ​ສຸດ​ໃຈ​ໃນ​ວຽກ​ງານ ​ແລະ ມີ​ຄວາມ​ສາມາດ​ໃນ​ການ​ຊີ້​ນຳ​ນຳພາ. ​ເພິ່ນ​ຮູ້​ປະສານສົມທົບ​ລະຫວ່າງ​ທ່າ​ອ່ຽງ​ໃໝ່​ກັບ​ການ​ປ່ຽນ​​ແປງ​ໃນ​ການ​ປະຕິວັດ.  ​ເພິ່ນ​ມີ​ຄຸນ​ນະ​ທາດ​ຫຼາຍ​ຢ່າງ​ຂອງ​ສາມັນ​ຊົນ​ຫວຽດນາມ. ດ້ວຍ​ຄວາມຮັກ​ທີ່​ລົ້ນ​ເຫຼືອ​ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​, ຊາວ​ຫວຽດນາມ ​ໄດ້​ເອີ້ນ​ເພິ່ນ​ວ່າ​ລຸງ​​ໂຮ່, ​ເປັນ​ພໍ່​ເຖົ້າ​ຂອງ​ຊາດ, ​ເພິ່ນ​ບໍ່​ຮຽກຮ້ອງ​ຊາວ​ຫວຽດນາມ​ຖື​ເພິ່ນ​ເປັນ​ນັກ​ປະຕິວັດ“.

ບົດບາດ​ປະຫວັດສາດ ​ແລະ ບັນດາ​ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ຂອງ​ແນວ​ຄິດ ​ໂຮ່ຈີ​ມິນ ສຳລັບ​ພາລະກິດຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ ກໍ່​ຄື​ບັນດາ​ຄຸນຄ່າ​ຂອງ​ແນວ​ຄິດ ​ໂຮ່ຈີ​ມິນ​ ທີ່​ໄດ້​ປະ​ໄວ້​ໃຫ້​ມວນ​ມະນຸດ​ໃນ​ຍຸກ​ປະຈຸ​ບັນ ​ໄດ້​ດຶງ​ດູດ​ທັງ​ຜູ້​ເຖົ້າ ​ແລະ ​ລຸ້ນໜຸ່ມ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້ວາ. Gakia Kolupaeva, ນັກ​ສຶກສາ​ປີ​ທີ 4 ພະ​ແນ​ກຝ່າຍ​ຕາ​ເວັນ​ອອກ ​ມະຫາວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ ​Xanh Peteabua, ສະຫະພັນ​ລັດ​ເຊຍ, ພວມ​ຂຽນ​ບົດ​ນິພົນ​ຈົບ​ມະຫາວິທະຍາ​ໄລ, ກ່ຽວ​ກັບ​ກອມ​ມູນິດ​ສາກົນ ​ແລະ ຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງປະທານ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

ບໍ່​ແມ່ນ​ວ່າ​ຊາວ​ໜຸ່ມ​ຜູ້​ໃດ​ຢູ່​ລັດ​ເຊຍ ກໍ່​ຮູ້ຈັກ​ປະທານ​ໂຮ່ຈີ​ມິນ ຄື​ຂ້າພະ​ເຈົ້າ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ເຖິງ​ວ່າ​ເຂົາ​ເຈົ້າ​ບໍ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກ​ແຕ່ພວກ​ເພື່ອນ​ຮ່ວມ​ລຸ້ນຂ້າພະ​ເຈົ້າ​ໃນ​ປະຈຸ​ບັນ​, ​ ​ລ້ວນ​ແຕ່​ຮູ້​ຊື່​ສຽງ​ຮຽງ​ນາມ​ຂອງ​ເພີ່ນຢູ່. ມາ​ຮອດ​ປະຈຸ​ບັນ, ຊາວ​ລັດ​ເຊຍ ຫຼາຍ​ຄົນ​ຍັງ​ຄິດ​ຮອດ​ຄິດ​ເຖິງປະທານ ​ໂຮ່ຈີ​ມິນ​ຢູ່“.

ສະ​ເຫຼີ​ມສະຫຼອງ 125 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ, ມີ​ຫຼາຍ​ສຳນັກ​ສື່ສານ​ສາກົນ ​ໄດ້​ມີ​ຫຼາຍ​ບົດ ກໍ່​ຄື​ສື່​ສິ່ງ​ພິມ​ພິ​ເສດຫຼາຍ​ຢ່າງ ​ເພື່ອ​ສະ​ແດງ​ຄວາມ​​ເຄົາລົບ ​ແລະ ຄວາມ​ນິຍົມ​ນັບຖື​ຕໍ່ປະທານ ​ໂຮ່ຈີ​ມິນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ​ສະ​ແດງ​ຄວາມ​ນັບຖື, ທັງ​ຢັ້ງຢືນ​ບັນດາ​ຄຸນຄ່າ​ຂອງ​ແນວ​ຄິດ ​ໂຮ່ຈີ​ມິນ ​ໃນ​ຍຸກ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ