ລັດຖະບານຫວຽດນາມ ຕັດສິນໃຈຮັກສາພື້ນຖານເສດຖະກິດເປັນປົກກະຕິໃນປີ 2012

(vovworld) - ປີ 2012 ລັດຖະບານ​ຫວຽດນາມ ຢືນຢັນຈະ ຕັດສິນ​ໃຈ​ດັດ​ປັບດັດຊະນີ​ໄພ​ເງິນ​ເຟີ້​ລົງ​ລະດັບຫນຶ່ງ​ຕົວ​ເລກ, ຮັກສາ​ເສດຖະກິ​ດມະຫາ​ພາກ​ເປ​ັນປົກກະ​ຕິ, ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍກູ້​ຢືມລົງ​ເທື່ອ​ລະ​ກ້າວ ພ້ອມ​ທັງ​ມີ​ບັນດາ​ນະ​ໂຍບາຍ​ພາສີ​ອາກອນ, ຄ່າ​ທຳນຽມ​ຢ່າງ​ເໝາະ​ສົມ ​ເພື່ອ​ຊຸກຍູ້​ການ​ຜະລິດດຳ​ເນີນທຸລະ​ກິດ. ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ນີ້ ​ຖືກຍົກ​ອອກ​ມາທີ່​ການ​ປະຊຸມ​ຂ່າວ​ພາຍຫລັງ​ກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ 1/2012 ຊຶ່ງ​ດຳ​ເນີນ​ໄປ​ໃນ​ທ້າຍ​ອາທິດ​ຜ່ານ​ມາ.

        ຕາມ​ທ່ານ ຫວູດຶກ​ດາມ, ລັດຖະມົນຕີ ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ​ແລ້ວ, ຄາດໝາຍ​ຂອງ​ລັດຖະບານ​ຖືກ​​ວາງ​ອອກ​ໃນ​ສະພາບ​ການ​ເສດຖະກິດ​ປີ 2012 ຍັງ​ສືບ​ຕໍ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຊ້ຳບໍ່ໜຳ​ອາດ​ຈະ​ຫຍຸ້ງ​ຍາກ​ກວ່າ​ປີ 2011. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ບັນດາ​ສິ່ງ​ທ້າ​ທາຍ​ທີ່ວາງ​ອອກ​ໃຫ້​ຫວຽດນາມ​ແມ່ນ​ໃຫຍ່​ຫລວງ​ກວ່າ, ​ເປັນ​ຕົ້ນ​​ແມ່ນ​ບັນດາ​ຂົງ​ເຂດ​ດຶງ​ດູດ​ເງິນ​ລົງທຶນ          ​​ໂດ​ຍກົງ​ຈາກ​ຕ່າງປະ​ເທດ (FDI), ການ​ສົ່ງ​ອອກ, ການ​ທ່ອງ​ທ່ຽວ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຕາມ​ທ່ານ​ລັດຖະມົນຕີ​ ຫວູດຶກ​ດາມ​ແລ້ວ, ນີ້​ບໍ່​ແມ່ນ​ສິ່ງ​ບັງ​ເອີນ. ​ເພາະສະ​ນັ້ນ ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ລັດຖະບານ​ກໍ​ຮັບ​ຮູ້ວ່າ​ໃນ​ໄລຍະ​ຕົ້ນ​ປີ​ ຈະ​ຕັດສິນ​ໃຈ​ຕິດຕາມ​ບັນດາ​ມາດ​ຕະການ ​ແລະ ຄາດໝາຍ​ທີ່​​ໄດ້ວາງ​ອອກ​ຢ່າງ​ໃກ້ຊິດ.

        “ຫວຽດນາມ ຈະ​ຢືດໝັ້ນ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປ​ັນປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ຢືນຢັນ​ຄວາມ​ຕັດສິນ​ໃຈ​​ເຮັດ​ໃຫ້​ໄພ​ເງິນ​ເຟີ້​ຫລຸດລົງ​ລະດັບ 1 ຕົວ​ເລກ. ພ້ອມ​ກັນ​ນັ້ນ ການ​ຜະລິດ​ເສດຖະກິດ​ຕ້ອງ​ມີ​ການ​ເຕີບ​ໂຕ​ຢູ່​ລະດັບ​ເໝາະ​ສົມ, ​ຢ່າງ​ຫນ້ອຍ​ສຸດ​ໃຫ້ເ​ເທົ່າ​ທຽມ​ກັບ​ປີ 2011 ຫລື​ຫລາຍ​ກວ່າ. ນັ້ນ​ກໍ​ແມ່ນ​ສ່ວນ​ຫນຶ່ງ​ເພື່ອ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ​ໄປ​ຄຽງ​ຄູ່​ກັນນັ້ນ ​ແມ່ນ​ຄວາມ​ສາມາດ​ການ​ຊຳລະ, ອັດຕາ​ດອກ​ເບ້ຍ, ບັນດາ​ນະ​ໂຍບາຍ​ເພື່ອ​​ຊ່ວຍບັນດາ​ກຸ່ມ​ວິ​ສາ​ຫະກິດ.”

        ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ ​ເພື່ອ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ ​ຊຶ່ງຖືກ​ຍົກ​ອອກທີ່​ການ​ປະຊຸມ​ຂ່າວ ນັ້ນ​ແມ່ນ ​ເລື່ອງ​ຮັບປະກັນ​ຄວາມ​ສາມາດ​ກາ​ນຊຳລະ​ຂອງລະບົບ​ທະນາຄານ ​ແລະ ​ແກ້​ໄຂ​ບັນຫາ​ນີ້​ໃນ​ຂັ້ນ​ພື້ນຖານ​ນັບ​ແຕ່​ຕົ້ນ​ເດືອນ​ມີນາ​ປີ 2012. ​ໄປ​ຄຽງ​ຄູ່​ກັນ​ນັ້ນ ​ແມ່ນ​​ຜັນ​ຂະຫຍາຍການ​ປະຕິບັດ​ມາດ​ຕະການຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຫລຸດຜ່ອນ​ອັດຕາ​ດອກ​​ເບ້​ຍທະນາຄານ, ຮັກສາ​ອັດຕາ​ແລກປ່ຽນ​ເງິນຕາ​ໃຫ້​ເປັນ​ປົກກະຕິ. ຕາມ​ທ່ານນາງ ຫງວຽນ​ທິຮົ່ງ, ຫົວຫນ້າ​ກົມ​ນະ​ໂຍບາຍ​ເງິນຕາ​ ສັງກັດ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ແລ້ວ, ພາຍຫລັງ​ບຸນປີ​ໃຫມ່​ປະຈຳ​ຊາດ, ​ແຫ​ລ່ງ​ເງິນ​ໄດ້​ກັບ​ຕ່າວ​ຄືນສູ່​ລະບົບ​ທະນາຄານ ​ແລະ ປະຈຸ​ບັນ ບັນດາ​ອົງການ​ສິນ​ເຊື່ອ​​ເງິນຫລາຍ​ພໍ​ສົມຄວນ​ສາມາດ​ຮັບປະກັນ​ໃຫ້​ແກ່​ການ​ຊຳລະ.​ ທ່ານ​ນາງ ຫງວຽນ​ທິຮົ່ງກໍ​ໃຫ້​ຮູ້​ບາງ​ມາດ​ຕະການ​ຢ່າງ​ລະອຽດ ຊຶ່ງ​ທະນາຄານ​ຈະ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        “​ໃນ​ວິວັດ​ການ​ຊຳລະ​ໃນ​ໄຕ​ມາດ 1, ປະ​ຈຸ​ບັນ ທະນາຄານ​ແຫ່​ງລັດ ​ໄດ້​ສຸມ​ໃສ່​ປະຕິບັດ​ຫລາຍ​ມາດ​ຕະການ. ​ແລະ​​ໃນເດືອນ 2 ຈະມີ​ຄຳ​ສັ່ງ​ຊີ້​ນຳ​ບັນດາ​ອົງການ​ສິນ​ເຊື່ອ​ປະ​ຕິ​ບັດ​ບັນດາ​ມາດ​ຕະການ ຊຶ່ງ​ລັດຖະບານ​ໄດ້​ວາງ​ອອກ ​ແລະ ອົງການ​ສິນ​ເຊື່ອ​ເອງ​ກໍ​ຈະສ້າງ​ໂຄງ​ປະກອບ​ບັນຊີ​ລາຍ​ຊື່​ຊັບ​ສິນ​ຂອງ​ຕົນ​ຄືນ​ໃຫມ່. ກ່ຽວ​ກັບ​ວິວັດ​ການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ, ​ແຜນ​ນະ​ໂຍບາຍ​ນັ້ນ​ແມ່ນ ​ພວ​ກ​ເຮົາອາດ​ຈະ​ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍລົງ ​​ເພາະວ່າ ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2011 ​ໄພ​ເງິນ​ເຟີ້​​ໄດ້​ຫລຸດ​ລົງ, ພິ​ເສດ ​ໃນ​ເດືອນ 1/2012 ​ໄພ​ເງິນ​ເຟີ້​ພຽງ​ເພີ່ມ​ຂຶ້ນ 1%. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ການ​ກຳນົດ​ເວລາ​ ​ແລະ ລະດັບ​ຫລຸດ​ອັດຕາດອກ​ເບ້ຍ ຕ້ອງ​ສືບ​ຕໍ່​ຕິດຕາມ​ກວດກາ ​ແລະ ຕາມ​ວິວັດ​ການ​​ຊຳລະ​ຂອງ​ອົງການ​ສິນ​ເຊື່ອ.”

ລັດຖະບານຫວຽດນາມ ຕັດສິນໃຈຮັກສາພື້ນຖານເສດຖະກິດເປັນປົກກະຕິໃນປີ 2012 - ảnh 1

ຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ
(ພາບ:kinhtenongthon.com.vn)

        ​ແລະ​ກໍ​​ໃນ​ປີ 2012, ລັດຖະບານ​ຈະ​ສືບ​ຕໍ່​ຍູ້​ແຮງ​ເລື່ອງສ​້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່. ຕາມ​ທ່ານ ລັດຖະມົນຕີ ຫວູດຶກ​ດາມ ​ແລ້ວ, ​ໃນ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຄືນ​​ໃຫມ່, ຄຽງ​ຂ້າງການ​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ, ​ໂຄງ​ປະກອບ​ທະນາຄານ​ຄືນ​ໃຫມ່​ແລ້ວ, ລັດຖະບານ​ຈະ​​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​​​ໂຄງ​ປະກອບ​ລັດວິ​ສາ​ຫະກິດ​ຄືນ​​ໃຫມ່. ນີ້​ແມ່ນ​ວຽກ​ງານ​ທີ່​ລັດຖະບານ​ຫວຽດນາມ ​ໄດ້​ປະຕິບັດ​ໃນ​ຫລາຍ​ປີ ​ແລະ ​ໄລຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ປະຕິບັດ​ຕາມ​ວິວັດ​ການ​ດ້ວຍ​ມາດ​ຕະການ​ລະອຽດ​ພໍ​ສົມຄວນ.

        “ທີຫນຶ່ງ, ລັດວິ​ສາ​ຫະກິດ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂະ​ແຫນງ​ອາຊີບ ເຮັດ​ແນວ​ໃດ​​ໃຫ້​ເປັນເຄື່ອງ​ມື​​ເພື່ອຊ່ວຍ​​ກຳນົດ​ທິດ​ພັດທະນາ​ເສດຖະກິດ.​ ທີ​ສອງ ​ແມ່ນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ບໍລິຫານ​ຂອງ​ວິ​ສາ​ຫະກິດ. ທີ​ສາມ ​ແມ່ນ​ບັນຫາ​ບໍລິຫານ​ຂອງລັດ ຕໍ່ກັບ ວິ​ສາ​ຫະກິດ. ລັດຖະບານ ຈະ​ຊີ້​ນຳ​ຕາມ​ທິດ​ ລັດ​ວິ​ສາ​ຫະກິດບໍ່​ຈຳ​​ຕ້ອງດຳ​ເນີນ​ທຸລະ​ກິດ​ໃນ​ຫລາຍ​ຂົງ​ເຂດ ຫາກ​ພຽງ​ແຕ່​ສຸມ​ໃສ່​ບັນດາ​ຂົງ​ເຂດ​ທີ່​ມີ​ປະສິດທິ​ຜົນ​ເທົ່າ​ນັ້ນ. ​ເລື່ອງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດຄືນ​ໃຫມ່​ຈະ​ສືບ​ຕໍ່​​ໄດ້​ຮັບ​ການປະຕິບັດ.”

        ອາດເວົ້າ​ໄດ້​ວ່າ ບັນດາ​ສິ່ງ​ທ້າ​ທາຍ​ດ້ານເສດຖະກິດທີ່​ວາງ​ອອກ​​ໃຫ້ລັດຖະບານ​ຫວຽດນາມ ​ໃນ​ປີ 2012 ນັ້ນບໍ່​ແມ່ນ​ຫນ້ອຍ. ​ເລື່ອງ​ສຳ​ເລັດ​ຈຸດໝາຍ​ຮັກສາ​ໄພ​ເງິນ​ເຟີ້​​ໃຫ້ຢູ່​ໃນ​ລະດັບ 1 ຕົວ​ເລກ ກໍ​ຄື​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້ ​ເປ​ັນປົກກະ​ຕິ ​ແມ່ນ​ບັນດາ​ຫນ້າ​ທີ່​ບໍ່​ງ່າຍ​ດາຍ, ​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ການ​ເປັນ​ເຈົ້າ​ການ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ, ນັບ​ແຕ່​ຕົ້ນ​ປີ, ບັນດາ​ຈຸດໝາຍນີ້ ສາມາດ​ຈະ​​ເປັນ​ໄປ​ໄດ​້./.

                                                                                                                                                                 ເວີນ

ຕອບກັບ

ຂ່າວ/ບົດ​ອື່ນ