ລັດຖະບານຫວຽດນາມຢັ້ງຢືນຄວາມຕັດສິນໃຈຊີ້ນໍາບໍລິຫານພັດທະນາປະເທດຊາດ

(VOVWORLD) -ລັດຖະບານຫວຽດນາມຢັ້ງຢືນຄວາມຕັດສິນໃຈໃນການຮັກສາເປົ້າໝາຍການເຕີບໂຕໃນປີ 2020, ເຖິງວ່າ ໂລກລະບາດທີ່ເກີດຈາກເຊື້ອໄວຣັດ SARS  COV  2 ພວມສົ່ງຜົນກະທົບໃດໜຶ່ງຕໍ່ພື້ນຖານເສດຖະກິດຫວຽດນາມ ແລະ ບັນດາຄູ່ຮ່ວມມືການຄ້າຂອງຫວຽດນາມກໍຕາມ. ມາດຕະການຫຼາຍຢ່າງໄດ້ວາງອອກ ແລະ ຂໍ້ສະເໜີຫຼາຍຂໍ້ໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ຮັບມືກັບສະພາບການຕົວຈິງຢ່າງມີໄຫວພິບ. ບັນດາການຜັນແປດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ມີປະຕິກິລິຍາຢ່າງວ່ອງໄວເພື່ອ ສະກັດກັ້ນໂລກລະບາດ Covid  19 ເທົ່ານັ້ນ ຫາກຍັງຮັບມືກັບສະພາບການເສດຖະກິດ, ການເງິນ, ການຜະລິດໄດ້ຢ່າງໄວວາ ເພື່ອທົດແທນບັນດາຜົນເສຍຫາຍຈາກໂລກລະບາດດັ່ງກ່າວ.
ລັດຖະບານຫວຽດນາມຢັ້ງຢືນຄວາມຕັດສິນໃຈຊີ້ນໍາບໍລິຫານພັດທະນາປະເທດຊາດ - ảnh 1(ພາບປະກອບ: Tapchitaichinh.vn)

        ໂລກລະບາດ Covid – 19 ໄດ້ສົ່ງຜົນສະທ້ອນເຖິງທົ່ວໂລກ ອັນໄດ້ເຮັດໃຫ້ບັນດາອົງການຄື ທະນາຄານໂລກ, ກອງທຶນເງິນຕາສາກົນ ໄດ້ຕີລາຄາວ່າ ເສດຖະກິດຂອງຫຼາຍປະເທດພວມຖືກຊຸດໂຊມລົງ, ໃນນັ້ນ ມີຫຼາຍປະເທດທີ່ມີສາຍພົວພັນດ້ານເສດຖະກິດ, ການຄ້າຢ່າງແໜ້ນແຟ້ນກັບຫວຽດນາມ, ພາໄປເຖິງເລື່ອງມີລະບົບການຜະລິດ, ການຄ້າຈໍານວນບໍ່ໜ້ອຍຖືກຜົນກະທົບໄປຕາມ.  

ການຊີ້ນໍາທີ່ສະເໝີີຕົ້ນສະເໝີປາຍ

        ໃນວາລະປະຊຸມບໍລິຫານເສດຖະກິດ - ສັງຄົມ ຄັ້ງຕ່າງໆທີ່ໄດ້ຈັດຂຶ້ນນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ຫວຽດນາມ ບໍ່ຕັ້ງບັນຫາດັດປັບຄາດໝາຍການເຕີບໂຕໃນປີ 2020. ໃນກອງປະຊຸມສະໄໝສາມັນປະຈໍາເດືອນມັງກອນ ປີ 2020 ຂອງລັດຖະບານ (ວັນທີ 5 ກຸມພາ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ມີຄວາມເຊື່ອໝັ້ນຢ່າງແຮງ ກ່ຽວກັບບາດກ້າວຂອງເສດຖະກິດຫວຽດນາມໃນສະພາບການທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ນໍາບັນດາກະຊວງ, ຂະແໜງການສືບຕໍ່ຍົກອອກບັນດາມາດຕະການສ້າງໂຄງປະກອບການຜະລິດຄືນໃໝ່ຢ່າງແຮງ. ບັນດາສະມາຊິກລັດຖະບານ ກໍໄດ້ຍົກອອກບັນດາມາດຕະການທີ່ດີກວ່າ ບົນເນື້ອໃນຈິດໃຈບຸກບືນ, ບໍ່ທໍ້ຖອຍໃຈ

        “ພວກເຮົາໄດ້ສ້າງຕັ້ງບັນດາໜ່ວຍປະຕິກິລິຍາໄວ ເພື່ອສະກັດກັ້ນໂລກລະບາດ nCoV, ດັ່ງນັ້ນ ພວກເຮົາກໍຕ້ອງມີປະຕິກິລິຍາໄວໃນຂົງເຂດເສດຖະກິດ, ການເງິນ, ການຜະລິດ ເພື່ອທົດແທນການຊຸດໂຊມຂອງພື້ນຖານເສດຖະກິດ ຈາກໂລກລະບາດ ດັ່ງກ່າວ. ດັ່ງນັ້ນ, ຕ້ອງຮັບມືກັບສະພາບການໃນປັດຈຸບັນໃນການພັດທະນາເສດຖະກິດ ເພື່ອ “ຫັນປະລາໄຊເປັນໄຊຊະນະ”, ຜ່່ານຜ່າຄວາມຫຍຸ້ງຍາກຢ່າງປະຕິຫານ, ນໍາພື້ນຖານເສດຖະກິດກ້າວຂຶ້ນ, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ”.

        ຫຼັງຈາກນັ້ນ, ເມື່ອເປັນປະທານກອງປະຊຸມ ສະພາທີີ່ປຶກສາດ້ານນະໂຍບາຍການເງິນ - ເງິນຕາແຫ່ງຊາດ, ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານສະພາທີ່ປຶກສານະໂຍບາຍການເງິນ - ເງິນຕາແຫ່ງຊາດ ປາດຖະໜາວ່າ ບັນດາສະມາຊິກໃນສະພາ ຈະສະເໜີແນະບັນດາມາດຕະການຕ້ານການຊຸດໂຊມເສດຖະກິດ. ທ່ານເນັ້ນໜັກວ່າ ບໍ່ຄວນມີແນວຄິດຫຍໍ້ທໍ້ ແຕ່ກໍບໍ່ຄວນປະໝາດ, ທ່ານນາຍົກລັດຖະມົນຕີ ຖືວ່າ ຫວຽດນາມ ຄວນສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສຸມໃສ່ການຜະລິດດໍາເນີນທຸລະກິດ ຮັບປະກັນບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ. ບັນດາຂະແໜງການ, ທ້ອງຖິ່ນ ຕ້ອງມີແຜນການຜັນຂະຫຍາຍໜ້າທີ່ໃນສະພາບເກີດໂລກລະບາດ Covid – 19. ທ່ານກ່າວວ່າ:

        “ຄວນສືບຕໍ່ປະຕິບັດເປົ້າໝາຍຄວບຄຸມໄພເງິນເຟີ້ຢ່າງສະເໝີຕົ້ນສະເໝີປາຍ, ເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫ້ແກ່ບັນດາພາກສ່ວນສໍາຄັນຂອງພື້ນຖານເສດຖະກິດ, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ຜະລິດສິນຄ້າເປັນຫຼາຍຮູບຫຼາຍແບບ, ມີກົນໄກເອື້ອອໍານວຍຄວາມສະດວກ, ຕະຫຼາດມີຄວາມຟົດຟື້ນກວ່າ, ນະໂຍບາຍສົກປີການເງິນ ແລະ ນະໂຍບາຍເງິນຕາສະດວກສໍາລັບປະຊາຊົນ ແລະ ວິສາຫະກິດ, ຖືການສົ່ງອອກເປັນສໍາຄັນ, ຍູ້ແຮງຄວາມຕ້ອງການພາຍໃນປະເທດ, ພິເສດແມ່ນການລົງທຶນພາກລັດ ແລະ ການລົງທຶນສັງຄົມ. ປີນີ້, ນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ຫວຽດນາມ ແມ່ນຫຼວງຫຼາຍ. ຄວນຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຕໍ່ການຕະຫຼາດ ເພື່ອໃຫ້ນັກລົງທຶນພາຍໃນປະເທດຊຸກຍູ້ການລົງທຶນ”. 

 ບັນດາມາດຕະການເຊິ່ງ ລັດຖະບານ ຫວຽດນາມ ພວມນຳໃຊ້ຕົ້ນຕໍແມ່ນ ການຜັນຂະຫຍາຍສະເໝີຕົ້ນສະເໝີປາຍການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ທີ່ກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດໃນທ້າຍປີ ຂອງລັດຖະບານກັບການນຳບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ ຊຶ່ງໄດ້ດຳເນີນຢູ່ ຮ່າໂນ້ຍ, ໃນວັນທີ 30 ທັນວາ 2019. ນະທີ່ນີ້, ທ່ານ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ບັນດາຂະແໜງການ, ຂັ້ນຕ່າງໆຕ້ອງຕັດສິນໃຈ ແລະ ມານະພະຍາຍາມໃຫ້ຫຼາຍກ່ວາອີກ, ມີຄວາມຂະຫຍັນຂັນເຄື່ອນ, ມີຄວາມປະດິດຄິດສ້າງຫຼາຍກ່ວາອີກເພື່ອປະຕິບັດເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2020 ໃຫ້ຢ່າງມີໄຊ; ຜັນຂະຫຍາຍການປະຕິບັດໂຄງການ, ແຜນການປະຕິບັດງານດ້ວຍບັນດາກົນໄກ, ນະໂຍບາຍ, ມາດຕະການຢ່າງແຮງ, ເໝາະສົມກັບສະພາບການຕົວຈິງ ແລະ ມີລັກສະນະເປັນໄປໄດ້ຢ່າງສູງ.

ຫັນຄວາມສ່ຽງກາຍເປັນກາລະໂອກາດ

ໂດຍເຫັນດີເຫັນພ້ອມກັບການຊີ້ນຳຂອງທ່ານເລຂາທິການໃຫຍ່,ປະທານປະເທດ ຫງວຽນຝູຈ້ອງ, ກໍ່ຄືການບໍລິຫານຢ່າງຂ້ຽວຂາດຂອງ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກໍ່ໄດ້ມີວິທີການໄຫວພິບຫຼາຍຢ່າງເພື່ອແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂພັດທະນາເສດຖະກິດ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອັບເດັດ ແລະ ຕີລາຄາການຜະລິດ ແລະ ສົ່ງອອກ-ນຳເຂົ້າຢ່າງຕໍ່ເນື່ອງ, ພິເສດແມ່ນສິນຄ້າປະເພດທີ່ເປັນປ່າຍແຫຼມ, ຍູ້ແຮງການບໍລິການ ແລະ Logistic, ຄົ້ນພົບບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງທັນການເພື່ອໜູນຊ່ວຍໃຫ້ວິສາຫະກິດ. ກະຊວງແຜນການ ແລະ ການລົງທຶນໜູນຊ່ວຍໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ ແກ້ໄຂບັນດາຂໍ້ຄົງຄ້າງກ່ຽວກັບພື້ນຖານໂຄງລ່າງ ແລະ ປ່ອຍເງິນລົງທຶນສາທາລະນະ… ໃນຂະນະນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກໍ່ໄດ້ເພີ່ມທະວີການນຳ ຜະລິດຕະພັນການກະເສດ ເຂົ້າບັນດາລະບົບຮ້ານສັບພະສິນຄ້າ, ຮ້ານຂ້າຍເຄື່ອງ, ພິເສດແມ່ນພັດທະນາບັນດາຕະຫຼາດໃໝ່, ທ່ານ ຝຸ່ງດຶກຕຽນ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຢັ້ງຢືນວ່າ:

        ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ເຫັນດີເປັນເອກະພາບສຸມໃສ່ນຳໃຊ້ຜະລິດຕະພັນການກະເສດພາຍໃນປະເທດ, ປຸງແຕ່ງບັນດາຜະລິດຕະພັນຢ່າງລະອຽດ, ພວກຂ້າພະເຈົ້າກໍ່ສະເໜີບັນດາວິສາຫະກິດ ແລະ ທ້ອງຖິ່ນມຸ່ງໄປເຖິງວິທີການປຸງແຕ່ງຜະລິດຕະພັນການກະເສດຢ່າງລະອຽດ. ພ້ອມທັງ, ຍູ້ແຮງວຽກງານສົ່ງເສີມການຄ້າເພື່ອບໍ່ເອື່ອຍອີງໃສ່ຕະຫຼາດຈີນຫຼາຍເກີນໄປ. ໃນໄລຍະຍາວ, ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດໄດ້ຂຶ້ນແຜນການສ້າງໂຄງປະກອບ ບັນດາຜະລິດຕະພັນການກະເສດຢູ່ບັນດາທ້ອງຖິ່ນທີ່ເໝາະສົມກັບການຕະຫຼາດຄືນໃໝ່.

        ລັດຖະບານ ຫວຽດນາມ ຢັ້ງຢືນວ່າ ໂລກລະບາດ Covid – 19 ໃນໄລຍະຈະມາເຖິງຍັງຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ. ພ້ອມກັບເລື່ອງ ບໍ່ໄດ້ມີຄວາມປະໝາດໃນການສະກັດກັ້ນ, ຕ້ານໂລກລະບາດ, ລັດຖະບານ ຫວຽດນາມ ພວມເອົາໃຈໃສ່ເປັນພິເສດເຖິງການຊີ້ນຳຊຸກຍູ້ການພັດທະນາການຜະລິດ, ດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ, ສູ້ຊົນເພື່ອບັນລຸໄດ້ເປົ້າໝາຍໜ້າທີ່ໃນປີ 2020 ເຊິ່ງໄດ້ຮັບການໃຫ້ອະນຸມັດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ