ລັດຖະບານຮ່ວມແຮງຮ່ວມໃຈສຳເລັດຈຸດໝາຍປີ 2013

(vovworld)-ມີ​ຫລາຍ​ມາດ​ຕະ​ການ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົນ​ໄກ​ລາ​ຄາ​ໃນ​ທ້ອງຕະ​ຫລາດ, ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ກໍ​ຄື​ຮັບ​ປະ​ກັນ​ການ​ດຸນດ​ຽງ​ລະຫວ່າງລາຍ​ຮັບ ລາຍ​ຈ່າຍ​ງົບ​ປະ​ມານ ໂດຍ​ແມ່ນ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ສະ​ເຫ​ນີ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 9 ຂອງ​ລັດ​ຖະ​ບານ​ໃນ​ວັນ​ທີ 29/9. ບັນ​ດາ​ຂໍ້​ສະ​ເຫ​ນີ​ດັ່ງ​ກ່າວ​ແມ່ນ​ມຸ່ງ​ໄປ​ເຖິງ​ຈ​ຸດ​ໝາຍ​ຊ່ວຍ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາ​ມ ຟື້ນ​ຟູ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ​ກວ່າ ໃນ​ສະ​ພາບ​ຍັງ​ມີ​ເວລາພຽງ 3 ເດືອນ ອີກ​ກໍ​ຈະ​ໝົດ​ປີ 2013.

ລັດຖະບານຮ່ວມແຮງຮ່ວມໃຈສຳເລັດຈຸດໝາຍປີ 2013 - ảnh 1
ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 9 ຂອງ​ລັດ​ຖະ​ບານ​ຫວຽດນາມ
ພາບ:chinhphu.vn

        ກ່ອນ​ອື່ນ​ໝົດ​ຕ້ອງຢັ້ງ​ຢືນ​ວ່າ: ເສດ​ຖະ​ກິດ ສັງ​ຄົມ ສືບ​ຕໍ່​ພັດ​ທະ​ນາ​ຕາມ​ທ່ວງ​ທ່າ​ທີ່ດີ​​ໃນ​ທ​ຸກ​ດ້ານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລະ​ດັບ​ການ​ເຕີບ​ໂຕບໍ່​ທັນ​ບັນ​ລຸ​ລະດັບ​ເທົ່າ​ທີ່​ຄວນ​ ​. ການ​ຟື້ນ​ຕົວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ຊັກ​ຊ້າ​ຢູ່ ບໍ່​ທັນ​ໝັ້ນ​ແກ່ນ​ປານ​ໃດ. ລາ​ຍ​ຮັບ​ງົບ​ປະ​ມານ​ບັນ​ລຸ​ລະ​ດັບ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ແຜນ​ການ. ຕະ​ຫລາດ ແລະ ກຳ​ລັງ​ຊື້​ມີ​ການ​ຫັນ​ປ່ຽນ​ແຕ່​ຍັງ​ຊັກ​ຊ້າ ແລະ ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽ​ວ​ກັນ​ຂອງ​ປີ​ກາຍ, ໃນ​ຂະ​ນະ​ນັ້ນ ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ. ຈຳນວນວິ​ສາ​ຫະ​ກິດ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຊົ່ວ​ຄາວຍັງ​ຫລາຍ​ຢູ່.

        ໃນ​ສະ​ພາບ​ດັ່ງ​ກ່າວ, ລັດ​ຖະ​ບານ ຄວນ​ບໍ​ລິ​ຫານ​ການ​ປະ​ຕິ​ບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ​ຢ່າງ​ຂ​້ຽວ​ຂາດກວ່າ. ພ້ອມ​ກັບການ​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ຫລຸດ​ຜ​່ອນ, ຕໍ່​ກຳ​ນົດ​ເວ​ລາ ເກັບ​ອາ​ກອນ, ​ໂຈະ​ການ​ເກັບ​ອາ​ກອນ​ເພື່ອ​ກະ​ຕຸກ​ຊຸກ​ຍູ້​ການ​ລົງ​ທຶນ, ພັດ​ທະ​ນາ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ຕ້ອງປັບ​ໄຫມ​ລົງ​ໂທດ​ຢ່າງ​ເຂັ້ມ​ງ​ວດ​ບັນ​ດາ​ກໍ​ລະ​ນີ​ ຫ​ນີ, ​ສ​ໍ້​ໂກງ​ພາ​ສີ​ອາ​ກອນ. ພິ​ເສດ ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ກົນ​ໄກ​ລາ​ຄາ​ໃນ​ທ້ອງ​ຕະ​ຫລາດ​ສຳ​ລັບ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ້ນ​ເຂົ້າ​ທີ່​ຈຳ​ເປັນ​ຄື: ນ້ຳ​ມັນ, ໄຟ​ຟ້າ. ທ່ານ ດີງ​ລາ​ທັງ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຫວຽດ​ນາມ ສະ​ເຫ​ນີ​ວ່າ:

        “ຂ້າ​ພະ​ເຈົ້າ​ສ​ະ​ເຫ​ນີ ຕ້ອງ​ເດັດ​ດ່ຽວ​ປະ​ຕິ​ບັດ​ຕາ​ມລາ​ຄາ​ໃນ​ທ້ອງ​ຕ​ະ​ຫລາດ​ຄື: ລາ​ຄາ​ອາຍ​ແກ​ສ, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ. ຖ້າ​ພວກ​ເຮົາ​ປະ​ຕິ​ບັດ​ຢ່າງ​ເຂັ້​ມງ​ວດ ແຕ່​ລະ​ປີ ພວກ​ເຮົາ​ສາ​ມາດ​ສ້າງລາ​ຍ​ຮັບ​ງົບ​ປະ​ມານ​ຕື່ມ​ອີກ ນັບ​ໝື່ນ​ຕື້​ດົ່ງ​ຈາກ​ຂົງ​ເຂດ​ອາຍ​ແກ​ສ.”

        ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ທ່ານ ຈີ້ງ​ດີງ​ຢູງ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງກໍ່​ສ້າງ​ຫວຽດ​ນາມ ເນັ້ນ​ຫ​ນັກ​ວ່າ: ບັນ​ດາ​ທ້ອງ​ຖິ່ນ​ຄວນ​ປະ​ຕິ​ບັດ​ການ​ຫັນບັນ​ດາ​ໂຄງ​ການ​ເຮ​ືອນ​ຢູ່​ການ​ຄ້າ​ເປັນ​ເຮືອນ​ຢູ່​ສັງ​ຄົມ​ຢ່າງ​ຂ້ຽວ​ຂາດກວ່າ, ແກ້​ໄຂ​ຫນີ້​ຄ້າງ​ໃນ​ການກໍ່​ສ​້າງ​ພື້ນ​ຖານ​ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ, ຍູ້​ແຮງ​ການ​ປ່ອຍ​ບ້ວງເງິນຫ​ນູນ​ຊ່ວຍ 30.000 ຕື້​ດົ່ງ ໃຫ້​ຖືກ​ກັບ​ເປົ້າ​ໝາຍ, ຜ່ານນັ້ນ​ປະ​ກອບ​ສ່ວນ​ກະ​ຕ​ຸກ​ຊຸກ​ຍູ້​ກາ​ນເຕີບ​ໂຕ, ພັດ​ທະ​ນາ​ເສດ​ຖະ​ກິດ. ທ່ານ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ກໍ​ຖື​ວ່າ: ຄວນກວດ​ກາ​ຄືນ​ຂອບ​ຂະ​ຫ​ນາດ​ເງິນ​ລົງ​ທຶ​ນ​ເຂົ້າ​ບັນ​ດາ​ໂຄງ​ການ​ເພື່ອ​ຄວບ​ຄຸມ​ເງິນ​ລົງ​ທຶນ​ຂອງ​ລັດ​ໃນ​ການກໍ່​ສ້າງໃຫ້​ດີກວ່າ, ຫລີກ​ລ້ຽງ​ການ​ລົງ​ທຶນ​ກະ​ແຈ​ກ​ກະ​ຈາຍ, ນີ້​ກໍ​ແມ່ນ​ພື້ນ​ຖານ​ເພື່ອ​ແກ້​ໄຂ​ສະ​ພາບ​ຫນີ້​ຄ້າງ​ໃນ​ການກໍ່​ສ້າງ​ພື້ນ​ຖານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        “ຂ້າ​ພະ​ເຈົ້າ​ສະ​ເຫ​ນີ ສືບ​ຕໍ່​ກວດ​ກາ​ຄືນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ. ວຽກ​ງານນີ້​ຕ້ອງ​ມີ​ການ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ​ສະ​ເພາະ​ຂະ​ແຫນງ​ກ່ຽວ​ກັບ​ການກໍ່​ສ້າງ ເພື່ອ​ສຳ​ຫລວດກວດ​ຄືນ. ບັນ​ດາ​ໂຄງ​ການ​ໃດ​ບໍ່​ທັນ​ຈຳ​ເປັນ ເຖິງວ່າ​ໄດ້​ລົງ​ທຶນ​ແລ້ວ ກໍ​ສາມາດ​ຢຸດຕິ​​ໄວ້​ຊົ່ວຄາວ​ໄດ້ ແລະ ກວດ​ກາ​ຄືນ​ບັນ​ດາ​ໂຄງ​ການ​ ຄວນ​ສືບ​ຕໍ່​ປະ​ຕິ​ບັດ, ຊ້ຳ​ບໍ່​ຫ​ນຳ ບັນດາ​ໂຄງການ ພວມກໍ່​ສ້າງ​ກໍ​ສາ​ມາດ​ປັບ​ປຸງ​ຍົກ​ເລີກໄດ້.”

        ກ່ຽວ​ກັບ​ຂົງ​ເຂດ​ເງິນ​ຕາ ທະ​ນາ​ຄານ  ​ທ່ານ ດີງ​ຕຽນ​ຢູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ກໍ​ໄດ້ສະ​ເຫ​ນີ​​ໃຫ້ທະ​ນາ​ຄານ​ແຫ່ງ​ລັດ ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ສົມ​ທົບ​ກັນ​ຢ່າງ​ແຫ​ນ້ນ​ແຟ້​ນ​ກັບ​ກະ​ຊ​ວງ​ການ​ເງິນ​​ເພື່ອ​ປະ​ຕິ​ບັດ​ຫ​ນ້າ​ທີ່​ກາ​ນ​ເງິນ ງົບ​ປະ​ມານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ຄວາມ​ດຸນ​ດຽງ​ລະຫວ່າງລາຍ​ຮັບ​ລາຍ​ຈ່າຍ​ງົບ​ປະ​ມານ​ຕາມ​ແຜນ​ການ​ທີ່​ວາງ​ອອກ, ຮັກ​ສາ​ລ​ະ​ດັບ​ລາຍ​ຈ່າຍ​ເກີນ​ດຸນ​ຂອ​ງ​ທັງ​ປີ​ຄື​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ ເພື່ອ​ຫລີກ​ລ້ຽງ​ສະ​ພາບ​ລົງ​ທຶນ​ກະ​ແຈກ​ກະ​ຈາຍ, ກໍ່​ສະ​ພາບ​ຫນີ້​ຄ້າງ, ຮົ່ວ​ໄຫລ, ຟ​ຸມ​ເຟືອຍ.

        ກ່ຽວ​ຂ້ອງ​ເຖິງວິ​ວັດ​ການ​ຍູ້​ໄວ​ການ​ສ້າງ​ໂຄງ​ປະ​ກອບລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່, ທ່ານ ຫວູ​ດືກ​ດາມ ລັດ​ຖ​ະ​ມົນ​ຕີ, ຫົວ​ຫ​ນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ລັດ​ຖະ​ບານ ພວມ​ປະ​ຕິ​ບັດ​​ບາດ​ກ້າວ​ຕ່າງໆຢ່າງ​ຂ້ຽວ​ຂາດ​ເພື່ອ​ຍູ້​ແຮງ​ກາ​ນ​ຫັນ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ​່ວນ ຕາມ​ທິດ​ໂປ່ງ​ໃສ ເປີດ​ເຜີຍ ແລະ ປະ​ຕິ​ບັດ​ຕາມ​ມາດ​ຖານ​ລວມ​ຂອງ​ສາ​ກົນ.

        “ມີ​ຫລາຍ​ຮູບ​ການ​ວິ​ສາ​ຫະ​ກິດ ລັດ​ບໍ່​ຈຳ​ເປັນ​ຖື​ຫຸ້ນ​​ເປັນ​ສ່ວນ​ຫລາຍ ແຕ່​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ສຳ​ລັບ​ວິ​ສາ​ຫະ​ກິດນັ້ນ ​ເຂົາ​ເຈົ້າ​ຍັງ​ລະບຸ​ໄວ້​ໃນ​ຂໍ້​ກຳນົດ, ຊ້ຳ​ບໍ່​ຫນຳ​ແມ່ນ​ໃນ​ກົດໝາຍ​ທີ່​ວ່າ ​ເຖິງ​ວ່າ​ລັດ​ຖື​ຫຸ້ນ​ພຽງ 1% ​ເທົ່າ​ນັ້ນ, ລັດ​ຍັງ​ຄົງ​ມີ​ສິດ​ຕັດ​ສິນ​ຊີ້​ຂາດ. ພວກ​ເຮົາ​ປະ​ຕິ​ບັດ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ ບໍ່​ແມ່ນ​ໄປ​ຝືນ​ກັບ​ການ​ກຳ​ນົດ​ທິດ, ບໍ່​​ໄປຝືນ​ກັບ​ໂຄງ​ການ​ການ​ເມືອງ ແລະ ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ປີ 1992 ສະ​ບັບ​ປັບ​ປຸງ ຫາກ​ພ​ຽງ​ເຮັດ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ເຄື່ອ​ນ​ໄຫວ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ກວ່າ, ຮັບ​ປະ​ກັນ​ພາ​ລະ​ບົດ​ບາດ​ສຳ​ຄັນ​ແມ່ນ​ນຳ​ພາ​ພື້ນ​ຖານ​ເສດ​ຖະ​ກິດ”

        ການ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ ໂດຍ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ສະ​ເຫ​ນີ ຈະ​ປະ​ກອບ​ສ່ວນ​ຕັ້ງ​ຫ​ນ້າ​ໃຫ້​ແກ່​ການ​ປະ​ຕິ​ບັດສຳ​ເລັດ​ບັນດາຈຸດ​ໝາຍ​ຊື່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ໃຫ້​ປີ 2013 ​ເວົ້າ​ລວມ ແລະ ຍູ້​ແຮງ​ຄວາມ​ຄືບ​ຫ​ນ້າ​ການ​ຟື້ນ​ຕົວ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ເວົ້າ​ສະ​ເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ