ລັດຖະບານເດັດດ່ຽວສູ້ຊົນເພື່ອບັນລຸບັນດາຄາດໝາຍທີ່ໄດ້ວາງອອກໃນລະດັບສູງສຸດ

ລັດຖະບານເດັດດ່ຽວສູ້ຊົນເພື່ອບັນລຸບັນດາຄາດໝາຍທີ່ໄດ້ວາງອອກໃນລະດັບສູງສຸດ - ảnh 1
​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບ:quochoi.vn)

(vovworld) - ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2016 ​ແລະ ​ແຜນການ​ປີ 2017 ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ລາຍ​ງານ​ທີ່​ວາລະ​ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 14 ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10, ​ໄດ້​ເນັ້ນ​ໜັກ​ວ່າ, ​ເຖິງ​ວ່າ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ໄລຍະ​ຜ່ານ​ມາ​ກໍ່ຕາມ, ​ແຕ່ ຫວຽດນາມ ຍັງ​ຄົງ​ບັນລຸ​ໄດ້ຜົນ​ງານ​ທີ່​ສຳຄັນ​ໃນ​ທຸກ​ຂົງ​ເຂດ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ. ດ້ວຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ປີ 2016, 2017, ຫວຽດນາມ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ບັນລຸ​ຜົນງານ​ປະ​ທັບ​ໃຈ​ກວ່າ​ໃນ​ການ​ພັດທະນາ​ເສດຖະກິດ.

        ປີ 2016, ຄຽງ​ຂ້າງ​ບັນດາ​ຄວາມ​ສະດວກ, ຫວຽດນາມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ. ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ປະກົດ​ອອກ​ໄວ​ກວ່າ​ການ​ຄາດ​ຄະ​ເນ. ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນຢູ່​ພາກ​ເໜືອ, ທິດ​ໃຕ້​ພາກ​ກາງ, ​ເຂດ ​ໄຕ​ງວຽນ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​ທະ​ເລ​ທີ່​ຂຶ້ນ​ກັບ 4 ​ແຂວງ​ທາງ​ພາກ​ກາງ, ສິ່ງ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ເສ​ດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ລະບົບ​ການ​ການ​ເມືອງ, ສະພາບ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ຍັງ​ຄົງ​ບັນລຸ​ຜົນງານ​ທີ່​ສຳຄັນ​ໃນ​ເກືອບ​ທຸກ​ຂົງ​ເຂດ.

ປີ 2016: ​ເສດຖະກິດ​ມະຫາ​ພາກ​ມີຄຄວາມ​ສະຫງົບ, ຄວາມ​ສົມ​ດຸນ​ພື້ນຖານ​ໄດ້​ຮັບປະກັນ

        ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ລັດຖະບານ ​ໄດ້​ສຸມ​ໃສ່​ຊີ້​ນຳ, ບໍລິຫານ​ຢ່າງ​ມີ​ໄຫວ​ພິກ, ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ນະ​ໂຍບາຍ​ປີ​ການ​ເງິນ ​ແລະ ນະ​ໂຍບາຍ​ເງິນຕາ ກໍ່​ຄື​ນະ​ໂຍບາຍ​ອື່ນໆ ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ ​ແລະ ຊຸກຍູ້​ການ​ເຕີບ​ໂຕ. ດັດຊະນີ​ລາຄາ​ໃຊ້​ສອຍ (CPI) ທັງ​ປີ​ຄາດ​ວ່າ​ບັນລຸ​ປະມານ 4%. ໜີ້​ເສຍ​ສືບ​ຕໍ່​ໄດ້​ຮັບ​ການ​ແກ້​ໄຂ ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບສິນ​ເຊື່ອ, ຮັບປະກັນ​ການ​ຊຳລະ ​ແລະ ຄວາມ​ປອດ​ໄພ​ໃນ​ທົ່ວ​ລະບົບ. ມາ​ຮອດ​ປະຈຸ​ບັນ, ສິນ​ເຊື່ອສຳລັບ​ພື້ນຖານ​ເສດຖະກິດ​ເພີ່ມ​ຂຶ້ນ 11,24%. ອັດຕາ​ແລກປ່ຽນ ​ແລະ ຕະຫຼາດ​ເງິນຕາ​ຕ່າງປະ​ເທດ, ຕະຫຼາດ​ຄຳ​ມີ​ສະຖຽນ​ລະ​ພາບ; ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ຝາກ​ມາ​ບັນລຸ​ກວ່າ 40 ຕື້ USD, ​ເຊິ່ງ​ແມ່ນ​ລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ລາຍ​ຮັບ​ງົບປະມານ​ແຫ່ງ​ລັດທັງ​ປີ​ຄາດ​ວ່າ​ເພີ່ມ​ຂຶ້ນ 2,4%.

        ປີ 2016, ລັດຖະບານ​ໄດ້​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ. ​ໃນ 9 ​ເດືອນ, ມີວິ​ສາ​ຫະກິດ 81.000 ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃໝ່ ​ແລະ ມີ​ວິ​ສາ​ຫະກິດ 20.000 ກວ່າ​ແຫ່ງ​ສືບ​ຕໍ່​ເຄື່ອນ​ໄຫວ​ຄືນ​ໃໝ່, ອັນ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ບັນຍາກາດ​ຟົດ​ຟື້ນ​ໃຫ້​​ແກ່ປະຊາຊົນ, ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ.

        ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ບັນລຸ​ໄດ້ຜົນ​ງານ​ໃນ​ເບື້ອງ​ຕົ້ນ​ຈຳນວນ​ໜຶ່ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ໃຫ້​ຮູ້​ວ່າ, ການ​ເຕີບ​ໂຕ GDP ທັງ​ປີ ຄາດ​ຄະ​ເນ​ວ່າຈະ​ບັນລຸ​ລະດັບ​ຕຳ່​ກວ່າ​ແຜນການ​ທີ່​ໄດ້​ວາງ​ອອກ (6,7%). ການ​ສົ່ງ​ອອກ​ທັງ​ປີ​ບັນລຸ​ລະດັບ​ເທົ່າ​ກັບ​ແຜນການ​ທີ່​ໄດ້​ວາງ​ອອກ. ຕີ​ລາຄາ​ລວມກ່ຽວ​ກັບ​ສະພາບ​ເສດຖະກິດ​ໃນ​ປີ 2016, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ:

        “​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ຈຳກັດ​ຫຼາຍ​ຢ່າງ, ​ແຕ່​ສະພາບ​ເສດຖະກິດ - ສັງຄົມ ຫວຽດນາມ​ສືບ​ຕໍ່​ໄດ້​ຮັບ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ບັນລຸ​ໄດ້ຜົນ​ງານ​ຮອບດ້ານ​ພໍ​ສົມຄວນ​ໃນ​ເກືອບ​ທຸກ​ຂົງ​ເຂດ. ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ; ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ; ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ບັນລຸ​​ໄດ້ຜົນງານ​ຈຳນວນ​ໜຶ່ງ; ການ​ລົງທຶນ​ພາກ​ເອກະ​ຊົນ​ຫັນປ່ຽນ​ຢ່າງ​ແຮງ; ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສັງຄົມ ​ແລະ ຕະຫຼາດ​ເພີ່ມ​ຂຶ້ນ. ບັນດາ​​ໃຈກາງ​ເສດຖະກິດ​ໃຫຍ່​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ໃນ​ການ​ເຕີບ​ໂຕ, ​ເປັນ​ກຳລັງ​ໜູນ​ພັດທະນາ​ຂອງ​ບັນດາ​ເຂດ​ໃນ​ທົ່ວ​ປະ​ເທດ; ມີ​ຫຼາຍ​ທ້ອງ​ຖີ່​ນປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໄດ້​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ“

ປີ 2017: ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ສູ້​ຊົນ​ເພື່ອ​ໃຫ້ GDP ​ເພີ່ມ​ຂຶ້ນ​ປະມານ 6,7%

        ​ໂດຍ​ປະຕິບັດ​ຄາດໝາຍ​ດັ່ງກ່າວ, ໜ້າ​ທີ່​ທຳ​ອິດ​ເຊິ່ງລັດຖະບານ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ນັ້ນ​ແມ່ນ ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ຮັບປະກັນ​ບັນດາ​ຄວາມ​ສົມ​ດຸນ​ໃຫຍ່​ຂອງ​ພື້ນຖານ​ເສດຖະກິດ. ຕາມ​ນັ້ນ​ແລ້ວ, ລັດຖະບານ​ຈະ​ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ນະ​ໂຍບາຍ​ປີ​ການ​ເງິນ ​ແລະ ນະ​ໂຍບາຍ​ເງິນຕາ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ຕາມ​ຄາດໝາຍ​ທີ່​ໄດ້​ວາງ​ອອກ.

        “ເປັນ​ເຈົ້າ​ການປະຕິບັດ​ນະ​ໂຍບາຍ​ເງິນຕາ​, ຢ່າງມີ​ໄຫວ​ພິກ, ມີ​ປະສິດທິ​ຜົນ; ບໍລິຫານ​ອັດຕາ​ດອກ​ເບ້ຍ​​ໃຫ້​ເໝາະ​ສົມກັບ​ການ​ຜັນ​ແປ​ຂອງ​ເສດຖະກິດ​ມະຫາ​ພາກ, ​ໄພ​ເງິນ​ເຟີ້ ​ແລະ ຕະຫຼາດ​ເງິນຕາ; ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຮັບປະກັນ​ທຶນ​ສິນ​ເຊື່ອ​ໃຫ້​ພື້ນຖານ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂົງ​ເຂດ​ບຸລິ​ມາ​ສິດ“.

ຫວຽດ​ນາມກໍ່​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປີ​ການ​ເງິນ​ຢ່າງ​ແໜ​້ນ​ແຟ້ນ, ຮັດ​ແໜ້ນ​ກົດ​ລະ​ບຽບ​ການ​ເງິນ - ງົບ​ປະ​ມາ​ນ​ແຫ່ງ​ລັດ; ປະ​ຢັດການ​ໃຊ້​ຈ່າຍ​ຢ່າງ​ສຸດ​ຂີດ. ເລື່ອງ​ຍູ້​ແຮງ​ການ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ການ​ລົງ​ທຶນ, ພັດ​ທະ​ນາ, ໃນ​ນັ້ນ​ຄົ້ນ​ຄວ້າ, ປະ​ກາດ​ໃຊ້​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ທີ່​ເໝາະ​ສົມ​ເພື່ອ​ລະ​ດົມ​ຊັບ​ພະ​ຍາ​ກອນຄຳ ແລະ ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ສັງ​ຄົມ ກ​ໍ​ໄດ້​ຮັບ​ຄວາມ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ. ດຶງ​ດູດ​ການ​ລົງ​ທຶນນອກ​​ປະ​ເທດ​ຢ່າງ​ແຮງ, ນັບ​ທັງ​ FDI ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​​ອົງ​ປະ​ກອບໂຄງ​ລ່າງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ.

        “ຍ​ູ້​ແຮງ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ເປີດກວ້າງ​ຕະ​ຫຼາດ​ສົ່ງ​ອອກ ຕິດ​ພັນ​ກັບ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສິນ​ຄ້າ​​ໃຫ້ຫວຽດ​ນາມ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ຜະ​ລິດ ແລະ ລະ​ບົບ​ມ​ູນ​ຄ່າ​ພາກ​ພື້ນ, ທົ່​ວ​ໂລກ. ກວດ​ກາ​ຄືນ, ຫັນ​ລະ​ບ​ຽບ​ການ​ຂາ​ອອກ, ຂາ​ເຂົ້າ​ເປັນ​ງ່າຍ​ດ່າຍ, ປະ​ຕິ​ບັດ​ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ, ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ອາ​ຊຽນ ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພັດ​ທະ​ນາ​ລະ​ບົບ​​ຂາຍ​ຍ່ອຍ, ​ການ​ຜະ​ລິດຕິດ​ພັນ​ກັບ​ການຈຳ​​ໜ່າຍ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ”.

        ລັດ​ຖະ​ບານ​ຫວຽດ​ນາມ ກໍ່​ສືບ​ຕໍ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​​ທຸ​ລະ​ກິດ, ຊຸກ​ຍູ້​ການ​ເຕີບ​ໂຕ, ໃນ​ນັ້ນ​ສຸມ​ໃສ່​ສ້າງ​​ປັບ​ປຸງກົນ​ໄກ, ນະ​ໂຍ​ບາຍ, ກົດໝາຍ​ໃຫ້​ສຳ​ເລັດ.

        “ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ​ນ້ອຍ; ປັບ​ປຸງ​ກົດ​ລະ​ບຽ​ບຮັບ​ປະ​ກັນ​​ດ້ານສິນ​ເຊືຶ່ອ ແລະ ກອງ​ທຶນ​ຮັບ​ປະ​ກັນ​​ດ້ານສິນ​ເຊື່ອ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ​ນ້ອຍ. ຜັນ​ຂະ​ຫຍາຍ​ກ​ົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ບັນ​ດາ​ກົດ​ໝາຍ​​​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ເມື່ອ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ວາງ​ອອກ​ຄາດ​ໝາຍ​ຢ່າງ​ລະ​ອຽດ​ສຳ​ລັບ​ແຕ່​ລະ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 19 ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ.”

        ເລື່ອ​ງ​ສ້າງ​ໂຄງ​ປະ​ກອບ​​ເສດ​ຖະ​ກິ​ດ​ຄືນ​ໃໝ່ ຈະ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ແທ​ດ​ຈິງ, ຕິດ​ພັນ​ກັບ​ການ​ຫັ​ນ​ປ່ຽນ​​​ຮູບ​ແບບການ​ເຕີບ​ໂຕ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ. ປະ​ກາດ​ໃຊ້ ແລະ ​ພັນ​ຈະ​ຫຍາຍ​​ການ​ປະ​ຕິ​ບັດແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ບັນ​ດາ​ອົງ​ການ​ສິນ​ເຊື່ອຄືນ​ໃໝ່ ຕິດ​ພັນ​ກັບ​ການ​ແກ້​ໄຂໜີ້​ເສຍ​ໄລ​ຍະ 2016 – 2020 ຢ່າ​ງ​ມີ​ປະ​ສິດ​ທິ​ຜົນ. ຜັນ​ຂະ​ຫຍາຍ​ແຜນ​ການ​ສັງ​ລວມ​ສ້າງໂຄງ​ປະ​ກອບລັດ​ວິ​ສາ​ຫະ​ກິດ​ໄລ​ຍະ 2016 – 2020.

        ປີ 2017, ຄາດ​ຄະ​ເນ​ວ່າ ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ມີ​ການ​ຜັນ​ແປ​ ​ສັບ​ສົ​ນຫຼາຍ​ຢ່າງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລັດ​ຖະ​ບານ​ຫວຽດ​ນາມ ຈະ​​ມີ​ການ​ກະ​ທ​ຳ​ຢ່າງ​ເດັດ​ດ່ຽວ, ມາ​ນະ​ພະ​ຍາ​ຍາມ​ສູ​້​ຊົນ​ເພື່ອ​ບັນ​ລຸ​ບັນ​ດາ​ເປົ້າ​ໝາຍ, ຕົວ​ເລກ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ທີ່​ໄດ້​ວາງ​ອອກໃນລະ​ດັບ​ສູງ​ສຸດ.

ຂ່າວ/ບົດ​ອື່ນ