ລັດຖະບານໃໝ່ ເກຼັກ ສາມາດພັດທະນາພື້ນຖານເສດຖະກິດໄດ້ຫຼືບໍ

ລັດຖະບານໃໝ່ ເກຼັກ ສາມາດພັດທະນາພື້ນຖານເສດຖະກິດໄດ້ຫຼືບໍ - ảnh 1
(ພາບປະກອບ)

(vovworld) - ພາຍຫຼັງ​ລາ​ອອກ​ຈາກ​ຕຳ​ແໜ່​ງ 1 ​ເດືອນ​ເຕັມ, ອະດີດ​ນາຍົກລັດຖະມົນຕີ ເກຼັກ Alexis Tsipras ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຄືນ​ໃໝ່, ດ້ວຍ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 20/9. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສິ່ງ​ເຊິ່ງຫາງ​ສຽງ​ເອົາ​ໃຈ​ໃສ່​ທີ່​ສຸດ​ໃນ​ປະຈຸ​ບັນ, ນັ້ນ​ແມ່ນ​ ລັດຖະບານ​ໃໝ່​ຈະ​ເຮັດ​ຫຍັງ​ເພື່ອ​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ມີ​ຢູ່​ແລ້ວ, ນັ້ນ​ແມ່ນ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ທີ່​ພວມ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ. ຮັບ​ມື​ກັບ​ວິ​ກິດ​ການ​ເຂົ້າ​ເມືອງ, ພິ​ເສດ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່​ປະຊາຊົນກ່ຽວ​ກັບ​ອະນາຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ປະ​ເທດ​ຊາດ.

ດ້ວຍ​ບັດ​ສະໜັບສະໜູນ 35,5% ​ໃນ​ຈຳນວນ​ຜູ້​ມີ​ສິດ​ເລີກ​ຕັ້ງ​ໄປ​ປ່ອນ​ບັດ​ກວ່າ 50%, ພັກ​ຊີຣີ ຂອງ​ອະດີດນາຍົກລັດຖະມົນຕີ Alexis Tsipras ຍາດ​ໄດ້ 145/300 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ. ຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ. ປະຈຸ​ບັນຊາ​ວ ເກຼັກ ສ່ວນ​ຫຼາຍ​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ສຸດ​ຕໍ່​ບັນດາ​ລັດຖະນະ​ໂຍບາຍ​ຂອງທ່ານ Alexis Tsipras. ພາຍຫຼັງ​ທີ່​ທ່ານ​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ ດ້ວຍ​ສະພາ​ແຫ່ງ​ຊາດ​ໃໝ່​ທີ່​ມີ​ທັດສະນະ​ເປັນ​ເອກະ​ພາບ​ກວ່າ.

ການ​ກະທຳ​ທີ່​ສະຫຼາດ

ກ່ອນ​ນີ້ 1 ​ເດືອນ, ທ່ານນາຍົກລັດຖະມົນຕີ Alexis Tsipras ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໂດຍ​ບັງ​ເອີນ, ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ຢູ່ ເກຼັກ. ການ​ກະທຳ​ນີ້ ​ໄດ້​ຊ່ວຍ​ໃຫ້​ທ່ານ​ກັບ​ຄືນ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ​ເທື່ອ​ທີ 2 ​ໃນ​ທີ່​ຕັ້ງ​​ເຂັ້ມ​ແຂງ​ກວ່າ, ​ແຕ່​ບໍ່​ໄດ້​ປະສົບ​ກັບ​ການ​ຄັດຄ້ານ​ຈາກ​ບັນດາ​ສະມາຊິກ​ຂອງ​ພັກ ຊີຣີ ທີ່​ມີ​ທັດສະນະ​ຕ່າງ​ກັນ. ​ເມື່ອ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຄືນ​ໃໝ່, ທ່ານ Alexis Tsipras ຈະ​ມີ​ເງື່ອນ​ໄຂ​ປັດ​ເຂ່ຍ​ບັນດາ​ພາກສ່ວນ​ຄັດຄ້ານພາຍ​ໃນ​ພັກ ຊີຣີ, ທັງ​ກ້າວ​ໄປ​ເຖິງ​ການ​ສ້າງ​ສະພາ​ແຫ່ງ​ຊາດ​ໃໝ່​ທີ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.

ກ່ອນ​ອື່ນ​ໝົດ: ພັກ ຊີຣີ ກຳ​ອຳນາດ​ຈະ​ຊ່ວຍ​ໃຫ້​ທ່ານນາຍົກລັດຖະມົນຕີ Alexis Tsipras ມີ​ສິດ​ສ້າງ​ບັນຊີ​ລາຍ​ຊື່​ບຸກຄະລາ​ກອນ​ໃໝ່, ຫາກ​ບໍ່​ຕ້ອງ​ຜ່ານ​ກອງ​ປະຊຸມ​ໃຫຍ່​ພັກ. ນີ້​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້ທ່ານ Alexis Tsipras ປັດ​ເຂ່ຍ​ພາກສ່ວນ​ທີ່​ເຄີຍ​ຄັດຄ້ານ​ບັນດາ​ລັດຖະນະ​ໂຍບາຍ​ຂອງ​ທ່ານ. ຄຽງ​ຂ້າງ​ນັ້ນ, ການຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ ​ແມ່ນ​ເພື່ອ​ເຮັດ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ບໍ່​ມີ​ເວລາ​ກະກຽມ​ສ້າງ​ຕັ້ງ​ພັກ​ສະ​ເພາະ​ໃຫ້​ແກ່​ການ​ຊ່ວງ​ເສ​ັງ​ເຂົ້າ​ສະພາ​ແຫ່ງ​ຊາດ. ຍິ່ງ​ກວ່າ​ນັ້ນ, ຖ້າ​ການ​ເລືອກ​ຕັ້ງ​ດຳ​ເນີນ​ຫຼັງ​ເດືອນ 9, ທ່ານ Alexis Tsipras ຍາກ​ທີ່​ຈະ​ ​ຮັບ​ການ​ສະໜັບສະໜຸນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້ 60% ຄື​ປະຈຸ​ບັນ, ​ໃນ​ຂະນະ​ທີ່​ບັນດາ​ມາດ​ຕະການ ຮັດ​ເຂັມຄັດ​ໃໝ່​ເຊັ່ນ: ​ເພີ່ມ​ອັດຕາ​ພາສີ, ຫຼຸດຜ່ອນ​ການ​ອຸດ​ໜູນ​ໃຫ້​ແກ່​ຮັບປະກັນ​ຊີ​ວິດ​ສັງຄົມ ຕາມ​ຮຽກຮ້ອງ​ຂອງ​ເຈົ້າ​ໜີ້ ​ຈະ​ເລີ່​ມນຳ​ໃຊ້​ແຕ່​ເດືອນ 10 ​ເປັນ​ຕົ້ນ​ໄປ.

ພື້ນຖານ​ເສດຖະກິດ​ບໍ່​ທັນ​ພັດທະນາ

​ໂດຍ​ບໍ່​ຫົວຊາ​ຕໍ່​ຜົນ​ແຫ່ງ​ການ​ເລືອກ​ຕັ້ງ, ບັນດາ​ນັກ​ຊ່ຽວຊານ​ດ້ານ​ການ​ເງິນ ຢືນຢັນ​ວ່າ, ເກຼັກ ຍັງ​ຕ້ອງການ​ບ້ວງ​ເງິນ​ກູ້​ຊ່ວຍ​ຢ່າງ​ແນ່ນອນ. ຄວາມ​ຈິງ​ແລ້ວ, ພື້ນຖານ​ເສດຖະກິດ​ຂອງ ເກຼັກ​ ໃນ​ປະຈຸ​ບັນ​ບໍ່​ທັນ​ໄດ້​ຮັບ​ການ​ປັບປຸງ​ ນັບ​ແຕ່ພາຍຫຼັງ​ວິ​ກິດ​ການ​ຜ່ານ​ມາ​ໄດ້ເທື່ອ. ພື້ນຖານ​ອຸດສາຫະກຳ​ຫຼຸດ​ລົງ ​ແລະ ອັດຕາ​ສ່ວນ​ຄົນ​ຫວ່າງ​ງານ​ຢູ່​ໃນ​ລະດັບ​ສູງ​ແມ່ນ 25%.

ນັບ​ແຕ່​ປີ 2010, ລັດຖະບານ ເກຼັກ ບໍ່​ມີ​ຄວາມ​ສາມາດ​ໃນ​ການ​ຄວບ​ຄຸມ​ພື້ນຖານ​ເສດຖະກິດ​​ໄດ້, ດ້ວຍ​ອັດຕາ​ຄົນ​ຫວາງ​ງານ​ໃນ​ລະດັບ​ສູງ, ໜີ້​ສິນ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ສັງຄົມ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮ້າຍ​ແຮງ. ​ໃນ 7 ​ເດືອນ​ກຳ​ອຳນາດ, ​ແຕ່​ວັນ​ທີ 25/1 ມາ​ຮອດ​ປະຈຸ​ບັນ, ລັດຖະບານ​ຂອງ​ທ່ານ Alexis Tsipras ຖືກ​ຕຳ​ໜິ້ວ່າ ບໍ່​ມີ​ຄວາມ​ສາມາດ​ຄວບ​ຄຸມ​ປະ​ເທດ ​ແລະ ຖືກ​ບັນດາ​ກຳລັງ​ຝ່າຍ​ຂວາ, ຝ່າຍ​ຊ້າຍ​ຖີ້ມ​ໂທດ​ວ່າ ​ໄດ້ “ຍອມ​ຈຳນົນ“ ບັນດາ​ເຈົ້າ​ໜີ້​ໃນ​ທຸກ​ດ້ານ

ບັນດາ​ການ​ທ້າ​ທາຍ​ໃນ​ຕໍ​ໜ້າ

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ປະຈຸ​ບັນ Athens ຕ້ອງການ​ມີ​ລັດຖະບານ​ໃໝ່​ທີ່​ເຂັ້ມ​ແຂງ​ຢ່າງ​ພຽງພໍ ​ເພື່ອ​ສາມາດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ຕໍ່ໜ້າ​ໄດ້. ທ່ານ​ນາຍົກລັດຖະມົນຕີ A.Tsipas ​ແລະ ຄະນະລັດຖະບານ​ໃໝ່ ຕ້ອງ​ດຳ​ເນີນ​ບັນດາ​ມາດ​ຕະການ​ປະຕິ​ຮູບ​ທີ່​ຈຳ​ເປັນຢ່າງ​ຮີບ​ດ່ວນ, ທັງ​ກູ້​ຊ່ວຍ​ພື້ນຖານ​ເສດຖະກິດ​ພວມ​ຊຸດ​​ໂຊມ, ທັງ​ຊອກ​ຫາ​ວິທີ​ເພື່ອ​ໃຊ້ໜີ້​​ໃຫ້​ບັນດາ​ເຂົ້າ​ໜີ້, ​ແຕ່​ກໍ​ຕ້ອງ​ເຮັດ​​ໃຫ້ຫາງ​ສຽງຜ່ອນຄາຍ​ລົງ ​ໃນ​ສະພາບ​ທີ່​ບັນດາ​ມາດ​ຕະການ​ຮັດ​ເຂັນ​ຄັດ​ອາດ​ຈະ​ເຮັດ​ໃຫ້​ປະຊາຊົນໂກດ​ແຄ້ນ​ຕື່ມ​ອີກ, ​ພາ​​ໄປ​ເຖິງ​ໄພ​ຂາດ​ສະຖຽນ​ລະ​ພາບ​ຕ້ານ​ການ​​ເມືອງທີ່​ນັບ​ມື້​ນັບ​ສູງ​ຂອງ​ປະ​ເທດ​ນີ້. ຖ້າ​ຫາກ​ສັງ​ເກດ​ການ​ເລ​ືອກຕັ້ງ​ຜ່ານ​ມາ, ດ້ວຍ​ອັດຕາ​ຜູ້​ໄປ​ປ່ອນ​ບັດ​ພຽງ​ຢູ່​ໃນ​ລະດັບ 54%, ​​ເຊິ່ງ​​ແມ່ນລະດັບ​ຕໍ່າ​ສຸດ​​​ໃນ 70 ປີຜ່ານມາ, ​ໄດ້ສະ​ແດງ​ໃຫ້​​ເຫັນຄວາມ​ເບື່ອ​ໜ່າຍ, ​ຄວາມເສຍ​ຫວັງຂອງ​ຜູ້​ມີ​ສິດ​ເລືອງຕັ້ງ​​ເກຼັກ. ​ເຂົາ​ເຈົ້າບໍ່​ຢາກ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການຮັດ​ເຂັມ​ຄັດ​, ​ແຕ່​ກໍ​ບໍ່​ມີ​ເສັ້ນທາງ​​ໃດໆນອກ​ເໜືອ​​ການປະຕິບັດ​ຕາມ​ນະ​ໂຍບາຍຂອງ​ທ່ານ A.Tsipas ນັ້ນ​ແມ່ນຮັບ​ຮູ້ບັນດາ​ຂໍ້​ຕົກລົງບໍ່​ມີປະ​ໂຫຍ​ດຂອງ​ບັນດາ​ເຈົ້າ​ໜີ້ ​ເພື່ອ​ສາມາດ​ກູ້​ຢື່​ມ​ເງິນ​ໄດ້.

        ​ໃນ​ຕໍ່​ໜ້າ, ​ແຕ່​ນີ້​ຮອດ​ທ້າ​ຍປີ, ​ເກຼັກ ສືບ​ຕໍ່​ວິວັດທະ​ການ​ປະຕິ​ຮູບ, ​ເຊິ່ງ​ແມ່ນ​ປັດ​ໃຈ​ທີ່ຈຳ​ເປັນ​ເພື່ອ​ໃຫ້ Athens ສືບ​ຕໍ່​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຊ່ວຍ​ທີ 3 ທີ່​ມີ​ມູນ​ຄ່າ 97 ຕື້ USD. ຢາກ​​ໄດ້​ຄື​ດັ່ງ​ນັ້ນ, Athens ຕ້ອງ​ຮັບປະກັນ​​ສະ​ຖຽນລະ​ພາບ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ​ຢ່າງ​ໄວ້. ​ແຕ່​ວ່າ, ​ເພື່ອ​ປະຕິບັດ​ສິ່ງ​​​ດັ່ງກ່າວ​ໃຫ້ໄດບໍ່ແມ່ນ​ເລື່ອງ​ງ່າຍ. ​ໃນ​ຕໍ່ໜ້າ​​​ແມ່ນສິ່ງ​ທ້າ​ທາຍ, ການທົດ​ຊອບ​ພວມທີ່​ລໍ້​ຖ້າ​ລັດຖະບານ​ໃໝ​່ຂອງ​ທ່ານ​ນາຍົກລັດຖະມົນຕີ A.Tsipas .


 

ຂ່າວ/ບົດ​ອື່ນ