ລັດຖະບານໄດ້ມີການກະທຳຢ່າງຂ້ຽວຂາດເພື່ອປະຊາຊົນ ແລະ ວິສາຫະກິດ

(VOVWORLD) -ໃນອາຍຸການຜ່ານມາ, ເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕຢ່າງແຮງ ນັບທັງລວງກວ້າງ ແລະ ລວງເລິກ. ການເຕີບໂຕ GDP ສະເລ່ຍໄລຍະ 5 ປີ 2016 – 2020 ບັນລຸປະມານ 5,99% (ເຊິ່ງນອນໃນກຸ່ມບັນດາປະເທດມີການເຕີບໂຕສູງທີ່ສຸດໃນູ່ພາກພື້ນ ແລະ ໃນໂລກ).

ລັດຖະບານຫວຽດນາມ ອາຍຸການ 2016 – 2021 ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກເປັນຢ່າງດີທີ່ສຸດ, ເຊິ່ງໄດ້ຮັບການຮັບຮູ້ຈາກປະຊາຊົນ ແລະ ວິສາຫະກິດ ກໍຄືບັນດາອົງການຈັດຕັ້ງຢູ່ພາຍໃນປະເທດ ແລະ ສາກົນ ຜ່ານບັນດາການປ່ຽນແປງ ທຸກດ້ານຂອງຊີວິດເສດຖະກິດ-ສັງຄົມ. ພາຍໃຕ້ການບໍລິຫານຢ່າງຂ້ຽວຂາດ ແລະ ມີໄຫວພິບ, ລັດຖະບານໄດ້ສ້າງລະບອບລະບຽບການໃຫ້ສົມບູນແບບ, ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງລັດຖະບານເອເລັກໂຕນິກ ສ້າງບາດກ້າວບຸກທະລຸໃນການປັນປຸງກົດລະບຽບວິໄນ, ວິໄນບໍລິຫານໃຫ້ສົມບູນແບບ. ຜ່ານນັ້ນ, ກໍ່ໄດ້ ແລະ ພວມປັບປຸງຄວາມໄວ້ເນື້ອເຊື່ອໃຈ ຢ່າງໝັ້ນຄົງໃຫ້ແກ່ປະຊາຊົນ ແລະ ປະຊາຄົມວິສາຫະກິດ.

        ບົດລາຍງານຂອງລັດຖະບານທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຊີ້ແຈ້ງວ່າ: ໃນອາຍຸການຜ່ານມາ, ເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕຢ່າງແຮງ ນັບທັງລວງກວ້າງ ແລະ ລວງເລິກ. ການເຕີບໂຕ GDP ສະເລ່ຍໄລຍະ 5 ປີ 2016 – 2020 ບັນລຸປະມານ 5,99% (ເຊິ່ງນອນໃນກຸ່ມບັນດາປະເທດມີການເຕີບໂຕສູງທີ່ສຸດໃນູ່ພາກພື້ນ ແລະ ໃນໂລກ). ສະເພາະປີ 2020, ປີສຸດທ້າຍຂອງອາຍຸການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ຄວາມທົດສອບ, ລັດຖະບານຍັງປະຕິບັດສຳເລັດ “ໜ້າທີ່ຄວບຄູ່”, ທັງປ້ອງກັນ ຕ້ານໂລກລະບາດໂຄວິດ-19, ທັງພັດທະນາເສດຖະກິດສັງຄົມ. GDP ຂອງປີ 2020 ໄດ້ເພີ່ມຂຶ້ນ 2,91%, ຫວຽດນາມ ແມ່ນປະເທດໜຶ່ງດຽວທີ່ມີລະດັບເຕີບໂຕເປັນບວກໃນຈຳນວນ 6 ພື້ນຖານເສດຖະກິດໃຫຍ່ຢູ່ອາຊີຕາເວັນອອກສ່ຽງໃຕ້.

ລັດຖະບານໄດ້ມີການກະທຳຢ່າງຂ້ຽວຂາດເພື່ອປະຊາຊົນ ແລະ ວິສາຫະກິດ - ảnh 1ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ
(ພາບ: VGP)

ດຸນການຄ້າສິນຄ້າຂອງຫວຽດນາມ ໃນອາຍຸການຜ່ານມາ ຍາມໃດກໍ່ບັນລຸມູນຄ່າສ່ວນເກີນ ດ້ວຍລະດັບສົ່ງອອກເກີນດຸນທີ່ໄດ້ເພີ່ມຂຶ້ນຜ່ານແຕ່ລະປີ. ປີ 2020, ເຖິງວ່າມີຫຼາຍຕະຫຼາດສົ່ງອອກຖືກຕັດຕອນຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ມູນຄ່າການສົ່ງອອກເກີນດຸນຢູ່ໃນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນເຊິ່ງບັນລຸ 20 ຕື້ USD. ເລື່ອງປ່ອຍແຫຼ່ງເງິນລົງທຶນສາທາລະນະກໍ່ໄດ້ຮັບການຍູ້ແຮງ, ປີ 2020 ບັນລຸລະດັບ 97,46% ຂອງແຜນການ, ນີ້ແມ່ນລະດັບສູງສູດທີ່ບັນລຸໄດ້ໃນໄລຍະ 2016 – 2021. ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລ້ວ, ເພື່ອບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນການບໍລິຫານຢ່າງຂ້ຽວຂາດຈາກລັດຖະບານ, ສ້າງບາດກ້າວບຸກທະລຸໃນການປັບປຸງກົດລະບຽບວິໄນ, ວິໄນບໍລິຫານ… ຜ່ານນັ້ນ, ກໍ່ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

        “ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫຼຸດຜ່ອນລາຍຈ່າຍ ແລະ ສ້າງຄວາມສະດວກໃຫ້ແກ່ວິສາຫະກິດແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມບຸລິມະສິດຂອງລັດຖະບານໃນອາຍຸການ 2016 – 2021. ດ້ວຍທັດສະນະຂອງນາຍົກລັດຖະມົນຕີນັບແຕ່ຕົ້ນອາຍຸການ ນັ້ນແມ່ນຄວາມຕັດສິນໃຈສ້າງ “ລັດຖະບານແຫ່ງການສ້າງສັນ, ສັດຊື່ບໍລິສຸດ, ມີການກະທຳ” ແລະ ວິທີສຳຜັດ “ຖືປະຊາຊົນ, ວິສາຫະກິດເປັນໃຈກາງຂອງວິວັດທະນາການປະຕິຮູບ, ພັດທະນາ”, ຍ້ອນເຫດນັ້ນ ລັດຖະບານໄດ້ຜັນຂະຫຍາຍການກະທຳຫຼາຍຢ່າງ, ໃນນັ້ນສິ່ງທີ່ໜ້າສົນໃຈແມ່ນເລື່ອງປະກາດມະຕິເລກທີ 02 ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດຢ່າງຕໍ່ເນື່ອງ”.

ລັດຖະບານໄດ້ມີການກະທຳຢ່າງຂ້ຽວຂາດເພື່ອປະຊາຊົນ ແລະ ວິສາຫະກິດ - ảnh 2ທ່ານ ເດົ້າແອັງຕ໊ວນ, ຫົວໜ້າຄະນະລະບອບກົດໝາຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ
(ພາບ: baodautu.vn)

ໃນອາຍຸການຜ່ານມາ, ການເຂົ້າຮ່ວມຂອງລັດຖະບານ ຢ່າງຂ້ຽວຂາດ ໄດ້ສ້າງ “ກະແສຟອງ” ກ່ຽວກັບການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ໃນໄລຍະ 2016 - 2020, ລັດຖະບານໄດ້ປະກາດໃຊ້ເອກະສານນິຕິກຳ 50 ສະບັບ, ຫັນລະບຽບການກວດກາໂດຍລົງເລິກຂະແໜງເປັນງ່າຍດາຍ… ຕາມທ່ານ ເດົ້າແອັງຕ໊ວນ, ຫົວໜ້າຄະນະລະບອບກົດໝາຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລ້ວ, ລັດຖະບານໄດ້ຫັນລະບຽບການບໍລິຫານຢ່າງກະທັດຮັດ, ຍົກລະດັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ເພື່ອດຶງດູດວິສາຫະກິດ ແລະ ບັນດານັກລົງທຶນ.

        “ໃນໄລຍະ 4 – 5 ປີຜ່ານມາ, ຫວຽດນາມ ໄດ້ມີບາດກ້າວເດີນທີ່ຍາວໄກ ໃນການຍົກລະດັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ. ຕາມນັ້ນແລ້ວ, ກໍ່ໄດ້ປະກາດໃຊ້ມະຕິຫຼາຍສະບັບຄືມະຕິເລກທີ 19, ມະຕິເລກທີ 02 ຂອງລັດຖະບານ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ສະດວກກວ່າ. ບັນດາລະບຽບການດ້ານພາສີອາກອນ, ການກວດກາລົງເລິກຂະແໜງ, ກ່ຽວກັບລະບຽບການກໍ່ສ້າງ... ກໍ່ໄດ້ຮັບການປະຕິຮູບ. ເປົ້າໝາຍຂອງຫວຽດນາມ ແມ່ນນອນໃນກຸ່ມບັນດາປະເທດແຖວໜ້າຢູ່ພາກພື້ນອາຊຽນ. ເປັນທີ່ຈະແຈ້ງແລ້ວວ່າ, ໃນໄລຍະຜ່ານມາ ຫວຽດນາມ ໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ, ເຊິ່ງສະແດງອອກຜ່ານການຈັດອັນດັບໃນຕາຕະລາງຈັດອັນດັບຂອງທະນາຄານໂລກ, ເວທີປາໄສເສດຖະກິດໂລກ ໄດ້ເລື່ອນຂັ້ນຢ່າງຕໍ່ເນື່ອງ.”

        ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານ ຫງວຽນກ໊ວກຫຽບ, ປະທານສະຫະສະມາຄົມນັກປະມູນການກໍ່ສ້າງຫວຽດນາມ ໄດ້ຖືວ່າ, ການປັບປຸງລະບຽບການບໍລິຫານຂອງລັດຖະບານ ໄດ້ ແລະ ພວມນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຄົມວິສາຫະກິດ.

        “ລັດຖະບານ ແລະ ສະພາແຫ່ງຊາດມີຄວາມມານະພະຍາຍາມຫຼາຍຢ່າງໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ທີ່ກ່ຽວຂ້ອງເຖິງບັນດາລະບອບລະບຽບການ. ຫຼັກຖານຕົວຈິງສະແດງອອກຜ່ານເລື່ອງ ພວກເຮົາໄດ້ປັບປຸງມາດຕາກົດໝາຍຫຼາຍສະບັບ, ຕົວຢ່າງຄື, ກົດໝາຍວ່າດ້ວຍການກໍ່ສ້າງ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການລົງທຶນ... ຜ່ານນັ້ນກໍ່ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ຖືກຕິດຂັດຂອງບັນດາວິສາຫະກິດ. ຂ້າພະເຈົ້າຖືວ່າ, ນີ້ແມ່ນບັນດາເນື້ອໃນທີ່ມີບັນດາຄວາມມານະພະຍາຍາມຂອງສະພາແຫ່ງຊາດ ແລະ ລັດຖະບານ ເພື່ອສ້າງກອບກົດໝາຍທີ່ອຳນວຍຄວາມສະດວກຫຼາຍກວ່າໃຫ້ແກ່ວິສາຫະກິດເຄື່ອນໄຫວ”.

        ເພື່ອເສີມຂະຫຍາຍບັນດາໝາກຜົນດັ່ງກ່າວ, ລັດຖະບານອາຍຸການຈະມາເຖິງ ຈະສືບຕໍ່ສ້າງບັນດາມາດຕະການແກ້ໄຂທີ່ມີລັກສະນະຍາວນານ, ວາງອອກຍຸດທະສາດພັດທະນາໃໝ່ໃຫ້ເໝາະສົມກັບສະພາບການເສດຖະກິດໃນໂລກ. ຜ່ານນັ້ນ, ແມ່ນເພື່ອແນໃສ່ຮັກສາລະດັບເຕີບໂຕເສດຖະກິດຂອງປະເທດຊາດ, ກໍ່ຄືຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ