ລັດເຊຍ - ກູບາ: ຊຸກຍູ້ການພົວພັນລະຫວ່າງ 2 ສຳພັນທະມິດຍຸດທະສາດ

(VOVWORLD) -ນີ້ແມ່ນການໄປປະຕິບັດງານຄັ້ງທີ 2 ຂອງການນຳກູບາ ໄປຍັງລັດເຊຍ ໃນຮອບເວລາບໍ່ຮອດ 1 ປີ ແລະ ກໍ່ແມ່ນການຢ້ຽມຢາມ 2 ຝ່າຍຄັ້ງທີ 2 ໃນເດືອນຕຸລາ ຂອງການນຳຂັ້ນສູງ 2 ປະເທດ.

ລັດເຊຍ - ກູບາ: ຊຸກຍູ້ການພົວພັນລະຫວ່າງ 2 ສຳພັນທະມິດຍຸດທະສາດ - ảnh 1 ທ່ານປະທານກູບາ Miguel Diaz Canel

(ພາບປະກອບ: Debate)

ໃນໄລຍະການໄປຢ້ຽມຢາມລັດເຊຍ ທີ່ແກ່ຍາວແຕ່ວັນທີ 27 – 30 ຕຸລາ, ວັນທີ 29 ຕຸລາ, ຢູ່ມົດສະກູ, ສະຫະພັນລັດເຊຍ, ທ່ານປະທານກູບາ Miguel Diaz Canel ໄດ້ເຈລະຈາກັບທ່ານປະທານາທິບໍດີລັດເຊຍ Vladimir Putin. ນີ້ແມ່ນການໄປປະຕິບັດງານຄັ້ງທີ 2 ຂອງການນຳກູບາ ໄປຍັງລັດເຊຍ ໃນຮອບເວລາບໍ່ຮອດ 1 ປີ ແລະ ກໍ່ແມ່ນການຢ້ຽມຢາມ 2 ຝ່າຍຄັ້ງທີ 2 ໃນເດືອນຕຸລາ ຂອງການນຳຂັ້ນສູງ 2 ປະເທດ. ກ່ອນໜ້ານັ້ນ, ຕົ້ນເດືອນຕຸລາ, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ໄປຢ້ຽມຢາມກູບາ ຢ່າງເປັນທາງການ ແລະ ໄດ້ລົງນາມໃນເອກະສານສຳຄັນຫຼາຍສະບັບ. ບັນດາການກະທຳດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ທັງລັດເຊຍ ແລະ ກູບາ ພວມມານະພະຍາຍາມເພື່ອເພີ່ມທະວີການຮ່ວມມື ໃນສະພາບທັງ 2 ປະເທດພວມຖືກກໍ່ກຳລັງດັນຈາກຝ່າຍອາເມລິກາ.

        ເຖິງວ່າຫ່າງຈາກກັນດ້ານພູມສາດກໍ່ຕາມ, ແຕ່ກູບາ ແລະ ລັດເຊຍ ແມ່ນສຳພັນທະມິດທີ່ໃກ້ຊິດສະໜິດສະໜົມມາແຕ່ສະໄໝສົງຄາມເຢັນ. 2 ຝ່າຍຍາມໃດກໍ່ຮັກສາການພົວພັນຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ, ລວມທັງການເຈລະຈາດ້ານການເມືອງກ່ຽວກັບບັນດາບັນຫາສາກົນ. ໃນການຢ້ຽມຢາມລັດເຊຍ ເມື່ອເດືອນ ພະຈິກ 2018, ທ່ານປະທານກູບາ Miguel Diaz Canel ແລະ ທ່ານປະທານາທິບໍດີ Vladimir Putin ພ້ອມກັນຢືນຢັນວ່າ, ການພົວພັນລະຫວ່າງລັດເຊຍ ແລະ ກູບາ ມີລັກສະນະສຳພັນທະມິດ, ຍຸດທະສາດ. ແລະ ປະຈຸບັນ, ເລື່ອງລັດເຊຍ ແລະ ກູບາ ລ້ວນແຕ່ຖືກກຳລັງດັນຈາກອາເມລິກາ ອັນໄດ້ເຮັດໃຫ້ 2 ປະເທດຫຍັບມໍ່ເຂົ້າໃກ້ກັນກວ່າ.

ກຳລັງດັນຈາກຄຳສັ່ງຂວ້ຳບາດ

        ທັງ 2 ປະເທດລ້ວນແຕ່ພວມຕ້ານຄືນການ “ປິດລ້ອມ” ດ້ານເສດຖະກິດ, ຄຳສັ່ງຂວ້ຳບາດຈາກອາເມລິກາ. ສະເພາະກູບາ, ເຊິ່ງແມ່ນປະເທດຖືກຂວ້ຳບາດມາເປັນຫຼາຍສະຕະວັດ, ການພັດທະນາຖືກຜົນສະທ້ອນຢ່າງໃຫຍ່ຫຼວງ ສະນັ້ນຍາກທີ່ຈະດຶງດູດບັນດາແຫຼ່ງເງິນລົງທຶນຈາກຕ່າງປະເທດ ແລະ ຍາກທີ່ຈະມີບັນດາຄູ່ຮ່ວມມືຍຸດທະສາດໄດ້. ໃນການກະທຳໃໝ່ເພື່ອແນໃສ່ປີນຂັ້ນໄດບັນດາມາດຕະການກໍ່ຄວາມກົດດັນຕ້ານຄືນກູບາ, ວັນທີ 25 ຕຸລາ ອາເມລິກາ ຖະແຫຼງວ່າ ຈະຢຸດຕິບັນດາສາຍການບິນໄປເຖິງກູບາ, ເວັ້ນເສຍແຕ່ນະຄອນຫຼວງ ລາຮາວານ. ນີ້ແມ່ນມາດຕະການທີ 2 ເຊິ່ງອາເມລິກາ ປະກາດໃນຮອບເວລາ 1 ອາທິດຜ່ານມາ ເພື່ອຮັດແໜ້ນບັນດາການໄປມາທາງອາກາດທີ່ໄປເຖິງປະເທດເກາະ ກາຣີເບ ນີ້. ເລື່ອງຈັດວາງບັນດາມາດຕະການຂວ້ຳບາດແນໃສ່ການເຄື່ອນໄຫວດ້ານການທ່ອງທ່ຽວ, ເຊິ່ງແມ່ນໜຶ່ງໃນບັນດາຂະແໜງເສດຖະກິດປາຍແຫຼມ ແລະ ແມ່ນແຫຼ່ງລາຍຮັບເງິນຕາຕ່າງປະເທດໃຫ້ແກ່ປະເທດເກາະນີ້ ໄດ້ເຮັດໃຫ້ເສດຖະກິດຂອງກູບາ ປະສົບກັບຄວາມຫຍຸ້ງຍາກຂຶ້ນຕື່ມ. ໄລ່ລວມແລ້ວ, ຂະແໜງທ່ອງທ່ຽວຂອງປະເທດນີ້ຖືກເສຍຫາຍ 38 ຕື້ USD ຍ້ອນການຈັດວາງຄຳສັ່ງຂວ້ຳບາດດ້ານການຄ້າໃນກວ່າເຄິ່ງສະຕະວັດທີ່ຜ່ານມາ.

        ໃນຂະນະນັ້ນ, ໃນລາຍການຕອບສຳພາດອອນລາຍ “Direct Line” ຢູ່ນະຄອນຫຼວງມົດສະກູ ວັນທີ 20 ມິຖຸນາ ຜ່ານມາ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, ບັນດາມາດຕະການຂວ້ຳບາດຂອງຝ່າຍຕາເວັນຕົກ, ໃນນັ້ນມີອາເມລິກາ ສຳລັບລັດເຊຍ ນັບແຕ່ປີ 2014 ມາຮອດປະຈຸບັນ ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງລັດເຊຍ ຖືກເສຍຫາຍ 50 ຕື້ USD. ບັນດາຄຳສັ່ງຂວ້ຳບາດດັ່ງກ່າວໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດປ້ອງກັນຊາດ, ພະລັງງານ, ການເງິນ ແລະ ທະນາຄານ, ເຊິ່ງເຄີຍສ້າງຜົນກຳໄລຢ່າງໃຫຍ່ຫຼວງໃຫ້ແກ່ລັດເຊຍ. ກໍ່ມີຈຸດເວລາທີ່ພື້ນຖານເສດຖະກິດລັດເຊຍ ມີສັນຍານຖືກຊຸດໂຊມເລັກໜ້ອຍ, ສະກຸນເງິນ ຣຸບ ຂອງລັດເຊຍ ຕົກລາຄາເມື່ອທຽບໃສ່ສະກຸນເງິນ USD. ຕາມວົງການເຈົ້າໜ້າທີ່ລັດເຊຍ ແລ້ວ, ຝ່າຍຕາເວັນຕົກຈະບໍ່ປ່ຽນແປງທ່າທີສຳລັບລັດເຊຍ ໂດຍໄວ, ສະນັ້ນປະເທດນີ້ກໍ່ຄວນປັບປຸງພື້ນຖານເສດຖະກິດເພື່ອຮັບປະກັນທີ່ຕັ້ງຂອງຕົນ.

ການຮ່ວມມືຢ່າງມີປະສິດທິຜົນ

        ໃນສະພາບລັດເຊຍ ພວມຖືກບັນດາມາດຕະການລົງໂທດຈາກອາເມລິກາ ແລະ ຝ່າຍຕາເວັນຕົກ, ການຮ່ວມມືກັບບັນດາປະເທດອາເມລິກາ ລາຕິນ ໄດ້ຊ່ວຍຫຼຸດຜ່ອນບັນດາຄວາມສ່ຽງ, ພ້ອມກັນນັ້ນກໍ່ເພີ່ມທະວີອິດທິພົນຊື່ສຽງຂອງລັດເຊຍ ບົນເວທີສາກົນ. ສະນັ້ນ, ລັດເຊຍ ຍາມໃດກໍ່ຊອກຫາວິທີເພື່ອຮ່ວມມື, ໜູນຊ່ວຍບັນດາປະເທດອາເມລິກາ ລາຕິນ, ໃນນັ້ນມີກູບາ ນັບທັງທາງດ້ານເສດຖະກິດ ແລະ ການທະຫານ. ສິ່ງທີ່ພິສູດໃຫ້ເຫັນນັ້ນແມ່ນ, ໃນການຢ້ຽມຢາມກູບາ ຂອງທ່ານນາຍົກລັດຖະມົນຕີ Dmitry Medvedev ໃນລະຫວ່າງວັນທີ 03 – 05 ຕຸລາ ຜ່ານມາ, 2 ຝ່າຍໄດ້ລົງນາມໃນເອກະສານຮ່ວມມື 8 ສະບັບ ໃນບັນດາຂົງເຂດຄື: ຄົມມະນາຄົມ, ວິທະຍາສາດ - ເຕັກນິກ, ອຸດສາຫະກຳ ແລະ ພາສີ. 2 ປະເທດໄດ້ເຫັນດີເພີ່ມທະວີບັນດາການພົວພັນຍຸດທະສາດ, ການຮ່ວມມືໃນບັນດາຂົງເຂດວິທະຍາສາດ - ເຕັກນິກ ແລະ ສົ່ງເສີມການປະດິດຄິດສ້າງ, ລົງນາມໃນຂໍ້ຕົກລົງກ່ຽວຂ້ອງເຖິງການສະໜອງທຶນໃຫ້ບັນດາໂຄງການບຳລຸງຮັກສາເຮືອບິນຂອງບໍລິສັດການບິນພົນລະເຮືອນກູບາ ໂດຍລັດເຊຍ ຜະລິດ.

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນການຢ້ຽມຢາມນັ້ນ, ທ່ານນາຍົກລັດຖະມົນຕີ Dmitry Medvedev ໄດ້ເລີ່ມເປີດເຄື່ອນໄຫວເຄື່ອງເຈາະນ້ຳມັນຂອງບໍ່ນ້ຳມັນ “Boca de Haruko” ທີ່ມີປະລິມານການຜະລິດກວ່າ 3 ຕື້ໂຕນ. ເມື່ອໂຄງການຮ່ວມມືລະຫວ່າງກຸ່ມບໍລິສັດນ້ຳມັນອາຍແກັດລັດເຊຍ “Zarubezhneft” ແລະ ບໍລິສັດ Cubapetroleo ປະຕິບັດ, ປະລິມານຂຸດຄົ້ນຈະຕອບສະໜອງໄດ້ຄວາມຕ້ອງການຢູ່ພາຍໃນປະເທດຂອງກູບາ.

        ບັນດາຂໍ້ຕົກລົງຮ່ວມມືດັ່ງກ່າວເປັນການໜູນຊ່ວຍສຳຄັນ ແລະ ຖືກກັບເວລາ, ຊ່ວຍໃຫ້ປະເທດເກາະ ກາຣີເບ ນີ້ຕ້ານຄືນ, ຄົງຕົວໄດ້ຕໍ່ຄວາມກົດດັນຈາກອາເມລິກາ ໄດ້ຢ່າງໝັ້ນຄົງ. ຖະແຫຼງການໜູນຊ່ວຍເຊິ່ງລັດເຊຍ ສະຫງວນໃຫ້ແກ່ກູບາ ນັ້ນບໍ່ແມ່ນການຊ່ວຍເຫຼືອລ້າຄືໃນໄລຍະກ່ອນປີ 1990 ອີກ, ຫາກການພົວພັນລະຫວ່າງ 2 ປະເທດໃນປະຈຸບັນມີລັກສະນະ “ມິດຕະພາບແຕ່ເປັນຕົວຈິງ”, ສ່ວນການຮ່ວມມືຈະແມ່ນ “ຕ່າງຝ່າຍຕ່າງມີຜົນປະໂຫຍດ”. ຄຳຖະແຫຼງດັ່ງກ່າວຊີ້ໃຫ້ເຫັນວ່າ ລັດເຊຍ ຖື ກູບາ ແມ່ນຄູ່ຮ່ວມມືຢ່າງແທ້ຈິງ, ກໍ່ຄືມົດສະກູ ຊອກຫາການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງຢູ່ ລາຮາວານ.

        ຊຸກຍູ້ການຮ່ວມມືກັບລັດເຊຍ, ປະເທດທີ່ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ແມ່ນປະເທດມະຫາອຳນາດດ້ານການທະຫານຢ່າງແທ້ຈິງ, ມີສຽງເວົ້າບົນເວທີສາກົນ, ຈະແມ່ນບ່ອນອີງ, ແມ່ນການຮັບປະກັນໃຫ້ແກ່ກູບາ ປະຕິບັດການຫັນປ່ຽນຕົນເອງຢ່າງແຮງ ເພື່ອຄວາມວັດທະນາຖາວອນ ແລະ ການພັດທະນາ. ສ່ວນການປັບປຸງການພົວພັນກັບກູບາ ໄດ້ຊ່ວຍໃຫ້ມົດສະກູ ເປີດກວ້າງບົດບາດ ແລະ ທີ່ຕັ້ງຢູ່ເຂດເຊິ່ງເຄີຍໄດ້ຮັບຖືວ່າແມ່ນນອນໃນຜົນສະທ້ອນຂອງອາເມລິກາ.

        ດ້ວຍພື້ນຖານແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ເຊິ່ງໄດ້ຮັບການພັດທະນາຢ່າງລະອຽດ, ແທດຈິງ ແລະ ມີປະສິດທິຜົນລະຫວ່າງ 2 ປະເທດ, ລັດເຊຍ ແລະ ກູບາ ພວມມຸ່ງໄປເຖິງຄາດໝາຍຜ່ານຜ່າຄຳສັ່ງຂວ້ຳບາດເພື່ອພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ