ລັດເຊຍ - ຕວກກີ ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ຊີຣີ

(VOVWORLD) -ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ແລະ ຄູ່ຕຳແໜ່ງລັດເຊຍ ທ່ານ Vladirmir Putin ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ Idlib, ຊີຣີ.

ລັດເຊຍ - ຕວກກີ ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ຊີຣີ - ảnh 1ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ແລະ ຄູ່ຕຳແໜ່ງລັດເຊຍ ທ່ານ Vladirmir Putin

(ພາບ: Reuters)

ວັນທີ 05 ມີນາ, ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ແລະ ຄູ່ຕຳແໜ່ງລັດເຊຍ ທ່ານ Vladirmir Putin ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ Idlib, ຊີຣີ. ພາຍຫຼັງເກີດມີຄວາມບໍ່ລົງລອຍກັນ, ຄວາມເຄັ່ງຕຶງໃນໄລຍະຜ່ານມາ, ຂໍ້ຕົກລົງບັນລຸໄດ້ໃນການໄປຢ້ຽມຢາມລັດເຊຍ ຂອງການນຳຕວກກີ ເປັນເວລາ 1 ວັນ, ໄດ້ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງໄດ້ສ່ວນໃດສ່ວນໜຶ່ງ, ແມ່ນພື້ນຖານໃຫ້ແກ່ເລື່ອງຢຸດຕິການເຄື່ອນໄຫວດ້ານການທະຫານຢູ່ເຂດ Idlib ແລະ ຢຸດຕິວິກິດການມະນຸດສະທຳທີ່ພວມເພີ່ມຂຶ້ນຢູ່ຊີຣີ.

        ຂໍ້ຕົກລົງບັນລຸໄດ້ໃນສະພາບການຕົວຈິງຢູ່ແຂວງ Idlib ຢູ່ຊີຣີ ພວມມີການຜັນແປຢ່າງສັບສົນ, ເມື່ອ ຕວກກີ ສືບຕໍ່ດຳເນີນບັ້ນຮົບດ້ານການທະຫານ ຕ້ານຄືນກອງທັບອຳນາດການປົກຄອງຊີຣີ ທີ່ມີ ລັດເຊຍ ໜູນຫຼັງ. ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ລັດເຊຍ ແລະ ຕວກກີ ໄດ້ພົບປະກັນໂດຍກົງ 3 ຄັ້ງແລ້ວ, ແຕ່ຍັງບໍ່ທັນຊອກຫາໄດ້ມາດຕະການເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃຫ້ແກ່ບັນຫາຢູ່ Idlib.

ຫຼີກລ້ຽງຄວາມສ່ຽງສູ້ຢັນກັນໂດຍກົງ

        ຕາມຂໍ້ຕົກລົງຢຸດຍິງທີ່ມີຜົນສັກສິດໃນທັນທີ, 2 ປະເທດເຫັນດີສືບຕໍ່ມານະພະຍາຍາມຕ້ານການກໍ່ການຮ້າຍ ແລະ ແກ້ໄຂວິກິດການດ້ານມະນຸດສະທຳຢູ່ຊີຣີ. ຕວກກີ ມີສິດໂຕ້ຕອບການບຸກໂຈມຕີທັງໝົດຂອງອຳນາດການປົກຄອງຊີຣີ ໃນພື້ນທີ່ຕົວຈິງ, ແຕ່ວ່າ ໄດ້ຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງເທົ່ານັ້ນ ຫາກບໍ່ໄດ້ຄວບຄຸມຜືນແຜ່ນດິນຊີຣີ. ການນຳ 2 ປະເທດກໍ່ເຫັນດີສ້າງຕັ້ງແລວປອດໄພເລີ່ມຈາກທາງທິດຕາເວັນອອກ ໄປຫາທິດຕາເວັນຕົກ ຜ່ານ Idlib ແລະ ຈັດຕັ້ງການລາດຕະເວນຮ່ວມຢູ່ລຽບຕາມເສັ້ນທາງດັ່ງກ່າວນັບແຕ່ວັນທີ 15 ມີນາ.

Idlib ແມ່ນເຂດດິນແດນຕອນສຸດທ້າຍ ໂດຍພວກທະຫານກະບົດທີ່ນິຍົມຕວກກີຄວບຄຸມ. ກອງທັບ ຊີຣີ ໄດ້ເປີດບັ້ນຮົບຢຶດຄອງ Idlib ຄືນໃໝ່ ນັບແຕ່ເດືອນທັນວາ ປີ 2019 ພາຍໃຕ້ການໜູນຊ່ວຍຂອງກອງທັບອາກາດລັດເຊຍ ແລະ ຢຶດຄອງໄດ້ສະຖານທີ່ສຳຄັນຫຼາຍແຫ່ງຄືນໃມ່, ສະນັ້ນ ຕວກກີີ ຈຶ່ງບັງຄັບໃຫ້ຕ້ອງຈັດສ່ົງກໍາລັງທະຫານໄປຍັງເຂດດັ່ງກ່າວ ເພື່ອແນໃສ່ຮັກສາອິດທິພົນຕົນຢູ່ Idlib. ວັນທີ 1 ມີນາ ຜ່ານມາ, ຕວັກກີ ໄດ້ຍິງເຮືອບິນຂອງຊີຣີຕົກ 2 ລຳຢູ່ Idlib ແລະ ບຸກໂຈມຕີທາງອາກາດເລັ່ງໃສ່ສະໜາມບິນການທະຫານຢູ່ພາຍນອກແນວໜ້າ, ອັນໄດ້ເຮັດໃຫ້ມີນາຍທະຫານຊີຣີ ເສຍຊີວິດ 19 ຄົນ. ຕວກກີ ຍັງໄດ້ເພີ່ມທະວີບັນດາການເຄື່ອນໄຫວການທະຫານ, ພາຍຫຼັງທີ່ນາຍທະຫານນັບສິບຄົນຂອງປະເທດນີ້ ຖືກເສຍຊີວິດໃນເຫດບຸກໂຈມຕີທາງອາກາດ ເມື່ອທ້າຍອາທິດແລ້ວ.  ໄລ່ມາຮອດວັນທີ 5 ມີນາ, ນາຍທະຫານຂອງ ຕວກກີ ໄດ້ເສຍຊີວິດ 57 ຄົນແລ້ວ.

ການປະທະກັນລະຫວ່າງກໍາລັງນິຍົມ ຕວກກີ ແລະ ກອງທັບ ຊີຣີ ໄດ້ເຮັດໃຫ້ການພົວພັນລະຫວ່າງ ມົດສະກູ ແລະ ອານກາຣາ ເຄັ່ງຕຶງ, ສະພາບສົງຄາມຢູ່ ຊີຣີ ນັບມື້ນັບສັບສົນຂຶ້ນຕື່ມ. ເຮືອບິນລໍາຕ່າງໆຂອງ ລັດເຊຍ ໄດ້ຖິ້ມລູກລະເບີດເປັນຈໍານວນຫຼວງຫຼາຍໃສ່ພວກກະບົດ ໂດຍ ຕວກກີ ໜູນຫຼັງ. ສະຫະປະຊາຊາດ ໄດ້ຕໍາໜິຕິຕຽນລັດເຊຍ ແລະ ຕວັກກີວ່າ “ໄດ້ກໍ່ໂທດກໍາສົງຄາມ”,  ໄດ້ກໍ່ໄພພິບັດມະນຸດສະທໍາຢ່າງຮ້າຍແຮງທີ່ສຸດໃນສົງຄາມພາຍໃນປະເທດຊີຣີ ທີ່ເກີດຂຶ້ນມາເປັນເວລາ 9 ປີ. ໃນຂະນະທີ່ ຕວກກີ ຖືວ່າ, ລັດເຊຍ ພວມແຊກແຊງເຂົ້າສົງຄາມຢູ່ຊີຣີ ນັບມື້ນັບເລິກນັ້ນ, ລັດເຊຍ ໄດ້ຢັ້ງຢືນວ່າ ເຂົາເຈົ້າຈັດສ່ົງກໍາລັງທະຫານໄປຍັງ ຊີຣີ ຕາມຄວາມຮຽກຮ້ອງຕ້ອງການທີ່ຖືກຕ້ອງຕາມກົດໝາຍຂອງອໍານາດການປົກຄອງຊີຣີ. ກໍາລັງທະຫານທັງໝົດຂອງປະເທດອື່ນໆທີ່ກໍາລັງຢູ່ຊີຣີ ນັ້ນ ແມ່ນລ້ວນແຕ່ລະເມີດຫຼັກການ ແລະ ກົດໝາຍສາກົນ.

ລັດເຊຍ - ຕວກກີ ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ຊີຣີ - ảnh 2ກຳລັງ ຕວກກີ ຢູ່  Idlib

(ພາບ: AP)

ຊີຣີ ແລະ ການຊ່ວງເສັງລະຫວ່າງບັນດາປະເທດ

       ໃນສະພາບການນັ້ນ, ຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ມີຜົນກະທົບຫຼາຍພໍສົມຄວນເຖິງສະພາບປະຈຸບັນຢູ່ສະໜາມຮົບຊີຣີ. ເປັນທີ່ຈະແຈ້ງແລ້ວວ່າ, ທັງລັດເຊຍ ແລະ ຕວກກີ ລ້ວນແຕ່ຕັດສິນໃຈຫຼີກລ້ຽງການສູ້ຢັນກັນໂດຍກົງ, ຍ້ອນ 2 ປະເທດເຄີຍມີການພົວພັນສະໜິດແໜ້ນເຊິ່ງກັນ ແລະ ກັນດ້ານການຄ້າ, ການປ້ອງກັນຊາດ. ກ່ອນການໄປຢ້ຽມຢາມລັດເຊຍ ຂອງທ່ານປະທານາທິບໍດີຕວກກີ Recep Tayyip Erdogan, ວັງ Kremlin ໄດ້ສົ່ງສານໂດຍຢືນຢັນການຮ່ວມມືກັບ ຕວກກີ ແມ່ນບຸລິມະສິດແຖວໜ້າຂອງປະເທດນີ້. ສ່ວນອານກາຣາ ກໍ່ເນັ້ນໜັກວ່າ 2 ປະເທດບໍ່ຄວນມີການກະທຳຜິດພາດຄືປີ 2015 ອີກ, ເຮືອບິນສູ້ຮົບ F-16 ຂອງຕວກກີ ໄດ້ຍິງເຮືອບິນຖິ້ມລະເບີດ Su-24 ຂອງລັດເຊຍ ຕົກ, ໄດ້ພາໄປເຖິງວິກິດການທີ່ຮ້າຍແຮງ. ເຖິງຢ່າງໃດກໍ່ຕາມ, ມີເຫດຜົນທີ່ເຮັດໃຫ້ ອານກາຣາ ຫຍັບມໍ່ເຂົ້າໃກ້ກັບມົດສະກູ ກວ່າ ນັ້ນແມ່ນກ່ອນໜ້ານັ້ນ ຄຳສະເໜີໃຫ້ ອາເມລິກາ ໜູນຊ່ວຍ ຕວກກີ ຢູ່ເຂດນ່ານຟ້າ Idlib ຖືກຝ່າຍວໍຊິງຕັນ ປະຕິເສດ. ແທນທີ່ນັ້ນ, ວໍຊິງຕັນ ໃຫ້ຮູ້ວ່າ ປະເທດນີ້ພຽງແຕ່ພິຈາລະນາການໜູນຊ່ວຍບັນດາການເຄື່ອນໄຫວມະນຸດສະທຳຢູ່ Idlib ເທົ່ານັ້ນ. ໃນຂະນະນັ້ນ, ບັນດາປະເທດເອີລົບ ກໍ່ສະແດງຄວາມບໍ່ພໍໃຈກ່ຽວກັບເລື່ອງ ຕວກກີ ສ້າງຄວາມກົດດັນຕໍ່ເຂົາເຈົ້າໃນບັນຫາ ຊີຣີ ຂະນະທີ່ໄດ້ເປີດປະຕູຊາຍແດນເພື່ອໃຫ້ຊາວອົບພະຍົບຈາກ ຕວກກີ ເຂົ້າໄປເຖິງເອີລົບ.

        ປະຈຸບັນ, ມາດຕະການດ້ານການເມືອງຢ່າງຄົບຊຸດ, ຮອບດ້ານເພື່ອຢຸດຕິການປະທະກັນຢູ່ Idlib ຍັງຕ້ອງລໍຖ້າບັນດາຝ່າຍເຂົ້າຮ່ວມ, ແມ່ນລັດຖະບານຊີຣີ, ລັດເຊຍ ແລະ ຕວກກີ. ສຳລັບຊີຣີ, ນັ້ນແມ່ນຜື້ນແຜ່ນດິນອັນຄົບຖ້ວນ, ລວມມີທັງ Idlib. ສຳລັບລັດເຊຍ, ນັ້ນແມ່ນການປັບປຸງອິດທິພົນຢູ່ປະເທດຕາເວັນອອກກາງ. ສຳລັບ ຕວກກີ, ນັ້ນແມ່ນມາດຕະການແກ້ໄຂບັນຫາຊາວອົບພະຍົບເຂົ້າຜື້ນແຜ່ນດິນ, ຄວາມສ່ຽງດ້ານຄວາມໝັ້ນຄົງຈາກຊາວ Kurds ແລະ ຢືນຢັນບົດບາດຢູ່ ຊີຣີ. ຂໍ້ຕົກລົງຢຸດຍິງທີ່ຫາກໍ່ບັນລຸໄດ້ນັ້ນລະຫວ່າງ ລັດເຊຍ ແລະ ຕວກກີ ພຽງແຕ່ຫຼຸດຜ່ອນຄວາມເຄັ່ງຕຶງໃນການສູ້ຢັນກັນໄດ້ສ່ວນໃດສ່ວນໜຶ່ງ, ສ້າງເງື່ອນໄຂສະດວກໃນການແກ້ໄຂວິກິດການມະນຸດສະທຳຢູ່ທີ່ນີ້. ສັນຕິພາບຢູ່ຊີຣີ ຍັງຕ້ອງອີງໃສ່ຄວາມມານະພະຍາຍາມຫຼາຍຢ່າງຈາກບັນດາຝ່າຍໃນໂຕ້ເຈລະຈາ ຂະນະທີ່ຜົນປະໂຫຍດຂອງທຸກຝ່າຍມີຄວາມດຸ່ນດ່ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ