ລັດເຊຍ - ຝ່າຍຕາເວັນຕົກ ໃນສະພາບຄວາມເຄັ່ງຕຶງໃໝ່

(VOVWORLD) -ໃນຊຸມວັນທີ່ຜ່ານມາ, ອາເມລິກາ ແລະ ປະເທດຕ່າງໆ, ເປັນຕົ້ນ ແມ່ນບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ໄດ້ຖະແຫຼງປະກາດເນລະເທດນັກການທູດ ລັດເຊຍ ອອກນອກປະເທດ ກ່ວາ 110 ຄົນ.

ການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ຕ້ອງປະເຊີນໜ້າກັບສະພາບຄວາມເຄັ່ງຕຶງອີກຄັ້ງໜຶ່ງ ພາຍຫລັງທີ່ບັນດາປະເທດ ເອີຣົບ ແລະ ອາເມລິກາເໜືອ ຫາກໍ່ຕັດສິນເນລະເທດບັນດານັກການທູດ ລັດເຊຍ ອອກນອກປະເທດ. ການກະທຳຄັ້ງຫຼ້າສຸດນີ້ ໄດ້ເຮັດໃຫ້ການຂັດແຍ້ງເລິກເຂົ້າຕື່ມສຳລັບການພົວພັນທີ່ບໍ່ເຄີຍດີງາມລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ.

ລັດເຊຍ - ຝ່າຍຕາເວັນຕົກ ໃນສະພາບຄວາມເຄັ່ງຕຶງໃໝ່ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN)

         ໃນຊຸມວັນທີ່ຜ່ານມາ, ອາເມລິກາ ແລະ ປະເທດຕ່າງໆ, ເປັນຕົ້ນ ແມ່ນບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ໄດ້ຖະແຫຼງປະກາດເນລະເທດນັກການທູດ ລັດເຊຍ ອອກນອກປະເທດ ກ່ວາ 110 ຄົນ.

        ຂໍ້ຕົກລົງເນລະເທດຂອງ ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກ ໄດ້ຍົກອອກມາຍັງບໍ່ດົນ ພາຍຫລັງທີ່ ອັງກິດ ເນລະເທດນັກການທູດ ລັດເຊຍ 23 ຄົນອອກນອກປະເທດ ເພື່ອໂຕ້ຕອບເຫດທີ່ສົງໄສວ່າ ອະດີດພັນເອກນັກສືບຂ່າວ ລັດເຊຍ Sergei Skripal ຖືກວາງຢາເບື່ອທຳລາຍເສັ້ນປະສາດຢູ່ ລອນດອນ ເມື່ອວັນທີ 4 ມີນາ.

ຝ່າຍຕາເວັນຕົກເດີນຕາມແບບຂອງ ລອນດອນ

        ເລື່ອງ ອາເມລິກາ ຖະແຫຼງປະກາດປິດປະຕູສະຖານກົງສູນ ລັດເຊຍ ປະຈຳ Seattle, ເນລະເທດພາລະກອນທີ່ເຮັດວຽກຢູ່ສະຖານກົງສູນ ລັດເຊຍ ປະຈຳ Seattle ແລະ ຄະນະປະຕິບັດງານປະຈຳ ສະຫະປະຊາຊາດ 60 ຄົນອອກນອກປະເທດນັ້ນ ໄດ້ຮັບຖືວ່າແມ່ນເລື່ອງຕົກສະເງີ້ ຍ້ອນວ່າ ກ່ອນນັ້ນ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donad Trump ໄດ້ມີບັນດາການກະທຳຢ່າງຕັ້ງໜ້າໃນການກໍ່ສ້າງສາຍພົວພັນກັບ ລັດເຊຍ.

        ໃນພາບດຽວ, ພ້ອມກັບຖະແຫຼງການຂອງ ອາເມລິກາ ນັ້ນ, ບັນດາປະເທດອື່ນໆ (ເປັນຕົ້ນແມ່ນ ເອີຣົບ) ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ກໍ່ໄດ້ຍົກອອກບັນດາຄຳກ່າວປາໄສຄ້າຍຄືກັນ, ເບິ່ງຄືວ່າ ພຽງແຕ່ແຕກຕ່າງຢູ່ບ່ອນວ່າຕົວເລກບັນດາພາລະກອນການທູດ ລັດເຊຍ ຖືກເນລະເທດເທົ່ານັ້ນ. ການເນລະເທດທີ່ເປັນຂະບວນການນີ້ ໄດ້ຮັບຖືວ່າ: ແມ່ນການສູ້ຮົບດ້ານການທູດຢ່າງຮ້າຍແຮງທີ່ສຸດ ລະຫວ່າງ ລັດເຊຍ ກັບຝ່າຍຕາເວັນຕົກ ນັບແຕ່ສະໄໝສົງຄາມເຢັນ.

        ແນ່ນອນວ່າ ວົງການເຈົ້າໜ້າທີ່ ອັງກິດ ໄດ້ຊົມເຊີຍການກະທຳຂອງບັນດາປະເທດໃນທັນທີ, ຖືນີ້ແມ່ນສັນຍານແຂງແຮງທີ່ສົ່ງໃຫ້ ມົດສະກູ ກ່ຽວກັບເລື່ອງບັນດາປະເທດຈະ “ບໍ່ໃຫ້ອະໄພ ເມື່ອລັດເຊຍ ສືບຕໍ່ເມີນເສີຍຕໍ່ກົດໝາຍສາກົນ”.

        ກ່ຽວກັບຝ່າຍກົງກັນຂ້າມ, ກະຊວງການຕ່າງປະເທດ ລັດເຊຍ ຕີລາຄາວ່າ ຫລາຍປະເທດຖືກ “ຫລົງຜິດ” ເດີນຕາມຫຼັກໝັ້ນຂອງ ລອນດອນ ກ່ຽວກັບເຫດອະດີດນັກສືບຂ່າວ ເຊິ່ງປັດຈຸບັນຍັງບໍ່ທັນມີຫຼັກຖານທີ່ສະແດງໃຫ້ເຫັນວ່າ ລັດເຊຍ ມີສ່ວນກ່ຽວຂ້ອງເຖິງເຫດການດັ່ງກ່າວ. ເລື່ອງເນລະເທດບັນດານັກການທູດ ລັດເຊຍ ແມ່ນການກະທຳທີ່ຜິດພາດ, ມີລັກສະນະເກາະຜິດ ແລະ ກໍ່ຜົນສະທ້ອນຕໍ່ການພົວພັນສາກົນ ແລະ ການສືບສວນສອບສວນເຫດການດັ່ງກ່າວ.

        ໃນສະພາບການລວມນັ້ນ ຍັງມີບາງປະເທດຢູ່ ເອີຣົບ ບໍ່ເດີນຕາມຂະບວນການເນລະເທດລວມໝູ່, ຕົວຢ່າງຄື: ຕວກກີ ຫຼື ສ.ໂອຕາລິດ. ໃນຂະນະນັ້ນ, ການນຳພັກຝ່າຍຂວາຈັດສະຫະພັນຢູ່ ອີຕາລີ, ທ່ານ Matteo Salvini ຜູ້ທີ່ມີຄວາມສາມາດກາຍເປັນນາຍົກລັດຖະມົນຕີ ອີຕາລີ ກໍ່ຢືນຢັນວ່າ ເລື່ອງເນລະເທດບັນດານັກການທູດ ລັດເຊຍ ແລະ ເຊື່ອມຕໍ່ບັນດາຄຳສັ່ງລົງໂທດ ມົດສະກູ ບໍ່ພຽງແຕ່ບໍ່ສາມາດແກ້ໄຂບັນຫາໄດ້ເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການເພີ່ມເຄັ່ງຕຶງຂຶ້ນຢ່າງຮ້າຍແຮງກ່ວາຕື່ມອີກ.

ຄວາມບໍ່ລົງລອຍກັນຂຶ້ນສູ່ຈຸດຍອດ

        ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ເຄີຍຖະແຫຼງວ່າ ບັນດາມາດຕະການສົມທົບເພື່ອເນລະເທດດັ່ງກ່າວ “ສະແດງໃຫ້ເຫັນຄວາມຮຽງບ່າຮຽງໄຫຼ່ຂອງບັນດາປະເທດ ໃນການສົ່ງສານຢ່າງແຮງທີ່ສຸດຕໍ່ ລັດເຊຍ ວ່າ ມົດສະກູ ບໍ່ອາດຈະສືບຕໍ່ບໍ່ຖືເປັນສຳຄັນກົດໝາຍສາກົນ”. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ເປັນໜ້າສົນໃຈໃນປັດຈຸບັນ, ນອກຈາກບັນດາຄຳກ່າວຫາດັ່ງກ່າວ, ອັງກິດ ແລະ ບັນດາປະເທດຝ່າຍຕາເວັນຕົກ ພັດບໍ່ຍົກອອກໄດ້ຫຼັກຖານສະເໝີຕົ້ນສະເໝີປາຍ ແລະ ຮອບດ້ານໃດໆ ແລະ ກໍ່ບໍ່ມີສັນຍານທີ່ສະແດງໃຫ້ເຫັນຈະມີການຮ່ວມມືກັບ ລັດເຊຍ ເພື່ອເຮັດໃຫ້ເຫດການເປັນກະຈ່າງແຈ້ງ. ເວົ້າແນວອື່ນ ຝ່າຍຕາເວັນຕົກ ບໍ່ຢາກຍົກອອກຫຼັກຖານທີ່ກ່ຽວຂ້ອງເຖິງເຫດການດັ່ງກ່າວອອກມາ, ກ່ຽວກັບເລື່ອງຫຍັງໄດ້ເກີດຂຶ້ນ ແລະ ມັນກຳເນີດຂຶ້ນຄືແນວໃດ.

        ອາດຈະວ່າ ບັນດາປະເທດຝ່າຍຕາເວັນຕົກພວມສວຍໃຊ້ເຫດການອະດີດນັກສືບຂ່າວຊາວ ລັດເຊຍ Sergei Skripal ແລະ ລູກສາວຖືກວາງຢາເບື່ອຢູ່ ອັງກິດ ພຽງແຕ່ແມ່ນ “ຂໍ້ອ້າງອີງ”, ແມ່ນສ່ວນໜຶ່ງໃນແຜນການຕ້ານ ລັດເຊຍ ໄລຍະຍາວເທົ່ານັ້ນ.

        ຄວາງຈິງ, ນ້ຳໃຈ “ສາມັກຄີຕົກສະເງີ້” ຂອງ ອີຢູ ແລະ ອາເມລິກາ ກັບ ອັງກິດ, ໄດ້ຍົກອອກມາ ພາຍຫລັງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮັບການເລືອກຕັ້ງອາຍຸການໃໝ່ ຕື່ມອີກ 6 ປີ, ພຽງແຕ່ແມ່ນຈຸດຍອດຂອງບັນດາຄວາມບໍ່ລົງລອຍກັນ ເຊິ່ງມີແຕ່ດົນແລ້ວ ລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກໃນ 10 ປີຜ່ານມາ. ບັນດາຄູ່ແຂງຂອງ ລັດເຊຍ ບໍ່ມັກປະເທດ ລັດເຊຍ ເຂັ້ມແຂງ ດ້ວຍບັນດາກຳລັງຄວາມສາມາດເຊິ່ງໄດ້ສະແດງໃຫ້ເຫັນໃນໄລຍະມໍ່ໆມານີ້. ເວົ້າແນວອື່ນ, “ສິ່ງຂັດຂວາງ” ແທ້ຈິງໃນການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ບໍ່ແມ່ນເຫດວາງຢາເບື່ອອະດີດນັກສືບຂ່າວຢູ່ ອັງກິດ ເຊິ່ງຍ້ອນວ່າ ມົດສະກູ ພວມເພີ່ມຂຶ້ນບັນດາການເຄື່ອນໄຫວທີ່ໄດ້ຮັບຖືວ່າ ແມ່ນ “ກໍ່ຄວາມເສຍຫາຍ” ຕໍ່ຜົນປະໂຫຍດຂອງຝ່າຍຕາເວັນຕົກ, ດ້ວຍຈຸດປະສົງຟື້ນຟູ “ສິດອຳນາດ” ຂອງລັດເຊຍ ແລະ ເຮັດໃຫ້ບັນດາຄວາມມານະພະຍາຍາມເປີດກ້ວາງຜົນສະທ້ອນຂອງຝ່າຍຕາເວັນຕົກຊຸດໂຊມ.

        ເຖິງຢ່າງໃດກໍ່ຕາມ, ລັດເຊຍ ຈະຕອບໂຕ້ໃຫ້ເໝາະສົມກັບເລື່ອງເນລະເທນັກການທູດລວມໝູ່ຂອງຝ່າຍຕາເວັນຕົກ ແຕ່ເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນການພົວພັນ ລັດເຊຍ - ຝ່າຍຕາເວັນຕົກ ໄດ້ກ້າວເຂົ້າສູ່ໄລຍະຮ້າຍແຮງທີ່ສຸດໃນຮອບ 30 ປີຜ່ານມາ. ລັດເຊຍ ພວມສູ້ຢັນຕໍ່ກັບການສູ້ຮົບດ້ານການທູດຢ່າງຮອບດ້ານກັບຝ່າຍຕາເວັນຕົກ. ການພົວພັນທີ່ຍັງບໍ່ທັນມີສັນຍານດີງາມລະຫວ່າງ 2 ຝ່າຍ ຈະສືບຕໍ່ແກ່ຍາວໄປອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ