ລັດເຊຍ, ອີຢູ, ອາເມລິກາ ຄວນມຸ່ງໄປເຖິງການສົນທະນາກ່ຽວກັບວິກິດການຢູ່ ຢູແກຼນ

        (vovworld)- ໃນ​ຂະ​ນະ​ທີ່​ສະ​ພາບ​ຂາດ​ຄວາມ​ສະ​ຖຽນ​ລະ​ພາບ​ຢູ່ ຢູ​ແກຼນ ບໍ່​ທັນ​ມີ​ສັນ​ຍານ​ຫລຸດ​ລົງ, ແຕ່ໃນໂລກນີ້, ພັດ​​ເກີດຄວາມ​ຂັດ​ແຍ່ງ​​​ຂຶ້ນຢ່າງ​ແຮງ ລະ​ຫວ່າງ ລັດ​ເຊຍ ​ກັ​ບ ສະ​ຫະ​ພາບ​ເອີ​ລົບ ແລະ ອາ​ເມ​ລິ​ກາ ​ ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ລັດ​ເຊຍ ສົ່ງ​ກຳ​ລັງ​ທະ​ຫານ​ ເຂົ້າປະ​ເທດ​ສາ​ທາ​ລະ​ນະ​ລັດ​ປົກ​ຄອງ​ດ້ວຍ​ຕົນ​ເອງ Crimea ທີ່​ຂຶ້ນ​ກັບ ຢູ​ແກຼນ ເພື່ອປ້ອງກັນ ພົນ​ລະ​ເມືອງ​ລັດ​ເຊຍ. ການ​ຜັນ​ແປ​ດ້ານ​ການ​ເມືອງ​ໃນ​ສອງ​ສາມມື້​ຜ່ານ​ມາ ພວມ​ເຮັດ​ໃຫ້​ການ​ພົວ​ພັນລະ​ຫວ່າງ​ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ບໍ່​ປົກ​ກະ​ຕິ​ນັບ​ແຕ່​ໄລ​ຍະ​ສົງ​ຄາມ​ເຢັນ ​ຍິ່ງ​ເກີດ​ຄວາມ​ເຄັ່ງ​ຕືງ​ຂຶ້ນ​ຕື່ມ.
         ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, NATO ແລະ ສ​ະ​ຫະ​ພາບ​ເອີ​ລົບ(ອີ​ຢູ) ໄດ້​ຈັດ​ກອງ​ປະ​ຊຸມຫລາຍ​ຄັ້ງ​ຢ່າງ​ລຽນ​ຕິດ, ການ​ໂອ້​ລົມ​ສົນ​ທະ​ນາ​ຜ່ານ​ໂທ​ລະ​ສັບ​ທີ່​ແກ່​ຍາວລະ​ຫວ່າງ​ປະ​ມຸກ​ລັດ​ບັນ​ດາ​ປະ​ເທດ ຝ່າຍ​ຕາ​ເວັນ​ຕົກ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin  ​ໃນ​ນັ້ນ​ມີ​ຄຳ​ກ່​າວ​ເຕືອນ​ໂດຍ​ບັນ​ດາ​ຝ່າຍ​ຍົກ​ອອກ​ມາ.

ຝ່າຍ​ຕາ​ເວັນ​ຕົກ​ປະ​ກາດ​ຫລາຍ​ມາດ​ຕະ​ການ​ປັບ​ໄຫມ​ລົງ​ໂທດ

        ທ່ານ​ນາງ Catherine Ashton, ຜູ້​ຕາງ​ຫ​ນ້າ​ຂັ້ນ​ສູງ ຂອງ ອີ​ຢູ, ຮັບ​ຜິດ​ຊອບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຫາກ​ໍ​ໃຫ້​ຮູ້​ວ່າ: ອີ​ຢູ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ມາດ​ຕະ​ການ​ປັບ​ໄຫມ​ລົງ​ໂທດ​ ສຳ​ລັບ​ບັນ​ດາ​​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ ຜ່ານ​ການ​ຢຸດ​ຕິ​ຊົ່ວ​ຄາວ​ການ​ພົວ​ພັນ ຫລືບໍ່​ອອກວິ​ຊາ​ໄປ​ມາ​ໃນ ອີ​ຢູ. ສ່ວນ​ທ່ານ Frank-Walter Steinmeier, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ ພັດ​ຖະ​ແຫລງວ່າ ຖ້າ​ຫາກ ລັດ​ເຊຍ ບໍ່​ມີ​ການ​ກະ​ທຳ​ຢ່າງວ່ອງ​ໄວ​ທີ່​ຫ​ນ້າ​ໄວ້​ເນື້ອ​ເຊື່ອ​ໃຈ ອາດ​ຈະ​ຖືກ​ຮັບ​ຜົນ​ຮ້າຍ​ຢ່ອນ​ຫລັງ​ໃນ​ການ​ພົວ​ພັນ​ກັບ ເອີ​ລົບ. ບັນ​ດາ​ຜົນ​ຮ້າຍ​ຢ່ອນ​ຫລັງ​ນັ້ນ​ແມ່ນ​ຢາກ​ເວົ້າ​ເຖິງ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​​ໂຍະຍານ​ການ​ກຳ​ນົດ​ອອກວິ​ຊາ​ທີ່​ມີ​ຕໍ່ ພົນ​ລະ​ເມືອງ ລັດ​ເຊຍ ແລະ ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ລະ​ຫວ່າງ ລັດ​ເຊຍ ແລະ ອີ​ຢູ, ຊ້ຳ​ບໍ່​ຫ​ນຳ​ນັບ​ທັງ​ການ​ປິດ​ລ້ອມ​ບັນ​ຊີ​​ເງິນ​ຝາກຂອງ​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ລັດ​ເຊຍ.

 ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ຜ່ານ​ໂທ​ລະ​ສັບ​ມາ​ເປັນ​ເວ​ລາ 90 ນາ​ທີ ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ກໍ​ກ່າວ​ເຕືອນ​: ເລື່ອງ ມົດ​ສະ​ກູ ປະ​ຕິ​ເສດ​ຖອ​ນ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ກັບ​ຄືນ​ຖານ​ທີ່​ໝັ້ນ​ຂອງ​ຕົນ ຢູ່ Crimea ຈະ​ສົ່ງ​ຜົນ​ກະ​ທົບ​ບໍ່​ດີ​ເຖິງ​ຊື່​ສຽງ​ຮຽງ​ນາມ​ຂອງ​ລັດ​ເຊຍ​ໃນ​ເວ​ທີ​ສາ​ກົນ ແລະ ແນ່ນອນ​ວ່າ ລັດ​ເຊຍ ຈະ​ຖືກ​ໂດດ​ດ່ຽວ​ກ່ຽວ​ກັບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງກວ່າ.ພາຍ​ຫລັງ​ຄຳ​ກ່າວ​ເຕືອນ​ດັ່ງ​ກ່າວ, ວໍ​ຊີງ​ຕັນ ໄດ້​ຖະ​ແຫລງ ຢຸດ​ຕິ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ກັບ​ມົດ​ສະ​ກູ. ທຳນຽບ 5 ແຈ່ ກໍ​ປະ​ກາດ​ວ່າ: ອາ​ເມ​ລິ​ກາ ຢຸດ​ຕິ​ທັງ​ໝົດ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ​ກັບ ລັດ​ເຊຍ ທີ່​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່ ຢູ່​ແກຼນ, ໃນ​ນັ້ນ ມີ​ກາ​ນ​ຊ້ອມ​ຮົບ ແລະ ການ​ຢ້ຽມ​ຢາມ​ທ່າ​ກຳ​ປັ່ນ.

ລັດເຊຍ, ອີຢູ, ອາເມລິກາ ຄວນມຸ່ງໄປເຖິງການສົນທະນາກ່ຽວກັບວິກິດການຢູ່ ຢູແກຼນ - ảnh 1
ສະພາບຄວາມເຄັ່ງຕຶງຢູ່ ຢູແກຼນ ກະທົບຢ່າງຫຍໍ້ທໍ້ເຖິງ
ຕະຫຼາດການເງິນທົ່ວໂລກ

(ພາບ: dantri.com)

ກ່ຽວ​ກັບ​ດ້ານ​ການ​ຄ້າ, ອາ​ເມ​ລິ​ກາ, ກາ​ນາ​ດາ, ອັງ​ກິດ ແລະ ຝ​ລັ່ງ ພ້ອມ​ກັນ​ຖະ​ແຫລງ ຈະ​ຢຸດ​ຕິ​ວິ​ວັດ​ການ​ເຂົ້າ​ຮ່ວມ​ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ "G-8" ຢູ່ Sochi ປະ​ເທດ ລັດ​ເຊຍ ໃນ​ເດືອນ 6 ຈະ​ມາ​ເຖິງ.

          ໃນ​ຂະ​ນະ​ນັ້ນ, ສ່ວນຝ່າຍ NATO, ​ເລ​ຂາ​ທິ​ການ​ໃຫ​ຍ່    NATO Fogh Rasmussen ຖື​ວ່າ ບັນ​ດາ​ການ​ຜັນ​ແປ​ພາຍ​ໃນ ແລະ ກ່ຽວ​ຂ້ອງ​ເຖິງ ຢູ​ແກຼນ ອາດ​ຈະ​ນາບ​ຂູ່​ເຖິງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ  NATO ທີ່​ຕິດ​ກັບ​ຊາຍ​ແດນ ຢູ​ແກຼ​ນ ແລະ ອາດ​ຈະ​ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາ​ກ​ພື້ນ ເອີ​ລົບ- ມະ​ຫາ​ສະ​ມຸດ​ອັດ​ລັງ​ຕິກ.

        ປະ​ຕິ​ກິ​ລາ​ຍາ​ທີ່​ແຂງ​ກະ​ດ້າງ​ຈາກ​ຝ່າຍ​ລັດ​ເຊຍ

            ຕໍ່​ຫ​ນ້າ​ທຸກ​ການ​ຜັນ​ແປ​ດັ່ງ​ກ່າວ, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ         Vladimir Putinໄດ້​ອະ​ທິ​ບາຍ​ຫລັກ​ໝັ້ນ​ຂອງ​ຕົນ ເມື່ອ​ສົ່ງ​ກຳ​ລັງ​ທະ​ຫານ​ເຂົ້າ Crimea ບໍ່​ເພື່ອ​ຈຸດ​ປະ​ສົງ​ຫ​ຍັງ​ນອກ​ເຫ​ນືອ​ແນ​ໃສ່​​ປ້ອງກັນ​ພົນ​ລະ​ເມືອງ ລັດ​ເຊຍ ທີ່​ພວມ​ຖືກ​ນາບ​ຂູ່​ເຖິງ​ຊີ​ວິດ​ອິ​ນ​ຊີ ຕໍ່​ຫ​ນ້າ​ຄວາມ​ອັນ​ຕະ​ລາຍ​ອາດ​ຈະ​ເກີດ​ຂຶ້ນ​ຈາກ​ບັນ​ດາ​ພວກກໍ່​ຄວາມວ​ຸ​ນ​ວາຍ​ຢູ່ ຢູ​ແກຼນ. ຕາມ​ທ່ານ Putin ແລ້ວ, ບັນ​ດາ​ການ​ກະ​ທຳ​ຂອງ​ລັດ​ເຊຍທີ່​ມີ​ຕໍ່ ຢູ​ແກຼນ ມາ​ຮອດ​ປະ​ຈຸ​ບັນ  ແມ່ນ​ເໝາະ​ສົມ, ດ້ວຍ​ຈຸດ​ປະ​ສົງ​ຢາກ​ເຮັດ​ໃຫ້​ສ​ະ​ພາບ​ການ​ໄປ​ຕາມ​ທິດ​ສັນ​ຕິ​ພາບ.

        ລັດ​ເຊຍ ກໍ​ຖື​ວ່າ ການ​ຕຳ​ນິ​ຕິ​ຕຽນ​ຂອງ NATO ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດນີ້ ຢູ່           Crimea ຈະ​ບໍ່​ຊ່ວຍ​ໃຫ້​ສະ​ພາບ​ການ​ຢູ່ ຢູ​ແກຼນ ເປັນ​ປົກ​ກະ​ຕິ ພາຍ​ຫລັງ​ທີ່​ກຸ່ມນີ້ ຖື​ວ່າ ມົດ​ສະ​ກູ ໄດ້​ນາບ​ຂູ່​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່ ເອີ​ລົບ. ທ່່ານ Sergei Lavrov ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ຕຳ​ນິ​ຕິ​ຕ​ຽນ​ບັນ​ດາ​ການ​ນາບ​ຂູ່, ປັບ​ໄຫມ​ລົງ​ໂທດ ແລະ ປະ​ຕິ​ເສດ ຊື່ງ​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ອອກ​ມາ ຍ້ອນ​ບົດ​ບາດ​ຂອງ​ລັດ​ເຊຍ ໃນ​ວິ​ກິດ​ການ​ພວມ​ປີນ​ຂັ້ນ​ໄດ​ຢູ່ ຢູ​ແກຼ​ນ.

          ສິ່ງ​ສຳ​ຄັນ​ຕ້ອງ​ມີ​ການ​ພົບ​ປະ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ

           ເຖິງ​ວ່າ ມີ​ຄຳ​ກ່າວ​ເຕືອນ​ຫລາຍ​ຢ່າງ​ຕໍ່​ລັດ​ເຊຍ ກໍ​ຕາມ, ແຕ່​ຄວາມ​ຈິງ ຫລາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ບໍ່​ມີ​ຄວາມ​ຫວັງ​ປານ​ໃດຕໍ່​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ມາດ​ຕະ​ການ​ດັ່ງ​ກ່າວ. ທ່ານ Chris Murphy ສະ​ມາ​ຊິກ​ສະ​ພາ​ສູງ, ປະ​ທານ​ອະ​ນຸ​ກຳ​ມະ​ການ ເອີ​ລົບ ຂຶ້ນ​ກັບ​ກຳ​ມາ​ທິ​ການ​ຕ່າງ​ປະ​ເທດ ສະ​ພາ​ສູງ ອາ​ເມ​ລິ​ກາ ຖື​ວ່າ: ເລື່ອງ ອາ​ເມ​ລິ​ກາ ຈັດ​ວາງ​ການ​ປັບ​ໄຫມ​ລົງ​ໂທດ​ພຽງ​ຝ່າຍ​ດຽວ ຈະ​​ບັນ​ລຸ​ປະ​ສິດ​ທິ​ຜົນບໍ່​ຫລາຍ ຖ້າ​ຫາກບໍ່​ສົມ​ທົບ​ກັບ​ບັນ​ດາ​ການ​ກະ​ທຳ​ຈາກ ເອີ​ລົບ. ສ່ວນ ທ່ານ Robert Gates, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ກ່າວ​ເຕືອນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມລິ​ກາ Barak Obama ຄວນ​ຄ​ິດ​ໄລ່​ຊັ່ງ​ຊາ​ທຸກ​ປະ​ຕິ​ກິ​ລິ​ຍາ​ຂອງ​ລັດ​ເຊຍ. ຕາມ​ທ່ານ Robert Gates ແລ້ວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ  Obama ຈະ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຖ້າ​ຫາກ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ລິ​ກາ ຢູ່ ເອີ​ລົບ ອອກ​ສຽງ​ຄັດ​ຄ້ານ ແຕ່ບໍ່​ມີ​ການ​ກະ​ທຳ​ຢ່າງ​ແຮງ. ທ່ານ John McCain ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ ຍອມ​ຮັບ​ວ່າ ເລື່ອງ​ນາບ​ຂູ່​ປະ​ຕິ​ເສດ ກອງ​ປະ​ຊຸມ​ສຸດຍອດ  G-8 ຈັດ​ຂຶ້ນ​ຢູ່ ລັດ​ເຊຍ ບໍ່​ແມ່ນ​​ມາດ​ຕະ​ການ​ເໝາະ​ສົມ. ເຢຍ​ລະ​ມັນ ກໍ​ຄັດ​ຄ້ານ​ເລື່ອງ​ປັດ​ເຂ່ຍ ​ລັດ​ເຊຍອອກ​ຈາກ G8 ແລະ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຄວນ​ຄິດ​ໄລ່​ຊັ່ງ​ຊາ​ຄືນ.

        ນອກ​ຈາກ​ຄວາມ​ສາ​ມາດ ອາ​ເມ​ລິ​ກາ ອາດ​ຈະ​ປັບ​ໄຫມ​ລົງ​ໂທດ​ທະ​ນາ​ຄານ, ປິດ​ລ້ອມ​ດ້ານການ​ເງິນ​ຂອງ​ລັດ​ເຊຍ ຄື​ດັ່ງ​ໄດ້​ປະ​ຕິ​ບັດ​ສຳ​ລັບ ອີ​ຣານ, ແມ່ນ​ສິ່ງ​ທີ່​ຍາກ​ເກີດ​ຂຶ້ນ​ໄດ້ ເພາະ​ຖ້າ​ເຮັດ​ຄື​ແນວນັ້ນ ເອີ​ລົບ ຈະ​ຄັດ​ຄ້າ​ນ​ທຳ​ອິດ ເພາະ​ເຂົາ​ເຈົ້າ​ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ແຫ​ນ້ນ​ແຟ້ນ​ກັບ​ລັດ​ເຊຍ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລຸກ​ຊຳ​ບວກ Jean Asselborn ໃຫ້​ຮູ້​ວ່າ: 25% ປະ​ລິ​ມານ​ພະລັງງານ​ທີ່​ໄດ້ສະ​ຫນອງ​​​ໃຫ້​ແກ່ ເອີ​ລົບ ແມ່ນ​ມາ​ຈາກ​ລັດ​ເຊຍ ແລະ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ ລັດ​ເຊຍ ແລະ ອີ​ຢູ ປະ​ຈຸ​ບັນ ແມ່ນ​ແຫ​ນ້ນ​ແຟ້ນ​ທີ່​ສຸດ. ວໍ​ຊີງ​ຕັນ ບໍ່​ອາດ​ປະ​ລະ​ລັດ​ເຊຍ​ ໃນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ ຫລື ສຳ​ເນົາ​ເອ​ກະ​ສານ​ນິວ​ເຄຼຍ ຂອງ ອີ​ຣານ ເພາະ​ວ່າ ບົດ​ບາດ​ຂອງ​ລັດ​ເຊຍ ບໍ່​ແມ່ນ​ຫ​ນ້ອຍ ຫລື​ເວົ້າ​ແນວ​ອື່ນ​​ລັດ​ເຊຍຍັງ​ສວມ​ບົດ​ບາດ​ສ​ຳ​ຄັນ​ໃນ​ຫລາຍ​ບັນ​ຫາ​ສາ​ກົນ.

            ຕາມ​ບັນ​ດາ​ນັກ​ສັງ​ເກດກ​ານ​ສາ​ກົນ​ແລ້ວ, ວິ​ກິດ​ການ ຢູ່ Crimea ແນ່ນອນ​ວ່າ ຈະ​ກາຍ​ເປັນ​ຄວາມ​ຂັດ​ແຍ່ງ​ໃຫ​ຍ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ນັບ​ແຕ່​ເມື່ອ​ເກີດ​ສົງ​ຄາມ​ເຢັນ​ເປັນ​ຕົ້ນ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ແກ້​ໄຂ​ສາຍ​ພົວ​ພັນ​ນີ້ ບໍ່​ແມ່ນ​ວາງ​ອອກ​ບັນ​ດ​ມາດ​ຕະ​ການ​ປັບ​ໄຫມ​ລົງ​ໂທດ​ຈາກ​ຝ່າຍ​ໃດ ຫາກ​ແມ່ນ​ການ​ພົບ​ປະ​ສົນ​ທະ​ນາ​ຢ່າງ​ເປີດ​ເຜີຍ ແລະ ຈິງ​ໃຈ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ