ລັດເຊຍ - ອາຟະລິກາ: ກຽມພ້ອມໃຫ້ແກ່ບາດກ້າວພັດທະນາໃໝ່

(VOVWORLD) -ກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງລັດເຊຍ ແລະ ອາຟະລິກາ ຈະດຳເນີນໃນລະຫວ່າງວັນທີ 23 – 24 ຕຸລາ, ຢູ່ ໂຊຈີ, ສະຫະພັນລັດເຊຍ.

ລັດເຊຍ - ອາຟະລິກາ: ກຽມພ້ອມໃຫ້ແກ່ບາດກ້າວພັດທະນາໃໝ່ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີອີຢິບ Abdel Fattah Al-Sisi

(ພາບປະກອບ: AFP)

ນີ້ແມ່ນເຫດການບໍ່ເຄີຍມີມາກ່ອນ ແລະ ແມ່ນກອງປະຊຸມສຸດຍອດຄົບຄະນະຄັ້ງທຳອິດ ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດອາຟະລິກາ ແລະ ການນຳບັນດາອົງການແຖວໜ້າຢູ່ພາກພື້ນ. ກອງປະຊຸມໄດ້ຮັບຄວາມຫວັງວ່າ ຈະກາຍເປັນຈຸດເລີ່ມຕົ້ນໃນການ ສ້າງການພົວພັນຄູ່ຮ່ວມມືສະເໝີພາບບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ຖັດຈາກ ຝລັ່ງ, ຈີນ ແລະ ຍີ່ປຸ່ນ, ຄັ້ງນີ້ ລັດເຊຍ ແມ່ນປະເທດຈັດກອງປະຊຸມສຸດຍອດລັດເຊຍ - ອາຟະລິກາ ຂຶ້ນຢ່າງສົມກຽດ. ດ້ວຍການກະທຳດັ່ງກ່າວ, ມົດສະກູ ໄດ້ເປີດເຜີຍຄວາມມັກໃຫຍ່ໄຝ່ສູງເປີດກວ້າງຜົນສະທ້ອນຂອງຕົນຢູ່ທະວີບດຳ ບົນເສັ້ນທາງຟື້ນຟູຊື່ສຽງຂອງລັດເຊຍ ບົນເວທີສາກົນ. ທີ່ກອງປະຊຸມສຸດຍອດລັດເຊຍ - ອາຟະລິກາ ຢູ່ໂຊຈີ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຈະຕ້ອນຮັບປະມຸກລັດອາຟະລິກາ 35 ທ່ານ. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາຝ່າຍປຶກສາຫາລືກ່ຽວກັບບັນດາບັນຫາການເມືອງ ແລະ ເສດຖະກິດ, ກ່ຽວກັບບັນດາທ່າແຮງຂອງລັດເຊຍ ຜ່ານບັນດາລາຍການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ອາຟະລິກາ: ຄູ່ຮ່ວມມືທີ່ດີ

        ເລື່ອງລັດເຊຍ ຊຸກຍູ້ການພົວພັນກັບອາຟະລິກາ ອີງໃສ່ພື້ນຖານການພົວພັນທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືທີ່ອຸດົມສົມບູນ. ຫວນຄືນປະຫວັດສາດຂອງການພົວພັນລະຫ່າງ 2 ຝ່າຍ, ລັດເຊຍ ໄດ້ສວມບົດບາດສຳຄັນໃນໄລຍະປົດປ່ອຍທະວີບ, ໜູນຊ່ວຍບັນດາປະເທດຢູ່ທະວີບອາຟະລິກາ ໃນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ, ການຈຳແນກເຜົ່າພັນ Apartheid. ລັດເຊຍ ໄດ້ຊ່ວຍໃຫ້ປະຊາຊົນອາຟະລິກາ ປົກປັກຮັກສາເອກະລາດ ແລະ ອະທິປະໄຕ, ສ້າງສາປະເທດຊາດ, ສ້າງຕັ້ງບັນດາຮາກຖານຂອງພື້ນຖານເສດຖະກິດແຫ່ງຊາດ, ສ້າງກຳລັງປະກອບອາວຸດທີ່ມີຄວາມສາມາດໃນການຕໍ່ສູ້. ບັນດານັກຊ່ຽວຊານ ໂຊວຽດ, ປະຈຸບັນແມ່ນລັດເຊຍ ໄດ້ເຂົ້າຮ່ວມການກໍ່ສ້າງບັນດາກິດຈະກຳພື້ນຖານໂຄງລ່າງສຳຄັນ, ບັນດາໂຮງງານໄຟຟ້ານ້ຳຕົກ, ກໍ່ສ້າງທາງ, ບັນດາໂຮງງານອຸດສາຫະກຳຢູ່ບັນດາປະເທດອາຟະລິກາ. ມີປະຊາຊົນອາຟະລິກາ ນັບພັນໆຄົນໄດ້ຮຽນຈົບຢູ່ບັນດາມະຫາວິທະຍາໄລຂອງລັດເຊຍ.

        ພາຍຫຼັງທີ່ທ່ານປະທານາທິບໍດີລັດເຊຍ Vladimir Putin ຂຶ້ນກຳອຳນາດເມື່ອປີ 2000, ດ້ວຍແນວທາງ ແລະ ນະໂຍບາຍການຕ່າງປະເທດທີ່ນັບມື້ນັບມີຄວາມຕັດສິນໃຈກວ່າ, ການພົວພັນລະຫວ່າງລັດເຊຍ ແລະ ອາຟະລິກາ ໄດ້ເພີ່ມທະວີຂຶ້ນ. ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເລີ່ມດຳເນີນການເຄື່ອນໄຫວການພົວພັນທາງການທູດ, ເສດຖະກິດ ແລະ ການທະຫານກັບບັນດາປະເທດສຳພັນທະມິດອາຟະລິກາ ເມື່ອກ່ອນນີ້. ພື້ນຖານຂອງການພົວພັນລະຫວ່າງລັດເຊຍ ແລະ ອາຟະລິກາ ໄດ້ຫັນຈາກດ້ານການເມືອງໄປສູ່ເສດຖະກິດ, ການຄ້າ, ຄວາມໝັ້ນຄົງ, ການທະຫານ, ໝາຍຄວາມວ່າເລື່ອງລັດເຊຍ ໄດ້ສ້າງຜົນສະທ້ອນທາງດ້ານເສດຖະກິດ ແລະ ການເມືອງຢູ່ອາຟະລິກາ ຄືນໃໝ່. ຕາມນັກຊ່ຽວຊານ Arnaud Dubien ຂຶ້ນກັບສະຖາບັນການພົວພັນສາກົນ ແລະ ຍຸດທະສາດຂອງຝລັ່ງ (IRIS) ແລ້ວ, ມົດສະກູ ຍາມໃດກໍ່ຮັກສາຜົນສະທ້ອນ, ເຖິງວ່ານັ້ນພຽງແຕ່ແມ່ນການມີໜ້າຢ່າງຄ່ຽມຄົມຢູ່ບັນດາປະເທດອາຟະລິກາ, ຈາກອານເຊຣີ ຕະຫຼອດຮອດລີບີ, ອີຢິບ ກໍ່ຕາມ. ທ້າຍປີ 2017, 2 ຝ່າຍໄດ້ແຈ້ງໃຫ້ຊາບກ່ຽວກັບໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ແລະ ສັນຍາຊື້ຂາຍອາວຸດສຳຄັນຫຼາຍສະບັບ. ໃນທາງການ, ມົດສະກູ ໄດ້ລົງນາມຂໍ້ຕົກລົງຮ່ວມມືດ້ານການທະຫານຫຼາຍສະບັບ ກັບອຳນາດການປົກຄອງ Mali ເມື່ອເດືອນ ມິຖຸນາ 2019, ກ່ອນໜ້ານັ້ນແມ່ນກັບ Burkina Faso ຫຼື Congo…

ພ້ອມແລ້ວທີ່ຈະຕ້ອນຮັບກາລະໂອກາດໃໝ່

        ໃນຫຼາຍປີຜ່ານມາ, ອາຟະລິກາ ແມ່ນເປົ້າໝາຍຂອງການຊ່ວງເສັງພູມສຸດຍຸດທະສາດເປັນມູນເຊື້ອລະຫ່າງອາເມລິກາ, ຈີນ ຫຼື ສະຫະພາບເອີລົບ. ເຖິງຢ່າງໃດກໍ່ຕາມ ມາຮອດປະຈຸບັນ, ມົດສະກູ ຢາກເລີ່ມຕົ້ນການຊ່ວງເສັງໃໝ່ເພື່ອຊອກຫາບັນດາຜົນປະໂຫຍດພູມສາດຍຸດທະສາດຢູ່ອາຟະລິກາ ໃຫ້ຫຼາຍກວ່າ.

        ຄວາມຕັດສິນໃຈຍູ້ແຮງການຮ່ວມມືກັບອາຟະລິກາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ອນດຳເນີນກອງປະຊຸມສຸດຍອດ ແລະ ເວທີປາໄສເສດຖະກິດລັດເຊຍ - ອາຟະລິກາ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ, ລັດເຊຍ ພ້ອມແລ້ວທີ່ຈະແກ່ງແຍ້ງເພື່ອຮ່ວມມືກັບອາຟະລິກາ. ການພັດທະນາ ແລະ ເຮັດໃຫ້ການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແໜ້ນແຟ້ນກວ່າອີກກັບບັນດາປະເທດອາຟະລິກາ ແລະ ບັນດາອົງການຈັດຕັ້ງເຊື່ອມໂຍງຢູ່ນີ້ແມ່ນນອນໃນບັນດາບຸລິມະສິດດ້ານການຕ່າງປະເທດຂອງລັດເຊຍ. ແລະ ລັດເຊຍ ເດັດດ່ຽວປະຕິເສດຢ່າງແຮງບໍ່ວ່າການລະຫຼີ້ນດ້ານພູມຊາດການເມືອງໃດໆໃນທົ່ວອາຟະລິກາ. ທີ່ເວທີປາໄສເສດຖະກິດລັດເຊຍ - ອາຟະລິກາ ຄັ້ງນີ້, ຄາດວ່າ ລັດເຊຍ ກໍ່ຈະສະເໜີໃຫ້ບັນດາຄູ່ຮ່ວມມືອາຟະລິກາ ພ້ອມກັນສຳຫຼວດ ແລະ ຂຸດຄົ້ນບັນດາແຫຼ່ງຊັບພະຍາກອນຄື: ຄຳ, ທອງ ຫຼື ນ້ຳມັນອາຍແກັດ…

        ປີ 2018 ແລະ ຕົ້ນປີ 2019, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ໄປປະຕິບັດງານເຖິງບັນດາປະເທດໃກ້ຄຽງ Sahara ແລະ ເຂດອາຟະລິກາເໜືອ ເປັນຫຼາຍຄັ້ງ. ນອກນັ້ນ, ລັດເຊຍ ກໍ່ຍາດແຍ່ງສະແດງໃຫ້ເຫັນບົດບາດ ແລະ ສຽງເວົ້າກັບບັນດາປະເທດອາຟະລິກາ ຢູ່ບັນດາເວທີປາໄສຄື BRICS (ລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້); ສະຫະພາບອາຟະລິກາ (AU) ຫຼື ປະຊາຄົມເສດຖະກິດອາຟະລິກາຕາເວັນຕົກ… ຍິ່ງກວ່ານັ້ນ, ທ່ານປະທານາທິບໍດີ Vladimir Putin ຍັງຢືນຢັນວ່າ ຈະສ້າງຍຸດທະສາດຮ່ວມມື - ພັດທະນາອື່ນໆກັບບັນດາປະເທດຝ່າຍຕາເວັນຕົກ ຫຼື ຈີນ. ນັ້ນແມ່ນຄຳໝັ້ນສັນຍາບໍ່ສ້າງຄວາມກົດດັ່ນ ຫຼື ການນາບຂູ່ພາຍນອກດ້ວຍການຊ້ອນຕົວເປັນນັກລົງທຶນ, ບໍ່ຂຸດຄົ້ນຊັບພະຍາກອນຢ່າງສຸດຂີດ ຫຼື ກໍ່ໃຫ້ເກີດສະພາບຕິດໜິ້ສຳລັບບັນດາປະເທດຢູ່ພາກພື້ນ.

        ພາຍຫຼັງການຢ້ຽມຢາມບັນດາປະເທດຕາເວັນອອກກາງ ຂອງທ່ານ Vladimir Putin ເມື່ອອາທິດກ່ອນ, ກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງລັດເຊຍ ແລະ ບັນດາປະເທດພາກພື້ນອາຟະລິກາ ອີກຄັ້ງໜຶ່ງໄດ້ຢືນຢັນເຖິງຈຸດສຸມທາງການທູດຂອງມົດສະກູ ສຳລັບພາກພື້ນນີ້. ບໍ່ພຽງແຕ່ເພີ່ມສຽງເວົ້າ ແລະ ທີ່ຕັ້ງເທົ່ານັ້ນ, ບັນດາຂໍ້ຕົກລົງໃນການຊື້ຂາຍອາວຸດ, ການລົງທຶນ ຂຸດຄົ້ນແຮ່ທາດຢູ່ທະວີບດຳ ຈະແມ່ນກຳລັງໜູນເພື່ອໃຫ້ທ່ານປະທານາທິບໍດີ Vladimir Putin ຕັດສິນໃຈເລີ່ມສ້າງການສ່ວງເສັງໃໝ່ຢູ່ອາຟະລິກາ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ