ລັດເຊຍ ແລະ NATO ເພີ່ມທະວີກຳລັງແຮງດ້ານການທະຫານ

(vovworld) ການຊ່ວງ​ເສັງ​ດ້ານ​ການ​ທະ​ຫານ​ລະ​ຫວ່າງ​ອົງ​ການ​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ອັກ​ລັງ​ຕິກ​ເໜືອ (NATO) ແລະ ລັດ​ເຊຍ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະໃໝ່ ໃນ​ຂະ​ນະ​ທີ່​ເວ​ລາມໍ່ໆ​ມານີ້ ອັງ​ກິດ ໄດ້​ຖະ​ແຫຼງ​ສົ່ງ​​ພົນ​ທະ​ຫານຕື່​ມ​ອີກ 800 ຄົນ​ ແລະ ເຮືອ​ບິນ​ສູ້​ຮົບ​ເຖິງ​ເຂດ​ຕິດ​ກັບ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ລັດ​ເຊຍ. ເຫດ​ການ​ເກີດ​ຂຶ້ນ​ພາຍຫຼັງ​ກອງ​ກ່ຳ​ປັ່ນ​​ເດີນ​ບິນຂອງ​ລັ​ດ​ເຊຍ ໄດ້​ເຄື່ອນ​ຍ້າຍ​ຢູ່​ໃກ້​ກັບ​ເຂດ​ຝັ່ງ​ທະ​ເລ​ຂອງ​ບາງ​ປະ​ເທດ​ໃນ​ກຸ່ມ NATO ພຽງ 2, 3 ວັນ. ເຫດ​ການ​ນີ້​ພວມ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ມົ​ດ​ສະ​ກູ ກັບ​ກຸ່ມນີ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ຂົ່ມຂູ່​ກໍ່ໃຫ້​ເກີດ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ເອີ​ລົບ.

ລັດເຊຍ ແລະ NATO ເພີ່ມທະວີກຳລັງແຮງດ້ານການທະຫານ - ảnh 1
ເຮືອ​ບິນ Su - 35S ຂອງກອງ​ທັບ​ອາ​ກາດ ລັດ​ເຊຍ
(ພາບ: Defence Industry Daily)


       
ນັບ​ແຕ່​ພາຍຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ NATO ເມື່ອ​ເດືອນ 7/2016, ​ເບິ່ງ​ລວມ​ແລ້ວ, ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - NATO ບໍ່​ມີ​ສັນ​ຍານ​ຕັ້ງ​ໜ້າ​ໃດໆ ແລະ ທ່າ​ອ່ຽງ​ເພີ່​ມ​ທະ​ວີ​ກຳ​ລັງ​ການ​ທະ​ຫານ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

NATO​ເພີ່ມ​ທະ​ວີ​ຄວາມ​ໝັ້​ນ​ຄົງ​ດ້ານ​ປ້ອງ​ກັນ​ຕົວ

        ຫວ່າງ​ແລ້ວນີ້, ອັງ​ກິດ ໄດ້​ປະ​ກາດ​ວ່າ​ມີ​ພົນ​ທະ​ຫານປະ​ມານ 800 ຄົນ ພ້ອມ​ກັບ​ລົດ​ຕັງ, ປືນ, ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຈະ​ມຸ່ງ​ໄປ​ສູ່ Estonia ໃນ​ຕົ້ນ​ປີ​ໜ້າ, ໃນ​ຄວາມ​ມານ​ະ​ພະ​ຍາ​ຍາມ​ຂ​ອງ NATO ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປົກ​ປັກ​ຮັກ​ສາ​ບັນ​ດາ​ປະ​ເທດໃນ​ເຂດ Baltic. ຈຳ​ນວນ​ພົນ​ທະ​ຫາຍ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້​ນ​ຕື່ມ​ອີກ 300 ຄົນ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​​ທີ່ ອັງ​ກິດ ໄດ້ຍົກ​ອອກ​ມາ​ໃນ​​ໄລ​ຍະຕົ້ນ​ປີ ແລະ ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ຜັນ​ຂ​ະ​ຫຍາຍ​ພົນ​ທະ​ຫາຍ​ໃນ​ໄລ​ຍ​ະ​ຍາວ​​ກ່​ວາ​ໝູ່​ຂອງ ອັງ​ກິດ ​ເຖິງ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງ​ຂອງ ລັດ​ເຊຍ ນັບ​ແຕ່​ເມື່ອ​ສິ້ນ​ສຸດ​ສົງ​ຄາມ​ເຢັ​ນ​ມາ​ຮອດ​ປະ​ຈຸ​ບັນ. ຕາມ​ແຫຼ່ງ​ຂ່າວ​ຈາ​ກ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ ອັງ​ກິດ ແລ້ວ, ກອງ​ທັບ ອັງ​ກິດ ໄດ້​ຕັ້ງ​ທັບ​ຢູ່​ຖານ​ທີ່​ໝັ້ນ​ການ​ທະ​ຫານ Tapa ໃນ​ໄລ​ຍະ​ 6 ເດືອນ. ມີ​ກອງ​ພັນ​​ຂອງ​ NATO 4 ກອງ ໄດ​້​ຮັບ​ການ​ຜັນ​ຂະ​ຫຍ​າຍ​ເພື່ອ​ຮັບ​ມື​ກັບ​ຄວາມ​ວິ​ຕົກ​ວັງ​ວົນ​ວ່າ ລັດ​ເຊຍ ອາດ​ຈະ​​ຂົ່ມ​ຂູ່​ບັນ​ດາ​ປະ​ເທດ​ສຳ​ພັນ​ທະ​ມິດ​ຢູ່​ທາງ​ທິດ​ຕາ​ເວັນ​ອອກຂອງ NATO. ການ​ກະ​ທຳ​ນີ້ ຖືກ​ດຳ​ເນີນ​ໃນ​ສະ​ພາບກ​ານທີ່ NATO ພວມ​ນັບ​ມື້​ນັບ​ມີ​ຄວາມ​ວິ​ຕົກ​ວັງ​ວົນ​ວ່າກອງ​ກ່ຳ​ປັ່ນ​ສູ້​ຮົບ​ຂອງ​ລັດ​ເຊຍ ໄປ​ຍັງ ຊີ​ຣີ ອາດ​ຈະ​ໄດ້​ນຳ​ໃ​ຊ້​ເພື່ອ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ບັນ​ດາ​​ເປົ້າໝາຍ​ຢູ່​ນະ​ຄອນ Aleppo ຢູ່​ປະ​ເທດຕາ​ເວັນ​ອອກ​ກາງນີ້.

        ຄຳ​ຕັດ​ສິນ​ຂອງ​ກະ​ຊວງ​ປ້ອງ​ກັນ​​ປະ​ກາດ ອັງ​ກິດ, NATO ເພີ່ມ​​ຈຳ​ນວນ​ພົນ​ທະ​ຫານ​ເຖິງ​ເຂດ​ຕິດກັບ​​ຊາຍ​ແດນ ລັດ​ເຊຍ ໄດ້​ກໍ່​ໃຫ້​ເກີດ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງ​ຈາກ​ຝ່າຍ ລັດ​ເຊຍ. ​ວັນ​ທີ 31/10, ທ່ານ Aleksander Grushko, ຜູ້​ຕາງ​ໜ້າ​ຂອງ​ລັດ​ເຊຍ ປະ​ຈຳ NATO ໄດ​້​ຖະ​ແຫຼງ​ວ່າ ມົດ​ສະ​ກູ ຈະ​ບໍ່​ຢືນ​ຢູ່​ລ້າໆ​ຕໍ່ບັນ​ດາ​ການກ​ະ​ທຳ​ນີ້ ແລະ ກ່າວ​ເຕືອນ​ວ່າ​ຈະ​ມີ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ. ຕາມ​ທ່ານ Grushko ແລ້ວ, ການ​ກະ​ທຳ​ຊຶ່ງກອງ​ທັບ ອັງ​ກິດ ເອີ້ນ​ວ່າ “ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​​ພັນ​ທະ​ມິດ” ນັ້ນຄວາມ​ຈິງ​ແລ້ວ ​ມັນພວມ​ເຮັດ​ໃຫ້​ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນ​ຖືກ​ຊົ່ວ​ຮ້າຍ​ລົງ. ນັກ​ການ​ທູດ​ ລັດ​ເຊຍ ​ເນັ້ນ​ໜັກ​ວ່າ, ການ​ກະທຳ​ນີ້​ຂອງ​ອັງກິດ ​ແລະ NATO ບໍ່​ເໝາະ​ສົມ​ກັບ​ສົນທິສັນຍາ​ພື້ນຖານລະຫວ່າງ ລັດ​ເຊຍ - NATO ​ເຊິ່ງສອງ​ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ປີ 1997, ຕາມ​ນັ້ນ​ແລ້ວ, NATO ​ບໍ່​ໄດ້​ເພີ່ມກຳລັງ​ຕື່ມ​ອີກຢູ່​ເຂດ​ຕິດ​ກັບ​ຊາຍ​ແດນ​ ລັດ​ເຊຍ. ການ​ກະທຳ​ນີ້​ບັງຄັບ​ໃຫ້ ລັດ​ເຊຍ ​ຕ້ອງ​ຍູ້​ບັນດາ​ກຳລັງ​ປະກອບ​ອາວຸດ​ອອກ​ນອກທິດຕາ​ເວັນ​ອອກ​ຊາຍ​ແດນເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຕົນ.

        ກ່ອນ​ໜ້າ​ນັ້ນ, ກອງ​ປະຊຸມ​ສຸດ​ຍອດ​ຢູ່ Warsaw (​ໂປ​ໂລ​ຍ) ​ເມື່ອ​ເດືອນ 7, NATO ​ໄດ້​ຕົກລົງ​ເພີ່ມ​ກຳລັງ​​ການ​ທະຫານ​ຢູ່​ເຂດ​ທິດຕາ​ເວັນ​ອອກ​ຂອງ​ກຸ່ມ​ນັບ​ແຕ່​ປີ 2017, ດ້ວຍ​ເລື່ອງ​ຜັນ​ຂະຫຍາຍ 4 ​ກອງພັນ, ​ແຕ່​ລະ​ກອງພັນ​ມີ​ພົນທະຫານ​ປະມານ 1000 ຄົນ ຜັດປ່ຽນ​ກັນຕັ້ງ​ທັບຢູ່ ​ໂປ​ໂລ​ຍ ​ແລະ 3 ປະ​ເທດ Baltic ​ແມ່ນ Estonia, Latvia ​ແລະ  Litva. ອັງກິດ, ກາ​ນາ​ດາ, ​ເຢຍລະ​ມັນ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ເປັນ​ເອກ​ສັນ​ຮັກສາ​ບົດບາດ​ເປັນ​ຜູ້​ບັນຊາ 4 ກອງພັນ​ດັ່ງກ່າວ, ​ໃນ​ຂະນະນັ້ນ 24 ປະ​ເທດ​ພັນທະ​ມິດຂອງ NATO ຈະ​ປະກອບສ່ວນ​ດ້ານຂົນ​ສົ່ງ ,ຕິດ​ຕໍ່​ສື່ສານ ​ແລະ ສາທາລະນະ​ສຸກ.

        ​ໄພ​ຊ່ວງ​ເສ​ງກຳລັງ​ອາວຸດ

        ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ, ບັນດາ​ການ​ກະທຳ​ເຫຼົ່າ​ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ໃຫຍ່​ສຸດ​ຂອງ NATO ນັບ​ແຕ່​ຫຼັງສົງຄາມ​ເຢັນມາ​ຮອດ​ປະຈຸ​ບັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ເລຂາທິການ​ໃຫຍ່ NATO Jens Stoltenberg ພັດ​ຢືນຢັນ​ວ່າ NATO ບໍ່​ຊອກ​ຫາ​ການ​ປະ​ເຊີນ​ໜ້າ​ກັບ ລັດ​ເຊຍ ​ແລະ ກຸ່ມ​ນີ້​ກໍ່​ບໍ່​ຢາກ​ເຫັນ​ການ​ຊ່ວງ​ເສັງ​ດ້ວຍ​ກຳລັງ​ອາວຸດ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່ NATO ​ເຮັດ​ພຽງ​ແຕ່​ມີ​ລັກສະນະ​ປ້ອງ​ກັນ​ເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ອ້າງ​ຄາລົມ​ຂອງ NATO ບໍ່​ສາມາດ​ເກ້​ຍກ່ອມ ລັດ​ເຊຍ ​ໄດ້. ລັດ​ເຊຍ​ ໄດ້​ຖະ​ແຫຼ​ງຢ່າງ​ລຽນຕິດ​ວ່າ, ການຜັນ​ຂະຫຍາຍ​ກຳລັງ​ທັບ ​ແລະ ຈັດ​ວາງ​ກຳລັງ​ປ້ອງ​ກັນລູກ​ສອນ​ໄຟ​ຂອງ NATO ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ເກາະ​ຜິດ ​ແລະ ນາບ​ຂູ່​ລັດ​ເຊຍ. ​ເລື່ອງ NATO ພວມ​ຫຍັບ​ເຂົ້າ​ໃກ້​ກັບ ລັດ​ເຊຍ​ ນັ້ນ, ສາມາດ​ຈະ​ສົ່ງ​ຜົນ​ຮ້າຍ​ເຖິງ​ສັນຕິພາບ​ລະຫວ່າງ​ຝ່າຍຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ.

        ຄວາມ​ຈິງ​ແລ້ວ, ລັດ​ເຊຍ ກໍ່​ບໍ່​ຍອມ​ຢືນຢູ່​ລ້າໆ. ຕົ້ນ​ເດືອນ 10, ລັດ​ເຊຍ​ໄດ້​ຜັນ​ຂະຫຍາຍ​ລະບົບ​ລູກ​ສອນ​ໄຟ​ນຳ​ວິຖີ Iskander ດ້ວຍ​ໄລຍະ​ຍິງ​ກວ່າ 500 ກມ ​ແລະ ມີ​ຄວາມ​ສາມາດ​ຕິດຫົວ​ນິວຄະ​ເລຍ​ເຖິງ​ແຂວງ Kaliningrd. ກຳ່​ປັ່ນສະໜາມ​ບິນ ລັດ​ເຊຍ 8 ລຳ​ກໍ່​ໄດ້​ຜັນ​ຂະຫຍາຍ​ຢູ່​ເຂດ​ອ່າວ​ທະ​ເລ  Manche ຂອງ ອັງກິດ. ກອງທັບ​ຂອງ ລັດ​ເຊຍ​ ກໍ່​ໄດ້​ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ດ້ວຍ​ຂະໜາດ​ໃຫຍ່​ຢູ່​ຕິດ​ກັບ​ຊາຍ​ແດນ NATO. ພົນທະຫານ​ນັບ​ຮ້ອຍ​ຄົນ ​ພ້ອມ​ກັບບັນດາ​ອຸປະກອນ​ດ້ານ​ການ​ທະຫານ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບເຊິ່ງ ລັດ​ເຊຍ ​ເອີ້ນ​ວ່າ ​ເພື່ອ​ກວດຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ​ໃນ​ສະຖານະ​ການ​ຮີບ​ດ່ວນ.

        ການ​ພົວພັນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ລັດ​ເຊຍ ​ເວົ້າ​ລວມ ​ແລະ ການ​ພົວພັນ​ລະຫວ່າງ NATO ​ແລະ ລັດ​ເຊຍ ​ເວົ້າ​ສະ​ເພາະ ​ໄດ້​ຕົກ​ຢູ່​ໃນ​ລະດັບ​ຕຳ່​ສຸດ​ນັບ​ແຕ່​ພາຍຫຼັງ​ສົງຄາມ​ເຢັນ ຍ້ອນ​ການ​ກະທົບ​ຂອງ​ວິ​ກິດ​ການ​ຢູ່ ປູ​ແກຼນ, ພິ​ເສດ​ແມ່ນ​ເລື່ອງ​ ລັດ​ເຊຍ ​ໂອນ​ເຂົ້າ​ແຫຼມ Crime ​ແລະ ຫວ່າງ​ແລ້ວ​ນີ້​ແມ່ນ​ວິ​ກິດ​ການ​ຢູ່ ຊີຣີ. ຕາມ​ການ​ຕີ​ລາຄາ​ຂອງ​ວົງ​ການ​ນັກ​​ໄຈ້​ແຍກ​ແລ້ວ, ຖ້າ​ຫາກ​ວ່າ​ ລັດ​ເຊຍ ​ແມ່ນຝ່າຍ​ຖືກ​ເສຍ​ຫາຍ​ດ້ານ​ເສດຖະກິດຫຼາຍ​ກວ່າ ​ເມື່ອ​ຢຸດຕິ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕາ​ເວັນ​ຕົກ, NATO ຈະ​ແມ່ນ​ຝ່າຍ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ດ້ານ​ຄວາມ​ໝັ້ນຄົງ, ພິ​ເສດ​ແມ່ນ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ​ຢູ່ ອາບ​ກາ​ນິສະຖານ ກໍ່​ຄື​ທັງ​ເຂດ​ຕາ​ເວັນ​ອອກ​ກາງ ​ແລະ ປະຈຸ​ບັນ​ແມ່ນ​ບັ້ນ​ຮົບ​ຕ້ານ​ອົງການ​ລັດ​ອິດສະ​ລາມ IS ຢູ່​ທະວີບ​ເອີ​ລົບ. ການ​ພົວພັນ​ລະຫວ່າງ ລັດ​ເຊຍ ກັບ NATO ​ແລະ ສະຫະພາບ ​ເອີ​ລົບ ຊົ່ວ​ຮ້າຍ​ລົງ ​ໄດ້​ສົ່ງ​ຜົນ​ຮ້າຍ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງໆ.

ຂ່າວ/ບົດ​ອື່ນ