ລັດເຊຍເພີ່ມທະວີທີ່ຕັ້ງບົດບາດຢູ່ເຂດຕາເວັນອອກກາງ

(vovworld) - ຜົນ​ສະ​ທ້ອນຂອງ​ສະ​ຫະ​ພັນ​ລັດ​ເຊຍ ຢູ່​​ເຂດຕາ​ເວັນ​ອອກ​ກາງ, ເຊິ່ງ​ແມ່ນ​ເຂດ​ທີ່​ຊ້ອນ​ແຟງ​ຄວາມ​ຂາດ​ສະ​ຖານ​ລະ​ພາບ​​ຫຼາຍ​ໃນ​ໂລກ, ນັບ​ມື້​ນັບສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ. ບັນ​ດາ​ການ​ກະ​ທຳ​ດ້ານ​ການ​ທູດ, ການ​ທະ​ຫານ​ຫວ່າງມໍ່ໆ​ມານີ້​ຂອງ​ລັດເຊຍ ຢູ່​​ເຂດຕາ​ເວັນ​ອອກ​ກາງ ໄດ້​ເຮັດ​ໃຫ້​ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ມົ​ດ​ສະ​ກູ ​ໄດ້ຮັບ​ຄະ​ແນນໃນ​ການ​ສ້າງ​ທັດ​ສະ​ນ​ະ, ​ທີ່​ຕັ້ງບົດ​ບາດ ແລະ ຜົນ​ສະ​ທ້ອນຂອງ​ຕົນ​ຢູ່​ພາກ​ພື້ນ​ເຄີຍມີ​ຫຼາຍ​ປະ​ເທດ​​ນິ​ຍົມ​ກັບ​ຝ່າຍ​ຕາ​ເວັນ​ຕົກ. ບົດ​ຂຽນ “ລັດ​ເຊຍ ເພີ່ມ​ທະ​ວີ​ທີ່​ຕັ້ງບົດ​ບາດ​​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ” ຂອງ​ບັນ​ນາ​ທິ​ການ ຮົ່ງ​ເວີນ.

ລັດເຊຍເພີ່ມທະວີທີ່ຕັ້ງບົດບາດຢູ່ເຂດຕາເວັນອອກກາງ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ Vladimir Putin
(ພາບ​ປະ​ກອບ: Kremlin.ru)


ການ​ຫັນ​ທິດ​ຫຼາຍ​ພໍ​ສ​ົ​ມ​ຄວນຂອງ​ລັດ​ເຊຍ ຢູ່​ເຂດ​ຕາ​ເວັນ​ອອ​ກກາງ ເລີ່ມ​ຕົ້ນ​ແຕ​່​ເລື່ອງ ລັດ​ເຊຍ ຕົກ​ລົງ​ເຂົ້າ​ຮ່ວມ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ກຳ​ລັງ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່​ຊີ​ຣີ ໃນ​ທ້າຍ​ເດືອນ 09/2015. ການ​​ເຂົ້າ​ຮ່ວມ​ຂອງ​ລັດ​ເຊ​ຍ ໃນ​ສະ​ໜາມ​ຮົບຊີ​ຣີ ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ຮົບ ມີ​ການ​ປ່ຽນ​ແປງ, ເຮັດ​ໃຫ້ IS ຖືກ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ. ຕໍ່​ຈາກນັ້ນ​ແມ່ນ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ ແລະ ຕວກ​ກີ, ສະ​ມາ​ຊິກ​ຂອງ​ອົງ​ການ NATO, ໄດ້​ຮັບ​ການ​ຟື້ນ​ຟູ ດ້ວຍຫຼາຍ​ຈຸດ​ໝາຍ​ຮ່ວມ​ມື​ລະ​ອຽດ ພາຍ​ຫຼັງ​ການ​ພົວ​ພັນ​ຖືກ​ຕັດ​ຕອນ​ເປັນ​ໄລ​ຍ​ະ​ໜຶ່ງ. ຫວ່າງ​ແລ້ວນີ້, ເປັນ​ຄັ້ງ​ທຳ​ອິດ​​ນັບ​ແຕ່​ພາຍ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ອີ​ຣານ ອະ​ນຸ​ຍາດ​ໃຫ້​ເຮືອ​ບິ​ນ​ທະ​ຫານ​ລັດ​ເຊຍ ​ບິນ​ຈາກ​ອີ​ຣານ ເພື່ອ​ບຸກ​ໂຈມ​ຕີ​ທາງ​ອາ​ກາດໃສ່ IS ຢູ່​ຊີ​ຣີ.

ຂີ​ດ​ໝາຍ​ລັດ​ເຊ​ຍ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ.

        ນັບ​ແຕ່​ເມື່ອ​ລົງ​ນາມ​ໃນຂໍ້​ຕົກ​ລົງ​ນິວ​ເຄຼຍ​ອີ​ຣານ 2015, ເບິ່ງ​ຄື​ວ່າ​ ອາ​ເມ​ລິ​ກາ ໄດ້​ ຫຼຸດ​ຜ່ອນ​ການ​ມີ​ໜ້າຢູ່​ເຂດນີ້. ນີ້​ແມ່ນ​ສິ່ງ​ທີ່​ມີ​ປະ​ໂຫຍດ​ໃຫ້​ລັດ​ເຊຍ. ມົດ​ສະ​ກູ ມີ​ໄດ້​ມີ​ທ່າ​ແຮງ​ຫຼາ​ຍ​ຢ່າງ ຍ້ອນ​​ຕາ​ເວັນ​ອອ​ກກາງ ໄດ້​ກາຍ​ເປັນ​ເຂດ​ເພື່​ອ​ໃຫ້​ລັດ​ເຊຍ ​ຢືນຢັນກຳ​ລັງ​ແຮງ​ບົນ​ເວ​ທີ​ສາ​ກົນ.

        ໃນ​ຈຳ​ນວນ​ພັນ​ທະ​ມິດ​ຂອງ​ລັດ​ເຊຍ, ຊີ​ຣີ ແມ່ນ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ. ພາຍ​ຫຼັງທີ່ຕົກ​ລົງ​ບຸກ​ໂຈມ​ຕີ​ທາງ​ອາ​ກາດໃສ່ IS ຢູ່​ຊີ​ຣີ ເປັນ​ເວ​ລາ​ເກືອບ 1 ປີ, ລັດ​ເຊຍ ໄດ້​ຊ່ວຍ​ປະ​ທາ​ນາ​ທິ​ບໍ​ດ​ີ​ຊີ​ຣີ Bashar al Assad ຢຶດ​​ເອົ​າ​​ຫຼາຍ​ເຂດ​ໃນ​ທົ່ວ​ປະ​ເທດ ຈາກ​ກຳ​ມືຂອງ​ຝ່າຍ​ຄ້ານ ເຊິ່ງ​ເຄີຍ​ຖືກ​ຖື​ວ່າ “ບໍ່​ສາ​ມາດ​ຢຶດ​ຄອງ​​ຄືນ​​ໃໝ່​ໄດ້”. ຍ້​ອນ​ແນງນັ້ນ, ອິດ​ທິ​ພົນ​ຊື່​ສ​ຽງ​ຂອງ​ລັດເຊຍ ກໍ່​ໄດ້​ຮັບ​ການ​ປັບ​ປຸງ.

        ສຳ​ລັບ​ຕວກ​ກີ, ລັດ​ເຊຍ ຍອມ​ຮັບ​ຄຳ​ຂໍ​ໂທດ​​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan ຢ່າງວ່ອງ​ໄວ ຍ້ອນ​ປະ​ເທດນີ້​ໄດ້​ຍິງ​ເຮືອ​ບິນ Su – 24 ຂອງ​ລັດ​ເຊຍ ຕົກ​ໃນ​ເຂດ​ຊາຍ​ແດນ​ຊີ​ຣີ - ຕວກ​ກີ ເມື່ອ​ເດືອນ 11/2015,  ການ​ນຳ​ລັດ​ເຊຍ ກໍ່​ແມ່ນ​ໜຶ່ງ​ໃນ​ຈຳ​ນວນໜ້ອຍ​​ຂອງບັນ​ດາ​ການ​ນຳ​ໃນ​ໂລກ​ທີ່ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ ​ໂດຍ​ໄວ ພາຍ​ຫຼັງເຫດ​ການ​ລັດ​ຖະ​ປະ​ຫານ​​ຖືກປະ​ລ​າ​ໄຊ ເມື່ອ​ເດືອນ 07 ຜ່ານ​ມາ, ເຊ​ິ່ງ Ankara ຖື​ວ່າ, ມີ​ການ​ ໜູນ​​ຫຼັງຂອງ​ອາ​ເມ​ລິ​ກາ. ນີ້​​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນ​ດາ​ບາດ​ກ້າວ​ທີ່ສະ​ຫຼາດ​ທີ່​ສຸດ​ຂອງວົງ​ການ​ເຈົ້າ​ໜ້າ​ທີ່​ລັ​ດ​ເຊຍ ສຳ​ລັບ​ສະ​ມາ​ຊິກ​ຂອງ NATO ໃນ​ສະ​ພາບ​ທີ່​ບັນ​ດາ​ພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ຫັນ​ຫຼັງ​ກັບ​ຕວກ​ກີ.

 ໃນ​ກາງ​ເດືອນ 8, ບັງ​ເອີນ ອີ​ຣານໄດ້​ ເຫັນ​ດີ​ໃຫ້ ລັດ​ເຊຍ ນຳ​ໃຊ້​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ Nojeh ເພື່ອ​ປະ​ຕິ​ບັດ​ບັນ​ດາບັ້ນ​ບ​ຸກ​ໂຈມ​ຕີ່​ທາງ​ອາ​ກາດ ເລັ່ງ​ໃສ່​ບັນ​ດາ​ທີ່​ຕັ້ງ​ຂອງ IS ຢູ່ ຊີ​ຣີ. ເຖິງວ່າ ການ​ນຳ​ໃຊ້​ບັນ​ດາ​ຖານ​ທີ່​ໝັ້ນ​ນີ້​ຖືກ​ຢຸດ​ຕິ​ຢ່າງ​ກະ​ທັນ​ຫັນ​ຫລັງ​ຈາກນັ້ນບໍ່​ເທົ່າ​ໃດ​ມື້ ແຕ່​​​ມັນ​ຍັງ​ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ ທີ່ອີ​ຣານ ອະ​ນຸ​ຍາດ​ໃຫ້​ກຳ​ລັງ​ທະ​ຫານ​ຂອງ​ຕ່າງ​ປະ​ເທດ​ໄດ້​ນຳ​ໃຊ້​ຖານ​ທີ່​ໝັ້ນ​ຂອງ​ເຂົາ​ເຈົ້າ​ເພື່ອ​ເປີດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ໃສ່​ແຫ່ງ​ອື່ນ. ນັ້ນ​ກໍ​ແມ່ນ​ການ​ປະ​ນິ​ປະ​ນອມ​ຫລາຍກວ່າ​ເມື່ອ​ທຽບ​ໃສ່​ສິ່ງ​ທີ່​ບັນ​ດາ​ກະ​ສັດ​ຂອງ​ອີ​ຣານ ສະ​ຫງວນ​ໃຫ້​ແກ່ ອາ​ເມ​ລິ​ກາ ກ່ອນ​ທີ່​​ການປະ​ຕິ​ວັດ​ອິດ​ສະ​ລາມ​ດຳ​ເນີນ​​ໄປແຕ່​ເດືອນ 1/1978 -2/1979.

ມີ​ບັນ​ຫາ​ຫນຶ່ງ​ອີກ​ກໍ​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ຜົນ​ສະ​ທ້ອນ​ນັບ​ມື້​ນັບ​ໃຫຍ່​ຂອງ​ລັດ​ເຊຍ ຢູ່ ຕາ​ເວັນ​ອອກ​ກາງ ເມື່ອ​ຕົ້ນ​ເດືອນ 8, ການ​ເຈ​ລະ​ຈາ​ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊກ​ໄບ​ຢານ, ອີ​ຣານ ແລະ ລັດ​ເຊຍ, ຊື່ງ​ແມ່ນ 3 ປະ​ເທດ​ແຫ່ງນ້ຳ​ມັນ​ບໍ່​ໃຫຍ່​​ຂອງ​ໂລກ ໄດ້​ດຳ​ເນີນ​ຢູ່ Baku ນະ​ຄອນ​ຫລວງ ອາ​ແຊກ​ໄບ​ຢານ. ນັກ​ວິ​ຈານ​ດ້ານ​ການ​ເມືອງ ທ່ານ Vladimir Lepekhin ​ສັງ​ກັດ​ສຳ​ນັກ​ຂ່າວ Rossiya Segodnya ຖື​ວ່າ: ການ​ພົບ​ປະ​ຢູ່ Baku  ແມ່ນ​ບາດ​ລ້ຽວ​ໃຫມ່​ໃນ​ສະ​ພາບ​ການ​ເມືອງ​ປະ​ຈຸ​ບັນ. ເຫດ​ການນີ້​ຈະ​ແມ່ນ   ​ຈຸ​ດ​ເລີ່ມ​ຕົ້ນ​ຂອງ​ການ​ເປັນ​ເຈົ້າ​ການ ແລະ ທິດ​ທາງ​ການ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢູ່ ຕາ​ເວັນ​ອອກ​ກາງ ເພາະ​ວ່າ ການ​ພົບ​ປະ​ຄັ້ງ​ນີ້​ເຄີຍ​ຖືກ​ກີດ​ຂວາງ ຍ້ອນ​ບັນ​ດາ​ກຳ​ລັງ​ເປັນ​ປໍ​ລະ​ປັກ​ມີ​ກົນ​ອຸ​ບາຍ​ຄວບ​ຄຸມ​ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ກໍ​ຄື​ທົ່ວ​ພາກ​ພື້ນ​ຊື່ງ​ເປັນອູ່​ນ້ຳ​ມັນ​ຂ​ອງ​ໂລກ.

        ບໍ່​ພຽງ​ແຕ່​ປັບ​ປຸງ​ທີ່​ຕັ້ງ​ບົດ​ບາດ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ ຫາກວົງ​ການ​ນັກ​ໄຈ້​ແຍກ​ຍັງ​ຖື​ວ່າ ຄາດ​ໝາຍ​ຈຳ​ກັດ​ຊື່ງ​ລັດ​ເຊຍ​ໄດ້​ວາງ​ອອກ​ຢູ່ ຊີ​ຣີ ນັ້ນ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ລັດ​ເຊຍ ເປີດກວ້າງ​ລະ​ດັບ​ຜົນ​ສະ​ທ້ອນ​ຢູ່ ຕາ​ເວັນ​ອອກ​ກາງ. ຕວກ​ກີ ແມ່ນ​ປັດ​ໄຈ​ສຳ​ຄັນ​ສຳ​ລັບເລື່ອງ ລັດ​ເຊຍ ຊຸກ​ຍູ້​ການ​ຂົນ​ສົ່ງ​ພະ​ລັງ​ງານ​ໄປ​ຍັງ ເອີ​ລົບ ຜ່ານ​ຕວກ​ກີ ແທນ​ທີ   ຢູ​ແກຼນ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ລັດ​ເຊຍ ເລີ່ມ​ຕົ້ນ​ຈາກ​ຖານ​ທີ່​ໝັ້ນ​ຂອງ ອີ​ຣານ ແມ່ນ​ໂອກາດ​ເພື່ອ​ໃຫ້​ລັດ​ເຊຍ​ໂອ້ອວດ​ບັນ​ດາ​ເຮືອ​ບິນ​ຖິ້ມ​ລະ​ເບີດ ແລະ ພາ​ຫະ​ນະ​ອຸ​ປະ​ກອນການ​ທະ​ຫານ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ທີ່​ພວມ “ຕ້ອງ​ການ” ບັນ​ດາ​ປະ​ເພດ​ອາ​ວຸດ​ຄື​ແນວນັ້ນ. ດ້ວຍ​ບັນ​ດາສິ່ງ​ທີ່​ໄດ້ ແລະ ພວມ​ດຳ​ເນີນນັ້ນ, ອາດ​ເຫັນ​ໄດ້​ວ່າ ລັດ​ເຊຍ ໄດ້​ກັບ​ຄືນສ​ູ່ເຂດ​ຕາ​ເວັນ​ອອກ​ກາງ ຢ່າງ​ແທ້​ຈິງ.

ລະ​ມັດ​ລະ​ວັງຝ່າຍ​ຕາ​ເວັນ​ຕົກ​

        ການກັບ​ຄືນ​ຕາ​ເວັນ​ອອກ​ກາງ ຢ່າງ​ແຮງ​ຂອງ​ລັດ​ເຊຍ ຖືກ​ດຳ​ເນີນ​ໃນ​ສະ​ພາບ​ທີ່​ອາ​ເມ​ລິ​ກາ ພວມ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຫັນ​ທິດ ແລະ ຄາດ​ວ່າ​ຈະ​​ຫັນ​ກຳ​ລັງ​ເກ​ືອບ​ທັງໝົ​ດຂອງ​ຕົນຢູ່​ພາກ​ພື້ນ​ໄປ​ອາ​ຊີ. ນ​ະ​ໂຍ​ບາຍ​ຫັນ​​ທິດ​ດັ່ງ​ກ່າວ ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ບັນ​ດາ​ປະ​ເທດ​ອື່ນ, ໃນ​ນັ້ນ​ເປັນ​ໜ້າ​ສົນ​ໃຈ​ທີ່​ສຸດແມ່ນ​ລັດ​ເຊຍ, ​ມີ​ສິດອ​ຳ​ນາດ​ເຕັມ​ເຊິ່ງ​ອາ​ເມ​ລິ​ກາ ​ເຄີຍ​ກຳ​ແໜ້ນ​ໃນ​ຫຼາຍ​ທົ​ດ​ສະ​ວັດ​ຜ່ານ​ມາ​ຢູ່​ຕາ​ເວັນ​ອອກ​ກາງ. ເພາະ​ສະ​ນັ້ນ, ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງວົງ​ການ​ການ​ເມືອງ​ລັດ​ເຊຍ ຖື​ວ່າ, ບັນ​ດາ​ການ​ກະ​ທຳ​ຂອງ​ມົດ​ສະ​ກູ ພ​ຽ​ງ​ແຕ່ແມ່ນ​ການ​ກະ​ທຳທີ່​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດຂອງ​ມົດ​ສະ​ກູ ແລະ ລັດ​ເຊຍ ບໍ່​​ໄດ້ວາງ​ອອກ​ຄາດ​ໝາຍ​ພາບ​ແພ້​ຕີອາ​ເມ​ລິ​ກາ ຫຼື ບໍ່​ວ່າ​ປະ​ເທດ​ໃດ​ ໃນ​ບັນ​ຫາ​ຕາ​ເວັນ​ອອ​ກກາງ ແຕ່​ອາ​ເມ​ລິ​ກາ ຍັງ​ມີ​ຄວາມ​ວິ​ຕົກ​ກັງ​ວົນ. ໂຄ​​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Mark Toner ໃຫ້​ຮູ້​ວ່າ, ຍາມ​ໃດ ອາ​ເມ​ລິ​ກາ  ກໍ່​ມາ​ນະ​ພະ​ຍາ​ຍາມ​ຊອກ​ຮູ້ກ່​ຽວ​ກັບ​ບັນ​ດາ​ສິ່ງໃດ​ທີ່​ລັດ​ເຊຍ ແລະ  ອີ​ຣານ ພວມ​ເຮັດ. ເລື່ອງ​ລັດ​ເຊຍ ນຳ​ໃຊ້​ຖານ​ທີ່​ໝັ້ນ​ຢູ່​ອີ​ຣານ ໄດ້​ຮັບການ​ແຈ​້ງ​ແລ້ວ, ແຕ່​ຝ່າຍ​ຕາ​ເວັນ​ຕົກ ແລະ ໂດ​ຍ​ສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ ​ຍັງຮັບ​ຮູ້​​ດ້ວຍ​ຄວາມສົງ​ໄສຢູ່. ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ໄດ້ກ່າວ​ເຕືອນ​ວ່າ, ​ປະ​ຈຸ​ບັນຍັງ​ມີ​ເວ​ລາ​ຫຼາຍ​ຢູ່​ເພື່ອ​ພິ​ສູດ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ລັດ​ເຊຍ ຖືກ​ຢຸດ​ຕິ​ໄວ້​ຢ່າງ​ແທ້​ຈິງ.

        ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ບັນ​ດ​າ​ການ​ເຄື່ອນ​ໄຫວ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ - ຕວກ​ກີ - ອີ​ຣານ ກ່ຽວ​ຂ້ອງ​ເຖິງ​ສົງ​ຄາມ​​ຢູ່​ຊີຣີ ແນ່ນອນ​ວ່າ​ຈະ​ເຮັດ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ ຕ້ອງ​ຄິດ​ໄລ່​ຊັ່ງ​ຊາ, ພິ​ເສດ​ແມ່ນ​ໃນ​ຈຸດ​ເວ​ລາ​ການ​ພົວ​ພັນ​ຂອງ​ແຕ່​ລະ​ປະ​ເທດ​ກັບ​ຝ່າຍ​ຕາ​ເວັນ​ຕົກ ລ້ວ​ນ​ແຕ່​ປະ​​ສົບ​ກັບບັນ​ດາ​ບັນ​ຫາ​ສະ​ເພາະ.

        ບັນ​ດາ​ການ​ກະ​ທຳ​ຂອງ​ລັດ​ເຊຍ ກັບ​ບາງ​ປະ​ເທດ​ຢູ່​ເຂດ​ຕາ​ເວັນ​ອອ​​ກກາງ ໃນໄລ​ຍະ​ຜ່ານ​ມາ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຈິງເປັນ​ທີ່​ຈະ​ແຈ້ງວ່າ, ລັດ​ເຊຍ ​ໄດ້ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ການ​ສະ​ແ​ດງ​ບົດ​ບາດ​ສຳ​ຄັນ​ຂອງ​ຕົນຢູ່​ເຂດ​ຮ້ອນ​ເຮັ່ງ​ນີ້. ເວົ້າ​ແນວ​ອື່ນ, ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin, ລັດ​ເຊຍ ພ​ວມ​​ເດີນບາດ​ກ້າວ​ທີ່​ຍາວ​ໄກໃນ​ການ​ສ້າງ​ທ່າ​ສະ​ເໜີ​ກັນ​ໃນ​ດຸນສິດອ​ຳ​ນາດ​ໂລກ.

ຂ່າວ/ບົດ​ອື່ນ