ລີບັງຕົກເຂົ້າສູ່ວິກິດການຢ່າງຮ້າຍແຮງພາຍຫຼັງເກີດເຫດລະເບີດ

(VOVWORLD) -ຂໍ້ຕົກລົງລາອອກຈາກຕຳແໜ່ງຂອງລັດຖະບານ ລີບັງ ໄດ້ຮັບຖືວ່າແມ່ນຜົນສະທ້ອນທີ່ບໍ່ສາມາດຫຼີກລ້ຽງໄດ້ຂອງບັນດາການຜັນແປທີ່ເຄັ່ງຕຶງຢູ່ທັງເວທີການເມືອງ ແລະ ໃນທ້ອງຖະໜົນຂອງ ລີບັງ ໃນຊຸມມື້ຜ່ານມາ

ລີບັງຕົກເຂົ້າສູ່ວິກິດການຢ່າງຮ້າຍແຮງພາຍຫຼັງເກີດເຫດລະເບີດ - ảnh 1

ທ່ານນາຍົກລັດຖະມົນຕີ Hassan Diab ໄດ້ຖະແຫຼງລາອອກຈາກຕຳແໜ່ງ

(ພາບ: Reuters)

ໂດຍບໍ່ນອກເໜືອຄວາມວິຕົກກັງວົນຂອງວົງການນັກໄຈ້ແຍກ, ບໍ່ຮອດ 1 ອາທິດພາຍຫຼັງເກີດເຫດລະເບີດເຮັດໃຫ້ນະຄອນຫຼວງ Beirut ສັ່ນສະເທືອນນັ້ນ, ວັນທີ 10 ສິງຫາ, ລັດຖະບານລີບັງ ຂອງທ່ານນາຍົກລັດຖະມົນຕີ Hassan Diab ໄດ້ຖະແຫຼງລາອອກຈາກຕຳແໜ່ງ, ເຊິ່ງເຮັດໃຫ້ເວທີການເມືອງຂອງປະເທດຕາເວັນອອກກາງນີ້ຖືກຕົກເຂົ້າສູ່ວິກິດການທີ່ຮ້າຍແຮງຮອບດ້ານ ຍາກທີ່ຈະຄາດຄະເນຜົນສຸດທ້າຍໄດ້.

        ກ່າວຄຳເຫັນທາງໂທລະພາບກ່ຽວກັບສາຍເຫດລາອອກຈາກຕຳແໜ່ງ, ທ່ານນາຍົກລັດຖະມົນຕີ Hassan Diab ໄດ້ຢືນຢັນວ່າ, ເຫດລະເບີດຢູ່ທ່າກ່ຳປັ່ນ Beirut ເມື່ອວັນທີ 04 ສິງຫາ ຜ່ານມາ ໄດ້ມ້າງທຳລາຍນະຄອນຫຼວງ ແລະ ເຮັດໃຫ້ຫາງສຽງໂກດແຄ້ນ, ແມ່ນໝາກຜົນຂອງບັນດາການສໍ້ລາດບັງຫຼວງ, ພັນລະນາສິ່ງນີ້ວ່າແມ່ນໂທດກຳອັນໂຫດຮ້າຍ. ຂໍ້ຕົກລົງລາອອກຈາກຕຳແໜ່ງຂອງລັດຖະບານ ລີບັງ ໄດ້ຮັບຖືວ່າແມ່ນຜົນສະທ້ອນທີ່ບໍ່ສາມາດຫຼີກລ້ຽງໄດ້ຂອງບັນດາການຜັນແປທີ່ເຄັ່ງຕຶງຢູ່ທັງເວທີການເມືອງ ແລະ ໃນທ້ອງຖະໜົນຂອງ ລີບັງ ໃນຊຸມມື້ຜ່ານມາ, ໂດຍເລີ່ມມາຈາກເຫດລະເບີດຢ່າງຮ້າຍແຮງເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 158 ຄົນ ແລະ ປະມານ 6.000 ຄົນຮັບບາດເຈັບ; ເຮັດໃຫ້ນະຄອນ Beirut ຖືກເປ່ເພກວ່າເຄິ່ງໜຶ່ງ ແລະ ຄວາມເສຍຫາຍທາງດ້ານເສດຖະກິດໂດຍກົງຄາດວ່າແມ່ນຂຶ້ນເຖິງ 5 ຕື້ USD.

ຜົນສະທ້ອນທີ່ບໍ່ສາມາດຫຼີກລ້ຽງໄດ້

        ກ່ອນທີ່ລັດຖະບານໂດຍທ່ານນາຍົກລັດຖະມົນຕີ Hassan Diab ນຳພາໄດ້ລາອອກຈາກຕຳແໜ່ງເປັນເວລາ 1 ວັນ, ໄດ້ມີລັດຖະມົນຕີ 3 ທ່ານ, ຜູ້ຊ່ວຍວຽກຂັ້ນສູງຂອງນາຍົກລັດຖະມົນຕີທ່ານໜຶ່ງ ແລະ ສະມາຊິກລັດຖະສະພາ ລີບັງ ບາງທ່ານໄດ້ຖະແຫຼງລາອອກຈາກຕຳແໜ່ງ ດ້ວຍສາຍເຫດທີ່ໄດ້ຍົກອອກມາລ້ວນແຕ່ກ່ຽວຂ້ອງເຖິງເຫດລະເບີດ.

        ໃນຂະນະນັ້ນ, ການແຫ່ຂະບວນປະທ້ວງຄັດຄ້ານ ແລະ ຮຽກຮ້ອງໃຫ້ລັດຖະບານຕ້ອງຮັບຜິດຊອບກ່ຽວກັບເຫດລະເບີດກໍ່ດຳເນີນໄປຢ່າງສັບສົນທີ່ສຸດ. ວັນທີ 09 ສິງຫາ, ມີຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ບຸກເຂົ້າຕຶກອາຄານຂອງບັນດາກະຊວງບັນດາບັນຫາກ່ຽວກັບຊາວອົບພະຍົບ ແລະ ກະຊວງແຮງງານຂອງປະເທດນີ້ຢູ່ໃຈກາງນະຄອນຫຼວງ Beirut. ພິເສດ, ທາງເຂົ້າສຳນັກງານສະພາແຫ່ງຊາດ ມີເຫດໄຟໄໝ້, ເມື່ອຜູ້ແຫ່ຂະບວນປະທ້ວງນັບຮ້ອຍຄົນຄັດຄ້ານລັດຖະບານ ໄດ້ຊອກຫາທາງເຂົ້າເຂດນີ້. ສຳນັກຂ່າວສານແຫ່ງຊາດ ລີບັງ (NNAL) ໃຫ້ຮູ້ວ່າ, ການປະທະກັນໄດ້ເກີດຂຶ້ນເປັນຫຼາຍຄັ້ງລະຫວ່າງຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານກັບກຳລັງຕຳຫຼວດໃນຕອນຄ່ຳວັນດຽວກັນ. ຕຳຫຼວດໄດ້ນຳໃຊ້ແກັດນ້ຳຕາເພື່ອສະຫຼາຍກຸ່ມຄົນແຫ່ຂະບວນປະທ້ວງຢູ່ຖະໜົນ, ພິເສດແມ່ນສຳນັກງານບັນດາອົງການຂຶ້ນກັບລັດ. ກ່ອນໜ້ານັ້ນ, ວັນທີ 08 ສິງຫາ, ໄດ້ເກີດການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງນັບພັນຄົນກັບຕຳຫຼວດຢູ່ Beirut ພາຍຫຼັງທີ່ເຕົ້າໂຮມກັນຢູ່ຖະໜົນເພື່ອຍົກອອກຄຳຮຽກສິດກ່ຽວກັບການປະຕິຮູບ ແລະ ຮຽກຮ້ອງໃຫ້ລັດຖະບານຕ້ອງລາອອກຈາກຕຳແໜ່ງ. ບັນດາການປະທະກັນນັ້ນໄດ້ເຮັດໃຫ້ນັບຮ້ອຍຄົນຮັບບາດເຈັບ, ໃນນັ້ນມີພາລະກອນປ້ອງກັນຄວາມສະຫງົບ.

ສະຖານະການລວມເຕັມໄປດ້ວຍສິ່ງທ້າທາຍ

        ດ້ວຍເລື່ອງລັດຖະບານຂອງທ່ານນາຍົກລັດຖະມົນຕີ Hassan Diab ລາອອກຈາກຕຳແໜ່ງ ແລະ ທ່ານປະທານາທິບໍດີ Michel Aoun ໃຫ້ສັດຕະຍາບັນນັ້ນ, ເວທີການເມືອງຂອງ ລີບັງ ພວມຕົກເຂົ້າສູ່ສະພາບວິກິດການທີ່ເຕັມໄປດ້ວຍສິ່ງທ້າທາຍຫຼາຍຢ່າງ.

        ສິ່ງທ້າທາຍທຳອິດແມ່ນຕ້ອງສ້າງຕັ້ງລັດຖະບານໃໝ່. ດ້ວຍສະພາບທີ່ຖືກແບ່ງແຍກລະຫວ່າງບັນດາພັກຝ່າຍການເມືອງຢ່າງເລິກເຊິ່ງຢູ່ ລີບັງ ເຊິ່ງໄດ້ຮັບການຮູ້ຈັກເຖິງຢ່າງກວ້າງຂວາງໃນຫຼາຍທົດສະວັດຜ່ານມານີ້, ໜ້າທີ່ໃນຄັ້ງນີ້ໄດ້ຮັບຖືວ່າ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ສິ່ງທີ່ພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດແມ່ນວິວັດທະນາການສ້າງຕັ້ງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Hassan Diab ນຳພາ ເມື່ອທ້າຍປີ 2019, ໄດ້ປະສົບກັບສິ່ງກີດຂວາງຫຼາຍຢ່າງ, ແກ່ຍາວເປັນເວລາ 1 ເດືອນເຄິ່ງຈຶ່ງສຳເລັດ. ສ່ວນວິວັດການເລືອກຕັ້ງປະທານາທິບໍດີ ຄົນປະຈຸບັນທ່ານ Michel Aoun, ຊ້ຳບໍ່ໜຳຕ້ອງແກ່ຍາວເວລາເປັນ 29 ເດືອນ (ນັບແຕ່ເດືອນ ພຶດສະພາ 2014 ຫາທ້າຍເດືອນ ຕຸລາ 2016), ພາຍຫຼັງຄວາມມານະພະຍາຍາມປະຕິບັດການປ່ອນປັດເລືອກຕັ້ງຢູ່ສະພາແຫ່ງຊາດລີບັງ ຖືກປະລາໄຊນັບສິບໆຄັ້ງ.

        ສິ່ງທ້າທາຍຕໍ່ໄປແມ່ນລັດຖະບານໃໝ່ ຕ້ອງແກ້ໄຂໄດ້ບັນດາຄວາມຫຍຸ້ງຍາກທັບຊ້ອນກັນ ນັບທັງທາງດ້ານເສດຖະກິດ ແລະ ສັງຄົມໃນປະຈຸບັນ, ພິເສດແມ່ນບັນດາຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19. ມີນັກໄຈ້ແຍກຫຼາຍທ່ານສະແດງຄວາມວິຕົກກັງວົນເອີ້ນນີ້ວ່າໜ້າທີ່ບໍ່ເປັນໄປໄດ້. ຍ້ອນວ່າ, ດ້ວຍສະພາບພື້ນຖານເສດຖະກິດທີ່ຖືກຊຸດໂຊມຍ້ອນໄພສໍ້ລາດບັງຫຼວງ ແລະ ຜົນສະທ້ອນຂອງໂລກລະບາດນັ້ນ, ລີບັງ ຕ້ອງມີແຫຼ່ງທຶນໜູນຊ່ວຍກ້ອນໃຫຍ່ຈາກປະຊາຄົມສາກົນ. ເຖິງຢ່າງໃດກໍ່ຕາມ, ໃນສະພາບເກີດໂລກລະບາດທີ່ພວມສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງເກືອບທັງໝົດບັນດາປະເທດໃນໂລກຄືໃນປະຈຸບັນ, ເລື່ອງສາມາດໄດ້ຮັບບັນດາແຫຼ່ງທຶນກ້ອນໃຫຍ່ຈາກປະຊາຄົມສາກົນ, ເບິ່ງຄືວ່າແມ່ນບໍ່ອາດມີ.

        ນອກນັ້ນ, ຍັງມີແຜນການທີ່ອາດຈະໄດ້ຮັບການປະຕິບັດນັ້ນແມ່ນ ລີບັງ ຕ້ອງດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ. ໃນຕົວຈິງ, ໃນຖະແຫຼງການກ່ອນທີ່ພາໄປເຖິງຂໍ້ຕົກລົງລາອອກຈາກຕຳແໜ່ງ, ທ່ານນາຍົກລັດຖະມົນຕີ Hassan Diab ໄດ້ຮຽກຮ້ອງໃຫ້ປະຕິບັດວິວັດທະນາການປະຊາທິປະໄຕນີ້. ຕາມວົງການນັກໄຈ້ແຍກແລ້ວ, ຖ້າຫາກຕ້ອງດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລານັ້ນ, ສະພາບລວມຂອງເວທີການເມືອງ ລີບັງ ຈະເກີດການຜັນແປສັບສົນກວ່ານີ້ຫຼາຍ. ສາຍເຫດແມ່ນຍ້ອນວິວັດທະນາການດັ່ງກ່າວຕ້ອງນຳໃຊ້ກຳລັງຢ່າງໃຫຍ່ຫຼວງ, ພ້ອມທັງອາດຈະພາໄປເຖິງການໂຕ້ຖຽນກັນ, ຊ້ຳບໍ່ໜ້ຳແມ່ນການສູ້ຢັນກັນຢ່າງຮ້າຍແຮງລະຫວ່າງບັນດາຝ່າຍ ຄືໃນສະພາບຕົວຈິງທີ່ເກີດຂຶ້ນໃນບັນດາວິວັດທະນາການເລືອກຕັ້ງເມື່ອກ່ອນນີ້. ນັ້ນແມ່ນຍັງບໍ່ທັນໄລ່ເຖິງການແຊກແຊງຈາກພາຍນອກຂອງບັນດາກຳລັງຢູ່ພາກພື້ນ ແລະ ສາກົນທີ່ມີຜົນກະທົບຢ່າງໃຫຍ່ຫຼວງເຖິງຜົນປະໂຫຍດທີ່ກ່ຽວຂ້ອງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ