ລວບລວມຫນັງສືພິມສະບັບຕ່າງໆລົງພິມໃນໂອກາດລະດູບານໃຫມ່


(vovworld)-ສານ​ຕົ້ນ​ປີ​ໃຫມ່​ຂອງ​ບັນ​ດາ​ການ​ນຳ​ພັກ, ລັດ, ປະ​ເພ​ນີຕ້ອນຮັບ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ຫວຽດ​ນາມ ໄດ້​ລົງ​ພິມ​ຢ່າງ​ຫລວງ​ຫລາຍ​ໃນ​ບັນ​ດາ​ຫນັງ​ສື​ພິມ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດປີ​ມະ​ແມ 2015. ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ມີ​ຄວາມ​ຜາ​ສຸກ, ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ​ຜ່ານ​ມາ ແມ່ນ​ຫົວ​​ຂໍ້ຂອງ​ບັນ​ດາ​ຫນັງ​ສື​ພິມ​ບຸນ​ປີ​ໃຫມ່​ປະ​ຊຳ​ຊາດ​ປີນີ້.

ລວບລວມຫນັງສືພິມສະບັບຕ່າງໆລົງພິມໃນໂອກາດລະດູບານໃຫມ່ - ảnh 1
ຊາວ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ເຂົ້າ​ຊົມ​ວັນ​ບຸນ​ຫນັງ​ສື​ພິມ
ລະ​ດູ​ບານ​ໃຫມ່

        ໃນ​ສານ​ຕົ້ນ​ປີ​ສົ່ງ​ເຖິງ​ປະ​ຊາ​ຊົນ, ທ່ານ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ: ປີ 2015 ແມ່ນ​ປີ​ທີ່ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ທຸກ​ໄຊ​ຊະ​ນະ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ ຄື​ແຕ່​ປີ 2011-2015, ແມ່​ນ​ປີ​ສະ​ເຫລີມ​ສະ​ຫລອງ​ຫລາຍ​ເຫດ​ການ​ສຳ​ຄັນຂອງ​ຊາດ, ແມ່ນ​ປີ​ເລີ່ມ​ຕົ້ນ​ປະ​ຕິ​ບັດ​ບັນດາ​ຂັ້ນ​ຕອນ, ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິ​ດ​ພາກ​ພື້ນ ແລະ ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະ​ຫນາ​ຢາກ​​ໃຫ້ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ​ຕັດ​ສິນ​ໃຈ​ສຳ​ເລັດ​ບັນ​ດາ​ຫນ້າ​ທີ່​ຂອງ​ປີ 2015 ຢ່າງ​ມີ​ໄຊ. ໃນ​ນັ້ນ ຫນ້າ​ທີ່​ຈຸດ​ສຸມ​ແມ່ນ​ເພີ່ມ​ທະ​ວີ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ຮູບ​ແບບ​ເຕີບ​ໂຕ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຮັກ​ສາ​ເອ​ກະ​ລາດອະ​ທິ​ປະ​ໄຕ ແລະ ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ຍູ້​ແຮງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ ສຸມ​ໃສ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​ອາ​ຍຸ​ການ 2015-2020 ​ໃຫ້ສຳ​ເລັດ​ຜົນ, ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

ໃນ​ຂະ​ນະ​ນັ້ນ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ເນື່ອ​ງ​ໃນ​ໂອ​ກາດ​ປີ​ໃຫມ່, ທ່ານ​ປະ​ທາ​ນ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ຍັງ​ໃຫຍ່​ຫລວງ​ຢູ່. ຫວຽດ​ນາມ ຕ້ອງຍ​ູ້​ແຮງ​ການ​ປະ​ຕິ​ຮູບ, ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກ​ິດ​ມີ​ກຳ​ລັງ​ແກ້ງ​ແຍ້ງ​ສູງ, ມີ​ປະ​ສິດ​ທິ​ຜົນ, ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ໝັ້​ນ​ຄົງ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຫວັງວ່າ​ ປະ​ຊາ​ຊົນ​ທຸກ​ຄົນ ຈະສາ​ມັກ​ຄີກັນ, ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ນຳ​ປະ​ເທດ​ຊາດ​ຈະ​ເລີນ​ຮຸ່ງ​ເຮືອງ, ປະ​ຊາ​ຊົນ​ມີ​ຊີ​ວິດ​ດີ​ງາມກວ່າ, ຮັກ​ສາ​ເອ​ກະ​ລາດ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນ​ຄົງ.

ປີ 2015, ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ເພື່ອ​ຂ່ຳ​ນ​ັບ​ຮັບ​ຕ້ອນ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (3/2/1930-3/2/2015). ບົດ​ນຳ “ກ້າວ​ເດີນ​ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ​ອັນ​ສະ​ຫງ່າ​ລາ​ສີ” ຂອງ​ຫນັງ​ສື​ພິມ ເຍີນ​ເຢີນ(ກະ​ບອກສຽງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ) ໄດ້​ຢືນ​ຢັນ​ວ່າ: ດ້ວຍ​ຄ​ຸນ​ນະ​ທາດ​ຂອງ​ພັກ​ປະ​ຕິ​ວັດ​ສັດ​ຈະ​ທຳ, ແນ່ນອນ​ວ່າ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈະ​ນັບ​ມື້​ນັບ​ປອດ​ໄສ, ເຂັ້ມ​ແຂງ, ມີ​ຄວາມ​ສາ​ມາດ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້ ​​ແນ​ໃສ່ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກທຸກ​ຢ່າງ, ​​ເພື່ອ​ໃຫ້ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ. ໃນ​ຂະ​ນະ​ນັນ, ຫນັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ (ກະ​ບອກ​ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ) ໄດ້​ລົງພິມ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ: “ກຳ​ລັງ​ແຮງ​​ແຫ່ງຄວ​າມ​ໄວ້​ເນື້ອ​ເຊື່ອ​ໃຈ” ​ກໍ່ຊີ້​ແຈ້ງ​ເຖິງບັນ​ດາ​ມາດ​ຕະ​ການ​ຂ​້ຽວ​ຂາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຕິດ​ພ​ັນ​ກັບ​ການ​ເພີ່ມ​ທະ​ວີ, ການ​ຄຸ້ມ​ຄອງ, ຝືກ​ຝົນ​ຫລໍ່​ຫລອມ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ​ໃນ​ທຸກ​ດ້ານ, ຕັດ​ສິນ​ໃຈ​ເຮັດ​ໃຫ້​ພັກ​ປອດ​ໄສ ນັ້ນແມ່ນ​ມາດ​ຕະ​ການ​ຕົ້ນ​ຕໍ​ເພ​ື່ອ​ຮັກ​ສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທົ່ວ​ປວງ​ຊ​ົນ.

ລວບລວມຫນັງສືພິມສະບັບຕ່າງໆລົງພິມໃນໂອກາດລະດູບານໃຫມ່ - ảnh 2
ພາບ:vov

ປີ 2014 ຕໍ່​ຫນ້າ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເປັນ​ຕົ້ນ​ແມ່ນ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາ​ະ​ນ້ຳ​ມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ ຢູ່​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ເຂດ​ໄລ່​ທະ​ວີບ​ຂອງ​ຫວຽດ​ນາມ, ສື່ມວນ​ຊົນ​ໄດ້​ຕິດ​ຕາມ, ສ​່ອງ​ແສງ, ປະ​ກອບ​ສ່ວນ​ເພື່ອ​ໃຫ້​ປະ​ຊາ​ຊົນ, ປະ​ຊາ​ຄົມ​ໂລກ​ເຂົ້າ​ໃຈ ແລະ ສະ​ຫນັບ​ສະ​ຫນູນ​ການ​ຕໍ່​ສູ້​ເປັນ​ທຳ​ຂອງ​ຫວຽດ​ນາມ.  ຫນັງ​ສື​ພິມຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ມີ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: “ຕຳ​ຫລວດ​ທະ​ເລ​ຫວຽດ​ນາມ​ ນຳ​ຫນ້າ​​ໃນ​ການປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ” ແລະ ​ພາບສາ​ລະ​ຄະ​ດີ “​ສະ​ຫງ່າອົງ​ອ​າດ​​ເຈື່ອງ​ຊາ”. ໃນ​ຂະ​ນະ​ນັ້ນ, ຫນັງ​ສື​ພິມ​ເຍີນ​ເຢີນ ກໍ່ລົງ​ພິມ​ບົດ​ສາ​ລະ​ຄະ​ດີ ເລົ່າ​ຄ​ື​ນ​ບັນ​ດາ​ເລື່ອງ​ລາວ​ທີ່​ຕຶ້ນ​ຕັນ​ໃຈ, ສະ​ແດງ​ໃຫ້​ເຫັນ​ອາ​ລົມ​ຈິດ​ຂອງ​ຄະ​ນະ​ເຈົ້າ​ກົກ​ເຈົ້າ​ເຫລົ່າ ໄຕ​ງວຽນ ທີ່​ມີ​ຕໍ່​ພະ​ນັກ​ງານ, ນັກ​ຮົບ​ຢູ່​ເກາະ​ທີ່​ຫ່າງ​ໄກ.

​ເນື້ອ​ໃນ​ຂອງຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່ 2015 ສ່ວນ​ຫລາຍ​ແມ່ນ​ຕີ​ລາ​ຄາ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2014 ແລະ ຄາດ​ຄະ​ເນ​ກ່ຽວ​ກັບແງ່​ຫວັງ​ເສດ​ຖະ​ກິດ​ສັງ​ຄົມ​​ໃນປີ 2015. ໃນ​ຄໍລຳ “​ສັງ​ເກດ​ການ​ລົງ​ທຶນ” ຊື່ງ​ໄດ້​ລົງ​ພິມ​ໃນ​ຫນັງ​ສື​ພິມ​ລົງ​ທຶນ ໄດ້​ເນັ້ນ​ຫນັກ​ວ່າ ປີ 2014 ບັນ​ລຸ​ໄດ້ 13/14 ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ  ແລະ ລື່ນ​ກາຍ​ແຜນ​ການທີ່​ໄດ້​ວາງ​ອອກ ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ຢູ່ໃນ​ທ່າ​ຟື້ນ​ຕົວ​ຢ່າງ​ເຫັນ​ໄດ້​ຊັດ. ພ້ອມ​ກັນນັ້ນ ການ​ເຕີບ​ໂຕ​ຂອງ GDP ບັນ​ລຸ 5,98% ແມ່ນ​ລື່ນ​ກາຍ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ແມ່ນ 5,8%, ເປັນ​ຄັ້ງ​ທຳ​ອິດການ​ສົ່ງ​ອອກ​ໄດ້​ລື່​ນ​ກາຍ​ລ​ະ​ດັບ 150 ຕື້ USD, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ຢູ່​ໃນ​ລະ​ດັບ​ຕ່ຳ​ສະ​ຖິ​ຕິ​ໃນ 14 ປີ​ມານີ້​ແມ່ນ (1,84%). ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫນັງ​ສື​ພິມ​ລົງ​ທຶນ, ທ່ານ ບູ່ຍກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ປີ 2015 ກາ​ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີລະຫວ່າງຫວຽດ​ນາມ ກັບສ​ເກົາ​ຫລີ, ສ​ຳ​ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ -ເບ​ລາ​ຣ​ຸດ- ກາ​ຊັກ​ສະ​ຖານ, ເອີ​ລົບ ​ແລະ ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນນັ້ນ ໄດ້​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​​ຫວຽດ​ນາມ​ ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ, ຊຸກ​ຍູ້​ເສດ​ຖ​ະ​ກິດ​ຫວຽດ​ນາມ ພັດ​ທະ​ນາ. ໃນ​ຂະ​ນະ​ນັ້ນ, ຫ​ນັງ​ສື​ພິມ​ເສດ​ຖະ​ກິດ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຄາດ​ຄະ​ເນ​ວ່າເສດ​ຖະ​ກິດ​ຫວຽດ​ນາມ ໃນ​ປີ 2015 ຈະ​ມີ​ສັນ​ຍານ​ດີກ​ວ່າ, ຈຸດ​ໝາຍ​ລະ​ດັບ​ເຕີບ​ໂຕ GDP 6,2% ​ແມ່ນອາດ​ຈະ​ບັນ​ລຸ​ໄດ້.

ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ​ຂອ​ງ​ຊາວ​ຫວຽດ​ນາມ, ບັນ​ດາ​ງານ​ບຸນ​ໃນ​ລະ​ດູ​ບານ​ໃຫມ່, ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸ​ນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ລ້ວນ​ແຕ່​ໄດ້​ລົງ​ພິມ​ໃນ​ບັນ​ດາ​ຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່.

ຫນັງ​ສື​ພິມ​ລາວດົ້ງ (ແຮງ​ງານ) ມີພາບ​ສາ​ລະ​ຄະ​ດີ​ “ນັກ​ຮົບ​ຢູ່​ເກາະ​ເຈື່ອງ​ຊາ​ຕ້ອນ​ຮັບ​ບຸນ​ເຕັດ”. ຫນັງ​ສື​ພິມ​ລາຍ​ການ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ໄດ້​ລົງ​ພິມ​ພາບ​ສາ​ລະ​ຄະ​ດີ “ຊາວ​ເຜົ່າ​ມົ້ງ​ຮ່ວມ​ກັນ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ”, ໄດ້​ພັນ​ລະ​ນາ​ໃຫ້​ເຫັນ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຊາວ​ເຜົ່າ​ມົ້ງ​ຢູ່ ແຂວງອຽນ​ບາຍ ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ ແລະ ອົບ​ອຸ່ນ.

ປີ​ໃຫມ່​ປີ​ມະ​ແມ 2015, ຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່​ຫລາຍ​ສະ​ບັບ ໄດ​້​ວາດ​ພາບ​ຮູບ​ພາບ​ໂຕ​ແບ້. ຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່, ສະ​ບັບ​ພິ​ເສດ​ທີ່ສະ​ຫງວນ​ໃຫ້​ແກ່​ບຸນ​ເຕັດ​ແມ່ນ​ສິ່ງ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ຊາວ​ຫວຽດ​ນາມ​ແຕ​່​ລະ​ຄົນ​ເມື່ອ​ບຸນ​ເຕັດ,ລະ​ດູ​ບານ​ໃຫມ່​ວຽນ​ມາ. ວັນ​ບຸນ​ຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 7-10/2/2015 ຢູ່ ຮ່າ​ໂນ້ຍ ເພື່ອ​ແນະ​ນຳ​ບັນ​ດາ​ສິ່ງ​ພິມ​ດັ່ງ​ກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ