ລະດັບປີນຂັ້ນໄດໃໝ່ໃນການສູ້ຢັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ

ວັນ​ທີ 29/1 , ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ EU ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ວິ​ສາ​ມັນ​ຢູ່ບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ. ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ແມ່ນ​ແນ​ໃສ່​ຕົກ​ລົງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່ ແນ​ໃສ່​ລັດ​ເຊຍ, ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຂຶ້ນ​ຄືນ​ໃໝ່​ຢູ່​ຢູ​ແກຼນ. ການ​ກະ​ທຳ​ນີ້ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ຈະ​ເພີ່ມ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ, ພ້ອມ​ທັງ​ຍູ້ ຢູ​ແກຼນ ຕົກ​ເຂົ​້າ​ສູ່​ສະ​ພາບ​ວິ​ກິດ​ການ​ທີ່​ຮ້າຍ​ແຮງກວ່າ.

 

ລະດັບປີນຂັ້ນໄດໃໝ່ໃນການສູ້ຢັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ  - ảnh 1
ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ EU ທີ່ກອງ​ປະ​ຊຸມ
(ພາບ: AP)

             ເນື້ອ​ໃນ​ຮ່າງ​ເອ​ກະ​ສານ​ຕໍ່​ກຳ​ນົດ​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍ​ຕື​່ມ​ອີກ 9 ເດືອນ(ໝາຍ​ຄວາມ​ວ່າ ຮອດ​ເດືອນ 12/2015 ໄດ້​ຖືກ​ຮຽບ​ຮຽງ​ໃຫ້​ແກ່ກອງປະ​ຊຸມ​ວິ​ສາ​ມັນ​ຂອງ​ບັ​ນ​ດາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ EU ​ເມື່ອ​ວັນ​ທີ 29/1. ບັນ​ດາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ EU ສະ​ເໜີ EC ແລະ ອົງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເອີ​ລົບ, ໃນ​ຮອບ​ເວ​ລາ​ອາ​ທິດ​ໜຶ່ງ ຈົ່ງ​ນຳ​ສະ​ເໜີ​ຕື່ມບັນ​ຊີ​ລາຍ​ຊື່​ບັນ​ດາ​ຜູ້​ຕ້ອງ​ຮັບ​ຄຳ​ສັ່ງ​ລົງ​ໂທດລັດ​ເຊຍ. ຄຳ​ຕັດ​ສິນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບການ ຕໍ່​ກຳ​ນົດ​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະ​ຊຸມ​ຄັ້ງ​ນີ້.

   ​ຄຳ​ສັ່ງ​ລົງ​ໂທດ​ຊຶ່ງ​ປະ​ຈຸ​ບັນ EU ຈັດ​ວາງ​ຕ້ານລັດ​ເຊຍນັ້ນ, ແມ່ນ​ເລີ່ມ​ແຕ່​ເດືອນ 3/2014 ພາຍຫຼັງ​ທີ່​ລັດ​ເຊຍ​ໂຮມ​ແຫຼມ​ກະ​ເຣີມ​ເຂົ້າ​ດິນ​ແດນ​ຂອງ​ຕົນ ແລະ ໝົດ​ຜົນ​ສັກ​ສິດ​ໃນ​ເດືອນ 3 ປີນີ້. ຄຳ​ສັ່ງ​ໂລງ​ໂທດນີ້​ລວມ​ທັງ​ການ​ປິດ​ລ້ອມ​ຊັບ​ສົມ​ບັດ, ຫ້າມ​ການ​ທ່ອງ​ທ່ຽວ​ສຳ​ລັບ​ຊາວ​ລັດ​ເຊຍ ແລະ ຢູ​ແກຼນ.

    ເຮັດ​ໃຫ້​ເພີ່ມ​ຄວາມ​ຂັດ​ແຍ້ງ​ຕື່ມ​ອີກ

  ອາ​ດ​ຈະ​ເຫັນໄດ້​ວ່າ ກຳ​ລັງ​ດັນ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ຕໍ່​ລັດ​ເຊຍ​ພວມ​ເພີ່ມ​ທະ​ວີ​ຂຶ້ນ​ຂະ​ນະ​ທີ່​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ​ສືບ​ຕໍ່​ຮັບ​ຮອງ​ເອົາ​ບັນ​ດາ​ການ​ຂ້​ວຳ​ບາດ​ທີ່​ຮ້າຍ​ແຮງກວ່າ. ກ່ອນ​ນັ້ນ, ອາ​ເມ​ລິ​ກາ​ຖະ​ແຫຼງວ່າ ປະ​ເທດນີ້​ປັດ​ເຂ່ຍ​ລັດ​ເຊຍ​ອອກ​ຈາກ​ລະ​ບົບ​ຊຳ​ລະ​ສາ​ກົນ.

   ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ຖ້າ​ຫາກ​ບາດ​ກ້າວ​ເດີນນີ້​ຂອງ​ອາ​ເມ​ລິ​ກາ ແລະ ພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກກາຍ​ເປັນ​ຄວາມ​ຈິງນັ້ນ, ນີ້​ຈະ​ແມ່ນ​ການ​ໂມ້ງ​ບາດ​ຄ້ອນ​ໃສ່​ພື້ນ​ຖານ​ເສດ​ຖະ​ກິດ​ລັດ​ເຊຍ​ຢ່າງ​ແຂງແຮງ. ມົດ​ສະ​ກູ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ການ​ພົວ​ພັນ​ການ​ຄ້າ​ສາ​ກົນ. ເລື່ອງລັດ​ເຊຍ​ປັດ​ເຂ່ຍ​ ອອກ​ຈາກ​ລະ​ບົບຕິດ​ຕໍ່​ພົວ​ພັນ​ດ້ານ​ເງິນ​ຕາ​ສາ​ກົນນີ້ ຈະ​ພາ​ໃຫ້​ລະ​ບົບ​ທະ​ນາ​ຄານ​ລັດ​ເຊຍ​ຢືນ​ຢູ່​ຕໍ່​ໜ້າ​ການ​ພັງ​ທະ​ລາຍລົງ.

    ຕໍ່​ໜ້າ​ບັນ​ດາ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ລົງ​ໂທດ​ໃໝ່​ຕ້ານລັດ​ເຊຍຂອງ​ອາ​ເມ​ລິ​ກາ ແລະ EU, ມົດ​ສະ​ກູ​ຖະ​ແຫຼງ​ການ​ໂຕ້​ຕອບ​ຂອງ​ລັດ​ເຊຍ​ແມ່ນບໍ່​ມີ​ຂອບ​ເຂດ​ຈຳ​ກັດ​ ແລະ ກ່າວ​ເຕືອນ​ວ່າ ທຸກໆ​ກາ​ລະ​ໂອ​ກາດ​ສົນ​ທະ​ນາ​ຈະ​ປິດ​ລົງ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ຄຳ​ປະ​ກາດ​ສົງ​ຄາມ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມ​າ​ຊຶ່ງ​ມົດ​ສະ​ກູ​ໄດ້​ສະ​ຫງວຍ​ໃຫ້​ວໍ​ຊິງ​ຕັນ.

   ບັນ​ດາ​ການ​ກະ​ທຳ​ຖອກ​ນ້ຳ​ມັນ​ໃສ່​ແປວ​ໄຟ

  ຄວາມ​ແຕກ​ແຫງ​ໃນ​ການ​ພົວ​ພັນລະ​ຫວ່າງລັດ​ເຊຍ ​ກັບ​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ​ສືບ​ຕໍ່​ເພີ່ມ​ຂຶ້ນ​ພາຍຫຼັງ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ​ແຜ່​ລາມ​ອອກ​ກ້​ວາງ. ນັບ​ແຕ່​ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ຮັບ​ການ​ລົງ​ນາມ​ກ່ອນນີ້ 5 ເດືອນ, ກຳ​ລັງ​ລຸກ​ຮື້​ຂຶ້​ນ​ນິ​ຍົມ​ລັດ​ເຊຍ​ໄດ້​ດຳ​ເນີນບັ້ນ​ຮົບ​ເປີດ​ກ້​ວາງ​ອະ​ນາ​ເຂດ​ຄວບ​ຄຸມ ແລະ ດຳ​ເນີນບັ້ນ​ສູ້​ຮົບ​ຢູ່ ພາກ​ຕາ​ເວັນ​ອອກ​ຢູ​ແກຼນດ້ວຍ​ການ​ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່, ອັນ​ໄດ້​ເຮັດ​ໃຫ້​ສາມ​ັນ​ຊົນ​ນັບ​ຮ້ອຍ​ຄົນ​ເສຍ​ຊີ​ວິດ. ບັນ​ດາ​ປະ​ເທດຝ່າຍ​ຕາ​ເວັນ​ຕົກໄດ້​ກ່າວ​ຫາ​ລັດ​ເຊຍ​ໜູນຫຼັງ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່ ພາກ​ຕາ​ເວັນ​ອອກ​ຢູ​ແກຼນ. ສະ​ພາ​ແຫ່ງ​ຊາດ​ຢູ​ແກຼນໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ກ່າວ​ປະ​ນາມ​ລັດ​ເຊຍ, ພ້ອມ​ທັງ​ຮຽກ​ຮ້ອງ​ສາ​ກົນ​ຈັດ​ວາງ​ມາດ​ຕະ​ການ​ລົງ​ໂທດ​ລັດ​ເຊຍ​ແຂງ​ແຮງກວ່າ​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ກີ​ແອບ.

   ບັນ​ດາ​ການ​ກະ​ທຳ​ລົງ​ໂທດ​ໃໝ່​ຂອງ​ຂອງ ​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກທີ່​ແນ​ໃສ່​ລັດ​ເຊຍ​ໃນ​ປະ​ຈຸ​ບັນ ບໍ່​ອາ​ດ​ຊ່ວຍ​ແກ້​ໄຂວິ​ກິດ​ການ​ຢູ່​ຢູ​ແກຼນໄດ້. ບັນ​ດາ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ ກໍ​ແມ່ນ​ຄຳ​ກ່າວ​ເຕືອນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ຈະ​ປີນ​ຂັ້ນ​ໄດ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ​ຢູ່​ປະ​ເທດ​ຕັ້ງ​ຢູ່​ແຄມ​ທະ​ເລ​ດຳ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ