ລະດູບານໃຫມ່​ແຫ່ງຄວາມເຊື່ອໝັ້ນ ແລະ ຄວາມຮັກແພງ

(VOVWORLD) -ຊາວ ຫວຽດນາມ ອາໄສຢູ່ ທຸກປະເທດໃນໂລກ ກໍຄື ຊາວ ຫວຽດນາມ ຢູ່ພາຍໃນປະເທດ ໄດ້ ແລະ ກຳລັງຕ້ອນຮັບລະດູບານໃໝ່ ທີ່ເຕັມໄປດ້ວຍຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ການນຳພາຂອງພັກ ຈະນຳປະຊາຊົນໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຜາສຸກ.
 ລະດູບານໃຫມ່​ແຫ່ງຄວາມເຊື່ອໝັ້ນ ແລະ ຄວາມຮັກແພງ - ảnh 1ຊາວບ້ານ ຊ່າເຢ່ຟິ່ນ ບົວລະບັດຕົ້ນໄມ້ກິນໝາກ (ພາບ:laichau.gov.vn)

ບ້ານ ຊ່າເຢ່ຟິ່ນ, ຕາແສງ ຊ່າເຢ່ຟິນ, ເມືອງຊາຍແດນ ຊິນໂຮ່, ແຂວງ ລາຍເຈົາ - ແຂວງພູດອຍເຂດຕາເວັນຕົກສຽງເໜືອ ຫວຽດນາມ ແມ່ນບ່ອນດຳລົງຊີວິດຂອງພໍ່ແມ່ຊາວເຜົ່າມົ້ງ ກວ່າ 100 ຄອບຄົວ. ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພາຍຫຼັງອັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊາດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ ໄດ້ພາກັນໄປຫໍວັດທະນະທຳ ເພື່ອຮັບຟັງໝາກຜົນຂອງກອງປະຊຸມໃຫຍ່ຈາກອົງຄະນະພັກຕາແສງດ້ວຍຄວາມເບີກບານມ່ວນຊື່ນ. ອ້າຍ ສູ່ງວ່າປ໊າວ ໃຫ້ຮູ້ວ່າ ອ້າຍມີຄວາມປິຕິຊົມຊື່ນຫຼາຍ. 

“ຂ້າພະເຈົ້າຫວັງວ່າ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ຈະໄດ້ນຳໄປຜັນຂະຫຍາຍຢູ່ເຂດຫ່າງໄກສອກຫຼີກໂດຍໄວ ເພື່ອໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນມີບາດກ້າວພັດທະນາໃໝ່”.

           ຊ່າເຢ່ຟິ່ນ ແມ່ນອູ່ປະຕິວັດ ຫວຽດນາມ. ນັ້ນແມ່ນສະຖານທີ່ເຄື່ອນໄຫວຂອງກອງຫຼອນ ຕ່າຫງາວ” ແລະ ພໍ່ແມ່ປະຊາຊົນຢູ່ທີ່ນີ້ ເຄີຍປົກປ້ອງໃຫ້ພະນັກງານໃນຊຸມວັນທຳອິດທຳການຕໍ່ຕ້ານພວກລ່າເມືອງຂຶ້ນ ຝລັ່ງ. ໂດຍເສີມຂະຫຍາຍຈິດໃຈປະຕິວັດ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ ຍາມໃດກໍມີຄວາມເຊື່ອໝັ້ນ ແລະ ຈົ່ງຮັກພັກດີຕໍ່ພັກ. ອ້າຍ ສູ່ງອາເຢີ, ເລຂາພັກຕາແສງ ຊ່າເຢ່ຟິ່ນ, ເມືອງ ຊິ່ນໂຮ່, ແຂວງລາຍເຈົາ ແບ່ງປັນວ່າ:

  “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ກອມມູນິດ ຫວຽດນາມ ໄດ້ຄັດເລືອກ ແລະ ເລືອກຕັ້ງໄດ້ບັນດາສະຫາຍການນຳ ເຂົ້າເປັນກຳມະການຄະນະບໍລິຫານງານ, ກຳມະການກົມການເມືອງ. ນີ້ແມ່ນບັນດາສະຫາຍທີ່ມີຄວາມສາມາດນຳພາທົ່ວພັກ ແລະ ໄດ້ຮັບຄວາມໄວ້ວາງໃຈຢ່າງສູງຈາກປະຊາຊົນ. ຂ້າພະເຈົ້າຫວັງວ່າ ດ້ວຍຄວາມຮັບຜິດຊອບຂອງແຕ່ລະສ່ວນບຸກຄົນ, ບັນດາສະຫາຍຈະຜັນຂະຫຍາຍບັນດາມະຕິ, ພິເສດແມ່ນ ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ນຳເອົາບັນດາເນື້ອໃນນັ້ນເຂົ້າຊີວິດຕົວຈິງ ໂດຍສະເພາະແມ່ນເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຢູ່ເຂດພູສູງ.”                

        ບຸນປີໃໝ່ປີນີ້ ແມ່ນບຸນປີໃໝ່ທີ່ມ່ວນຊື່ນ ເມື່ອພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງ ລາຍເຈົາ ໄດ້ຕັ້ງຄວາມເຊື່ອໝັ້ນທັງໝົດຕໍ່ ຄະນະບໍລິຫານງານ, ກົມການເມືອງຊຸດທີ 13 ວ່າຈະສືບທອດ ແລະ ພັດທະນາບັນດາຜົນງານ ເຊິ່ງພັກ ໄດ້ ແລະ ກຳລັງປະຕິບັດໃນໄລຍະຜ່ານມາ ເພື່ອນຳປະເທດ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ທ່ານ ດັ້ງແທັງເຊີນ, ຮອງຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ລາຍເຈົາ, ໃຫ້ຮູ້ວ່າ: 

        “ພວກຂ້າພະເຈົ້າມີຄວາມປາດຖະໜາວ່າ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານຄັ້ງນີ້ ຈະແກ້ໄຂບັນດາບັນຫາທີ່ຍັງປະສົບກັບຄວາມຫຍຸ້ງຍາກຂອງປະເທດຊາດ.  ຕົວຢ່າງຄື ນອກຈາກບັນຫາຈຸດສຸມ ແມ່ນພັດທະນາປະເທດຊາດແລ້ວ, ພວກເຮົາຄວນເລືອກເອົາບັນດາບັນຫາທີ່ປະສົບກັບຄວາມຫຍຸ້ງຍາກຄື ວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ໂດຍສະເພາະແມ່ນມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດາແຂວງເຂດພູດອຍ, ເຂດຊາຍແດນ, ທະເລໝູ່ເກາະ ເພື່ອປະຕິບັດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເພື່ອເຮັດແນວໃດ ໃຫ້ບັນດາເຂດ, ພາກຂອງປະະເທດ ມີການພັດທະນາຢ່າງເທົ່າທຽມກັນ”.

 ລະດູບານໃຫມ່​ແຫ່ງຄວາມເຊື່ອໝັ້ນ ແລະ ຄວາມຮັກແພງ - ảnh 2ຊາວຫວຽດນາມ ອາໄສຢູ່ ອີຢີບ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ

        ສຳລັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ເອຢິບ ແລ້ວ, ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ໃນເງື່ອນໄຂຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ ບຸນປີໃໝ່ປີນີ້, ພໍ່ແມ່ປະຊາຊົນຜູ້ໃດກໍຮູ້ສຶກມີຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ເມື່ອ ພັກ ແລະ ລັດ ຍາມໃດກໍມີຄວາມເອົາໃຈໃສ່ຕໍ່ການດຳລົງຊີວິດ ແລະ ຄວາມຜາສຸກຂອງປະຊາຊົນ ບໍ່ວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດ. ເອື້ອຍ ເລແທັງຖຸ໊ຍ ເຫັນໄດ້ຢ່າງຈະແຈ້ງບັນດາບາດກ້າວພັດທະນາຂອງປະເທດຊາດ, ເສດຖະກິດ, ການເມືອງ ແລະ ສັງຄົມມີສະຖຽນລະພາບ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ເອື້ອຍ ເລແທັງຖຸ໊ຍ ຕີລາຄາສູງຕໍ່ບັນດານະໂຍບາຍຂອງພັກ, ລັດ ໃນການພັດທະນາການສຶກສາ, ກໍຄືບັນດານະໂຍບາຍດຶງດູດປັນຍາຊົນ, ຜູ້ມີຄວາມເກັ່ງກ້າສາມາດ ທີ່ເປັນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເຂົ້າຮ່ວມພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ທີ່ໄດ້ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ອ້າຍ ຮວ່າງລົກ ເຊິ່ງເປັນຊາວ ຫວຽດນາມ ອາໄສ ຢູ່ ລາຊະອານາຈັກ ອັງກິດ ກໍມີແນວຄິດທີ່ຄ້າຍຄືກັນກັບເອື້ອຍ ຖຸ໊ຍ. ອ້າຍ ລົກ ແບ່ງປັນວ່າ:

        “ໃນຊຸມເດືອນຜ່ານມາ, ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນ ໄປໃສກໍເຫັນເຂົາເຈົ້າລົມກັນກ່ຽວກັບໝາກຜົນກອງປະຊຸມໃຫຍ່ຂອງພັກ ດ້ວຍບັນດາການປ່ຽນແປງໃໝ່ພາຍໃນປະເທດ. ພວກຂ້າພະເຈົ້າ ແມ່ນຊາວ ຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ເມື່ອກັບເມືອປະເທດ ເຫັນວ່າ ມີການພັດທະນາຫຼາຍຢ່າງ. ໃນຂະນະທີ່ໂລກມີການເຕີບໂຕເປັນລົບ ແຕ່ ຫວຽດນາມ ຍັງຮັກສາໄດ້ທ່າເຕີບໂຕເປັນປົກກະຕິ ແລະ ດີໃຈທີ່ສຸດແມ່ນມາດຕະການສະກັດກັ້ນໂລກລະບາດໂຄວິດ - 19. ໃນຊຸມປີມໍ່ໆມານີ້, ປະເທດຊາດມີການປ່ຽນແປງຫຼາຍຢ່າງ, ເສດຖະກິດມີການພັດທະນາ ແລະ ດູດດື່ມນັກລົງທຶນ, ປະຊາຊົນກໍມີຄວາມມ່ວນຊື່ນ, ປະເທດຊາດບັນລຸໄດ້ຜົນງານຫຼາຍຢ່າງ ເປັນຕົ້ນແມ່ນ ໃນການກໍ່ສ້າງຖະໜົນຫົນທາງ, ການຄົມມະນາຄົມມີຄວາມສະດວກ, ເສດຖະກິດພັດທະນາດີໆຂຶ້ນ. ຂ້າພະເຈົ້າ ມີຄວາມປາດຖະໜາວ່າ ຜ່ານກອງປະຊຸມໃຫຍ່ຂອງພັກຄັ້ງນີ້, ຈາກການນຳສູນກາງຕະຫຼອດຮອດການນຳທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ພາຍໃນ ຫຼື ຕ່າງປະເທດ ພ້ອມກັບວິສາຫະກິດ ຈະຮ່ວມແຮງຮ່ວມໃຈ ນຳປະເທດສືບຕໍ່ພັດທະນາຢ່າງແຮງກວ່າອີກ.”

        ໃນຂະນະນັ້ນ, ທ່ານປະລິນຍາເອກ ຫວໍຈູງເອົາ, ປະທານສະມາຄົມນັກສຶກສາ ຫວຽດນາມ ຢູ່ ຮຸງກາຣີ ໃຫ້ຮູ້ວ່າ ທ່ານມີຄວາມສົນໃຈຫຼາຍຢ່າງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ເພາະວ່າ ທ່ານ ກໍແມ່ນສະມາຊິກພັກ. ທ່ານປະລິນຍາເອກ ຫວໍຈູງເອົາ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມສົນໃຈ ແລະ ຕິດຕາມກອງປະຊຸມໃຫຍ່ຄັ້ງນີ້ຂອງພັກ ເພື່ອມີຄວາມຮູ້, ຄວາມເຂົ້າໃຈເພີ່ມເຕີມກ່ຽວກັບບັນດາການກຳນົດທິດຂອງ ພັກ ໃນໄລຍະຈະມາເຖິງ. ການກຳນົດທິດຂອງພັກ ກໍແມ່ນການກຳນົດທິດພັດທະນາປະເທດຊາດຮອດປີ 2045. ມີຖັນແຖວການນຳໃໝ່ ທີ່ມີຫົວຄິດປະດິດສ້າງ, ສຸດຈິດສຸດໃຈ ນຳພາປະເທດຊາດໃຫ້ພັດທະນາຢ່າງເຂັ້ມແຂງກວ່າອີກ ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າພວມປາດຖະໜາ ແລະ ລໍຄອຍ. ຜ່ານໄລຍະປ້ອງກັນ ແລະ ສະກັດກັ້ນໂຄວິດ - 19 ຈຶ່ງເຫັນໄດ້ວ່າ ການນຳພາຂອງພັກ ແມ່ນແທດຈິງ, ໃກ້ຊິດຕິດແທດ ແລະ ນຳມາເຊິ່ງຜົນສຳເລັດຂຶ້ນຊື່ລືຊາໃນທົ່ວໂລກ. ຫວຽດນາມ ໄດ້ຮັບການຍ້ອງຍໍຊົມເຊີຍ, ພວກຂ້າພະເຈົ້າແມ່ນຊາວຫວຽດນາມ ພວກຂ້າພະເຈົ້າກໍມີຄວາມເອກອ້າງທະນົງໃຈທີ່ສຸດ”.

        ຊາວ ຫວຽດນາມ ອາໄສຢູ່ ທຸກປະເທດໃນໂລກ ກໍຄື ຊາວ ຫວຽດນາມ ຢູ່ພາຍໃນປະເທດ ໄດ້ ແລະ ກຳລັງຕ້ອນຮັບລະດູບານໃໝ່ ທີ່ເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ການນຳພາຂອງພັກ ຈະນຳປະຊາຊົນໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ