ລະດູບານໃໝ່ ປີມະແມ 2015 - ລະດູບານໃໝ່ແຫ່ງຄວາມເຊື່ອໝັ້ນ

  ລະ​ດູ​ບານ​ໃໝ່ໄດ້​ວຽນ​ມາ​ສູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ, ດ້ວຍດອກ​ເໝີຍ, ດອກ​ຄາຍ​ພາ​ກັນ​ບານ​ສະ​ພັ່ງ​ເອ້ຄວາມ​ງາມ. ສານ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ກໍ​ໄດ້​ມາ​ພ້ອມ​ກັບ​ ລະ​ດູ​ບານ​ໃໝ່, ອັນ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2015. 

ລະດູບານໃໝ່ ປີມະແມ 2015 - ລະດູບານໃໝ່ແຫ່ງຄວາມເຊື່ອໝັ້ນ  - ảnh 1
ຕະຫຼາດດອກ​ໄມ້​ນະ​ຄອນ​ໂຮ່​ຈິ​ມິນ  (ພາບ: baodautu)

    ຈຸດ​ເວ​ລານີ້, ທົ່ວ​ທັງ​ຊາດ​ຫວຽດ​ນາມ​ພວມ​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ເພື່ອ​ກ້າວ​ເຂົ້າ​ສູ່​ປີ 2015 ຊຶ່ງ​ແມ່ນ​ປີ​ຂອງ​ບັນ​ດາ​ເຫດ​ການ​ໃຫຍ່​ຄື : 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ທີ 2/9, 40 ປີ​ແຫ່ງວ​ັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ, 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ​ບົນ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ, ກ້າວ​ໄປ​ສູ່ກອງ​ປະຊຸມໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ…ຄວາມ​ເຊື່ອ​ໝັ້ນ​ໄດ້​ຖືກ​ປຸກ​ລຸກ​ເມື່ອ​ທ່ານ​ຫງວຽນ​ຟູ້​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ​ຢືນ​ຢືນ​ສືບ​ຕໍ່​ຍົກ​ສູງ​ກຳ​ລັງ​ຕໍ່​ສູ້ ແລະ ບົດ​ບາດ​ນຳ​ພາ​ຂອ​ງ​ພັກ, ເມ​ື່ອ​ທ່ານ​ປະ​ທານ​ປະເທດຫວຽດ​ນາມ ເຈ​ືອງ​ເຕີ້ນ​ຊາງ​ຊີ້​ແຈ້ງວ່າ ກຳ​ລັງ​ແຮງ​ຂອງ​ຊາດ​ແມ່ນ​ຢູ່​ໃນ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ແລະ ນັບ​ທັງ​ໃນ​ຂະ​ນະ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຊີ້​ແຈ້ງວ່າ ນ້ຳ​ໃຈ​ຮ່ວມ​ມື,ການ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຄວາມ​ສາ​ມັກ​ຄີ​ຈະ​ແມ່ນ​ຍຸດ​ທະ​ສາດ​ການ​ຕ່່າງ​ປະ​ເທດ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ປະ​ຊາ​ຄົມ​ໂລກ.

    ຄວາມ​ເຊື່ອ​ໝັ້ນ​ກໍ​ຖືກ​ທະ​ວີ​ຄູນ ຂະ​ນະ​ທີ່​ຊາວ​ຫວຽດ​ນາມ​ຢູ່​ພາຍ​ໃນ​ປະ​ເທດ 93 ລ້ານ​ຄົນ​ພ້ອມ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ 4,5 ລ້ານ​ຄົນ​ຈະ​ດຳ​ເນີນບັ້ນ​​ດຳ​ເນ​ີນຊີ​ວິດການ​ເມືອງ​ທີ່​ກ້​ວາງ​ຂວາງ, ປະ​ກອບ​ຄຳ​ເຫັນ​ສ້າງ​ປະ​ມວນ​ກົດ​ໝາຍ​ແພ່ງ​ສະ​ບັບ​ປັບ​ປຸງ​ໃຫ້​ສົມ​ບູນ​ແບບ​ໃນ​ຊຸມມື້​ຕົ້ນ ລະ​ດູ​ບານ​ໃໝ່​ນີ້. ແລ້ວ​ກໍ​ຮອດ​ບັນ​ດາ​ປະ​ມວນ​ກົດ​ໝາຍ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ຄື​ກົດ​ໝາ່ຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດ​ໝາຍ​ວ່າ​ການ​ລົງ​ທຶນ​ສະ​ບັບ​ປັບ​ປຸງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ…ເລີມ​ມີ​ຜົນ​ສັກ​ສິດນັບ​ແຕ່ ລະ​ດູ​ບານ​ໃໝ່ນີ້, ອັນ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​ທີ່​ສຸດ​ໃຫ້​ວົງ​ການ​ນັກ​ທຸ​ລະ​ກິດ ຊຶ່ງ​ແມ່ນ​ບັນ​ດາ​ຜູ້​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຊາດ​ໃນ​ປີນີ້. ຄວາມ​ເຊື່ອ​ໝັ້ນ​ກໍ​ຖືກ​ປຸກ​ລຸກ ຂະ​ນະ​ທີ່​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ຮັບ​ການ​ລົງ​ນາມ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ, ຂະ​ນະ​ທີ່​ກຸ່ມ​ອາ​ຊຽນ, ໃນ​ນັ້ນ​ມີ​ຫວຽດ​ນາມ​ໄດ້​ກາຍ​ເປັນ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ. ເວ​ລານັ້ນ, ຫວຽດ​ນາມ​ຈະ​ເພີ່ມ​ຄວາມ​ໄວ​ການ​ປ່ຽນ​ໃໝ່​ລະ​ບອບ​ລະ​ບຽບ​ການ, ເປີດ​ກ້​ວາງ​ຕະຫຼາດ, ເຊື່ອມ​ໂຍງ​ຢາ່ງ​ຮອບ​ດ້ານ​ເພື່ອ​ກາຍ​ເປັນ​ສະ​ຖານ​ທີ​ລົງ​ທຶນ​ທີ່​ດູດ​ດື່ມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ກົນ. ປະ​ເທດ​​ພັດ​ທະ​ນາ, ຊາດຫວຽດ​ນາມ​ນິ​ຍົມ​ສັນ​ຕິ​ພາບ, ມີ​ຈິດ​ໃຈ​ຮັກ​ແພງ​ແຂກ​ຈະ​ເຮັດ​ໃຫ້​ຫວຽດ​ນາມ​ກາຍ​ເປັນ​ສະ​ຖານ​ທີ່​ດູ​ດດື່ມ​ຂອງ​ແຂກ​ທ່ອງ​ທ່ຽວ​ໃນ​ທົ່ວ​ໂລກ…

    ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັດ​ແຄບ​ຄວາມ​ຜິດ​ໂຕນ​ກັນ​ກ່ຽວ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ບັນ​ດາ​ປະ​ເທດ​ທີ່​ກ້າວ​ໜ້າ​ໃນ​ພາກ​ພື້ນ ແລະ ໂລກ, ເພື່ອ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ກໍ​ແມ່ນ​ໜ້າ​ທີ່​ຄວາມ​ຮັບ​ຜິດຊອບທີ່ບໍ່​ອາດ​ທໍ້​ຖອຍ, ແມ່ນ​ພາ​ລະ​ກຳ​ທີ່​ສັກ​ກະ​ລະ​ບູ​ຊາ, ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ…ເພາະ​ສະ​ນັ້ນ, ໃນ​ປີ 2015ນີ້, ດ້ວຍ​ຄຸນ​ນະ​ທາດ, ພູມ​ປັນ​ຍາ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ, ຫວຽດ​ນາມ​ສຸມ​ໃສ່​ແກ້​ໄຂ​ສິ່ງ​ກີດ​ຂວາງ, ຂໍ້​ຄວ​າມ​ຈຳ​ກັດ, ອ່ອນ​ດ້​ອຍ​ເພື່ອນຳ​ພື້ນ​ຖານ​ເສດ​ຖະ​ກິດເຕີບ​ໂຕ​ຄືນ​ໃໝ່; ສືບ​ຕໍ່​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເຮັດ​ສຳ​ເລັດ​ໜ້າ​ທີ່​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເພື່ອ​​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດມີ​ຄຸນ​ນະ​ພາບ​ໃໝ່, ລະ​ດັບ​ໃໝ່, ທຽບ​ເທົ່າ​ກັບ​ບັນ​ດາ​ປະ​ເທ​ດ​ທີ່​ກ້າວ​ໜ້າ​ໃນ​ພາກ​ພື້ນ. ການ​ພັດ​ທະ​ນາ​ແບບ​ຍືນ​ຍົງແມ່ນ​ການ​ເລືອກ​ເຟັ້ນ​ທີ່​ມີ​ລະ​ດັບຍຸດ​ທະ​ສາດຂອງ​ປະ​ເທດ​ຊາດຫວຽດ​ນາມ​ໃນ​ປະ​ຈຸ​ບັນ. ການ​ພັດ​ທະ​ນາ​ແບບ​ຍືນ​ຍົງກໍ​ແມ່ນ​ໄມ້​ວັດ​ແທກ​ທາງ​ດ້ານ ຄຸນ​ນະ​ທາດ, ພູມ​ປັນ​ຍາຂອງ​ຫວຽດ​ນາມ​ໃນ​ການ​ແກ່ງ​ແຍ້ງ​ທົ່ວ​ໂລກ​ເພື່ອ​ຈຸດ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ. ການ​ພັດ​ທະ​ນາ​ແບບ​ຍືນ​ຍົງກໍ​ແມ່ນ​ພາບ​ພົດ​ໃນ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ.

    ລະ​ດູ​ບານ​ໃໝ່ພວມ​ວຽນ​ມາ​ສູ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ. ໃນ​ຊຸມມື້ນີ້, ຫວຽດ​ນາມ​ສືບ​ຕໍ່​ຂ້ອງ​ຄ່າ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ປີ​ທີ 2 ຂອງ​ອາ​ຍຸ​ການ​ແມ່ນ​ສະ​ມາ​ຊິກ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ແລະ ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ. ບັນ​ດາ​ງວດ​ສິ​ນ​ຄ້າ​ໃນ​ສັນ​ຍາ​ສົ່ງ​ອອກ​ປີ 2015 ໄດ້​ຖືກ​ຂົນ​ຂຶ້ນ​ກຳ​ປັ່ນ, ຢູ່​ຕາມ​ໂຮງ​ຈັກ​ໂຮງ​ງານ, ວິ​ສາ​ຫະ​ກິດ​ຍັງ​ຄົງ​ເຄື່ອນ​ໄຫວ​ຢ່າງ​ຄຶກ​ຄື້ນ​ໃນ​ຊຸມມື້ລະ​ດູ​ບານ​ໃໝ່ . ບັນ​ດາ​ງານ​ບຸນ​ລົ​ງ​ນາ​ກໍ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້…

    ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ເຊັ່ນ​ນັ້ນ, ລະ​ດູ​ບານ​ໃໝ່ ປີມະ​ແມ 2015 ໄດ້​ທະ​ວີ​ຄູນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກາ​ລະ​ໂອ​ກາດ​ທີ່​ສະ​ດວກ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ​ສືບ​ຕໍ່​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ