ລະດູບານໃໝ່ຂອງພັກແມ່ນລະດູບານໃໝ່ຂອງປະເທດຊາດ.

(VOVWORLD) -ມື້ນີ້ວັນທີ 3 ກຸມພາ,ພັກຄອມມູນິດຫວຽດນາມສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງຂອງຕົນ ຄືວັນທີ 3 ກຸມພາປີ 1930 - ວັນທີ 3 ກຸມພາປີ 2024. ໂດຍພາຍໃຕ້ການນຳພາຂອງພັກ ຈາກປະເທດໜຶ່ງເປັນຫົວເມືອງຂຶ້ນ ເຄິ່ງສັກດີນາ, ຫວຽດນາມໄດ້ກາຍເປັນປະເທດເອກະລາດມີອະທິປະໄຕ. ດິນແດນຫວຽດນາມມີເນື້ອທີ່ທັງໝົດ 330.000 ຕາລາງກິໂລແມັດ ຈາກ ຫິວຫງິກວານ ຫາແຫຼມກ່າເມົາດ້ວຍຝັ່ງທະເລລວມຄວາມຍາວ 3.200 ກວ່າກິໂລແມັດ ແລະ ທີ່ຕັ້ງພູມສາດການເມືອງ, ພູມສາດເສດຖະກິດມີຄວາມສຳຄັນພິເສດ ໄດ້ຖືກໂຮມເຂົ້າເປັນປຶກໜຶ່ງແຜ່ນດຽວ ເຊິ່ງໄດ້ ແລະພວມນັບມື້ນັບພັດທະນາແລະເຊື່ອມໂຍງເຂົ້າກັບໂລກ. 
ລະດູບານໃໝ່ຂອງພັກແມ່ນລະດູບານໃໝ່ຂອງປະເທດຊາດ. - ảnh 1ພາບປະກອບ

    ບັນດາຜົນງານອັນໃຫຍ່ຫຼວງທີ່ມີຄວາມໝາຍປະຫວັດສາດຍ້ອນພັກເປັນຜູ້ລິເລີ່ມແລະນຳພາຈັດຕັ້ງປະຕິບັດໄດ້ຢັ້ງຢືນເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຂອງຫວຽດນາມ ແມ່ນຖືກຕ້ອງ, ແທດເໝາະກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ. ເສດຖະກິດພັດທະນາແລະເຕີບໂຕຢ່າງຕໍ່ເນື່ອງ. ກ່ອນໄລຍະປ່ຽນແປງໃໝ່ຄືຄືປີ 1986, ຫວຽດນາມເຄີຍແມ່ນປະເທດທີ່ທຸກຍາກ ຊ້ຳພັດຖືກສົງຄາມທຳລາຍຢ່າງໜັກ. ພາຍຫຼັງສົງຄາມ ຫວຽດນາມໄດ້ຖືກປິດລ້ອມຂວ້ຳບາດເສດຖະກິດໃນຕະຫຼອດເກືອບ 20 ປີ. ສະບຽງອາຫານສິນຄ້າເຄື່ອງໃຊ້ສອຍທີ່ຈຳເປັນຖືກຂາດແຄນ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ປະມານ 3/4 ຈຳນວນປະຊາກອນມີຊີວິດຕ່ຳກວ່າລະດັບທຸກຍາກ. ຍ້ອນການປະຕິບັດແນວທາງປ່ຽນແປງໃໝ່, ພື້ນຖານເສດຖະກິດໄດ້ເລີ່ມຂະຫຍາຍຕົວແລະເຕີບໂຕຢ່າງຕໍ່ເນື້ອງດ້ວຍລະດັບສູງພໍສົມຄວນໃນຕະຫຼອດ 40 ທີ່ຜ່ານມາດ້ວຍລະດັບການເຕີບໂຕສະເລ່ຍເກືອບ 7% ໃນແຕ່ລະປີ. ລະດັບ GDP ປີກາຍນີ້ຂອງຫວຽດນາມ ບັນລຸ 430 ຕື້ USD ກາຍເປັນເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນອາຊຽນແລະຢືນອັນດັບທີ 35 ໃນຈຳນວນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.  GDP  ສະເລ່ຍໃສ່ຫົວຄົນເພີ່ມຂຶ້ນທົບ 58 ເທົ່າຂຶ້ນເປັນປະມານ 4.300 USDໃນປີ 2023. ຫວຽດນາມໄດ້ພົ້ນຈາກກຸ່ມບັນດາປະເທດມີລາຍຮັບຕ່ຳນັບແຕ່ປີ 2008 ແລະຈະກາຍເປັນປະເທດມີລາຍປານກາງສູງໃນປີ 2030 ປະມານ 7.500 USD.ຈາກປະເທດຂາດສະບຽງອາຫານຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນຫວຽດນາມກາຍເປັນປະເທດສົ່ງອອກເຂົ້າສານ ແລະຜະລິດຕະພັນກະເສດອື່ນໆຫຼາຍປະເພດ ຢືນຢູ່ແຖວໜ້າຂອງໂລກ. ແຫຼ່ງສະສົມເງິນຕາຕ່າງປະເທດເພີ່ມຂຶ້ນແຮງບັນລຸ 100 ຕື້USD ໃນປີ 2023. ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາປະເທດແຖວໜ້າຢູ່ອາຊຽນກ່ຽວກັບການດຶງດູດທຶນ FDI. ການໜູນຊ່ວຍສັງຄົມໄດ້ຮັບການຮັບປະກັນ, ການພົວພັນຕ່າງປະເທດມີລັກສະນະເປັນເອກະລັກ. ອັດຕາຄອບຄົວທຸກຍາກສະເລ່ຍໃນແຕ່ລະປີຫຼຸດລົງປະມານ 1,5%, ຈາກ 58%  ຕາມມາດຖານເກົ່າ ເມື່ອປີ 1993 ຫຼຸດລົງເຫຼືອພຽງ 2,93% ຕາມມາດຖານທຸກຍາກຫຼາຍສົ້ນເມື່ອປີ 2023. ບັນດາຕາແສງຊົນນະບົດເກືອບທັງໝົດລ້ວນແຕ່ມີເສັ້ນທາງລົດໂອໂຕແລ່ນຮອດໃຈກາງ, ມີຕາຂ່າຍໄຟຟ້າແຫ່ງຊາດ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ, ມີສຸກສາລາແລະເຄືອຂ່າຍໂທລະສັບ. ຫວຽດນາມໄດ້ນຳສະໜາມບິນ,  ທ່າກຳປັ່ນທີ່ທັນໄໝ, ເສັ້ນທາງດ່ວນລວມຄວາມຍາວ 1.900 ກວ່າກິໂລແມັດເຂົ້າໃຊ້ການ ແລະປົກຄຸມຄື້ນເຄືອຂ່າຍອິນເຕີເນັດ 4G, 5G ຢ່າງກວ້າງຂວາງ. ຜູ້ທຸກຍາກ, ເດັກນ້ອຍໃນເກນອາຍຸຕ່ຳກວ່າ 6 ປີແລະ ຜູ້ອາຍຸສູງໄດ້ຮັບການສະໜອງປະກັນສຸຂະພາບໂດຍບໍ່ເສຍຄ່າ. ຫວຽດນາມມີເກືອບ 80% ຈຳນວນປະຊາກອນນຳໃຊ້ການບໍລິການອິນເຕີເນັດ ເຊິ່ງແມ່ນໜຶ່ງໃນບັນດາປະເທດມີລະດັບການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານສູງກວ່າໝູ່ໃນໂລກ. ທ່ານຮອງສາດສະດາຈານ ປອ ບຸ່ຍດິງຟອງ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນຢືນຢັນວ່າ:

  “ ພວກເຮົາກໍ່ສ້າງສັງຄົມນິຍົມ, ພາລະກິດນີ້ແມ່ນຂອງປະຊາຊົນ ໂດຍປະຊາຊົນແລະເພື່ອປະຊາຊົນ. ອາດເວົ້າໄດ້ວ່າ ນີ້ແມ່ນໝາຜົນຢ່າງໃຫຍ່ຫຼວງທີ່ສຸດ. ໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມກໍ່ມີການປະສົມປະສານລະຫວ່າງອັນເກົ່າແລະອັນໃໝ່. ສຸດທ້າຍພວກເຮົາຕ້ອງມຸ່ງໄປສູ່ສິ່ງທີ່ວ່າ ຄວາມກ້າວໜ້າຕ້ອງຊະນະຄວາມຫຼ້າຫຼັງ”.

ໃນໄລຍະ 40 ແຫ່ງການປ່ຽນແປງໃໝ່, ພັກໄດ້ສ້າງພື້ນຖານການພົວພັນຕ່າງປະເທດ, ການທູດທີ່ເປັນເອກະລັກສະເພາະ ແລະເຂັ້ມຂົ້ນໄປດ້ວຍສີສັນ “ຕົ້ນໄມ້ໄຜ່ ຫວຽດນາມ”. ຜົນມີຢູ່ວ່າ ຈາກປະເທດໜຶ່ງຖືກປິດລ້ອມຂວ້ຳບາດ ມາຮອດປັດຈຸບັນຫວຽດນາມໄດ້ເປີດກວ້າງ ເຮັດໃຫ້ການພົວພັນດ້ານການທູດກັບ 193 ປະເທດມີຄວາມເລິກເຊິ່ງຂຶ້ນຕື່ມ. ຫວຽດນາມໄດ້ ແລະພວມສະແດງໃຫ້ເຫັນບົດບາດເປັນເພື່ອນ ເປັນຄູຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງວົງຄະນາຍາດສາກົນ. ທ່ານລັດຖະມົນຕີກຊວງການຕ່າງປະເທດຫວຽດນາມ ບຸຍແທັງ
ເຊີນຢືນຢັນວ່າ:

“ບັນດາໝາກຜົນທີ່ບັນລຸໄດ້ນັ້ນ ກ່ອນອື່ນໝົດຕ້ອງມີການນຳພາຢ່າງຖືກຕ້ອງຂອງພັກ, ການຄຸ້ມຄອງແບບລວມສູນ ມີປະສິດທິຜົນຂອງລັດ; ຄວາມສາມັກຄີຄວາມເປັນຈິດໜຶ່ງໃຈດຽວດ້ວຍຄວາມຕັດສິນໃຈຢ່າງສູງຂອງທັງລະບົບການເມືອງ; ການສົມທົບຢ່າງແໜ້ນແຟ້ນລະຫວ່າງການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ ແລະການພົວພັນຕ່າງປະເທດປະຊາຊົນ; ລະຫວ່າງການພົວພັນຕ່າງປະເທດ ແລະການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ… ແກ້ໄຂບັນດາບັນຫາພົວພັນຕ່າງປະເທດຕາມທິດນຳ “ເອົາສິ່ງທີ່ບໍ່ປ່ຽນແປງຮັບມືກັບສິ່ງທີ່ປ່ຽນແປງ”

ຈາກນັັ້ນກໍ່ມີບັນດາມາດຕະການຜັນຂະຫຍາຍຢ່າງແທດເໝາະ, ຍາດແຍ່ງໂອກາດແລະແກ້ໄຂສິ່ງທ້າຍທາຍ ເພື່ອເຮັດສຳເລັດບັນດາໜ້າທີ່ພົວພັນຕ່າງປະເທດເປັນຢ່າງດີ”.

         ບັນດາຜົນງານອັນໃຫຍ່ຫຼວງທີ່ມີຄວາມໝາຍປະຫວັດສາດຂອງພາລະກິດປ່ຽນແປງໃໝ່ໂດຍພັກເປັນຜູ້ລິເລີ່ມ ແລະ ນຳພາຈັດຕັ້ງປະຕິບັດ ສືບຕໍ່ຢັ້ງຢືນ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຂອງຫວຽດນາມ ແມ່ນຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ. ພຶດຕິກຳຕົວຈິງນັ້ນ ໄດ້ຢັ້ງຢືນສັດຈະທຳທີ່ວ່າ : ຢູ່ຫວຽດນາມບໍ່ມີກຳລັງການເມືອງອື່ນນອກເໜືອຈາກພັກກອມມູນິດຫວຽດນາມທີ່ມີຄຸນຄະທາດ, ມີສະຕິປັນຍາ, ບົດຮຽນປະສົບການຢ່າງພຽງພໍ ແລະ ມີຄວາມສາມາດນຳພາປະເທດຊາດ, ນຳພາລະກິດປະຕິວັດຂອງຊາດຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ພັດທະນາຢ່າງໝັ້ນຄົງ ແລະ ເຊື່ອມໂຍງເຂົ້າກັບໂລກໃນວັນນີ້ຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ