ລະດູບານໃໝ່ຢູ່ບ້ານເກີດເມືອງນອນ

​   ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ຂອງ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ” ​ໃນ​ຊຸມ​ປີຜ່ານມາ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ-ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ເປັນ​ເຈົ້າການ ​ແລະ ​ ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຈັດ​ຕັ້ງລາຍ ການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນປີ 2012” ດ້ວຍ​ຫົວ​ຂໍ້​ວ່າ “ບ່ອນ​ເຕົ້າ​ໂຮມ​ຂອງ​ມັງກອນ​ສັກ​ສິກ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ ຊາວ​ຫວຽດນາມທີ່​ພວມ​ດຳລົງ​ຊີ​ວິດ ​ແລະ​ເຮັດ​ວຽກ​ຢູ່​ທຸກ​ແຫ່ງ​ຫົນໃນ​ໂລກ​ ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ​ເຂົ້າຮ່ວມ​ລາຍການ​ສະ​ແດງ​ສີ​ລະ​ປະ​ພິ​ເສດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ພ້ອມ​ກັນນັ້ນ ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ທີ່​ຢູ່ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ອ່ວາຍ​ເມືອ​ຫາກົກ​ເຄົ້າ​ເຫງົ້າກໍຂອງຊາດ.

ລະດູບານໃໝ່ຢູ່ບ້ານເກີດເມືອງນອນ - ảnh 1

ຊາວຫວຽດນາມອາໄສຢູ່ຕ່າງປະເທດກ່ວາ 1000 ຄົນ

ເຂົ້າຮ່ວມລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນປີ 2012”

ພາບ:Http//:dantri.com.vn

   ລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ” ປີ​ນີ້ ​ໄດ້​ຕ້ອນຮັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ 1000 ຄົນ ຊື່​ງ​ແມ່ນ​ຜູ້ຕາງໜ້າ​ໃຫ້ ​ວົງ​ຄະນະ​ຍາດຊາວ​ຫວຽດນາມ​ອາ​ໄສ​ຢູ່​ກ່ວາ 103 ປະ​ເທດ ​ແລະ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ. ນີ້​ແມ່ນ​ການ​ພົບ​ປະສ້າງສັນ​ທີ່​ມີຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າຮ່ວມຫຼາຍທີ່​ສຸດນັບ​ແຕ່​ກ່ອນ​ມາ. ​ເຂົ້າຮ່ວມ​ລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ”  ບັນດາຜູ້ຕາງໜ້າຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ, ທະ​ຫວາຍ​ທູບ​ທຽນ​ຢູ່​ວັງ​ກິ​ງທຽນ-ພະ​ລາຊະ​ວັງ​ຮ່ວາງ​ແທງ​ທັງ​ລອງ, ​ໄປ​ຢ້ຽມຢາມ​ເຂດ​ປູ​ສະ​ນີຍະສະ​ຖານປະທານ​ໂຮ່ຈິ​ມິນ, ວັດ​ເສົາ​ດຽວ ​ແລະ​ດຳ​ເນີນ​ພິທີ​ປ່ອຍ​ປາ​ລົ​ງສະ​ປາ​ຂອງ​ລຸງ​ໂຮ່.

ລະດູບານໃໝ່ຢູ່ບ້ານເກີດເມືອງນອນ - ảnh 2
ຄະນະຜູ້ຕາງໜ້າຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຢ້ຽມຂ່ຳນັບສຸສານລຸງໂຮ່
ພາບ: Http//:thanhtra.com.vn

   ​ໃນ​ຕະຫຼອດ​ໄລຍະ 5 ປີມາ​ນີ້, ລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ” ​ໄດ້ກາຍ​ເປັນ​ລາຍການ​ຖືກ​ຈັດ​ຂຶ້ນປະຈຳ​ປີ ​ໂດຍຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ-ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມຈັດ​ຕັ້ງ ​ເພື່ອ​ຂ່ຳນັບ​ຮັບຕ້ອນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ທຸກທະວີບ ກັບ​ເມືອ​ປະ​ເທດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ. ​ເຂົ້າຮ່ວມ​ລາຍການ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ມີ​ໂອກາດ​ຊອກ​ຮູ້​ສະພາບ​ແວດ​ລ້ອມ​ແຫ່ງ​ການດຳ​ເນີນ​ທຸລະກິດ, ການ​ລົງທຶນ​ຢູ່​ພາຍ​ໃນ​ປະ​ເທດ​ກໍ​ຄື​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ​ໂດຍ​ຜ່ານ​ການ​ແລກປ່ຽນ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານ​ຫງວຽວັນ​ດາດ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສ​ເຢຍລະ​ມັນ​ເວົ້າວ່າ:

  “​​ເມື່ອ​​ເດີນທາງມາຮອດ​ສະໜາມ​ບິນ​ໂນ້ຍບາຍ, ຂ້າພະ​ເຈົ້າກໍ​ຄິດ​ວ່າ ຕ້ອງ​ໄປຍັງຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ເພື່ອ​ຮັບບັດ​ເຊີນ​ເຂົ້າຮ່ວມ​ລາຍການ​ນີ້. ການ​ພົບ​ປະ​ຢູ່​ທີ່ນີ້​ມີ​ບັນ​ຍາດ​ກາດ​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ

​  ໄດ້​ຕ້ອນຮັບບຸນປີ​ໃໝ່​ປະຈຳ​ຊາດ​ໃນ​ບ້ານ​ເກີດ​ເມືອງ​ນອນຂອງ​ຕົນ​ແມ່ນ​ຈຸດ​ເວລາ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ສຳລັບຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​. ກັບ​ຄືນ​ເມືອ​ປະ​ເທດ ​ແມ່ນ​ອ່ວຍ​ເມືອ​ຫາກົກ​ເຄົ້າ​ເຫງົ້າກໍ ຍ້ອນ​ວ່າ ​ເຖິງ​ຈະ​ໄປ​ເຖິງ​ແຫ່ງ​ຫົນໃດ​ກໍ​ຕາມ ​​ຍາມ​ໃດ​ຊາວ​ຫວຽດນາມ​ກໍ​ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ. ທ່ານຫງວຽນ​ຮ່ວາງ​ຮຽບ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ​ກ່າວ​ວ່າ:

   “​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ ​ແນ່ນອນ​ວ່າ ​ໃຜໆ​ກໍ​ມີ​ຄວາມ​ຮູ້ສຶກ​ເຊັ່ນ​ດຽວ​ກັນ​ກັບ​ຂ້າພະ​ເຈົ້າ. ​ໄດ້​ກັບ​ເມືອຫວຽດນາມ ຂ້າພະ​ເຈົ້າມີ​ຄວາມ​ພາກ​ພູມ​ໃຈ​ທີ່​ສຸດ. ​ການກັບ​ເມືອປະ​ເທດ​ ແມ່ນ​ຕ່າວກັບ​ຄືນສູ່​ເຂດດດິນ​ຂອງ​ແມ່. ຢູ່​ຕ່າງປະ​ເທດ, ​ຂ້າພະ​ເຈົ້າ​ເປັນພຽງ​​ແຂກ​ເທົ່າ​ນັ້ນ, ສ່ວນ​ກັບ​ມາ​ທີ່ນີ້ ແມ່ນ​ກັບ​ຄືນ​ສູ່​ຊາຍ​ຄາຂອງ​ຕົນ, ສະນັ້ນຂ້າພະ​ເຈົ້າ​​​ມີ​ຄວາມ​ປະ​ທັບ​ໃຈ​ເປັນ​ຢ່າງ​ຍິ່ງ

​ ເຖິງ​ວ່າ​ບໍ່​ອາ​ໄສ​ຢູ່​ຫວຽດນາມ​ກໍ​ຕາມ ​ແຕ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທ​ດຍັງ​ໄດ້​ຮັກສາ ​ແລະ​ສືບ​ທອດ​ແບບ​ແຜນ​ການ​ດຳລົງ​ຊີວິດວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອອັນ​ຈົບງາມທີ່​ມີ​ມາ​ແຕ່​ບູຮານ​ນະ​ການ​ຂອງ​ຊາດ​ຫວຽດນາມ​ໄວ້​ຢູ່. ​ເມື່ອ​ລະດູບານ​ໃໝ່​ວຽນມາ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ສະຫງວນ​ເວລາ​ ເພື່ອ​ປະຕິບັດ​ພິທີ​ບູຊາ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາດ​ຫວຽດນາມ. ທ່ານ​ຫງວຽວັນ​ດາດ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສ​ເຢັຍລະ​ມັນ​ເວົ້າວ່າ:

   “ປີ​ກາຍ, ພວກ​ຂ້າພະ​ເຈົ້າ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢູ່​ເຢັຍລະ​ມັນ​ພ້ອມ​ກັບ​ລູກ 3 ຄົນ ​ແລະ​ພວກຫຼານ. ​ໃນ​ວັນ​ບຸນ​ເຕັດ​ຂອງ​ຫວຽດນາມ, ​ເຂົາ​ເຈົ້າຍັງ​​ເຮັດ​ວຽກເປັນ​ປົກກະຕິ, ​ແຕ່​ເມຍ​ຂອງ​ຂ້າພະ​ເຈົ້າຍັງ​ຫໍ່​ເຂົ້າຕົ້ມ ​ແລະ​ບູຊາ​ບັນພະ​ບູລຸດ​ເທິງ​ແທ່ນ​ບູຊາ. ຢູ່​​ເຢຍລະ​ມັນ ຄອບຄົວຂ້າພະ​ເຈົ້າກໍ​ມີ​ແທ່ນ​ບູຊາ​ປູ່ຍ່າ​ຕາ​ຍາຍ, ພໍ່​ແມ່

   ຕາມ​ການ​ສະຖິຕິ​ແລ້ວ, ປີ 2011 ມີຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກ່ວາ 300.000 ​ເທື່ອ​ຄົນ​ກັບ​ຄືນ​ເມືອ​ປະ​ເທດ ​ແລະ​ຈຳນວນ​ເງິນ​ທີ່​ເຂົາ​ເຈົ້າ​ສົ່ງ​ມາປະ​ເທດບັນລຸ​ກ່ວາ 9 ຕື້​ໂດ​ລາ​ສະຫະລັດ. ນີ້​ແມ່ນ​ຕົວ​ເລກ​ສະຖິຕິ​ນັບ​ແຕ່​ກອ່ນມາ ​ເທົ່າ​ກັບ 1/10 ຈີ​ດີ​ພີ​ຂອງ​ຫວຽດນາມ, ນຳ​ຫວຽດນາມກາຍ​ເປັນ 1 ​ໃນ​ຈຳນວນ 10 ປະ​ເທດທີ່​ມີ​ຈຳນວນ​ເງິນ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ສົ່ງ​​ເມືອ​ປະ​ເທດຫຼາຍກ່ວາ​ໝູ່​ໃນ​ປີ 2011. ກ້າວ​ເຂົ້າສູ່​ປີ 2012, ທ່ານຫງວຽນ​ຮ່ວາງ​ຮຽບຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ ຊື່​ງ​ແມ່ນ​ນັກທຸລະກິດ​ໃນ​ຂົງ​ເຂດ​ອະສັງຫາລິມະ​ຊັບ​ຫວັງ​ວ່າ ​ໃນ​ປີ​ໃໝ່ ປີ​ມະ​ໂຣງ, ຫວຽດນາມ​ຈະ​ສາມາດ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ສືບ​ຕໍ່​ບືນຕົວ​ຂຶ້ນ ​ແລະ​ພັດທະນາ​ຢ່າງ​ວັດທະນະ​ຖາວອນ:

  “ປີ​ນີ້​ແມ່ນ​ປີ​ທີ່ມີກາລະ​ໂອກາດ​ໃໝ່ຫຼາຍຢ່າງ. ປະຈຸ​ບັນ ສະພາບ​ອະສັງຫາລິມະ​ຊັບ​ຢູ່​ຫວຽດນາມ​ພວມສະຫງົບ​ນິ້ງ. ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ສຳລັບ​ຜູ້​ທີ່​ມີ​ເງິນ​ລົງທຶນ​ເຂົ້າຂົງ​ເຂດ​ນີ້ ຍ້ອນ​ວ່າ ປະຈຸ​ບັນ, ຂົງ​ເຂດ​ອະສັງຫາລິມະ​ຊັບ​ຢູ່​ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ

    ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​​ແມ່ນຂົວ​​ເຊື່​ອມ ຕໍ່​​ເພື່ອ​ການພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ປະຊາຊົນຫວຽດນາມ ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ ກໍ​ຄື​ໂຄສະນາ​ວັດທະນະທຳ​ຫວຽດນາມ​ກັບ​ເພື່ອນ​ມິດສາ​ກົນ. ຍາມ​ໃດ, ພັກ ​ແລະ​ລັດ​ຫວຽດນາມ​ກໍ​ຢືນຢັນ​ວ່າ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜື່ງທີ່​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ວົງ​ຄະນາ​ຍາດ​ບັນດາ​ຊົນ​ເຜົ່າ​ຫວຽດນາມ​ໄດ້. ​ເມືອ​ລະດູບານ​ໃໝ່​ວຽນມາ, ​ເຖິງ​ວ່າ ຂ້ອງ​ຄາ​ກັບວຽກງານ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ​ກໍ​ຕາມ ​ແຕ່ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຫຼາຍຄົນ ຍັງ​ພະຍາຍາມ​ຊັບຊ້ອນ​ເວລາ ​ເພື່ອ​ກັບ​ເມືອ​ບ້ານ​ ​ແລະ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ພ້ອມ​ກັບ​ຄອບຄົວ, ​ເພື່ອນ​ມິດ ​ແລະ​ຍາດຕິ​ພີ່​ນ້ອງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ​ເຂົ້າຮ່ວມ​ລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ”. ນີ້​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ຊື່​ງຍາມ​ໃດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ຮັກສາ ​ແລະ​ທະນຸ​ຖະໜອມຢູ່.

   ບູ່​ຍຮັ່ງ-​ເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ