ລະດູ​​ບານ​ໃໝ່​ສັນຕິພາບ: ບັນດາ​ຄວາມ​ວິຕົກ​ກັງ​ວົນ ​ແລະ ຜົນ​ຕາມ​ມາ

(VOVWORLD) -   ຊຸມວັນຜ່ານມາ, ໂລກ ໄດ້ເຫັນປະຈັກຕາການຕປະທະກັນສູ້ຄັ້ງໃໝ່ລະຫວ່າງກອງທັບ ຕວກກີ ກັບ ກໍາລັງຊາວ Kurd ຢູ່ຕາເວັນອອກສ່ຽງເໜືອ ຊີຣີ ພາຍຫຼັງ ອາເມລິກາ ຖອນກໍາລັງທະຫານອອກຈາກບໍລິເວນດັ່ງກ່າວ. ເຖິງວ່າບັ້ນຮົບຂອງກອງທັບ ຕວກກີ ທີ່ມີຊື່ວ່າ ລະດູບານໃໝ່ສັນຕິພາບ ແລະ ການນໍາປະເທດນີ້ ກໍຖະແຫຼງວ່າ ບັ້ນຮົບການທະຫານຂອງ ຕວກກີ ຢູ່ຊາຍແດນ ຊີຣີ ຈະເຂົ້າໄປເຂດຕາເວັນອອກສ່ຽງເໜືອຂອງຊີຣີບໍ່ເກີນ 30 ກິໂລແມັດກໍຕາມ ແຕ່ມັນອາດຈະກໍ່ຄວາມຂາດສະຖຽນລະພາບ, ເພີ່ມຄວາມເຄັ່ງຕຶງຢູ່ພາກພື້ນ ຕາເວັນອອກກາງ ແລະ ມີຄວາມສ່ຽງກາຍເປັນສົງຄາມຮອບດ້ານ.
ລະດູ​​ບານ​ໃໝ່​ສັນຕິພາບ: ບັນດາ​ຄວາມ​ວິຕົກ​ກັງ​ວົນ ​ແລະ ຜົນ​ຕາມ​ມາ - ảnh 1ລົດປະກອບອາວຸດຂອງຕວກກີ  ຢູ່ຊີຣີ (ພາບປະກອບ: TTXVN)

ຊາວ Kurd ຢູ່ທາງພາກເໜືອ ຊີຣີ ແລະ ພິເສດ ກໍາລັງ YPG ແມ່ນໜຶ່ງໃນບັນດາຄວາມບໍ່ລົງລອຍກັນກ່ຽວກັບທັດສະນະພື້ນຖານ ແລະ ການຂັດແຍ້ງຜົນປະໂຫຍດຍຸດທະສາດລະຫວ່າງ ອາເມລິກາ ແລະ ຕວກກີ. ສໍາພັນທະມິດຂອງ ອາເມລິກາ ຢູ່ ຊີຣີ ພັດແມ່ນເປົ້າໝາຍ ເຊິ່ງ ຕວກກີ ຢາກທໍາລາຍ ຍ້ອນ ຕວກກີ ຖືວ່າ, YPG ໜູນຫຼັງພັກ PKK ຢູ່ ຕວກກີ ຖືກອໍານາດການປົກຄອງເກືອດຫ້າມ. ເລື່ອງຄວບຄຸມໄດ້ກໍາລັງ YPG ຈຶ່ງລົບລ້າງເຈດຈຳນົງຂອງຊາວ Kurd ຢູ່ ຕວກກີ, ຊີຣີ, ອີຣັກ ແລະ ອີຣານ  ໄດ້ນັ້ນ ແມ່ນຕໍ່ສູ້ເພື່ອລັດແຫ່ງເອກະລາດ ມີອະທິປະໄຕ ແລະຜືນແຜ່ນດິນສະເພາະຂອງຊາວ Kurd ໃນພາກພື້ນນີ້, ຟື້ນຟູ ລັດສະເພາະ ເຊິ່ງເຄີຍຄົງຕົວໃນອະດີດຕະການແຫ່ງປະຫວັດສາດ.

ຄວາມວິຕົກກັງວົນ

        ເລື່ອງກອງທັບ ຕວກກີ ບຸກໂຈມຕີ ຊາວ Kurd ຢູ່ ພາກຕາເວັນອອກສ່ຽງເຫນືອຂອງ ຊີຣີ ພາຍຫລັງ ອາເມລິກາ ຖອນທະຫານອອກຈາກເຂດນີ້ ແມ່ນເລື່ອງບໍ່ບັງເອີນ. ກ່ອນນີ້ ຕວກກີ ໄດ້ສົ່ງກຳລັງທະຫານໄປຍັງ ຊີຣີ ສອງຄັ້ງແລ້ວ ເພື່ອບຸກໂຈມຕີ ກຳລັງ  YPG ຂອງຊາວ Kurd. ສະນັ້ນ ເລື່ອງ ອາເມລິກາຖອນກຳລັງທະຫານ ອອກຈາກ ຊີຣີ ແມ່ນກາລະໂອກາດໃຫຍ່ ເປີດຊ່ອງທາງໃຫ້ແກ່ ຕວກກີ ດຳເນີນບັ້ນຮົບການທະຫານ ຄັ້ງທີ 3 ເພ່ືອເລ່ັງໃສ່ YPG ຢູ່ ຊີຣີ.

        ໃນບັ້ນຮົບນີ້ ຕວກກີ ຢາກສ້າງຕັ້ງເຂດປອດໄພ ເລິກເຂົ້າໄປໃນຜືນແຜ່ນດິນຂອງຊີຣີ ປະມານ 32 ກິໂລແມັດ ແລະຍາວກວ່າ 480 ກິໂລແມັດ ເພື່ອປົກປັກຮັກສາຄວາມໝັ້ນຄົງ.  ອານກາລາ ກະວ່າຈະນຳໃຊ້ແລວປອດໄພນີ້ເພື່ອຕັ້ງຖິ່ນຖານຄົງທີ່ໃຫ້ແກ່ຊາວ ຊີຣີ ປະມານ 1 ລ້ານຄົນໃນຍອດຈຳນວນ 3,6 ລ້ານຄົນ ທີ່ພວມລີ້ໄພຢູ່ ຕວກກີ. ເຂດປອດໄພນີ້ ອາດຈະເປີດກວ້າງຕື່ມອີກ 2 – 3 ກິໂລແມັດ ພາຍໃນ ຊີຣີ.

ວົງການນັກໄຈ້ແຍກຖືວ່າ: ບັ້ນຮົບລະດູບານໃຫມ່ສັນຕິພາບຂອງ ອານເກລາ ເຮັດໃຫ້ຫລາຍຄົນຄິດເຖິງແຜນການເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງຂອງອຳນາດການປົກຄອງ   ປະທານາທິບໍດີ Erdogan ຢູ່ປະເທດບ້ານໃກ້ເຮືອນຄຽງ. ເບິ່ງຄືວ່າ ຕວກກີ ພວມມີຄວາມຫວັງວ່າຈະຖົມໄດ້ບ່ອນເປົ່າຫວ່າງຢູ່ ຊີຣີ ພາຍຫຼັງ ອາເມລິກາຖອນກໍາລັງທະຫານ. ແລະ ເລື່ອງຮັກສາຜົນສະທ້ອນຢູ່ຊີຣີ ແລະ ເພີ່ມທະວີບົດບາດໃນພາກພື້ນ ແມ່ນເປົ້າໝາຍມັກໃຫຍ່ໄຝ່ສູງ ເຊິ່ງອໍານາດການປົກຄອງປະທານາທິບໍດີ Erdogan ພວມມຸ່ງໄປເຖິງ.

        ເຖິງຢ່າງໃດກໍຕາມ ບັ້ນຮົບນີ້ ຈະກໍ່ຜົນຕາມມາ. ຕາມໜັງສືພິມ DW (ເຢຍລະມັນ) ແລ້ວ, ບັ້ນຮົບຂອງຕວກກີ ເພື່ອແນໃສ່ຊາວ Kurd ຢູ່ເຂດຕາເວັນອອກສ່ຽງເໜືອ ນອກຈາກກໍ່ໃຫ້ເກີດການນອງເລືອດແລ້ວ ຍັງກໍ່ຄວາມຂາດສະຖຽນລະພາບໃນທົ່ວພາກພື້ນຕາເວັນອອກກາງໃນຊຸມປີຕໍ່ໄປອີກດ້ວຍ.

        ໃນຂະນະນັ້ນ, ຊາວ Kurd ຢູ່ ຊີຣີ ຖືວ່າ ຕວກກີ ກໍາລັງຢາກປັດເຂ່ຍ ເຊື້ອຊາດເຜົ່າພັນຊາວຊົນເຜົ່າ ແລະ ຈັດແບ່ງປະຊາກອນຢູ່ເຂດລຽບຕາມຊາຍແດນ. ຄາດວ່າ ຊາວ Kurd 1,8 ລ້ານຄົນຢູ່ຊີຣີ, ໃນນັັ້ນ ເຄິ່ງໜຶ່ງແມ່ນ ປະຊາກອນດໍາລົງຊີວິດຢູ່ເຂດປອດໄພເຊິ່ງ ຕວກກີໄດ້ເຕື້ອງເຖິງມາຂ້າງເທິງນັ້ນ.

ນອກນັ້ນ, ກຳລັງ IS ປະມານ 11.000 ຄົນທີ່ຢູ່ໃນຄຸກກໍ່ສາມາດຫລົບໜີໄດ້ ຖ້າຫາກເກີດສະພາບວຸ້ນວາຍ, ຈະເຮັດໃຫ້ມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ອາດຈະເຮັດໃຫ້ອົງການກໍ່ການຮ້າຍ IS ລຸກຮື້ຂຶ້ນຄືເກົ່າ. ມາຮອດປັດຈຸບັນ, ກຳລັງປະຊາທິປະໄຕ ຊີຣີ (SDF), ໃນນັ້ນ ກຳລັງທະຫານ YPG ແມ່ນພວກສ່ວນທີ່ຍັງດຳເນີນບັນດາການເຄື່ອນໄຫວຕ້ານຄືນບັນດາກຳລັງ IS ທີ່ພວມຊ້ອນຕົວຢູ່ ນັບແຕ່ເມື່ອຍາດໄດ້ເຂດດິນແດນສຸດທ້າຍຂອງຕົນຄືນໃນຕົ້ນປີນີ້. ແຕ່ດົນແລ້ວ, ບັນດາການນຳຊາວ Kurd ຢູ່ ຊີຣີ ໄດ້ກ່າວເຕືອນວ່າ SDF ອາດຈະບໍ່ກັກຕົວນັກໂທດ IS ຕໍ່ໄປແລ້ວຖ້າຫາກຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ຍ້ອນການຮຸກຮານຂອງ ຕວກກີ.

        ກ່ຽວກັບສາມັນຊົນ, ບັ້ນຮົບນີ້ ຈະເຮັດໃຫ້ສາມັນຊົນນັບຫລາຍພັນຄົນຍົກຍ້າຍໄປຢູ່ເຂົ້າເຂດໂດຍກຳລັງປະຊາທິປະໄຕຢູ່ ຊີຣີ (SDF) ຄວບຄຸມຢູ່ທາງພາກໃຕ້ ແລະ ເຂດຊາວ Kurd ຢູ່ ອີຣັກ. ບັ້ນຮົບກໍ່ເຮັດໃຫ້ຄວາມເຄັ່ງຕຶງກ່ຽວກັບເຊື້ອຊາດເຜົ່າພັນຮ້າຍແຮງຂຶ້ນຕື່ມໃນຫລາຍປີຈະມາເຖິງ, ເຮັດໃຫ້ Ankara ຈະຕ້ອງຮັບມືຕໍ່ການລຸກຮື້ຂຶ້ນຂອງຊາວ Kurd ເປັນເວລາດົນນານ.

ຍັງບໍ່ທັນສິ້ນສຸດເທື່ອ

       ບັ້ນຮົບລະດູບານໃໝ່ສັນຕິພາບຂອງ ຕວກກີ ໃນຊຸມວັນຜ່ານມາ ໄດ້ກໍ່ຄວາມວິຕົກກັງວົນໃນປະຊາຄົມສາກົນ. ສະຫະປະຊາຊາດ, ບັນດາປະເທດອື່ນກໍ່ສະແດງທັດສະນະຄັດຄ້ານຫລາຍຢ່າງ ຫຼື ມີບັນດາຄຳກ່າວເຕືອນ. ເຖິງຢ່າງໃດກໍ່ຕາມ ໃນຂະນະທີ່ຍັງຄົງຍູ້ແຮງບັ້ນຮົບການທະຫານ, ການນຳ ຕວກກີ ກໍ່ສະແດງຄວາມໝັ້ນໃຈຕໍ່ຫາງສຽງວ່າ ບັ້ນຮົບການທະຫານຂອງ ຕວກກີ ຢູ່ຊາຍແດນ ຊີຣີ ຈະເຂົ້າໄປເລິກໃນເຂດຕາເວັນອອກສ່ຽງເໜືອ ຊີຣີ ບໍ່ເກີນ 30 ກິໂລແມັດ. ແລະ ບັ້ນຮົບນີ້ ບໍ່ແມ່ນການຮຸກຮານ. ການນຳ ຕວກກີ ກ່າວເຕືອນດ້ວຍຄຳແຂງກະດ້າງວ່າ ປະເທດນີ້ ຈະ “ເປີດປະຕູ” ແລະ ສົ່ງຊາວລີ້ໄພ ຊີຣີ ໄປ ເອີຣົບ ນັບຫລາຍລ້ານຄົນ ຖ້າຫາກບັ້ນຮົບການທະຫານຂອງ Ankara ພວມດຳເນີນໄປຢູ່ພາກເໜືອ ຊີຣີ ໄດ້ຮັບການຖືວ່າເປັນການລ່ວງລະເມີດ. ຕາມການນຳ ຕວກກີ ແລ້ວ, Ankara ໄດ້ປຸກລະດົມການບຸກໂຈມຕີຢູ່ພາກເໜືອ ຊີຣີ ນອກຈາກ “ຄວາມຮັກທີ່ສະຫງວນໃຫ້ຊາວ ຊີຣີ ແລ້ວ” ຍັງແມ່ນເພື່ອປົກປ້ອງເຂົາເຈົ້າຕໍ່ບັນດາກຳລັງຊາວ Kurd ເຊິ່ງ Ankara ເຄີຍຖືວ່າ ແມ່ນພວກກໍ່ການຮ້າຍ.

        ເບິ່ງຄືວ່າ: ບັ້ນຮົບລະດູບານໃໝ່ສັນຕິພາບ ເຊິ່ງ ຕວກກີ ຈະສືບຕໍ່ຜັນຂະຫຍາຍຈົນຮອດຍາມໃດປະເທດນີ້ ບັນລຸໄດ້ເປົ້າໝາຍກວາດລ້າງບັນດາມືປືນຂຶ້ນກັບອົງການ YPG ຂອງຊາວ Kurd ເຊິ່ງ Ankara ໄດ້ຈັດເຂົ້າບັນຊີລາຍຊື່ບັນດາອົງການກໍ່ການຮ້າຍ. ເລື່ອງບັ້ນຮົບນີ້ ຈະນຳມາເຊິ່ງລະດູບານໃໝ່ມີສັນຕິພາບຢ່າງແທ້ຈິງຄືດັ່ງຊື່ຂອງບັ້ນຮົບຫຼືບໍ່ ຍັງບໍ່ທັນໄດ້ຮູ້ເທື່ອ ແຕ່ໃນສະເພາະໜ້າ ການກະທຳນີ້ ພວມກໍ່ຄວາມຂາດສະຖຽນລະພາບ ແລະ ຖືກປະຊາຄົມສາກົນຄັດຄ້ານຢ່າງແຮງ. ສິ້ນສຸດກອງປະຊຸມລັບຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເມື່ອຕອນຄ່ຳວັນທີ 10 ຕຸລາ, 5 ປະເທດ ເອີຣົບ (ຝຣັ່ງ, ເຢຍລະມັນ, ອັງກິດ, ແບນຊິກ ແລະ ໂປໂລຍ) ໄດ້ອອກຖະແຫຼງການຮຽກຮ້ອງ ຕວກກີ ຢຸດຕິບັນດາການເຄື່ອນໄຫວດ້ານການທະຫານໃນບັ້ນຮົບບຸກໂຈມຕີກຳລັງຊາວ Kurd ຢູ່ ຊີຣີ.


ຕອບກັບ

ຂ່າວ/ບົດ​ອື່ນ