ລາວສູມໃສ່ພັດທະນາເສດຖະກິດສັງຄົມ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ມັງກອນ ຢູ່ນະຄອນຫລວງ ວຽງຈັນ, ປະເທດລາວ. 

ກອງປະຊຸມໃຫຍ່ມີໜ້າທີ່ສະຫລຸບໄລຍະ 5 ປີ 2016 2020 ແລະ ວາງອອກບັນດາລັດຖະນະໂຍບາຍພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ 9, ແນໃສ່ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະ 5 ປີ 2021 2025; ມຸ່ງໄປເຖິງການປະຕິບັດເປົ້າໝາຍຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2025, ບັນລຸລາຍຮັບສະເລ່ຍປານກາງສູງ ແລະ ພັດທະນາແບບຍືນຍົງໃນປີ 2030 ໃຫ້ປະກົດຜົນເປັນຈິງ.

ລາວສູມໃສ່ພັດທະນາເສດຖະກິດສັງຄົມ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ມັງກອນ (ພາບ: KPL)

ພັດທະນາບັນດາໂຄງການລົງທຶນຢູ່ບັນດາແຂວງເຂດຫ່າງໄກສອກຫຼີກ ແນໃສ່ປະກອບສ່ວນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແມ່ນໜຶ່ງໃນບັນດາເປົ້າໝາຍ ເຊິ່ງພັກ, ລັດຖະບານລາວໃຫ້ບຸລິມະສິດຜັນຂະຫຍາຍໃນໄລຍະຜ່ານມາ. ຍ້ອນເຫດນັ້ນ, ໃນໄລຍະ 5 ປີຜ່ານມາ, ບໍ່ພຽງແຕ່ຫລຸດອັດຕາຄອບຄົວທຸກຍາລົງເທົ່ານັ້ນ,  ລາວກໍ່ຍັງບັນລຸການເຕີບໂຕສະຖິຕິອີກດ້ວຍ.

ໄລຍະ 2016 – 2020, ລາວບັນລຸລະດັບເຕີບໂຕປານກາງ 5,8% ຕໍ່ປີ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກ່ວາ 2.600 USD. ໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ພາໃຫ້ບັນລຸໝາກຜົນດັ່ງກ່າວນັ້ນ ແມ່ນຄວາມມານະພະຍາຍາມຄຸ້ມຄອງບໍລິຫານຂອງລັດຖະບານ ຈາກການລະດົມແຫຼ່ງທຶນສັງຄົມ. ຕາມນັ້ນແລ້ວ, ໄລຍະ 2016 – 2020, ລາວໄດ້ປຸກລະດົມທຶນໄດ້ກ່ວາ 169.000 ຕື້ກິບ (ປະມານ 18 ຕື້ USD), ສ່ວນຫລາຍແມ່ນແຫຼ່ງເງິນລົງທຶນຂອງພາກເອກະຊົນຢູ່ພາຍໃນ ແລະ ຕ່າງປະເທດ, ກວມເອົາກ່ວາ 50%.

ເຖິງວ່າໂລກລະບາດ, ໄພພິບັດທຳມະຊາດ, ພະຍຸນ້ຳຖ້ວນເກີດຂຶ້ນຜິດປົກກະຕິກໍ່ຕາມ, ເປັນຕົ້ນແມ່ນໂລກລະບາດໂຄວິດ-19 ໄດ້ກໍ່ຜົນສະທ້ອນຕໍ່ລະດັບການເຕີບໂຕເສດຖະກິດຂອງລາວ. ຕາມລັດຖະບານລາວແລ້ວ, ລະດັບການເຕີບໂຕໃນ 5 ປີຜ່ານມາ ຍັງຢູ່ລະດັບສູງເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ອາຊຽນ, ປະກອບສ່ວນສ້າງທ່ວງທ່າພັດທະນາເສດຖະກິດ, ສູ້ຊົນປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ແກ່ໄລຍະຕໍ່ໄປໃຫ້ສຳເລັດຜົນ. ທ່ານນາງ ສູນທອນ ໄຊຍະຈັດ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ:

ຫວ່າງແລ້ວນີ້, ທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງລັດສະຖາປະນາປະເທດລາວ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໃຫ້ຮູ້ວ່າ: ໃນໄລຍະ 2016 – 2020, ປະເທດລາວ ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ແລະ ຮອບດ້ານຫລາຍຢ່າງໃນຫລາຍຂົງເຂດ. ມາຮອດປະຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ນັບມື້ນັບໄດ້ຮັບການປັບປຸງ, ເສດຖະກິດພັດທະນາໄວ, ການພົວພັນຕ່າງປະເທດໄດ້ເປີດກ້ວາງ. ຕີລາຄາກ່ຽວກັບໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມ ເຊິ່ງລາວ ບັນລຸໄດ້ໃນອາຍຸການຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ:

 ພາຍຫລັງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວມາເປັນເວລາ 5 ປີ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງເທື່ອລະກ້າວ, ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ.

ເຂດທ່ອງທ່ຽວທຳມະຊາດ ນ້ຳກັດຢໍລາປ່າ - ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວສາກົນຢູ່ແຂວງ ອຸດົມໄຊ, ພາກເໜືອລາວ, ເປີດບໍລິການຮັບແຂກແຕ່ປີ 2016, ປະຈຸບັນ ມີແຮງງານເຖິງ 95% ແມ່ນຊາວທ້ອງຖິ່ນ. ອ້າຍ ສີຈັນ ເດືອນດວງດີ, ຜູ້ຄຸ້ມຄອງການລະຫຼິ້ນເຂດທ່ອງທ່ຽວທຳມະຊາດ ນ້ຳກັດຢໍລະປ່າ, ແຂວງ ອຸດົມໄຊ ເວົ້າວ່າ:

  ຕາມແຜນການທີ່ໄດ້ວາງອອກແຕ່ນີ້ຮອດປີ 2030, ລາວ ຈະພັດທະນາປະເທດຊາດຕາມທິດພັດທະນາຂຽວ ແລະ ຍືນຍົງ. ເປົ້າໝາຍນີ້ ຈະຖືກນຳມາປຶກສາຫາລືທີ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິບັດລາວ ແນໃສ່ສືບຕໍ່ນຳປະເທດລາວ ແລະ ປະຊາຊົນລາວ ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່ກ່ວາອີກ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ