ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ແລະ ຕ້ອງ​ມາ​ນະ​ພະ​ຍາ​ຍາມຫຼາຍກວ່າ​ອີກ

(VOVWORLD) -ໂດຍເປັນອາທິດໜຶ່ງ ພາຍຫຼັງທີ່ ລັດເຊຍ ໄດ້ຖອນກຳລັງຈຳນວນໜຶ່ອອກຈາກເຂດຊາຍແດນຕິດກັບ ຢູແກຼນແຕ່ຄວາມເຄັ່ງຕຶງຍັງປົກຄຸມໄປທົ່ວເສັ້ນຊາຍແດນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ທີ່ເຄີຍເປັນສະມາຊິກສະຫະພາບ ໂຊຫວຽດ ເມື່ອກ່ອນນີ້ຄວາມຈິງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ເພື່ອສາມາດຫຼຸຜ່ອນຄວາມເຄັ່ງຕຶງ ແລະ ບັນລຸໄດ້ມາຕະການສຸດທ້າຍສຳລັບວິກິດການນັ້ນທຸກຝ່າຍ ຕ້ອງມີຄວາມມານະພະຍາຍາມຫຼາຍກວ່າອີກ ຈຶ່ງຈະຜ່ານຜ່າສິ່ງທ້າທາຍໃນປັດຈຸບັນໄດ້.

ວັນທີ 21 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ເຊັນລັດຖະດຳລັດວ່າດ້ວຍການຮັບຮອງເອົາພື້ນຖານເອກະລາດ, ພ້ອມທັງລົງນາມໃນສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ໜູນຊ່ວຍສະບັບຕ່າງໆກັບສອງປະເທດສາທາລະນະລັດທີ່ອ້າງຊື່ເອງ Donest (DPR) ແລະ Luhansk (LPR) ຢູ່ພາກຕາເວັນອອກ ຢູແກຼນ. ການກະທຳດັ່ງກ່າວ ຖືກຄັດຄ້ານ ແລະ ຕຳໜິຕິຕຽນຢ່າງແຮງ ຈາກທັງ ຢູແກຼນ ແລະ ຝ່າຕາເວັນຕົກໃນທັນທີ, ອັນໄດ້ເຮັດໃຫ້ຄວາມເຄັ່ງຕຶງທີ່ບໍ່ເຄີຍມີສັນຍານຫຼຸດລົງໃນຕະຫຼອດ 4 ເດືອນຜ່ານມາ ຢູ່ເຂດຊາຍແດນລະຫວ່າງ ລັດເຊຍ ແລະ ຢູແກຼນ ສືບຕໍ່ເພີ່ມຂຶ້ນຢ່າງແຮງ.

ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ແລະ ຕ້ອງ​ມາ​ນະ​ພະ​ຍາ​ຍາມຫຼາຍກວ່າ​ອີກ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ລົງຢ້ຽມຢາມກຳລັງທະຫານທີ່ປະຈຳການຢູ່ເຂດ  Donbass (ພາບ: REUTERS)
ຝ່າຍຕາເວັນຕົກເພີ່ມກຳລັງດັນກັບ ລັດເຊຍ

ໂຕ້ຕອບຕໍ່ການກະທຳຂອງ ລັດເຊຍ, ທຳນຽບຂາວຖະແຫຼງວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden  ໄດ້ມີແຜນການຈັດວາງມາດຕະການລົງໂທດໃໝ່ກ່ຽວກັບຂົງເຂດການຄ້າ ແລະ ການເງິນ ສຳລັບສອງເຂດດິນແດນ Donetsk ແລະ Luhansk ຢູ່ທາງພາກຕາເວັນອອກ ຢູແກຼນ ເຊິ່ງ ລັດເຊຍ ໄດ້ຕົກລົງຮອງຮັບວ່າເປັນເອກະລາດ. ໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ ອາເມລິກາ ພ້ອມກັບພັນທະມິດ ແລະ ຄູ່ຮ່ວມມືຂອງຕົນ ຈະມີການໂຕ້ຕອບຢ່າງວ່ອງໄວ ແລະ ຂ້ຽວຂາດ. ໃນວັນດຽວກັນ, ໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ  Olaf Scholz, ທ່ານປະທານາທິບໍດີ Joe Biden ແລະ ການນຳບັນດາປະເທດ ໄດ້ມີປະຕິກິລິຍາຕໍ່ການຕົກລົງຂອງ ລັດເຊຍ ທີ່ຮັບຮອງເອົາສອງເຂດດິນແດນ Donetsk ແລະ  Luhansk, ພ້ອມທັງໄດ້ປຶກສາຫາລືກ່ຽວກັບວິທີ ເຊິ່ງຝ່າຍຕາເວັນຕົກຈະສືບຕໍ່ຈັດການໃນຂັ້ນຕອນຕໍ່ໄປ. ໃນຂະນະນັ້ນ, ທ່ານ Jen Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ກ່າວຫາວ່າ ການກະທຳຂອງ ລັດເຊຍ ແມ່ນໄປຝືນກັບຂໍ້ຕົກລົງສາກົນສະບັບຕ່າງໆ ເຊິ່ງ ມົດສະກູ ໄດ້ລົງນາມ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ບໍ່ພຽງແຕ່ຢຸດຢູ່ຖະແຫຼງການຕ່າງໆເທົ່ານັ້ນ, ອາເມລິກາ ແລະ ບັນດາພັນທະມິດຍັງສະເໜີໃຫ້ດຳເນີນກອງປະຊຸມວິສາມັນ ສະພາຄວາມໝັ້ນຄົງ ສປຊ ເພື່ອປຶກສາຫາລືກ່ຽວກັບເລື່ອງ ລັດເຊຍ ຮັບຮອງເອົາສອງປະເທດສາທາລະນະລັດທີ່ອ້າງຊື່ເອງຢູ່ ຢູ່ແກຼນ ອີກດ້ວຍ.

ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ແລະ ຕ້ອງ​ມາ​ນະ​ພະ​ຍາ​ຍາມຫຼາຍກວ່າ​ອີກ - ảnh 2ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: ສຳນັກຂ່າວສານຊິນຮວາ)

ຕາມນັກໄຈ້ແຍກສາກົນແລ້ວ, ບັນດາປະຕິກິລິຍາໃນທັນທີ ແລະ ຂ້ຽວຂາດຂອງຝ່າຍຕາເວັນຕົກໄດ້ສະແດງໃຫ້ເຫັນວ່າ ກຳລັງກົດດັນຕໍ່ ລັດເຊຍ ແມ່ນຈະສືບຕໍ່ເພີ່ມຂຶ້ນ. ສິ່ງທີ່ໜ້າວິຕົກກັງວົນກວ່ານັ້ນ ແມ່ນບັນດາການກະທຳດັ່ງກ່າວ ພວມທຳລາຍສັນຍານທີ່ຕັ້ງໜ້າ ເຊິ່ງການນຳ ຝລັ່ງ ແລະ ເຢຍລະມັນ ບັນລຸໄດ້ໃນການເຄື່ອນໄຫວທາງການທູດໃນໄລຍະຜ່ານມາ. ໃນນັ້ນ, ເບື້ອງຕົ້ນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ເກ້ຍກ່ອມການນຳ ອາເມລິກາ ແລະ ລັດເຊຍ ເຫັນດີຕໍ່ຂໍ້ສະເໜີດຳເນີນການເຈລະຈາສຸດຍອດໄດ້ ເພື່ອຊອກຫາມາດຕະການແກ້ໄຂວິກິດການ. ແຕ່ປັດຈຸບັນ, ໜ້າທີ່ເຮັດໃຫ້ຄວາມເຄັ່ງຕຶງຫຼຸດລົງນັ້ນ ນັບມື້ນັບມີຫຼາຍສິ່ງທ້າທາຍ ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າເກົ່າ.

ຕ້ອງມານະພະຍາຍາມ ແລະ ຮັກສາການເຈລະຈາ

ໃນຖະແຫຼງການຫຼ້າສຸດທີ່ມີປະຕິກິລິຍາກ່ຽວກັບການຜັນແປດັ່ງກ່າວ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງແກ້ໄຂການປະທະກັນຢູ່ພາກຕາເວັນອອກ ຢູແກຼນ ດ້ວຍສັນຕິວິທີ ເຮັດແນວໃດໃຫ້ສອດຄ່ອງກັບຂໍ້ຕົກລົງ Minsk  ເຊິ່ງ ມະຕິສະບັບ 2202 ຂອງ ສະພາຄວາມໝັ້ນຄົງ ສປຊ ສະໜັບສະໜູນ. ທ່ານ Stephane Dujarric  ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໄດ້ຊີ້ແຈ້ງວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງສຸມຄວາມມານະພະຍາຍາມເຂົ້າໃນການຢຸດຕິການກະທຳເປັນປໍລະປັກ, ສະກັດກັ້ນທຸກການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດຢູ່ ຢູແກຼນ ໃນທັນທີ, ພ້ອມທັງໃຫ້ບຸລິມະສິດຊຸກຍູ້ຊ່ອງທາງການທູດເພື່ອແກ້ໄຂບັນຫາໂດຍສັນຕິວິທີ. ກ່ອນໜ້ານັ້ນ, ການນຳຫຼາຍປະເທດກໍຮຽກຮ້ອງໃຫ້ຝ່າຍຕ່າງໆສືບຕໍ່ຮັກສາການເຈລະຈາ ແລະ ການພົບປະທາງການທູດເພື່ອຊອກຫາວິທີການໃຫ້ແກ່ວິກິດການນີ້, ຫຼີກລ້ຽງທຸກການກະທຳທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

ສ່ວນວົງການເຈົ້າໜ້າທີ່ ລັດເຊຍ ກໍຢັ້ງຢືນວ່າ ຈະສືບຕໍ່ເດີນຕາມບັນດາມາດຕະການທາງການທູດເພື່ອແກ້ໄຂບັນຫາ. ໃນຖະແຫຼງການຫຼ້າສຸດ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແຈ້ງໃຫ້ຊາບວ່າ ລັດເຊຍ ຈະມີການພົບປະກັບຄູ່ຕຳແໜ່ງ ອາເມລິກາ  Antony Blinken ໃນວັນທີ 24 ກຸມພາຈະມາເຖິງ ຢູ່ ເຊີແນວ (ສະວິດ) ຕາມແຜນການທີ່ໄດ້ວາງອອກ.

ນັກໄຈ້ແຍກຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ບໍ່ວ່າຄວາມເຄັ່ງຕຶງໃດປີນຂັ້ນໃດ ທີ່ເຮັດໃຫ້ສະພາບການຕົກເຂົ້າສູ່ສະພາບການທີ່ບໍ່ສາມາດຄວບຄຸມໄດ້, ກໍລ້ວນແຕ່ແມ່ນການກະທຳທີ່ໄຮ້ປະໂຫຍດແກ່ສັນຕິພາບ ແລະ ສະຖຽນລະພາບຂອງທັງພາກພື້ນ ແລະ ໂລກ. ດ້ວຍສະພາບການຕົວຈິງໃນປັດຈຸບັນ, ການເຈລະຈາ ຍັງຄົງແມ່ນມາດຕະການໜຶ່ງດຽວ ແລະ ດີທີ່ສຸດເພື່ອແກ້ໄຂວິກິດການລະຫວ່າງ ລັດເຊຍ ແລະ ຢູແກຼນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ