ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ: ຢຶດ​ໝັ້ນ​, ຄວາມມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ຖຽນ​ລະ​ພາບ​ຄືນ​ໃໝ່

(VOVWORLD) -ໂດຍບໍ່ຫົວຊາຕໍ່ສະພາບສົງຄາມທີ່ພວມສືບຕໍ່ເກີດຂຶ້ນ, ບັນດາຄວາມມານະພະຍາຍຍາມທາງການທູດ ຍັງຢືດໝັ້ນ ແນໃສ່ຊອກຫາມາດຕະການແກ່ວິກິດການລະຫວ່າງ ລັດເຊຍ ແລະ ຢູແກຼນ ກໍຍັງສືບຕໍ່ໄດ້ຮັບການຊຸກຍູ້. ສປຊ ແລະ ປະຊາຄົມສາກົນ ຢັ້ງຢືນວ່າ ການເຈລະຈາ ແລະ ການພົບປະທາງການທູດຍັງຄົງແມ່ນເສັ້ນທາງດີທີ່ສຸດ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ແລະ ສ້າງສັນຕິພາບຢູ່ ຢູແກຼນ ຄືນໃໝ່.
ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ: ຢຶດ​ໝັ້ນ​, ຄວາມມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ຖຽນ​ລະ​ພາບ​ຄືນ​ໃໝ່ - ảnh 1ການເຈລະຈາໂດຍກົງຢູ່ ເບລາຣຸດ (ພາບ: Tass)

ວັນທີ 28 ກຸມພາ, ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນການເຈລະຈາໂດຍກົງຢູ່ ເບລາຣຸດ ແນໃສ່ຊອກຫາມາດຕະການຢຸດຕິສົງຄາມ ພ້ອມດ້ວຍບັນຫາທີ່ກ່ຽວຂ້ອງອື່ນໆ. ນີ້ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມທີ່ເປັນໜ້າສົນໃຈທີ່ສຸດ ເປີດແງ່ຫວັງຫຼຸດຜ່ອນຄວາມດຸເດືອດຂອງການປະທະກັນທີ່ເກີດຂຶ້ນໃນໜຶ່ງອາທິດຜ່ານມາຢູ່ ຢູແກຼນ ລົງໂດຍໄວ, ສ້າງເງື່ອນໄຂໃຫ້ແກ່ບັນດາຝ່າຍຊຸກຍູ້ມາດຕະການທາງການເມືອງ.

ການເຈລະຈາຢູ່ ເບລາຣຸດ ຖືກຈັດຂຶ້ນໃນສະພາບທີ່ພິເສດ

ການເຈລະຈາຢູ່ ນະຄອນ Gomel ຫ່າງຈາກຊາຍແດນ ເບລາຣຸດ - ຢູແກຼນ ປະມານ 2-3 ກິໂລແມັດ, ນີ້ແມ່ນການເຈລະຈາໂດຍກົງຄັ້ງທຳອິດລະຫວ່າງ ລັດເຊຍ ແລະ ຢູແກຼນ ນັບແຕ່ເມື່ອ ລັດເຊຍ ປຸກລະດົມ “ບັ້ນຮົບການທະຫານພິເສດ” ຢູ່ ຢູແກຼນ ໃນວັນທີ 24 ກຸມພາ ຜ່ານມາ. ການເຈລະຈາຖືກດຳເນີນໃນສະພາບທີ່ ລັດເຊຍ ພວມຍູ້ແຮງການເຄື່ອນໄຫວທາງການທະຫານຢູ່ ຢູແກຼນ, ລວມທັງການບຸກໂຈມຕີຫຼາຍນະຄອນຍຸດທະສາດ, ໃນນັ້ນມີນະຄອນຫຼວງ Kiev. ການປະທະກັນທີ່ດຸເດືອດນີ້ ໄດ້ຮັບການຢັ້ງຢືນວ່າ ພວມເກີດຂຶ້ນຢູ່ຫຼາຍເຂດພາກທີ່ແຕກຕ່າງກັນ ດ້ວຍຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບນັບມື້ນັບເພີ່ມຂຶ້ນ. ກ່ອນວັນດຳເນີນການເຈລະຈາໜຶ່ງວັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງກຽມພ້ອມສູ້ຮົບໃນລະດັບສູງ ດ້ວຍກຳລັງນາບຂູ່ຂອງປະເທດນີ້, ໃນນັ້ນມີກຳລັງນິວເຄຼຍຍຸດທະສາດ.

ໂດຍໂຕ້ຕອບບັ້ນຮົບການທະຫານຂອງ ລັດເຊຍ, ບັນດາປະເທດຝ່າຍຕາເວັນຕົກ ໄດ້ຈັດວາງຄຳສັ່ງລົງໂທດແບບບໍ່ເຄີຍມີມາກ່ອນແນໃສ່ ມົດສະກູ ຢ່າງລຽນຕິດ, ລວມທັງການອາຍັດຊັບຢູ່ຕ່າງປະເທດຂອງທ່ານປະທານາທິບໍດີ Vladimir Putin, ຢຸດຕິການອະນຸມັດຜ່ານໂຄງການ ທໍ່ສົ່ງທາງທິດເໜືອ ເລກ 2 ທີ່ສົ່ງນ້ຳມັນອາຍແກັດຈາກ ລັດເຊຍ ໄປຍັງ ເຢຍລະມັນ ແລະ ເອີຣົບ, ທະນາຄານບາງແຫ່ງຂອງ ລັດເຊຍ ກໍຖືກຍູ້ອອກຈາກລະບົບຊຳລະສາກົນ SWIFT (ສະຫະສະມາຄົມໂທລະຄົມມະນາຄົມການເງິນລະຫວ່າງທະນາຄານທົ່ວໂລກ). ສະຫະພາບເອີຣົບ (ອີຢູ) ກໍຈັດວາງຄຳສັ່ງຫ້າມບິນໄປຍັງ ລັດເຊຍ, ໃນຂະນະທີ່ ຢູແກຼນ ຍື່ນສະເໜີໃບຮ້ອງຟ້ອງຕໍ່ສານຍຸຕິທຳສາກົນ ຢູ່ The Hague (ໂຮນລັງ). ໃນຂະນະນັ້ນ, ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ກໍເພີ່ມທະວີການຜັນຂະຫຍາຍພົນທະຫານ ແລະ ຍຸດທະພັນໄປຍັງເຂດຕາເວັນອອກຂອງອົງການນີ້ຢ່າງຕໍ່ເນື່ອງ, ພ້ອມທັງຍູ້ແຮງການຊ່ວຍເຫຼືອອາວຸດໃຫ້ແກ່ກຳລັງ ຢູແກຼນ. ໃນນັ້ນ, ວັນທີ 27 ກຸມພາ ຜ່ານມາ, ອີຢູ ໄດ້ແຈ້ງໃຫ້ຊາບວ່າ ໄດ້ຕົກລົງຈ່າຍ 500 ລ້ານ USD  ເພື່ອໃຫ້ບັນດາປະເທດສະມາຊິກ ຊື້ ແລະ ມອບໂອນອາວຸດໃຫ້ແກ່ ຢູແກຼນ.

ໃນສະພາບການທີ່ເຄັ່ງຕຶງນີ້, ການເຈລະຈາຢູ່ ເບລາຣຸດ ໃນວັນທີ 28 ກຸມພາ ເຖິງວ່າຍັງບໍ່ທັນບັນລຸໄດ້ໝາກຜົນລະອຽດ ກ່ຽວກັບການຢຸດຕິສົງຄາມ, ແຕ່ກໍໄດ້ຮັບຖືວ່າ ແມ່ນສັນຍານທີ່ຕັ້ງໜ້າເມື່ອທັງສອງຝ່າຍເຫັນດີຈະສືບຕໍ່ດຳເນີນການເຈລະຈາຮອບໃໝ່ໃນໄລຍະຈະມາເຖິງ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂ. ຄາດວ່າ, ການເຈລະຈາຮອບຕໍ່ໄປຈະຖືກຈັດຂຶ້ນໃນໄວໆນີ້ຢູ່ເຂດຊາຍແດນລະຫວ່າງ ເບຣາຣຸດ - ໂປໂລຍ.

ປະຊາຄົມສາກົນມີຄວາມປາດຖະໜາຢາກຢຸດຕິສົງຄາມ, ນຳສະຽນລະພາບມາໃຫ້ ຢູແກຼນ

ໃນມື້ດຽວກັນຂອງການເຈລະຈາ ລະຫວ່າງ ລັດເຊຍ - ຢູແກຼນ ຈັດຂຶ້ນຢູ່ ເບລາຣຸດ, ສະມັດຊາໃຫຍ່ ສປຊ ໄດ້ດຳເນີນວາລະປະຊຸມວິສາມັນຄັ້ງພິເສດກ່ຽວກັບວິກິດການລະຫວ່າງ ລັດເຊຍ - ຢູແກຼນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິສົງຄາມໃນທັນທີ, ດຳເນີນການເຈລະຈາ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ຈາກປັກກິ່ງ, ທ່ານ ອວງເຫວິນບິນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ຫຼຸດຜ່ອນການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ ແລະ ຈົ່ງອົດກັ້ນ. ທ່ານກໍຊີ້ແຈ້ງວ່າ ປັກກິ່ງ ສະໜັບສະໜູນທຸກຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ ກໍຄືແກ້ໄຂວິກິດການດ້ານການເມືອງ. ກ່ອນໜ້ານັ້ນ, ໃນບົດກ່າວປາໄສພິເສດໃນວັນທີ 27 ກຸມພາ ຈາກ ວາຕີກັງ, ສັນຕະປະປາ Francis  ກໍຮຽກຮ້ອງໃຫ້ຢຸດຕິສົງຄາມ ແລະ ສ້າງສັນຕິພາບຢູ່ ຢູແກຼນ ຄືນໃໝ່. ສັນຕະປະປາ ຮຽກຮ້ອງໃຫ້ປະຊາຊົນໃນທົ່ວໂລກ ພ້ອມກັນພາວະນາເພື່ອສັນຕິພາບໃນວັນທີ 2 ມີນາ.

ຢຸດຕິສົງຄາມ ແລະ ສ້າງສະຖຽນລະພາບຢູ່ ຢູແກຼນ ຄືນໃໝ່ ກໍແມ່ນຄຳຂວັນທີ່ພົ້ນເດັ່ນໃນການແຫ່ຂະບວນປະທ້ວງຕ່າງໆທີ່ເກີດຂຶ້ນຢູ່ ອາເມລິກາ ແລະ ເອີຣົບໃນຊຸມວັນຜ່ານມາ. ມີນັກການເມືອງ ແລະ ນັກຮຽນຮູ້ຫຼາຍທ່ານໄດ້ເຂົ້າຮ່ວມໂດຍກົງ, ສະໜັບສະໜູນການແຫ່ຂະບວນປະທ້ວງ ດ້ວຍຄຳບອກເຕືອນອັນດຽວກັນວ່າ ການເຈລະຈາ ແລະ ການພົບປະທາງການທູດ ແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ດີທີ່ສຸດເພື່ອຢຸດຕິສົງຄາມ, ແກ້ໄຂວິກິດການລະຫວ່າງລັດເຊຍ ແລະ ຢູແກຼນ./.


ຕອບກັບ

ຂ່າວ/ບົດ​ອື່ນ