ວິ​ກິດ​ການ ອາບ​ກາ​ນິດ​ສະ​ຖານ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ

(VOVWORLD) -ຖືກຕາມການຄາດຄະເນ, ກຳລັງ ຕາລີບານ ກຳລັງເພີ່ມທະວີຈັດບັ້ນບຸກໂຈມຕີ ແລະ ເປີດກວ້າງສິດຄວບຄຸມຢ່າງຕໍ່ເນື່ອງຢູ່ ອາບການິດສະຖານ. ຄວາມສ່ຽງທີ່ພວກຕາລີບານ ອາດຈະຢຶດຄອງນະຄອນຫຼວງ Kabul  ແລະ ຍາດໄດ້ສິດຄວບຄຸມປະເທດ ອາບການິດສະຖານ ແມ່ນນັບມື້ນັບຈະແຈ້ງຂຶ້ນກວ່າເກົ່າ.
ມີຫຼາຍແຫຼ່ງຂ່າວເອກະລາດເອີລົບ ໃຫ້ຮູ້ວ່າ, ຕາລີບານ ຍາດໄດ້ສິດຄວບຄຸມດິນແດນຂອງ ອາບການິດສະຖານ ໄດ້ເຖິງ 65% ແລ້ວ, ໃນນັ້ນ ມີຫຼາຍນະຄອນຍຸດທະສາດ, ພ້ອມກັນນັ້ນ ກໍ່ພວມນາບຂູ່ວ່າຈະບຸກໂຈມຕີ ແລະ ຢຶດຄອງເອົາຫຼາຍແຂວງ, ນະຄອນອື່ນອີກ. ການເຄື່ອນໄຫວຂອງພວກກະບົດ ຕາລີບານ ພວມດຳເນີນໄປຢ່າງຮຸນແຮງ, ໃນນັ້ນ ກຳລັງຕ່າງໆຂອງ ອາບການິດສະຖານ ກໍ່ພວມເຕົ້າໂຮມກັນເພື່ອປົກປ້ອງບັນດານະຄອນໃຫຍ່ທີ່ຍັງເຫຼືອ, ໃນນັ້ນ ມີນະຄອນຫຼວງ Kabul.
ວິ​ກິດ​ການ ອາບ​ກາ​ນິດ​ສະ​ຖານ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ - ảnh 1 ກຳລັງ ຕາລີບານ ບຸກໂຈມຕີ Ghazni ໃນວັນທີ 12 ສິງຫາ  (ພາບ: Reuters)
ສະພາບການທີ່ໜ້າວິຕົກກັງວົນ

ວັນທີ 11 ສິງຫາ, ເຈົ້າໜ້າທີ່ປ້ອງກັນຊາດອາເມລິກາ ທ່ານໜຶ່ງ ໂດຍບໍ່ໄດ້ເຜີຍຊື່ກ່າວວ່າ: ອົງການນັກສືບອາເມລິກາ ຕີລາຄາວ່າ ຕາລີບານ ອາດຈະປິດລ້ອມ Kabul ພາຍໃນ 30 ວັນ ແລະ ຢຶດເອົານະຄອນຫຼວງ ພາຍໃນຮອບເວລາ 90 ວັນ. ເມື່ອເປັນເຊັ່ນນັ້ນ, ແຜນການທີ່ອຳນາດການປົກຄອງສູນກາງ ອາບການິດສະຖານ ເສຍສິດຄວບຄຸມປະເທດ ອາດຈະເກີດຂຶ້ນໄວກວ່າການຄາດຄະເນ ທີ່ນັກສືບ ອາເມລິກາ ໄດ້ຍົກອອກມາກ່ອນນີ້ວ່າ: ຕາລີບານ ອາດຈະຍາດໄດ້ສິດຄວບຄຸມ ອາບການິດສະຖານ ໃນຮອບເວລາ 6 ເດືອນ ນັບແຕ່ມື້ ອາເມລິກາ ແລະ ສຳພັນທະມິດ ຖອນກຳລັງສູ້ຮົບອອກຈາກ ອາບການິດສະຖານ.

ຂໍ້ສະຫຼຸບທີ່ໜ້າວິຕົກກັງວົນນີ້ ໄດ້ຍົກອອກມາພາຍຫຼັງທີ່ ຕາລີບານ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງໃນເກືອບທຸກເຫດການປະທະກັນກັບກອງທັບ ລັດຖະບານ ອາບການິດສະຖານ ຢູ່ຫຼາຍນະຄອນສຳຄັນ ກໍຄືຢູ່ເຂດຊາຍແດນຕິດກັບປະເທດບ້ານໃກ້ເຮືອນຄຽງ. ລະອຽດແມ່ນ, ໃນຮອບເວລາພຽງແຕ່ 1 ອາທິດ (ຄືແຕ່ວັນທີ 6 – 12 ສິງຫາ), ຕາລີບານ ໄດ້ບຸກໂຈມຕີຢຶດຄອງ ແລະ ຍາດໄດ້ສິດຄວບຄຸມເມືອງເອກ, ແຂວງ, ນະຄອນສຳຄັນ ໄດ້ຫຼາຍກວ່າ 10 ແຫ່ງ. ໃນນັ້ນ, ໃນສະເພາະວັນທີ 12 ສິງຫາ, ພວກກະບົດ ຕາລີບານ ກໍຢຶດໄດ້ສິດຄວບຄຸມນະຄອນຍຸດທະສາດ Ghazni ເຊິ່ງຢູ່ຫ່າງຈາກນະຄອນຫຼວງ Kabul ພຽງແຕ່ 150 ກິໂລແມັດເທົ່ານັ້ນ, ພ້ອມກັນນັ້ນ ຍັງຖະແຫຼງວ່າ ຈະຄວບຄຸມນະຄອນ Kandahaar ເຊິ່ງແມ່ນນະຄອນໃຫຍ່ອັນດັບສອງຂອງປະເທດນີ້.

ບັນດາໄຊຊະນະຢ່າງລຽນຕິດຂອງ ຕາລີບານ ໄດ້ເຮັດໃຫ້ສະພາບການຢູ່ເຂດປະຕູເຂົ້າ - ອອກນະຄອນ Kabul ນັບມື້ນັບສັບສົນຂຶ້ນຕື່ມ. ປະຊາຊົນນັບສິບໆພັນຄົນທີ່ຢູ່ເຂດອ້ອມຂ້າງຕ້ອງປົບໜີພວກຕາລີບານ ແລະ ພວມຊອກຫາວິທີເຂົ້າໄປນະຄອນຫຼວງ ດ້ວຍຄວາມຫວັງ ວ່າຈະໄດ້ຮັບການປົກປ້ອງຈາກກອງທັບລັດຖະບານ.

ສາຍເຫດ ແລະ ຄວາມສ່ຽງ

ຕາມວົງການນັກໄຈ້ແຍກແລ້ວ, ສາຍເຫດທີ່ເຮັດໃຫ້ພວກ ຕາລີບານ ມີທ່ວງທ່າຍົກທັບຢ່າງແຮງຄືດັ່ງກ່າວ ແມ່ນມາຈາກຫຼາຍສາຍເຫດ. ກ່ອນອື່ນໝົດ, ກຳລັງດັ່ງກ່າວ ມີກຳລັງໜູນ ແລະ ນ້ຳໃຈຕໍ່ສູ້ສູງກວ່າຫຼາຍເທົ່າ ເມື່ອທຽບໃສ່ກອງທັບລັດຖະບານ ອາບການິດສະຖານ. ຕາລີບານ ຖືເລື່ອງ ອາເມລິກາ ແລະ ສຳພັນທະມິດຖອນກຳລັງອອກຈາກ ອາບການິດສະຖານ ແມ່ນໄຊຊະນະຂອງຕົນ, ແມ່ນໂອກາດທອງຂອງຕົນເພື່ອເປີດກວ້າງເຂດຄວບຄຸມ. ດັ່ງນັ້ນ, ຕາລີບານ ຈຶ່ງສຸມທຸກແຫຼ່ງກຳລັງເພື່ອຢຶດເອົາສິດຄວບຄຸມຢູ່ຫຼາຍພື້ນທີ່ຂອງດິນແດນຍິ່ງເປັນການດີ, ດ້ວຍເປົ້າໝາຍແມ່ນເຮັດໃຫ້ສະພາບການທີ່ຫຍຸ້ງຍາກອາດຈະຕ່າວປີ້ນ, ສ້າງທ່າຂາດຂັ້ນໃນການເຈລະຈາກັບລັດຖະບານ ອາບການິດສະຖານ ໃນອະນາຄົດ.

ກົງກັນຂ້າມ, ສຳລັບກອງທັບລັດຖະບານ ອາບການິດສະຖານ, ເລື່ອງສຳພັນທະມິດສາກົນຖອນກຳລັງອອກຈາກປະເທດນີ້ ເຮັດໃຫ້ເຂົາເຈົ້າເສຍການໜູນຊ່ວຍທັງດ້ານກຳລັງໄຟ ແລະ ບ່ອນອີງທາງດ້ານຈິດໃຈ. ໃນຫຼາຍປີຜ່ານມາ, ທະຫານ ອາບການິດສະຖານ ເບິ່ງຄືວ່າຍັງບໍ່ເຄີຍຕໍ່ສູ້ຢ່າງເປັນເອກະລາດຈັກເທື່ອ ໃນບັ້ນຕໍ່ສູ້ຄັ້ງຕ່າງໆ ຫຼື ການຕໍ່ສູ້ຂະໜາດໃຫຍ່ຕ້ານຄືນພວກຕາລີບານ. ຍາມໃດເຂົາເຈົ້າ ກໍໄດ້ຮັບການໜູນຊ່ວຍກຳລັງໄຟຢ່າງແຮງຈາກກອງທັບອາກາດ ອາເມລິກາ, ບາງເທື່ອກໍ່ແມ່ນການໜູນຊ່ວຍຈາກທະຫານປືນໃຫຍ່ ແລະ ທະຫານລາບອີກດ້ວຍ.

ໄປຄຽງຄູ່ກັນນັ້ນ, ຄວາມສາມາດຕໍ່ສູ້ຂອງກອງທັບ ລັດຖະບານອາບການິດສະຖານ ຍັງມີຂໍ້ຈຳກັດຫຼາຍພໍສົມຄວນ, ແຕ່ວ່າ ເມື່ອເບິ່ງໂດຍລວມແລ້ວ ກຳລັງຂອງກອງທັບ ອາບການິດສະຖານ ຈະເຂັ້ມແຂງກວ່າ ຕາລີບານ ທາງດ້ານຈຳນວນທະຫານ ແລະ ອາວຸດຍຸດໂທປະກອນໃນການຕໍ່ສູ້.  ໃນນັ້ນ, ກອງທັບ ອາບການິດສະຖານ ມີເຮືອບິນສູ້ຮົບເກືອບ 170 ລຳ ແລະ ເຮືອບິນເຮລີກອັບເຕີນັບຫຼາຍສິບລຳ, ເມື່ອທຽບໃສ່ພວກກະບົດ ຕາລີບານ ແມ່ນຂາດຂັ້ນ. ສາຍເຫດເລິກໆຂອງສະພາບຄວາມອ່ອນແອນີ້ ຖືວ່າ ມີຈຸດເລີ່ມຕົ້ນມາຈາກໄພສໍ້ລາດບັງຫຼວງ ແລະ ໄພອາດຍາສິດ ທີ່ແກ່ຍາວມາຫຼາຍປີໃນສັງຄົມ ອາບການິດສະຖານ, ໃນນັ້ນ ມີກຳລັງທະຫານ.

ສະພາບການລວມໃນປັດຈຸບັນ ຢູ່ ອາບການິດສະຖານ ຖືວ່າ ແມ່ນບັນຫາຍາກສຳລັບ ອາເມລິກາ, ເພາະວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden  ຍາກທີ່ຈະຕ່າວປີ້ນການຕັດສິນໃຈ ຖອນກຳລັງທະຫານອອກຈາກ ອາບການິດສະຖານ ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາ./.

ຕອບກັບ

ຂ່າວ/ບົດ​ອື່ນ