ວິກິດການການເມືອງຢູ່ຊີຣີຍັງບໍ່ທັນມີວັນຈະສິ້ນສຸດ

ວິກິດການການເມືອງຢູ່ຊີຣີຍັງບໍ່ທັນມີວັນຈະສິ້ນສຸດ - ảnh 1
ປະທານາທິບໍດີຊີຣີ Bashar al-Assad ພົບປະກັບທູດ​ພິ​ເສດ​ຮ່ວມ​ຂອງ​ ສ.ປ.ຊ ​ແລະ ສະຫະພັນ​ອາຣັບ Lakhdar Brahimi ຢູ່ Damascus
(ພາບ : internet )


Vovworld- ໃນ​ຂະນະ​ທີ່​ເວທີ​ປາ​ໄສ​ການ​ເມືອງ​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ ຊຶ່ງ​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະມັດຊາ​ໃຫຍ່ ສ.ປ.ຊ ພວມ​ຖືກ​ຈັດ​ຂຶ້ນ​ຢູ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ​ດ້ວຍ​ຈຸດ​ໃຈກາງ​ແມ່ນ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃຫ້​ແກ່​ວິ​ກິດ​ການ​ການ​ເມືອງ​ຢູ່​ຊີຣີນັ້ນ, ວັນ​ທີ 26/9, ຢູ່​ທີ່​ສຳນັກງານ​ກອງ​ບັນຊາ​ການ​ກອງທັບ​ຊີຣີທີ່​ນະຄອນຫຼວງ Damascus ພັດ​ຖືກ​ສັ່ນ​ສະ​ເທືອ່ນຍ້ອນ​ເກີດ​ເຫດ​ວາງ​ລະ​ເບີດ 2 ຄັ້ງ​ຢ່າງ​ລຽນຕິດ. ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ໃນ​ສະພາບ​ການ​ທີ່​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຂອງ​ປະຊາ​ຄົມ​ໂລກ​ບໍ່​ສາມາດ​ນຳ​ມາ​ເຊິ່ງສັນຍານ​ທີ່​ໜ້າ​ຊື່ນຊົມ ​ແລະ ຫາງ​ສຽງ​ກໍ​ບໍ່​ຕັ້ງ​ຄວາມ​ຫວັງ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້ວ່າ ບັນດາ​ການ​ນຳ​ໃນ​ໂລກ​ຈະ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ເພື່ອ​ສິ້ນ​ສຸດ​ສົງຄາມ​ກາງ​ເມືອງ​ຢູ່​ຊີຣີ​ໄດ້.

      ການ​ບຸກ​ໂຈມ​ຕີ​ທີ່​ແນ​ໃສ່​ສຳນັກງານ​ການ​ທະຫານ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຊີຣີ​ໂດຍ​​ແມ່ນກຳລັງ​ລຸກ​ຮື້​ຂຶ້ນ​ຊີຣີປະຕິບັດ ​ແລະ ​ແມ່ນ​ເຫດການ​ບຸກ​ໂຈມ​ຕີ​ຄັ້ງ​ທີ່ 2 ​ໃນ​ຮອບ​ເວລາ 2 ວັນ​ທີ່​ຜ່ານ​ມາ​ຢູ່ ນະຄອນຫຼວງ Damascus. ​ເຖິງ​ວ່າ ລັດຖະບານ​ຊີຣີ​ໄດ້​ປະກາດ​ຄວາມ​ເສຍ​ຫາຍ​ຈາກ​ເຫດການ​ນີ້​ແມ່ນບໍ່​ຫຼາຍ​ປານ​ໃດ ​ແລະ ບໍ່​ມີ​ນາຍ​ທະຫານ​ຄົນ​ໃດ​ຖືກ​ເສຍ​ຊີວິດ​ກໍ​ຕາມ, ​ແຕ່​ເຫດການ​ບຸກ​ໂຈມ​ຕີ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຄຳນຶງ​ເຖິງ​ເຫດ​ວາງ​ລະ​ເບີດ​ຢູ່​ສຳນັກງານ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ກ່ອນ​ນີ້​ກ່ວາ 1 ​ເດືອນ ຊຶ່ງ​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ 4 ທ່ານ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຊີຣີຖືກ​ເສຍ​ຊີວິດ ​ແລະ ຊີຣີພວມ​ນັບ​ມື້​ນັບ​ຈົມເລິກ​ເຂົ້າ​ສູ່​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ.

     ຊີຣີ​ເຄີຍ​ເປັນຫົວ​ເລື່ອງ​ທີ່​ຖືກນຳ​ມາ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ລະດັບ​ສາກົນ​ຫຼາຍ​ຄັ້ງ, ​ແຕ່​ພາຍຫຼັງ​ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ເປັນ​ເວລາ 18 ​ເດືອນ, ມາ​ຮອດ​ປະຈຸ​ບັນ, ທຸກໆ​ຂໍ້​ລິ​ເລີ່​ມ, ວິທີ​ການ​ແກ້​ໄຂ​ດ້ານ​ການ​ເມືອງ​ຂອງ​ພາກ​ພື້ນ ​ແລະ ສາກົນ ກໍ​ລ້ວນ​ແຕ່​ບໍ່​ບັນລຸ​ໄດ້ປະສິດທິ​ຜົນ. ຜູ້​ຊ່ຽວຊານ​ຫຼາຍ​ທ່ານ​ຖື​ວ່າ ສາຍ​ເຫດ​ຕົ້ນຕໍ​ຍັງ​ຄົງແມ່ນການ​ຂາດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສາກົນ​ໃນ​ບັນດາ​ຂໍ້​ຕົກ​ລົງ​ທີ່​ສຳຄັນ​ກ່ຽວ​ກັບ​ຊີຣີ.

    ຜູ້​ຄົນ​ທັງຫຼາຍ​ຍັງ​ຈືດີ​ວ່າ ​ແຜນການ​ສັນຕິພາບ 6 ຂໍ້​ຂອງ​ອະດີດ​ທູດ​ພິ​ເສດ​ຮ່ວມ​ຂອງ​ ສ.ປ.ຊ ​ແລະ ສະຫະພັນ​ອາຣັບ Kofi Annan ຖືກ​ຍົກ​ອອກ​ມາ​ນັ້ນ, ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ທຸກໆ​ຝ່າຍ. ​ແຕ່​ການ​ຂາດ​ກົນ​ໄກ​ການ​ເຄື່ອນ​ໄຫວ​ທີ່​ຈະ​ແຈ້ງ, ຂາດ​ການ​ສຳພັນ​ຕົວ​ຈິງ​ຢູ່​ຊີຣີ, ​ເປັນ​ຕົ້ນ​ແມ່ນ​ທັດສະນະ​ລຳອຽງ​ຂອງ​ບາງ​ປະ​ເທດ​ທີ່​ມີ​ຕໍ່​ຝ່າຍ​ໃດ​ໜຶ່ງ​ໃນ​ການ​ປະ​ທະ​ກັນ, ​ເຮັດ​ໃຫ້ວິວັດ​ການ​ປະຕິບັດ​ແຜນການ​ສັນຕິພາບ​ນີ້​ນັບ​ມື້​ນັບ​ປະ​ສົບ​ກັບ​ສິ່ງ​ກີດຂວາງ ​ແລະ ປະລາ​ໄຊ. ​ເພື່ອ​ບັງຄັບ​ໃຫ້​ປະທານາທິບໍດີຊີຣີ Bashar al-Assad ລາ​ອອກ​ຈາກ​ຕຳ​ແໜ່​ງນັ້ນ, ຝະລັ່ງ, ບັນດາ​ປະ​ເທດ​ອາຣັບ​ໄດ້​ຮຽກຮ້ອງ​ຝ່າຍ​ຄ້ານ​ຊີຣີຫຼາຍ​ຄັ້ງ​​ຈົ່ງ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ, ​ແຕ່​ວ່າ​ແນວ​ຄວາມ​ຄິດ​ນີ້​ພັດ​ຖືກ​ອາ​ເມ​ລິ​ກາ​ຄັດຄ້ານ​ຢ່າງ​ຮຸນ​ແຮງ. ​ເຖິງ​ວ່າ​ຍາມ​ໃດ​ກໍ​ສະໜັບສະໜູນ​ຕໍ່​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ ປະທານາທິບໍດີຊີຣີ Bashar al-Assad, ​ແຕ່​ວໍ​ຊິງ​ຕັນ​ໄດ້​ຕຳ​ໜິຕິຕຽນ​ຝະລັ່ງ ​ແມ່ນ​ຟ້າວ​ຟັງ, ຂາດ​ການ​ສົມທົບ​ກັບ​ບັນດາ​ປະ​ເທດ​ອື່ນ​ໃນ​ບັນຫາ​ນີ້ ​ແລະ ຍັງ​ໄວ​ເກີນ​ໄປ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ​ຢູ່​ຊີຣີຂະນະ​ທີ່​ຝ່າຍ​ຄ້າຍ​ຢູ່​ປະ​ເທດ​ນີ້ ຊ້ຳ​ບໍ​ໜຳ​ຍັງ​ບໍ່​ທັນ​ເຫັນ​ດີ​ຕໍ່​ແຜນການ​ຫັນ​ປ່ຽນ. ວໍ​ຊິງ​ຕັນ​ຍັງ​ຢາກ​ລົງ​ໂທດ​ຢ່າງ​ແຂງ​ແຮງ​ກ່ວາ ​ແລະ ພວມ​ຕັ້ງ​ໃຈ​ຊ່ວຍ​ຝ່າຍ​ຄ້ານ​ທາງ​ດ້ານ​ການ​ທະຫານ. ນັບ​ທັງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ບັນດາ​ປະ​ເທດ​ອາຣັບນັ້ນ, ​ເຖິງ​ວ່າ​ໄດ້​ຮຽກຮ້ອງ ປະທານາທິບໍດີຊີຣີ Bashar al-Assad ຈົ່ງ​ລາ​ອອກ​ຕຳ​ແໜ່​ງກໍ​ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ ຍັງບໍ່​ທັນ​ມີ​ປະ​ເທດ​ໃດໆ​ຮັບ​ຮູ້​ຝ່າຍ​ຄ້ານ​ຊີຣີຄື​ດັ່ງ​ລະບອບ​ການ​ນຳພາທີ່​ຖືກຕ້ອງ​ຕາມກົດໝາຍຢ່າງ​ເປັນ​ທາງ​ການ. ​ໃນ​ຂະນະ​ນັ້ນ, ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ​ ໄດ້ອອກ​ມະຕິຫຼາຍ​ສະບັບ​ຮຽກຮ້ອງ​ໃຫ້ ປະທານາທິບໍດີຊີຣີ Bashar al-Assad ລາ​ອອກ​ຈາກ​ຕຳ​ແໜ່​ງ, ​ແຕ່​ຍາມ​ໃດ​ກໍ​ຖືກ ລັດ​ເຊຍ ​ແລະ ຈີນ​ຢັບຢັ້ງ. ຫຼັກໝັ້ນ​ທີ່​ເດັດ​ດຽວ​ຂອງ​ມົດ​ສະ​ກູ ​ແລະ ປັກ​ກິ​ງພັດ​ໄດ້​ຮັບ​ການ​ຢັ້ງຢືນ​ອີກ​ຄັ້ງ​ໜຶ່ງ​​ເມື່ອ​ວັນ​ທີ 26/9 ພາຍຫຼັງ​ທີ່ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ຊັ່ງ​ຊາກ່ຽວ​ກັບ​ຮ່າງມະຕິ​ສະບັບ​ໜຶ່ງ​ໂດຍ​ມົດ​ສະ​ກູ​ຮຽບຮຽງ ຊຶ່ງ​ຮຽກຮ້ອງ​ໃຫ້ ປະທານາທິບໍດີຊີຣີ Bashar al-Assad ຈົ່ງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່ ຮອງປະທານາທິບໍດີ. ສ່ວນ ທູດ​ພິ​ເສດ​ຮ່ວມ​ຂອງ​ ສ.ປ.ຊ ​ແລະ ສະຫະພັນ​ອາຣັບ Brahimi ​ເປີດ​ເຜີຍ​ວ່າ ທ່ານ​ພວມ​ສ້າງ​ແຜນການ​ເພື່ອ​ຢຸດຕິ​ສະພາບ​ບໍ່​ມີ​ທາງ​ອອກ​ຢູ່​ຊີຣີ ​ແຕ່​ຍັງ​ບໍ່​ທັນ​ປະກາ​ດ​ເທື່ອ​ຍ້ອນ​ຕ້ອງການ​ມີ​ການ​ສົນທະນາ​ຫາລື​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຕື່ມ​ອີກ​ຫຼາຍ​ຄັ້ງ​ເພື່ອ​ສ້າງ​ແຜນການ​ດັ່ງກ່າວ​ໃຫ້​ສຳ​ເລັດ. ບັນດາ​ຜູ້​ຊ່ຽວຊານ​ໃຫ້​ຂໍ​້ສັງ​ເກດ​ວ່າ ​ເຖິງ​ວ່າຍາກ​ທີ່​ຈະ​​ເກີດ​ກໍລະນີທ່ານປະທານາທິບໍດີຊີຣີ Bashar al-Assad ລາ​ອອກ​ຈາກ​ຕຳ​ແໜ່​ງກໍ​ຕາມ, ​ແຕ່​ຄວາມ​ປາດ​ຖະໜາ​ກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ບັນຫາ​ຊີຣີຍັງ​ຈະ​ອາດ​ຈະ​ບັນລຸ​ໄດ້ ຖ້າ​ຫາກ​ບັນດາ​ຝ່າຍ​ຊອກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ຊຶ່ງ​ແມ່ນ​ປັດ​​ໄຈສຳຄັນ​ຮັບປະກັນ​ໃຫ້​ແກ່​ວິທີ​ການ​ແກ້​ໄຂ​ສັນຕິພາບ​ຢູ່​ຊີຣີ.

   ​ໃນ​ຂະນະ​ທີ່​ປະຊາ​ຄົມ​ໂລກ​ພວມ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ຊີຣີນັ້ນ, ປະ​ເທດ​ນີ້​ພັດ​ຕ້ອງ​ປະ​ເຊີນໜ້າ​ກັບ​ບັນດາ​ຜົນ​ພາຍຫຼັງ​ຈາກ​ສົງຄາ​ມ ກາງ​ເມືອງ. ວິ​ກິດ​ການສະບຽງອາຫານ​ຍ້ອນ​ລະດູ​ການ​ຜະລິດ​ຖືກ​ຜົນ​ເສຍ​ຫາຍ, ປະຊາຊົນ​ເຖິງ​ວ່າ​ໄດ້​ຮັບ​ບາດ​ເຈັບ​ແຕ່​ພັດ​ບໍ່ກ້າ​ໄປປິ່ນປົວ​ຢູ່​ໂຮງໝໍ, ​ເດັກນ້ອຍ​ບໍ່​ໄດ້​ໄປ​ໂຮງຮຽນ ຍ້ອນ​ວ່າ​ຖ້າ​ຫາກ​ບໍ່​ຖືກ​ເປ​ເພ​ນັ້ນ, ກໍ​ຕ້ອງ​ໃຊ້​ເປັນ​ບ່ອນ​​ຊ້ອນຕົວ​ໃຫ້ ​ແກ່​ປະຊາຊົນ​ນັບ​ໝື່ນ​ຄົນ​ທີ່​ຖືກ​ສູນ​ເສຍ​ເຮືອນ​ຊານ. ​ໂຮງຈັກ​ໂຮງງານ, ກິດຈະກຳ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຖືກ​ທຳລາຍ ​ແລະ ອື່ນໆ. ສະພາບ​ການ​ທີ່​ຊົ່ວ​ຮ້າຍ​ຈົນ​ເຖິງ​ຂັ້ນ​ທີ່​ໃນ​ວັນ​ທີ 26/9, ທູດ​ພິ​ເສດ​ຮ່ວມ​ຂອງ​ ສ.ປ.ຊ ​ແລະ ສະຫະພັນ​ອາຣັບ Brahimi ​ໄດ້​ຍອມຮັບ​ໃນ​ວາລະ​ປະຊຸມ​ລັບ​ຂອງ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ວ່າ ສະພາບ​ການ​ຢູ່​ຊີຣີພວມ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ ບໍ່​ພຽງ​ແຕ່​ເປັນ​ໄພ​ນາບ​ຂູ່​ຕໍ່​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ໄພ​ນາບ​ຂູ່​ຕໍ່ ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ ​ແລະ ສັນຕິພາບໃນ​ໂລກ​ອີກ​ດ້ວຍ.

     ​ເມື່ອ​ໃດ ​ແລະ ດ້ວຍ​ວິທີ​ໃດທີ່​ປະຊາ​ຄົມ​ໂລກ​ຈະ​ເຫັນ​ປະຈັກ​ຕາວັນ​ເວລາ​ສິ້ນ​ສຸດວິ​ກິດ​ການ​ຢູ່​ຊີຣີ ຂະນະ​ທີ່​ບັນດາ​ການ​ນຳ​ໃນສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ຍັງ​ຄົງ​​ມີ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເລິກ​ເຊິ່ງນັ້ນ ? ນີ້​ແມ່ນ​ຄຳ​ຖາມ​ທີ່ຍາກຈະຫາ​ຄຳ​ຕອບໄດ້. ​ໃນ​ເມື່ອ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຍັງ​ຖືກ​ແບ່ງ​ແຍກ​ກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ບັນຫາ​ຊີຣີນັ້ນ ​ແລະ ​ເຖິງ​ແມ່ນ​ວ່າ​ມີ​ຄຳ​ສັ່ງ​ຢຸດ​ຍິງ​ຫຼື​ຂໍ້​ລິ​ເລີ່​ມ​ໃດ​ຕື່ມອີກ​ກໍ​ຕາມ, ຊີຣີກໍ​ຍາກ​ທີ່​ຈະ​ຫຼີກ​ລ້ຽງ​ສະພາບ​ວິ​ກິດ​ການ ​ແລະ ອະນາຄົດ​ຂອງ​ຊີ​ຮີ​ຍັງ​ຄົງ​ມືດ​ມົວ​ຢູ່ .

ຕອບກັບ

ຂ່າວ/ບົດ​ອື່ນ