ວິກິດການການເມືອງຢູ່ອີຢິບຕົກເຂົ້າສູ່ສະພາບບໍ່ມີທາງອອກຮອບດ້ານ

ວິກິດການການເມືອງຢູ່ອີຢິບຕົກເຂົ້າສູ່ສະພາບບໍ່ມີທາງອອກຮອບດ້ານ - ảnh 1
ຕາບໃດທີ່ອົງການອ້າຍນ້ອງອິດສະລາມຍັງທ່ວງໃຫ້ຟື້ນຟູຕຳແໜ່ງໃຫ້ທ່ານ Mohamed Morsi , ສະຖານະການການເມືອງຢູ່ອີຢິບກໍຍັງຖືກ​​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ   (ພາບ: AP)

           ວິກິດການການເມືອງຢູ່ອີຢິບໄດ້ກ້າວ​ເຂົ້າ​ສູ່​ໄລຍະ​ເຄັ່ງ​ຕຶງ​ທີ່​ສຸດ, ຂະນະທີ່ໃນ ວັນທີ 14/8, ໄດ້ກາຍ ເປັນມື້ທີ່ນອງເລືອດທີ່ສຸດຢູ່ປະເທດນີ້ ດ້ວຍ​ຈຳນວນ​ຜູ້​ເສຍ​ຊີວິດ​ເກືອບ 300 ຄົນ ​ແລະ ນັບ​ພັນ​ຄົນ​ອື່ນ​ໄດ້​ຮັບ​ບາດ​ເຈັບ. ພາຍຫຼັງ​ບັນດາ​ຄວາມ​ມານະ​ພະຍາຍາມ​ໄກ່​ເກ່ຍຂອງ​ສາກົນ​ຖືກ​ປະລາ​ໄຊ​ນັ້ນ, ບັນດາ​ຄຳ​ນາບ​ຂູ່​​ດ້ວຍການ​ກະທຳ​ຕ້ານ​ຄືນ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງສະໜັບສະໜູນ​ອະດີດ​ປະທາ​ນາ​ທິບໍດີຜູ້​ຖືກ​ໂຄ່ນ​ລົ້​ມ ທ່ານ Mohamed Morsi ຂອງ​ລັດຖະບານ, ສຸດ​ທ້າຍ​ໄດ້​ກາຍ​ເປັນຄວາມ​ຈິງ. ສະພາບ​ການ​ໃນ​ປະຈຸ​ບັນ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ບໍ່​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ເລື່ອງ​ຊອກ​ຫາ​ວິທີ​ໃດ​ເພື່ອ​ຊ່ວຍ​ອີ​ຢິບ​ສາມາດ​ຊອກ​ຫາ​ທາງ​ອອກ​ໃນ​ຊຸມ​ວັນ​ທີ່​ຈະ​ມາ​ເຖິງ.

       ​ໃນ​ການ​ຜັນ​ແປ​ຄັ້ງ​ຫຼ້າ​ສຸດ, ວັນ​ທີ 14/8, ລັດຖະບານ​ອີ​ຢິບ​ໄດ້​ປະກາດ​ສະພາວະ​ສຸກ​ເສີນທີ່​ແກ່ຍາວ​ເປັນ​ເວລາ 1 ​ເດືອນ ຂະນະ​ທີ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ລະ​ເບີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ປະ​ເທດ ພາຍຫຼັງ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປາບ​ປາມ​ ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງສະໜັບສະໜູນ​ອະດີດ​ປະທາ​ນາ​ທິບໍດີຜູ້​ຖືກ​ໂຄ່ນ​ລົ້​ມ ທ່ານ Mohamed Morsi. ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ປະທານາທິບໍດີ​ອີ​ຢິບ ​ໄດ້​ຊີ້​ແຈ້ງວ່າ ມາດ​ຕະການ​ທີ່​ຮີບ​ດ່ວນ​ນີ້ ​ຕ້ອງ​ໄດ້​ວາງ​ອອກ ຂະນະ​ທີ່ “ ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ​ປະ​ເຊີນ​ໜ້າ​ກັບ​ໄພ​ອັນຕະລາຍ​ຍ້ອນ​ການ​ມ້າງ​ເພ​ທຳລາຍ​ໂດຍ​ມີ​ການ​ຄິດ​ໄລ​ຂອງ​ກຸ່ມ​ຄົນ​ຫົວ​ຮຸນ​ແຮງ. ພ້ອມ​ກັນ​ນັ້ນ, ປະທານາທິບໍດີ​ຊົ່ວຄາວ ທ່ານ Adly Mansour ກໍ​ໄດ້​ຖະ​ແຫຼ​ງວ່າ ​ໄດ້ມອບ​ໝາຍ​ໜ້າ​ທີ່​ໃຫ້​ແກ່​ກຳລັງ​ປະກອບ​ອາວຸດ, ສົມທົບ​ກັບ​ຕຳຫຼວດ, ນຳ​ໃຊ້​ທຸກ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປົກ​ປັກ​ຮັກສາ​ຊັບ​ສິນ​ສ່ວນ​ລວມ ​ແລະ ຊັບ​ສິນ​ຂອງ​ເອກະ​ຊົນ, ກໍ​ຄື​ຊີວິ​ດອີ​ນຊີຂອງ​ປະຊາຊົນ ” . ​ແຕ່​ຄວາມ​ຈິງ​ທີ່​ໜ້າ​ໂສກ​ເສົ້າ​ແມ່ນ​ຈຳນວນ​ສາມັນ​ຊົນຜູ້​ຖືກ​ເສຍ​ຊີວິດ​ໃນ​ບັນດາ​ການ​ປະ​ທະ​ກັນ​ໄດ້​ຂຶ້ນ​ເຖິງ​ 525 ຄົນ ​ແລະ ອີກ​ນັບ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຮອງ​ປະທານາທິບໍດີ​ອີ​ຢິບ ທ່ານ Mohamed El Baradei ​ໄດ້​ຖະ​ແຫຼ​ງລາ​ອອກ​ຈາກ​ຕຳ​ແໜ່​ງ​ເພາະ​ຮູ້ສຶກ​ວ່າ ບໍ່ມີກຳລັງ​ຄວາ​ມສາ​ມາດຢ່າງ​ພຽງພໍ ​ແລະ ​ເສຍ​ໃຈ​ເມື່ອ​ມີ​ຫຼາຍ​ຄົນ​ເສຍ​ຊີວິດ, ຊຶ່ງ​ຕາມ​ທ່ານ​ແລ້ວ, ຄວາມ​ສູນ​ເສຍ​ເຫຼົ້າ​ນັ້ນ ​ແມ່ນ​ອາດ​ຈະ​ຫຼີກ​ເວັ້ນ​ໄດ້.

    ປະຊາ​ຄົມ​ໂລກ​ໄດ້​ມີ​ປະຕິກິ​ລີ​ຍາ​ຢ່າງ​ຮຸນ​ແຮງ​ພາຍຫຼັງ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີ​ຢິບ​ໄດ້​ປາບ​ປາມ​ ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ສະຫະພາບ​ເອີ​ລົບ EU ຖື​ວ່າ ກໍລະນີ​ນີ້​ແມ່ນ​ເປັນ​ໜ້າ​ວິຕົກ​ກັງວົນ​ທີ່​ສຸດ ​ແລະ ຮຽກຮ້ອງ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດ​ນີ້​ຕ້ອງ​ລະງັບ​ໃຈ. ​ເຢັຍລະ​ມັນ, ຝະລັ່ງ, ອັງກິດ, ຕວກກີ ​ໄດ້​ກະຕຸກ​ຊຸກຍູ້ ບັນດາ​ຜູ້​ສະໜັບສະໜູນ​ລັດຖະບານ​ຊົ່ວຄາວ ​ແລະ ຝ່າຍ​ສະໜັບສະໜູນອະດີດ​ປະທາ​ນາ​ທິບໍດີຜູ້​ຖືກ​ໂຄ່ນ​ລົ້​ມ ທ່ານ Mohamed Morsi ຈົ່ງ​ປະລະ​ການ​ໃຊ້​ຄວາມ​ຮຸນ​​ແຮງ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາ​ຮັບ AL ຈົ່ງ​ມີ​ບັນດາ​ບາດກ້າວ​ເດີນ​ຢ່າງ​ວ່ອງ​ໄວ ​ແນ​ໃສ່​ຢຸດຕິ​ການ​ເຂັ່ນຂ້າ​ສາມັນ​ຊົນ​ຢູ່​ອີ​ຢິບ ​ແລະ ຖື​ວ່າ ຄວາມ​ມິດ​ງຽບ​ຂອງ​ປະຊາ​ຄົມ​ໂລກ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ປາບ​ປາມ​ໂດຍ​ໃຊ້​ຄວາ​ມຮຸນ​ແຮງຂອງ​ບັນດາ​ເຈົ້າ​ໜ້າ​ທີ່ ອີ​ຢິບ. ສ່ວນ ອີຣານກໍ​ເອີ້ນ​ວ່າ ນີ້​ແມ່ນ​ການ​ເຂັ່ນຂ້າ​ຢູ່​ອີ​ຢິບ. ​ໃນ​ຂະນະ​ນັ້ນ​ຊາວ​ຈໍ​ແດນ​ນັບ​ສິບ​ຄົນ​ໄດ້​ດຳ​ເນີນ​ການ​ປະ​ທ້ວງ​ດ້ວຍ​ການ​ນັ່ງ​ຢູ່​ຕໍ່ໜ້າ​ສະຖານທູດ​ອີ​ຢິບ​ທີ່​ນະຄອນຫຼວງ​ໂອ​ມານ​ເພື່ອ​ຄັດຄ້ານ​ການ​ກະທຳ​ປາບ​ປາມ ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງຂອງ​ກອງທັບ​ອີ​ຢິບ. ​ໂດຍ​ມີ​ທັດສະນະ​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ປະ​ເທດ, ກາ​ຕາ ກໍ​ໄດ້​ອອກສຽງ​ຕຳ​ໜິຕິຕຽນ​ການ​ປາບ​ປາມ​ ​ແລະ ຖະ​ແຫຼ​ງສະໜັບສະໜູນ​ອົງການ​ອ້າ​ຍນ້ອງ​ອິດສະ​ລາມຂອງ​ທ່ານ Mohamed Morsi ຢ່າງ​ແຂງ​ແຮງ.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ສະພາບ​ການ​ຢູ່​ອີ​ຢິບ​ພວມ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ​ຢ່າງຮອບ​ດ້ານ. ປະຊາຊົນ​ປະ​ເທດ​ນີ້​ພວມ​ຊຶມ​ເລິກ​​ຄວາມ​ຈິງ​ທີ່​​ເຈັບ​ແສບ​ກ່ວາ​ໝູ່​ເມື່ອ​ທຽບ​ໃສ່​ປະຊາຊົນ​ຢູ່​ບໍ່​ວ່າ​ປະ​ເທດ​ອື່ນໆ​ໃນ​ຂະ​ບວນການ​ລະດູ​ບານ​ໃໝ່ອາຣັບວ່າ ການ​ໂຄ່​ນລົ້ມ​ອຳນາດ​ການ​ປົກຄອງ​ຜະ​ເດັດ​ການ​ແມ່ນ​ງ່າຍ​ກ່ວາ​ຫຼາຍ​ເມື່ອ​ທຽບ​ໃສ່​ການ​ທົດ​ແທນ​ມັນ​ດ້ວຍ​ລະບົບ​ລັດຖະບານ​ອື່ນ. ກ່ວາ 2 ປີ, ພາຍຫຼັງ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ຜະ​ເດັດ​ການ​ຂອງ​ທ່ານ Hosni Mubarac, ອີ​ຢິບ​ຍັງ​ບໍ່​ສາມາດ​ສ້າງຕັ້ງ​ລະບົບ ການເມືອງຢ່າງແທ້ຈິງ, ສາຍເຫດແມ່ນຍ້ອນ ສະພາບແບ່ງຂັ້ນ ແລະ ຂາດເຈດຕະນາດີ ຜ່ອນສັ້ນ ຜ່ອນຍາວເພື່ອ ຜົນປະໂຫຍດ ລວມ. ນີ້ກໍແມ່ນຈຸດອ່ອນທີ່ພາໃຫ້ວິວັດທະນາການປະຕິຮູບຂອງປະເທດ ອາຟະລິກາເໜືອນີ້ ບໍ່ໄປເຖິງເປົ້າໝາຍ. ນັບ​ແຕ່​ເວລາປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ, ຄວາມ​ແຕກ​ແຫງ​ໃນ​ສັງຄົມ​ອີ​ຢິບ​ນັບ​ມື້​ນັບ​ເພີ່ມ​ທະວີ​ຂຶ້ນ. ​ເຖິງ​ວ່າອົງການ​ອ້າ​ຍນ້ອງ​ອິດສະ​ລາມຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ​ແລະ ກຳສິດ​ອຳນາດ ນຳພາ​ປະ​ເທດ​ຊາດ​ກໍ​ຕາມ, ​ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ສາມາດ​ເກ້​ຍກອມ​ຊາວ​ອີ​ຢິບ​ນັບ​ລ້ານ​ຄົນ​​ໃຫ້​ມີ​ຄວາມ​ເຊື່ອໝັ້ນ​ວ່າ ນະ​ໂຍບາຍ​ຂອງ​ເຂົາ​ເຈົ້າ​ແມ່ນ​ຮອບດ້ານ​ຂະນະ​ທີ່​ສະພາບ​ໄພ​ວ່າງ​ງານ ​ແລະ ອຶດຫິວ​ທຸກ​ຍາກ​ໄດ້​ເພີ່ມ​ທະວີ​ຂຶ້ນ. ກ່ອນ​ຈຸດ​ເວລາທີ່​ປະທາ​ນາ​ທິບໍດີ​ Mohamed Morsi ຖືກ​ໂຄ່ນ​ລົ້​ມ, ກອງທັບຍັງ​ຄົງ​ຮັບ​ຖື​ວ່າ ກຳມະການ​ດ້ານ​ການ​ເມືອງ​ໜຶ່ງ​ດຽວ​ເທົ່າ​ນັ້ນ​ຢູ່​ອີ​ຢິບ, ​ແຕ່​ປະຈຸ​ບັນ ພວມ​ມີ​ບັນດາ​ບາດກ້າວ​ເດີນ​ເປັນ​ອັນຕະລາຍ​ເມື່ອ​ດຳ​ເນີນ​ການ​ປາບ​ປາມບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງສະໜັບສະໜູນ​ອະດີດ​ປະທາ​ນາ​ທິບໍດີຜູ້​ຖືກ​ໂຄ່ນ​ລົ້​ມ ທ່ານ Mohamed Morsi. ສິ່ງ​ທ້າທາ​ຍຢ່າງ​ໜັກ​ຂອງ​ອີ​ຢິບ​ແມ່ນ​ບັນດາ​ຝ່າຍ​ພວມ​ສະ​ແດງຫຼັກໝັ້ນ ​ແຂງ​ກະດ້າງ​ທີ່​ສຸດ, ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ບັນດາ​ຝ່າຍພວມ​ນັບ​ມື້​ນັບ​ຮ້າຍ​ແຮງ. ກອງທັບ​ເດັດ​ດຽວ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ ​ແລະ ຖະ​ແຫຼ​ງວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ກຳລັງ​ດັນ​ຕໍ່ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ສ່ວນອົງການ​ອ້າ​ຍນ້ອງ​ອິດສະ​ລາມຢືນຢັນ​ວ່າ ການແຫ່​ຂະ​ບວນປະ​ທ້ວງຈະ​ສືບ​ຕໍ່​ດຳ​ເນີນ ຕາບ​ໃດ​ທີ່​ລັດຖະບານ​ໂດຍ​ກອງທັບ​ໜູນ​ຫຼັງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ​ ທ່ານ Mohamed Morsi ກັບ​ຄືນ​ສູ່​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ.

    ຈາກ​ການ​ຜັນ​ແປ​ເຫຼົ້າ​ນັ້ນ, ຫາງ​ສຽງ​ຍັງ​ບໍ່​ທັນ​ເຫັນ​ສັນຍານ​ແຫ່ງ​ຄວາມ​ຫວັງ​ໃດໆ​ເພື່ອ​ແກ້​ໄຂ​ສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ໃນ​ປະຈຸ​ບັນ​ຢູ່​ອີ​ຢິບ. ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ບັນດາ​ຝ່າຍ​ພວມ​ພາ​ໃຫ້ປະ​ເທດ​ອີ​ຢິບ​ຕົກ​ເຂົ້າ​ສູ່​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ຮ້າຍ​ແຮງ, ພ້ອມທັງ​ຍູ້​ວິວັດທະນາ​ການ​ປະຕິ​ຮູບ​ຢູ່​ປະ​ເທດ​ນີ້​ກ້າວ​ເດີນ​ຢ່າງ​ເຂ​ວທິດ.

ຕອບກັບ

ຂ່າວ/ບົດ​ອື່ນ