ວິກິດການຂາດຄວາມໄວ້ເນື້ອເຊື່ອໃຈໃນທົ່ວໂລກ

​(vovworld) – ບັນດາ​ເຫດການ​ສອດ​ແນມ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ແລະ ​ໂທລະສັບ​ຂະໜາດ​ໃຫຍ່​ໃນ​ທົ່ວ​ໂລກ ​ທີ່​ເປີດ​ເຜີຍ​ໃນ​ຊຸມມື້​ຜ່ານ​ມາ​ ​ໄດ້​ກ່ຽວຂ້ອງ​ເຖິງ​ຫຼາຍ​ປະ​ເທດ​ໃນ​ໂລກ. ຄວາມ​ຄຽດ​ແຄ້ນ, ການກ່າວ​ປະນາມ, ການຕຳ​ນິ້ຕິຕຽນ, ການຂົ່ມຂູ່​ດ້ວຍ​ບັນດາ​ມາດ​ຕະການ​ລົງ​ໂທດ​​ດ້ານ​ເສດຖະກິດ ​ແມ່ນ​ແນວ​ຄວາມ​ຄິດ​ ​ແລະ ການ​ກະທຳຂອງ​ບັນດາ​ປະ​ເທດ​ທີ່ຖືກ​ເຄາະ​ຮ້າຍ. ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ຮ້າຍ​ແຮງ. ​ເບິ່ງ​ຄື​ວ່າ ພາຍຫຼັງ​ຄວາມ​ສຳນຶກ​ວິ​ກິດ​ການ​ດ້ານ​ເສດຖະກິດ, ການ​ເງິນ​ໃນ​ທົ່ວ​ໂລກ​ນັ້ນ, ປະຈຸ​ບັນປະຊາຊົນ​ຢູ່​ທຸກ​ປະ​ເທດ​ພວມຕ້ອງ​ທຳ​ຄວາມ​ຊິນ​ເຄີຍ​ກັບ​ຄວາມ​ສຳນຶກ​ໃໝ່​ນັ້ນ​ແມ່ນ “ວິ​ກິດ​ການຂາດ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ທົ່ວ​ໂລກ“.

ວິກິດການຂາດຄວາມໄວ້ເນື້ອເຊື່ອໃຈໃນທົ່ວໂລກ - ảnh 1

ນາຍົກລັດຖະມົນຕີເຢັຍລະມັນ Angela Merkel ໂທລະສັບເຖິງປະທານາທິບໍດີອາເມລິກາ Barack Obama

ຮຽກຮ້ອງອະທິບາຍກ່ຽວກັບການລັກຟັງໂທລະສັບ

(ພາບ: ອິນເຕີແນດ)

ຈາກ​ການ​ເປີດ​ເຜີຍ​ຂອງ Edward Snowden…

ວັນ​ທີ 4/11, ໜັງສືພິມ Guardian ຂອງ​ອັງກິດ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ອະດີດ​ພາລະ​ກອນ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ (CIA) Edward Snowden, ກ່ຽວ​ກັບ​ໂທ​ດກຳ​ຂອງ​ອາ​ເມ​ລິ​ກາ, ​ໂດຍ​ໃຫ້​ຮູ້​ວ່າ ບັນດາ​ອົງການ​ສືບ​ລາຊະການ​ລັບ​ເຢຍລະ​ມັນ, ຝລັ່ງ, ​ແອ​ດສະ​ປາຍ, ຮອນ​ລັງ ​ແລະ ສຸ​ແອດ ພວມ​ຮ່ວມ​ມື​ກັບ​ອັງກິດ ​ເພື່ອ​ດຳ​ເນີນ​ລາຍການ​ສອດ​ແນມ​ທາງ​ອິນ​ເຕີ​ແນ​ດ ​ແລະ ​ໂທລະສັບ​ດ້ວຍ​ຂະໜາດ​ໃຫຍ່​ໃນ​ທົ່ວ​ໂລກ, ຕາມ​ນັ້ນ​ແລ້ວ, ອົງການ​ສືບ​ລາຊະການ​ລັບ​ຂອງ​ອັງກິດ​ມີ​ບົດບາດ​ຊີ້​ນຳ​ນຳພາ​ບັນດາ​ປະ​ເທດ​ອື່ນ​ດຳ​ເນີນ​ການ​ສອດ​ແນມ​ດ້ວຍ​ວິທີ​ເຂົ້າ​ລະບົບ​ໃຍ​ແກ້ວ​ໂດຍ​ກົງ ຫຼື​ຜ່ານ​ການ​ພົວພັນ​ແບບ​ປິດ​ລັບ​ກັບ​ບັນດາ​ບໍລິສັດ​ໂທລະ​ຄົມ ​ແລະ ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​​ໄປ.

ການ​ເປີດ​ເຜີຍ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ລັດຖະບານ​ບັນດາ​ປະ​ເທດ​ເອີ​ລົບ “ກະວົນກະວາຍ“, ​ເພາະວ່າ​ກ່ອນ​ນັ້ນ, ບັນດາ​ປະ​ເທດ​ນີ້​​ເຄີຍອອກສຽງ​ຕຳ​ໜິຕິຕຽນ​ລາຍການ​ສອດ​ແນມ​ທົ່ວ​ໂລກ​ຂອງ​ອາ​ເມ​ລິ​ກາ. ຕໍ່ໜ້າ​ການ​ເປີດ​ເຜີຍ​ຫຼ້າ​ສຸດ​ນີ້, ອົງການ​ສືບ​ລາຊະການ​ລັບ​ເຢັຍລະ​ມັນ ​ໄດ້​ອອກສຽງ​​ອະທິບາຍ​ວ່າ, ​ເຂົາ​ເຈົ້າ​ພຽງ​ແຕ່​ແລກປ່ຽນ​ບົດຮຽນ​ກັບສືບ​ລາຊະການ​ລັບ​ອັງກິດ ​​ແລະ ບາງ​ປະ​ເທດ​ເອີ​ລົບ ກ່ຽວ​ກັບ​ບັນຫາ​ເຕັກນິກ​ສອດ​ແນມເທົ່າ​ນັ້ນ, ຫາກ​ບໍ່​ມີ​ການ​ກະທຳ​ລະ​ເມີດ​ກົດໝາຍ. ອົງການ​ສືບ​ລາຊະການ​ລັບ​ສຸ​ແອດ ກໍ່​ຖື​ວ່າ, ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ ລ້ວນ​ແຕ່​ນອນ​ໃນ​ຂອບ​ເຂດ​ກົດໝາຍ ​ແລະ ຖື​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ສືບ​ລາຊະການ​ລັບ​ປະ​ເທດ​ຕ່າງໆ ​ແມ່ນ​ເລື່ອງ​ທຳ​ມະ​ດາ.

ຜົນ​ຮ້າຍຢ້ອນ​ຫຼັງ

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ເຄື່ອນ​ໄຫວ​ສອດ​ແນມ​ດ້ວຍ​ຂະໜາດ​ໃຫຍ່​ພວມ​ກໍ່​ໃຫ້​ເກີດ​ພາຍຸ​ດ້ານ​ການ​ທູດ​ລະຫວ່າງ​ອາ​ເມ​ລິ​ກາ ກັບປະ​ເທດ​ຕ່າງໆ, ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຍາກ​ທີ່ຈະ​ຄາດ​ຄະ​ເນ​ໄດ້. ກ່ອນ​ອື່ນ​ໝົດ, ຜົນ​ຮ້າຍ​ຈາກ​ການ​ກ່າວ​ຫາລັກ​ຟັງ​ໄດ້​ນາບຂູ່​ເຖິງ​ບັນດາ​ບຸລິ​ມາ​ສິດ​ຂອງ​ອາ​ເມ​ລິ​ກາ ​ແລະ EU, ​ໃນ​ນັ້ນ​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ​ໃນ​ການ​ຕ້ານ​ກໍ່​ການ​ຮ້າຍ. ບໍ່​ຮູ້​ວ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ການ​ສອດ​ແນມ​ນີ້​ຈະ​ແກ່ຍາວ​ຮອດ​ເວລາ​ໃດ, ​ແຕ່​ມັນ​ໄດ້​ເຮັດ​ໃຫ້​ວິວັດ​ການ​ເຈລະຈາ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ການ​ຄ້າ​ສອງ​ຝ່າຍ​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດສາດ, ​ເທົ່າ​ກັບ​ເຄິ່ງໜຶ່ງ​ປະລິມານ​ການ​ຜະລິດ​ເສດຖະກິດ​ຂອງ​ໂລກ ​ແລະ ປະມານ 30% ຈຳນວນ​ການ​ຄ້າ​ໃນ​ທົ່ວ​ໂລກຊັກ​ຊ້າ​ໄວ້.  ການ​ສອດ​ແນມ​ຍັງ​​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ອິດ​ທິພົນ ​ແລະ ລາຍ​ຮັບ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ອັນ​ດັບ​ໜຶ່ງ​ຄື Google ​ແລະ Apple, ກໍ່​ຄື​ເຮັດ​ໃຫ້​ລະດັບ​ການ​ຟື້ນ​ຕົວ​ເສດຖະກິດ​ຊັກ​ຊ້າ​ໄວ້​ອີກ​ດ້ວຍ.

ບໍ່​ພຽງ​ແຕ່​ຖືກ​ກ່າວ​ຫາ ​ແລະ ຕຳ​ໜິຕິຕຽນ​ເທົ່າ​ນັ້ນ, ການ​ສອດ​ແນມ​ຍັງ​​​ແມ່ນ​ເຫດຜົນ​ເພື່ອ​ໃຫ້​ພວກ​ບໍ່​ດີ​ເຄື່ອນ​ໄຫວອີກ. ຫວ່າງ​ແລ້ວ​ນີ້ hacker ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ທຳລາຍ 200 ​ເວັບ​ໄຊ​ຂອງ​ອົດ​ສະ​ຕາ​ລີ ​ເພື່ອ​ແກ້​ແຄ້ນ​ເລື່ອງ​ປະ​ເທດ​ນີ້​ຖືກ​ອົດ​ສະ​ຕາ​ລີ ​ແລະ ອາ​ເມ​ລິ​ກາ ລັກ​ຟັງ.

ບໍ່​ອາດ​ຖື​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ເໜືອກ​ວ່າ​ທຳນຽມ​ສາກົນ

ຈາກ​ການ​ຜັນ​ແປ​ດັ່ງກ່າວ, ອາດ​ເຫັນ​ໄດ້​ວ່າ ຊີວິດ​ທາງ​ດ້ານ​ການ​ເມືອງ​ສາກົນ​ໃນ​ປະຈຸ​ບັນ​ພວມ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ນັກຊ່ຽວຊານ​ຄົ້ນ​ຄ້ວາ​ບັນດາ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ​ສາກົນ​ເຢັຍລະ​ມັນ ​ຜູ້​ໜຶ່ງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: “ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແມ່ນ​ດັດ​ສະ​ນີສຳຄັນ​ໃນ​ການ​ພົວພັນ​ສາກົນ. ​ເມື່ອ​ດັດ​ສະ​ນີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຖືກ​ຜົນ​ສະທ້ອນ ມັນ​ຈະ​ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ຮ້າຍ​ແຮງ​ໃນ​ການ​ພົວພັນ“.

​ໃນ​ຍຸກ​ດີ​ຈີ​ຕອນ ​ແລະ ​ເຕັກ​ໂນ​ໂລ​ຢີຂ່າວສານ​ຂໍ້​ມູນ​ພວມ​ພັດທະນາ​ຄື​ປະຈຸ​ບັນ, ປະ​ເທດ​ໜຶ່ງ​ຈະ​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ, ​ເມື່ອ​​​ຮູ້ໝູນ​ໃຊ້ເຕັກ​ໂນ​ໂລ​ຢີຄອມ​ພີ​ວ​ເຕີ ​ແລະ ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມຢ່າງ​ເຖິງ​ຖອງ. ການ​ເຄື່ອນ​ໄຫວ​ສອດ​ແນມ, ລາຊະການ​ລັບ ຫຼື​ລັກ​ຟັງ ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ສົງຄາມ​ອິນ​ເຕີ​ແນ​ດ. ​ແຕ່​ຖ້າ​ຫາກ​ບໍ່​ມີ​ຂໍ້​ຕົກລົງ​ບັງຄັບ​ໃດໆ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈະ​ແມ່ນ​ “ສົງຄາມສື່ສານ“ ລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ. ຍາກ​ທີ່​ຈະ​ກຳນົດ​ໄດ້​ຝ່າຍ​ໃດ​ບຸກ​ໂຈມ​ຕີ​ຝ່າຍ​ໃດ, ​ເມື່ອ​ປະຊາ​ຄົມ​ສາກົນ​ໃນ​ປະຈຸ​ບັນ​ພວມ​ຂາດ​ບັນດາ​ຫຼັກການ​ຄວບ​ຄຸມ​ການ​ກະທຳ​ຂອງ​ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ. ​ແລະ ກໍ່​ບໍ່​ອາດ​ສວຍ​ໃຊ້​ອັນ​ທີ່​ເອີ້ນ​ວ່າຄວາມ​ສະ​ຫົງ​ບປອດ​ໄພ​ແຫ່ງ​ຊາດ​ເພື່ອລ່ວງ​ລະ​ເມີດ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ນໆ, ​ເພາະວ່າ​ສິ່ງ​ດັ່ງກ່າວ​ອາດ​ຈະ​ປຸກລຸກ​ການ​ກະທຳ​​ໂຕ້​ຕອບ, ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ