ວິກິດການທາງການທູດຢູ່ຕາເວັນອອກກາງ ແລະ ບັນດາຄວາມມານະພະຍາຍາມແກ້ໄຂການປະທະກັນ

(VOVWORLD) - ເຂດອ່າວ ເປີເຊຍ ຢູ່ຕາເວັນອອກກາງພວມປະເຊີນໜ້າກັບວິກິດການຢ່າງຮ້າຍແຮງທີ່ສຸດໃນປະຫວັດສາດ. ພຽງໃນ 2, 3 ວັນເທົ່ານັ້ນ, ບັນດາປະເທດ ອາຣັບ ຕັດສາຍພົວພັນທາງການທູດກັບ ກາຕາ ເພື່ອຄັດຄ້ານເລື່ອງ ປະເທດນີ້ ສະໜັບສະໜູນດ້ານການເມືອງ, ການສື່ສານ ແລະ ການເງິນໃຫ້ບັນດາອົງການກໍ່ການຮ້າຍ

ຕາເວັນອອກກາງ ຊຶ່ງເຄີຍບໍ່ໄດ້ຮັບຄວາມສະຫງົບສຸກ, ໃນປະຈຸບັນ ວິກິດການທາງການທູດ ອາດຈະຍູ້ພາກພື້ນນີ້ ຕົກເຂົ້າສູ່ບັນດາການປະທະກັນຄັ້ງໃໝ່. ບົດຂຽນຂອງບັນນາທິການ ແອ໋ງຮ່ວຽນ

ວິກິດການທາງການທູດຢູ່ຕາເວັນອອກກາງ ແລະ ບັນດາຄວາມມານະພະຍາຍາມແກ້ໄຂການປະທະກັນ - ảnh 1 (ພາບປະກອບ)

ພຽງໃນ 2, 3 ວັນເທົ່ານັ້ນ ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເລັດ, ອີຢິບ,ບາເຣັນ ແລະ ມາຮອດປະຈຸບັນ ແມ່ນທັງໝົດ 9 ປະເທດໄດ້ປະກາດເປັນລຳດັບຕັດສາຍພົວພັນທາງການທູດກັບ ໂດຮາ, ພ້ອມກັນນັ້ນ ກໍ່ແມ່ນບັນດາຄຳຕັດສິນທີ່ມີລັກສະນະແຂງກະດ້າງຄື ປິດປະຕູດ່ານອາກາດສະຍານ, ດ່ານຊາຍແດນທາງທະເລ, ອອກຄຳສັ່ງໃຫ້ພົນລະເມືອງອອກຈາກ ກາຕາ ກັບເມືອປະເທດ. ອາຣາບິ ຊະອຸດິ ໄດ້ປະກາດ ປິດປະຕູຊາຍແດນ ຊຶ່ງແມ່ນເສັ້ນທາງຂົນສົ່ງທັນຍາຫານເປັນສ່ວນຫລາຍໄປຍັງ ກາຕາ. ນີ້ເປັນຄັ້ງທຳອິດໃນປະຫວັດສາດ ທີ່ບັນດາປະເທດ ອາຣັບ ໄດ້ຕັດສາຍພົວພັນກັບປະເທດສະມາຊິກໜຶ່ງໃນພາກພື້ນ. ເຫດຜົນຕົ້ນຕໍ ໂດຍ Riyadh ແລະ Abu Dhabi ຍົກອອກມານັ້ນ ແມ່ນ ໂດຮາ ສະໜັບສະໜູນ ແລະ ອຸປະຖຳໃຫ້ບັນດາກຸ່ມກໍ່ການຮ້າຍ.

ສາຍເຫດທີ່ພາໃຫ້ຕາເວັນອອກກາງແບ່ງແຍກ

     ມາຮອດປະຈຸບັນ, ວິກິດການຢູ່ເຂດອ່າວ ເປີເຊຍ ລະຫວ່າງ ກາຕາ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງໄດ້ແກ່ຍາວເປັນເວລາກ່ວາໜຶ່ງອາທິດ ແລະ ຍັງບໍ່ທັນມີສັນຍານຜ່ອນຄາຍລົງ. ໃນຂະນະທີ່ຄວາເຄັ່ງຕຶງຢູ່ເຂດອ່າວ ເປີເຊຍ ພວມຮ້າຍແຮງເຖິງຍອດສູງ, ກອງທັບເຮືອຂອງ ອີຣານ ໃນວັນທີ 11 ມິຖຸນາ ໄດ້ຈັດສົ່ງກ່ຳປັ່ນຮົບ 2 ລຳໄປຍັງ Oman ເຊິ່ງແມ່ນປະເທດທີ່ມີຊາຍແດນຮ່ວມກັບສາມປະເທດໃນຈຳນວນກຸ່ມປະເທດທີ່ເກີດຄວາມເຄັ່ງຕຶງກັບ ກາຕາ, ນັ້ນແມ່ນ ອາຣາບິ ຊະອຸດິ, ສະຫະລັດ ອາຣັບ ເອມມີເລັດ ແລະ ເຢແມນ. ກ່ອນໜ້ານັ້ນ ເຕເຮຣານ ໄດ້ຈັດສົ່ງເຮືອບິນຂົນສົ່ງສະບຽງອາຫານ 4 ລຳ ໄປຍັງ ກາຕາ ແລະ ຄາດວ່າ ຈະລຳລຽງຜັກ, ໝາກໄມ້ 100 ໂຕນໃຫ້ແກ່ປະເທດຄູ່ຮ່ວມມືໃນແຕ່ລະວັນ.

       ຕາມບັນດານັກສັງເກດການແລ້ວ, ວິກິດການແມ່ນຜົນພາຍຫລັງທີ່ເລີ່ມມາຈາກຄວາມເຄັ່ງຕຶງ, ການປະທະກັນທີ່ແກ່ຍາວໃນໂລກ ອາຣັບ. ການລົງໂທດເຮັດໃຫ້ ກາຕາ ຕົກຢູ່ໂດດດ່ຽວ ຍ້ອນການສະໜັບສະໜູນຂອງ ກາຕາ ທີ່ມີຕໍ່ບັນດາກຸ່ມກໍ່ການຮ້າຍ ພຽງແຕ່ແມ່ນຂໍ້ອ້າງອີງເທົ່ານັ້ນ, ແຕ່ສາຍເຫດເລິກແລບແມ່ນຢູ່ບ່ອນເກີດການຂັດແຍ່ງກັນ ກ່ອນໜ້ານີ້, ແລະກໍ່ຍ້ອນນະໂຍບາຍການທູດເອກະລາດ ຊຶ່ງ ກາຕາ ໄດ້ເດີນຕາມແຕ່ດົນນານມາແລ້ວ, ການພົວພັນທີ່ສະໜິດຕິດພັນກັບ ອີຣານ ຫຼື ທັດສະນະທີ່ມີຕໍ່ອົງການອ້າຍນ້ອງ ຊາວມຸດສະລິມໃນພາກພື້ນ. ບັນດາຄວາມບໍ່ລົງລອຍກັນ ຍິ່ງຮ້າຍແຮງຂຶ້ນຕື່ມ ຜ່ານບັ້ນເຄື່ອນໄຫວລະດູບານໃໝ່ ອາຣັບ. ເມື່ອຂະບວນການຄັດຄ້ານລັດຖະບານລະເບີດຂຶ້ນຢູ່ເອຢີບ, ລີບີ, ຊີຣີ, ຕູນີຊີ ແລະ ເຢແມນໃນລະດູບານໃໝ່ປີ 2011, ກຸ່ມບັນດາປະເທດອາຣັບໄດ້ເລີ່ມເກີດຄວາມແບ່ງແຍກ. ຝ່າຍໜຶ່ງແມ່ນຄັດຄ້ານຂະບວນການນີ້ຢ່າງຮຸນແຮງ, ນຳໜ້າແມ່ນອາຣາບີ ຊາອຸດິ, ເອຢິບ ແລະ ສະຫະລັດອາຣັບເອັມມີເລັດ. ຝ່າຍທີ່ຍັງເຫຼືອແມ່ນ ກາຕາແມ່ນຮັກສາທ່າທີເປັນກາງ. ສະຫະລັດອາຣັບເອັມມີເລັດຖືວ່າ ທ່າທີນີ້ຂອງໂດຮາແມ່ນໄປຝືນກັບສະມາຊິກອື່ນໆຂອງພາກພື້ນ, ເພາະ ສະຫະລັດອາຣັບເອັມມີເລັດຖືຂະບວນການອ້າຍນ້ອງຊາວມຸດສະລິມຄືດັ່ງການນາບຂູ່ຕໍ່ລະບົບການເມືອງໂດຍທົ່ວໄປຂອງພາກພື້ນ. ສາຍເຫດທີ່ເລິກແລບແມ່ນການແຂ່ງຂັນຍາດເອົາສິດອຳນາດຢູ່ປະເທດທີ່ຮັ່ງມີທາງດ້ານນ້ຳມັນນີ້ກັບບັນດາປະເທດອື່ນທີ່ມີແຫຼ່ງກຳລັງນ້ຳມັນເຊັ່ນດຽວກັນ.

     ຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ

    ຕໍ່ໜ້າສະພາບການທີ່ເຄັ່ງຕຶງໃນປະຈຸບັນຢູ່ຕາເວັນອອກກາງ, ວົງຄະນະບາດສາກົນກໍພວມມີຄວາມມານະພະຍາຍາມເພື່ອບັນເທົ່າຄວາມເຄັ່ງຕຶງ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ແກ້ໄຂຄວາມເຄັ່ງຕຶງຜ່ານການເຈລະຈາ. ອາເມລິກາຮຽກຮ້ອງໃຫ້ບັນດາປະເທດຈົ່ງໂຍະຍານການປິດລ້ອມກາຕາ ແລະ ຖືວ່າ ການຜັນແປດ້ານວິກິດການ ແລະ ການທູດຢ່າງບໍ່ເຄີຍມີມານີ້ ຈະສົ່ງຜົນສະທ້ອນເຖິງການສູ້ຮົບຕ້ານກຸ່ມກໍ່ການຮ້າຍ IS ໂດຍອາເມລິການຳໜ້າ. ຕວກກີຖະແຫຼງວ່າ ພ້ອມແລ້ວຈະເຮັດທຸກສິ່ງທຸກຢ່າງທີ່ສາມາດຈະເຮັດໄດ້ເພື່ອຊ່ວຍແກ້ໄຂຄວາມເຄັ່ງຕຶງ, ກໍຄືແກ້ໄຂບັນດາບັນຫາໂດຍສັນຕິວິທີ, ພ້ອມທັງເນັ້ນໜັກວ່າ ການເຈລະຈາແມ່ນວິທີການແກ້ໄຂຕັດສິນຊີ້ຂາດໃນບໍ່ວ່າສະພາບການໃດໆ. ປະທານາທິບໍດີ ຕວກກີ Tayyip Erdogan ຢືນຢັນວ່າ ຈະສືບຕໍ່ສະໜັບສະຫນູນກາຕາ. ທ່ານ ປະທານາທິບໍດີ ຕວກກີ Tayyip Erdogan ໄດ້ຮຽກຮ້ອງໃຫ້ຍົກເລີກຄຳສັ່ງປິດລ້ອມທັງໝົດ, ພ້ອມທັງກະຕຸກຊຸກຍູ້ ຊາອຸດິ ອາຣາເບຍ ຢັ້ງຢືນບົດບາດຂອງຕົນ ແນໃສ່ຊຸກຍູ້ບັນດາການພົວພັນອັນດີງາມໃນພາກພື້ນ. ກໍເຊັ່ນດຽວກັນກັບທັດສະນະຂອງຕວກກີ, ຈີນກໍໄດ້ກ່າວສະແດງການສະໜັບສະໜູນບັນດາປະເທດທີ່ກ່ຽວຂ້ອງຈົ່ງມີການກະທຳເພື່ອແນໃສ່ຮັດແຄບຄວາມແຕກຕ່າງກັນ ແລະ ບັນດໍເທົ່າຄວາມເຄັ່ງຕຶງທີ່ເກີດຂຶ້ນໂດຍໄວ.

    ໃນຂະນະນັ້ນ, ຄູເວດ ພວມນຳໜ້າບັນດາຄວາມມານະພະຍາຍາມແກ້ໄຂວິກິດການທາງການທູດຢູ່ເຂດອ່າວເປີເຊຍ. ກະສັດຄູເວດໄດ້ຢືນຢັນເມື່ອວັນທີ 12 ມີຖຸນາວ່າ ປະເທດນີ້ພ້ອມແລ້ວເຮັດທຸກສິ່ງທຸກຢ່າງເພື່ອແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດອາຣັບ. ສຳລັບກາຕາກໍຖະແຫຼງຊົມເຊີຍມາດຕະການນີ້, ພ້ອມແລ້ວທີ່ຈະຊອກຫາບັນດາຮູບການເຈລະຈາຢ່າງເປີດອົກເປີດໃຈ ແລະ ຈິງໃຈເພື່ອແກ້ໄຂວິກິດການ. ວິກິດການຮອບດ້ານ ແມ່ນສິ່ງທີ່ບໍ່ນຳມາເຊິ່ງຜົນປະໂຫຍດແກ່ພາກພື້ນກໍຄືແຕ່ລະປະເທດ. ຜູ້ຊ່ຽວຊານຫຼາຍທ່ານໄດ້ໃຫ້ຂໍ້ສັງເກດ ແລະ ເຊື່ອໝັ້ນວ່າ ວິກິດການຢູ່ກາຕາໃນປະຈຸບັນ ພຽງແຕ່ແມ່ນຈຸດເວລາທີ່ຫຍຸ້ງຍາກຂອງພາກພື້ນ ແລະ ຈະໄດ້ຮັບການແກ້ໄຂຜ່ານທາງການທູດ./. 

ຕອບກັບ

ຂ່າວ/ບົດ​ອື່ນ