ວິກິດການຢູ່ Yemenຍາກທີ່ຈະແກ້ໄຂໄດ້

ວິກິດການຢູ່ Yemenຍາກທີ່ຈະແກ້ໄຂໄດ້ - ảnh 1
ວິ​ກິດ​ການ​ຢູ່ Yemen​ (ພາບ: Reuters)

(vovworld) - ວິ​ກິດ​ການ​ຢູ່ Yemen​ ໃນ​ປະຈຸ​ບັນ​ອາດ​ໄດ້​ຮັບ​ຖື​​ວ່າ​ແມ່ນ​ເສິກ​ກາງ​ເມືອງ​ເປີດ​ກວ້າງ ​ແລະ ​ໄພ​ຂາດ​ສະຖຽນ​ລະ​ພາບ​ອາດ​ຈະ​ແກ່ຍາວ​ຖ້າ​ຫາກ​ບັນດາ​ຄວາມ​ມານະ​ພະຍາຍາມ​ເຈລະຈາ​ບໍ່​ນຳ​ມາ​ເຊິ່ງໝາກຜົນ​ໃດໆ. ການ​ນຳ​ໃຊ້​ກຳລັງ​ອາວຸດ​ກໍ່​ບໍ່​ສາມາດ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເຖິງ​ຖອງ​ໄດ້, ​ແຕ່​ມາ​ຮອດ​ປະຈຸ​ບັນ​ການ​ເຈລະຈາກໍ່​ບໍ່​ແມ່ນ​ມາດ​ຕະການ​ທີ່​ງ່າຍດາຍ​ຍ້ອນ​ລັກສະນະ​ສັບສົນ​ການ​ປະ​ທະ​ກັນ​ຢູ່ Yemen.

        ການ​ເຈລະຈາ​ຫຼ້າ​ສຸດ​ຢູ່ Geneva ​ທີ່ເລີ່​ມດຳ​ເນີນ​ແຕ່​ວັນ​ທີ 15/6 ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ສະ​ຫະປະຊາ​ຊາດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ຈົນຕາ​ແຈ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ໂດຍ Saudi Arabia ​ນຳ​ໜ້າ​ເປັນ​ເວລາ 2 ກວ່າ​ເດືອນ. ສະ​ຫະປະຊາ​ຊາດຫວັງ​ວ່າການ​ເຈລະຈາ​ຄັ້ງ​ຕ່າງໆ​ອາດ​ຈະ​ສ້າງ​ກຳລັງ​ໜູນ​ໃໝ່​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ຝ່າຍ Yemen ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ລະອຽດ​ໃຫ້​ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ຫຼຸດຜ່ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ ​​ແລະ ສ້າງ​ເງື່ອນ​ໄຂ​​ໃຫ້​ເຂົາ​ເຈົ້າສຳ​ພັດ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ ​ແລະ ການ​ບໍລິການ​ອື່ນໆ​ອີກ.

        ຄວາມ​ມານະ​ພະຍາຍາມ​ຈັດ​ຕັ້ງ​ການ​ເຈລະຈາ

        ​ແຜນການ​ເຈລະຈາ​ສັນຕິພາບ​ທັງ​ໝົດນັບ​ແຕ່​ກ່ອນ​ມາ​ນີ້​ລ້ວນ​ແຕ່​ຖືກ​ປະລາ​ໄຊ, ​ເຖິງ​ວ່າ​ຄົນ​ກາງ​ໄກ່​ເກ່ຍ​ Yemen ຢູ່​ນະຄອນຫຼວງ Riyadh ຂອງ  Saudi Arabia ດ້ວຍ​ຊື່​ເອີ້ນ​ທີ່​ວ່າ: “ກູ້​ເອົາ Yemen  ​ແລະ ກໍ່ສ້າງ​ລັດ​ສະຫະພາບ“ ກ່ອນ​ນັ້ນ​ກໍ່​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພວກ​ກະບົດ​ອິດສະ​ລາມ Hauthi, ​ເຊິ່ງ​ແມ່ນ​ກຳລັງ​ພວມ​ປົກຄອງ​ນະຄອນຫຼວງ Sannaa ​ແລະ ຫຼາຍ​ແຂວງ, ນະຄອນ​ທາງ​ພາກ​ເໜືອ. ​ແຜນການ​ເຈລະ​ຈາ​ຢູ່​ສວິດ​ເມື່ອ​ເດືອນ 5 ກໍ່​ຖືກ​ໂຈະ​ໄວ້ ຍ້ອນ​ການ​ຄັດຄ້ານ​ຂອງ​ລັດຖະບານ Yemen ພັດ​ຖີ່​ນ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ທຸກ​ຝ່າຍ​ເຂົ້າ​ຮ່ວມ ບໍ່​ຄວນ​ຍົກ​ເງື່ອນ​ໄຂ​ໃດໆ​ອອກ​ມາ. ທູດ​ພິ​ເສດ​ສະຫະ​ປະຊາຊາດ Cheikh Ahmed ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ທັງ​ໝົດ​ທີ່​ຝາກ​​ເຖິງ​ຄະນະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ​ຢູ່ Geneva, ພ້ອມ​ທັງ​ສົ່ງ​ເສີມ​ບັນດາ​ສະມາຊິກ​ຊອກ​ຫາ​ມາດ​ຕະການ​ຕ່າງໆ ​ເພື່ອ​ຫຼຸດຜ່ອນ​ສະພາບ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ຢູ່ Yemen, ນຳ​ປະ​ເທດ​ນີ້​ກັບ​ຄືນ​ສູ່​ສະພາບ​ສັນຕິພາບ ​ແລະ ວິວັດທະນາ​ການ​ຫັນປ່ຽນ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ.

        ສະພາບ​ສັບສົນ​ຂອງ​ວິ​ກິດ​ການ

        ຄວາມ​ສັບສົນ​ຂອງ​ວິ​ກິດ​ການ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຂັດ​ແຍ່ງ​ກັນ​ທາງ​ສາສະໜາ. ຢູ່ Yemen ກໍ່​ຄື​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ເຄີຍ​ມີ​ການ​ປະ​ທະ​ກັນ​ລະຫວ່າງ​ນິກາຍ​ຊີ​ອະ ​ແລະ ຊັນ​ນີຂອງ​ສາສະໜາ​ອິດສະ​ລາມ ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ​ຂອງ​ສາ​ສະ​ໜາ​ນີ້. ປະຊາຊົນ Yemen ສ່ວນ​ຫຼາຍ​ແມ່ນ​ຖື​ສາສະໜາ​ອິດສະ​ລາມ ​ແຕ່​ພັດ​ແບ່ງ​ແຍກ​ກັນ​ລະຫວ່າງ​ນິກາຍ ຊັນ​ນີ ​ແລະ ຊີ​ອະ, ​ເຊິ່ງກ່ຽວຂ້ອງ​ເຖິງ​ຜູ້​ສືບ​ທອດນັກທຳ​ນາຍ Mohammed. ຝ່າຍ​ຊັນ​ນີກວມ 50-55%, ສ່ວນ​ຝ່າຍ​ຊີ​ອະ​ກວມ​ປະມານ 40%. ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ Houthi ຝ່າຍ​ຊີ​ອະ​ ຢູ່​ພາກ​ເໜືອ Yemen  ​ແລະ ລັດຖະບານ​ສູນ​ກາງ ​ເລີ່​ມ​ເກີດ​ຂຶ້ນ​ນັບ​ແຕ່​ປີ 2009. ຂະ​ບວນການ “ລະດູບານ​ໃໝ່​ອາຣັບ“ ​ເກີດ​ຂຶ້ນ, ປະທານາທິບໍດີ Salch ຖືກ​ໂຄ່ນ​ລົ້ມ​ເມື່ອ​ປີ 2011 ​ແລະ ທ່ານ Mansour Hadi ຂຶ້ນ​ກຳ​ອຳນາດ. ​ແຕ່​ເດືອນ 1/2015, ກຳລັງ Houthi ​ໄດ້​ບັງຄັບ​ໃຫ້ ປະທານາທິບໍດີ Hadi ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ພາຍຫຼັງ​ຢືດຄອງ​ນະຄອນຫຼວງ Sanaa. ນັບ​ແຕ່​ເດືອນ 2/2015, ການ​ປະ​ທະ​ກັນ ​ໄດ້​ບັງຄັບ​ໃຫ້​ທ່ານ Hadi ຕ້ອງ​​ໄປຍັງ​ນະຄອນ Aden ຢູ່​ທາງ​ທິດ​ໃຕ້, ​ແຕ່​ຝ່າຍ Houthi ຍັງ​ຄົງ​ສືບ​ຕໍ່​ບຸກ​ໂຈມ​ຕີ​ນະຄອນ Aden ​ເຮັດ​ໃຫ້​ທ່ານ Hadi ຕ້ອງ​ໄປ​ຍັງ Saudi Arabia ​ເພື່ອ​ຂໍ​ເອົາ​ການຊ່ວຍ​ເຫຼືອ​ຈາກ Riyadh. ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ນັບ​ແຕ່​ວັນ​ທີ 25/3, ຂະນະ​ທີ່​ພັນທະ​ມິດ​ໜູນ​ຊ່ວຍ​ປະທານາທິບໍດີ Hadi, ລວມມີ 10 ປະ​ເທດ​ອາຣັບ ​ແລະ ​ເຂດ​ອ່າວ, ​ໂດຍ Saudi Arabia ນຳ​ໜ້າ, ​ເລີ່​ມດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເພື່ອ​ສະກັດ​ກັ້ນ​ທະຫານ Houthi ບໍ່​ໃຫ້​ບຸກ​ໄປ​ສູ່​ທາງ​ທິດ​ໃຕ້.

        ສະພາບ​ການ​ສັບສົນ​ກວ່າ​ອີກ​ເມື່ອ Yemen ກາຍ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ Al – Qaeda ຢ່າງ​ເປັນ​ທາງ​ການ, ​ເມື່ອ​ບັນດາ​ກຸ່ມ​ອິດສະ​ລາມ​ຫົວ​ຮຸນ​ແຮງ Yemen ​ແລະ Saudi Arabia ​ເຕົ້າ​ໂຮມ​ກັນ​ເປັນ​ອົງການ Al – Qaeda ຢູ່​ອ່າວ ອາຣັບ, ກຸ່ມ​ນີ້​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ແຫຼ່ງ “ສົ່ງ​ອອກ​ກໍ່​ການ​ຮ້າຍ“ ອິດສະ​ລາມ​ໃຫຍ່​ກວ່າ​ໝູ່​ຢູ່​ໂລກ. Yemen ​ໄດ້​ກາຍ​ເປັນ​ແຜ່ນດິນ​ຂອງ​ລັດທິ​ຫົວ​ຮຸນ​ແຮງ ດ້ວຍ​ຫຼາຍ​ກຸ່ມ, ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ກັນ. ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ມາ​ແຕ່​ດົນ​ນານ​ລະຫວ່າງ​ກຳລັງ Houthi ນິກາຍ​ຊີ​ອະ ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອີຣານ, ກັບ​ກຳລັງ​ຂອງ​ປະທານາທິບໍດີ Hadi ນິກາຍ​ຊັນ​ນີ ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ Saudi Arabia, ນັບ​ມື້​ນັບ​ເຄັ່ງ​ຕຶງ ​ຈົນບໍ່​ສາມາດ​ຄວບ​ຄຸມ​ໄດ້.

        ການ​ປະ​ທະ​ກັນຍາ​ກທີ່​ຈະ​ແກ້​ໄຂ​ໄດ້

        ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ຮ້າຍ​ແຮງ, ພັນທະ​ມິດ​ໂດຍ Saudi Arabia ນຳ​ໜ້າ​ກໍ່​ບໍ່​ສາມາດ​ປ່ຽນ​ແປງ​ສິດ​ອຳນາດ​ຢູ່ Yemen ​ ​ແລະ ຟື້ນ​ຟູ​ສິດ​ອຳນາດ​ໃຫ້ ປະທານາທິບໍດີພັດ​ຖີ່​ນ Hadi ໄດ້. ສ່ວນ Houthi ​ເຖິງ​ວ່າຮັກສາ​ໄດ້​​ເຂດ​ດິນ​​ຢຶດຄອງ​, ​ໃນ​ນັ້ນ​ມີ​ນະຄອນຫຼວງ Sanaa ກໍ່ຕາມ, ​ແຕ່​ກໍ່​ບໍ່​ສາມາດ​ເປີດ​ກວ້າງ​ສິດ​ປົກຄອງ​ໃນ​ທົ່ວ​ປະ​ເທດ​ໄດ້. ການ​ປະ​ທະ​ກັນ​ຢູ່​ປະ​ເທ​ດໃຫຍ່​ອັນ​ດັບ​ສອງ​ຢູ່​ແຫຼມ​ອາຣັບນີ້ ນັບ​ມື້​ນັບ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ໂລກ​ເມື່ອ​ມີ​ຜູ້​ເສຍ​ຊີວິດ​ເກືອບ 2.000 ຄົນ ​ແລະ ຜູ້​ຖືກ​ບາດ​ເຈ​ັບປະມານ 8.000 ຄົນ. ຈຳນວນ​ຜູ້​ທີ່​ຕົກ​ເຂົ້າ​ສູ່​ສະພາບ​ນອນ​ກາງດິນ ກິນ​ກາງ​ຊາຍ, ​ແລະ ຂາດ​ເຂີນ​ອາຫານ​ຄາດ​ວ່າ​ໄດ້​ເພີ່ມ​ຂຶ້ນ​ເຖິງ 25 ລ້ານ​ຄົນ.

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ, ຖ້າ​ຫາກ​ບັນດາ​ມາດ​ຕະການ​ທາງ​ການ​ທູດ, ການ​ເຂົ້າ​ຮ່ວມ​ຈາກ​ພາຍ​ນອກ ​ແມ່ນ​ຂຶ້ນ​ກັບ​ຝ່າຍ​ໜຶ່ງ ​ແມ່ນ​ຍາກ​ທີ່​ຈະ​ບັນລຸ​ຜົນ​ໄດ້. ພຽງ​ແຕ່​ຊາວ​ Yemen ​ ​ເອງ​ຈະ​ຕ້ອງ​ປະສົບ​​ກັບ​ຜົນ​ຮ້າຍ​ຢ້ອນ​ຫຼັງ, ຖ້າ​ຫາກ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ. ສົງຄາມ​ປີນຂັ້ນ​ໄດ ຈະ​ຍູ້ Yemen ​ ຕົກ​ເຂົ້າ​ສູ່​ສະພາບ “ອ້າຍ​ນ້ອງ​ຂ້າ​ຟັນ​ລັນ​ແທງ​ກັນ“ ​ແລະ ຖືກ​ລົ້ມ​ລະລາຍ​ຢ່າງ​ສິ້ນ​ເຊິ​ງ.

ຕອບກັບ

ຂ່າວ/ບົດ​ອື່ນ