ວິກິດການຢູ່ຊີຣີ ຍັງບໍ່ທັນມີຍາມຈະສິ້ນສຸດ

  

ວິກິດການຢູ່ຊີຣີ ຍັງບໍ່ທັນມີຍາມຈະສິ້ນສຸດ - ảnh 1
ສະພາບການໃຊ້ຄວາມຮຸນແຮງຍັງຄົງເກີດຂື້ນຢູ່ ຊີຣີ
(ພາບ: Telegraph)


   ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ຊີຣີ ສືບ​ຕໍ່​ກາຍ​ເປັນ​ຈຸດ​ຮ້ອນ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ວົງ​ຄະນະ​ຍາດ​ສາ​ກົນ. ​ໄພ​ເກີດ​ສົງຄາມ​ກາງ​ເມືອງ​ຢູ່ ຊີຣີ ຢ່າງຮອບດ້ານ​ໄດ້​ຖືກ​ກ່າວ​ເຕືອນ​ຈາກ​ບັນດາ​ນັກ​​ໃຈ້​ແຍກ​ດ້ານການ​ເມືອງ ຂະນະ​ທີ່​ບັນດາ​ຄວາມ ລະ​ແວງ​ສົງ​ໄສກ່ຽວ​ກັບ​ຄວາມ​ສຳ​ເລັດຂອງ​ແຜນການ​ສັນຕິພາບ​ລວມຂອງ​ສະຫະປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ນັບມື້​ນັບ​ເພີ່ມ​ທະວິ​ຂຶ້ນ. ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ ​ແລ​ະ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຖືກ​ດຳ​ເນີນ​ໄປ​ນັ້ນ, ການ​ໃຊ້​ຄວາມ​ຮຸ່ນ​ແຮງ​ຍັງ​ຄົງ​​ເກິ​ດຂຶ້ນ​ຢູ່​ປະ​ເທດ​ນີ້, ອັນ​ໄດ້​​ເຮັດ​ໃຫ້​ປະ​ເທດ​ນີ້​ນັບ​ມື້​ນັບຖືກຕົກ​ເຂົ້າ​ສູ່​ສະພາບ​ການ​ ຍາກ ທີ່​​ຈະ​ຄວບ​ຄຸມ​ໄດ້.

     ​ໃນ​ການ​ຜັນ​ແປ​ທີ່​ຫຼ້າ​ສຸດ ຄື​ໃນ​ວັນ​ທີ 9/5 ຜູ້ນຳ​ຄະນະ​ນັກ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ປະຈຳ ຊີຣີ ທ່ານ​ພົນ​ຈັດຕະວາ Robert Mood ​ໄດ້​ລອດ​ຊີວິດ​ມາ​ໄດ້​ຈາກ​ເຫດ​ວາງ​ລະ​ເບີດ​ທີ່​ແນ​ໃສ່​ຂະ​ບວນລົດ​ອາລັກຂາ​​ແກ່ທ່ານຢູ່​ບໍລິ​ເວນ​ເທດ​ສະບາ​ນ​ເມືອງ ດາຣາອາ ທາງ​ພາກ​ໃຕ້​ຂອງ​ປະ​ເທ​ດ​ນີ້. ​ເຫດການ​ບຸກ​ໂຈ​ມຕີ ​ໄດ້​ເປັນ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ສະພາບການ​ໃຊ້​ຄວາມ​ຮຸນ​ແຮງທີ່ີພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່ ຊີຣີ. ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນວ່າ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງທີ່​ພວມເພີ່ມທະວີ​ຂຶ້ນ​ນັ້ນ​ໄດ້​ເຮັດ​ໃຫ້​ລະດັບ​ຄວາມ​ສຳ​ເລັດຂອງ ແຜນການ​ສັນຕິພາບ​ໂດຍ​ທ່ານ Kofi Annan ທູດ​ພິ​ເສດ​ຮ່ວມຂອງ​ສະຫະປະຊາ​ຊາດ ​ແລະ ສະຫະພັນ​ອາຣັບນຳ​ສະ​ເໜີ​ນັ້ນ ນັບ​ມື້​ນັບ​ຫຼຸດ​ລົງ. ກ່ອນ​ໜ້າ​ນັ້ນ, ຄື​ວັນ​ທີ 8/5 ກ່າວ​ຄຳ​ເຫັນ​ຢູ່​ທີ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ທ່ານ Kofi Annan ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງຢູ່ ຊີ​ຣີ ​ໄດ້​ຫຼຸດ​ລົງນັບ​ແຕ່​ເມື​ອ່ ສະຫະ​ປະຊາ​ຊາດຜັນ​ຂະຫຍາຍ​ຈັດ​ສົ່ງນັກ​ສັງ​ເກດ​ການ, ​ແຕ່ທ່ານທູດ​ພິ​ເສດ​ນີ້​ຍັງ​ຍອມຮັບ​ວ່າ ນັບ​ທັງ​ກຳລັງ​ລັດຖະບານ ​ແລະ ບັນດາ​ກຸ່ມ​ປະກອບ​ອາວຸດ​ຝ່າຍ      ​ຄ​້ານຍັງ​ບໍ່​ທັນ​ຢຸດຕິ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ເທື່ອ. ພ້ອມ​ກັນ​ນັ້ນ, ທ່ານ Kofi Annan ຍັງ​ກ່າວ​ເຕືອນ​ແຜນການ​ສັນຕິພາບ​ໃຫ້​ແກ່ ຊີຣີ ຂອງ​ທ່ານ ອາດ​ຈະ​ແມ່ນ​ກາລບະ​ໂອກາດ​ສຸດ​ທ້າ​ຍ​ເພື່ອ​ສະກັດ​ກັ້ນ​ສົງຄາມ​ກາງ​ເມືອງ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ຖ້າ​ຫາກ​ແຜນການ​ສັນຕິພາບ​ຖືກ​ລົ້ມ​ລະລາຍ, ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່​ຊີຣີ​ເທົ່າ​ນັ້ນ, ຫາກ​ຍັງ​ກໍ່​ຜົນ​ຮ້າຍ​ຢ່ອນ​ຫຼັງ​ໃຫ້​ແກ່​ທັງ​ພາກ​ພື້ນ​ອີກດ້ວຍ.

   ບັນຫາ​ຢູ່​ບ່ອນ​ນີ້ ​ແມ່ນ​ເຈດ​ຕະນາ​ດີຈາກ​ທັງ 2 ຝ່າຍພ້ອມ​ກັບຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ​ເພື່ອ​ຊ່ວຍ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ປະ​ເທ​ດນີ້. ​ແຕ່​ເປັນ​ໜ້າ​ເສຍດາຍ, ສິ່ງ​ນີ້​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ​ໂດຍ​ແທນ​ທີ່​ການ​ສະໜັບ ສະໜູນ, ຄວາມ​ມານະ​ພະຍາຍາມ​ເປັນກາງ​ໄກ່​ເກັ່ຍ​ໃຫ​້ແກ່ທຸກ​ຝ່າຍ​ນັ້ນ, ບາງ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ຊຶ່ງ​ນຳ​ໜ້າ​ແມ່ນ​ ອາ​ເມ​ລິ​ກາ ​ໄດ້​ສືບ​ຕໍ່​ເພີ່ມ​ທະວີ​ກຳລັງ​ດັນ, ​ເຮັ່ງ​ຮັດ​ບັນດາ​ມາດ​ຕະການ​ລົງ​ໂທດ ​ແນ​ໃສ່​ເຮັດ​ໃຫ່ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ ຊີຮີ Bashar al- Asad ອ່ອນ​ແອ​ລົງ. ວັນ​ທີ 9/5 ປະທານາທິບໍດີ ອາ​ເມ​ລິ​ກາ Barac Obama ​ໄດ້​ຕົກ​ລົງ​ຕໍ່​ກຳນົດ​ເວລາດຳ​ເນີນ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ພວມ​ນຳ​ໃຊ້​ຕໍ່​ຊີ​ຣີ ຕື່ມ​ອີກ 1 ປີ. ກ່ອນ​ໜ້າ​ນັ້ນ, ​ເອກ​ອັກຄະ​ລັດ​ຖະທູດ ອາ​ເມ​ລິ​ກາ ປະຈຳ ສະຫະ​ປະຊາ​ຊາດ Susan rice ໄດ້ກ່າວ​ຫາ ຊີຣີ ບໍ່​ປະຕິບັດ​ຕາມ​ແຜນການ​ສັນຕິພາບ​ໂດຍ​ສະຫະ​ປະຊາ​ຊາດສະໜັບ ສະໜູນ ​ແລະ ຢືນຢັນ​ວ່າ ອາ​ເມ​ລິ​ກາຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ດ້ານ​ພາຫະນະ​ພາລາ​ທິການ ​ແລະ ​ໂທລະ​ຄົ​ມໃຫ້​ແກ່ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຢູ່ ຊີຣີ .

    ຍ້ອນ​ມີ​ການ​ໜູນ​ຫຼັງ​ຂອງ​ບັນດາ​ອິດ​ທິກຳລັງ​ພາຍ​ນອກ, ກຳລັງ​ລຸກ​ຮື້​ຂຶ້ນ​ຢູ່ ຊີ​ຮີ​ສືບ​ຕໍ່​ມີ​ການ​ກະທຳ​ທ້າ​ທາຍ, ກໍ່​ການ​ຈະລາຈົນ. ຍົກ​ຕົວຢ່າງ​ຄື​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຢູ່​ຊີ​ຣີ​ເມື່ອ​ວັນ​ທີ 7/5. ລະອຽດ​ແມ່ນ​ກ່ອນ​ການ​ເລືອກ​ຕັ້ງ, ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ໄດ້​ປະຕິ​ເສດ​ການ​ເລືອກ​ຕັ້ງ ​ແລະ ຖື​ວ່າ​ນີ້​ແມ່ນ​ກົນອຸບາຍ​ຂອງ ປະທານາທິບໍດີ ຊີຮີ Bashar al- Asad ​ແນ​ໃສ່​ຮັກສາ​ສິດ​ອຳນາດ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈົ່ງ​ປະຕິ​ເສດ​ການ​ເລືອກ​ຕັ້ງ​ນີ້. ​ເຫດ​ວາງ​ລະ​ເບີດ​ກໍ່​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​ຢ່າງ​ຫຼວງ​ຫຼາຍໄດ້​ເກີດ​ຂຶ້ນ​ຢ່າງ​ລຽນຕິດ ຄື​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ຢູ່ Aleppo ​ແລະ ນະຄອນຫຼວງ Damacus ​ແລະ ອື່ນໆ. ​ແຕ່​ດ້ວຍ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ຈຳ​ເປັນ​ຖືກ​ຜັນ​ຂະຫຍາຍ​ນັ້ນ, ການ​ເລືອກ​ຕັ້ງ​ໄດ້​ຖືກ​ດຳ​ເນີນ​ໄປ​ດ້ວຍ​ດີ.

     ປະຈຸ​ບັນ ຊີຣີ ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງທ້າ​ທາຍ​ຫຼາຍ​ຢ່າງ. ຕາມ​ປະ​ທານ​ສະພາກາ​ແດງ​ສາກົນ ICRC Jacob Kellenberger , ຄວາມ​ຕ້ອງການ​ຊ່ວຍ​ເຫຼືອມະນຸດສະທຳ​ຢູ່ ຊີຣີ ພວມ​ເພີ່ມ​ຂຶ້ນ ​ແລະ ສະພາກາ​ແດງ​ສາກົນ​ໄດ້​ຮຽກຮ້ອງ​ໃຫ້​ອຸປະຖຳ​ເງິນ 27 ລ້ານ USD . ​ໃນ​ຂະນະ​ນັ້ນ, ລັດຖະມົນ​ຕິ​ກະຊວງ​ນ້ຳມັນ ຊີຣີ ​ໃຫ້​ຮູ້​ວ່າ ບັນດາ​ມາດ​ຕະການ​ລົງ​ໂທດຂອງ​ຝ່າຍ​ຕາ​ເວນ​ຕົກ​ທີ່​ແນ​ໃສ່​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ນ້ຳມັນ​ຂອງ ຊີ​ຣີ ​ໄດ້​ເຮັດ​ໃຫ້​ປະ​ເທດ​ນີ້​ເສຍ​ຫາຍ​ເກືອບ 3 ຕື້ USD . ​ແຕ່​ຫາງສຽງ​ຖື​ວ່າ ນີ້​ຍັງ​ບໍ່​ທັນ​ແມ່ນ​ຈຸດ​ຢືນ​ສຸດ​ທ້າຍ​ຖ້າ​ຫາກ​ວ່າ ບໍ່​ສາ​ສາດຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ຢ່າງຮອບດ້ານ ​ແລະ ມີ​ປະສິດທິ​ຜົນ​ໃຫ້​ແກ່ ຊີຣີ.

    ປະຊາ​ຄົມ​ໂລກພວມ​ຮ່ວມ​ແຮງ​ຮ່ວມ​ໃຈ​ສະກັດ​ກັ້ນ​ໄພ​ເກີດ​ສົງຄາມ​ກາງ​ເມືອງ​ຢ່າງຮອບດ້ານ​ຢູ່ ຊີຣີ . ຄາດ​ຄະ​ເນ​ວ່າ ທ່ານ Kofi Annan ຈະ​ກັບ​ຄືນ ຊີຣີ ​ໃນ 2,3 ອາທິດ​ທີ່​ຈະ​ເຖິງ​ ເພື່ອ​ເກັ້ຍກອມ​ບັນດາ​ຝ່າຍ​ປະຕິບັດ​ຕາມ​ແຜ​ນການ​ສັນຕິພາບ. ທ່ານ​ເລຂາ​ທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban ki Moon ​ໄດ້​ຮຽກຮ້ອງ​ໃຫ້​ບຸລິມະສິດ​ແກ່​ການ​ຜັນ​ຂະຫຍາຍຈັດ​ສົ່ງ​ ບັນດາ​ນັກ​ສັງ​ເກດ​ການ ສະຫະ​ປະຊາ​ຊາດ​ໄປ​ຍັງ​ປະ​ເທດ​ນີ້​ໂດຍ​ໄວ. ​ໄລ່​ຮອດ​ວັນ​ທີ 10/5 ມີ ນັກ​ສັງ​ເກດ​ການ ກ່ວາ 130 ຄົນ​ຖືກ​ຈັດ​ສົ່ງ​ໄປ​ຍັງ​ປະ​ເທດ​ນີ້​ ​ແລະ ຈຳ​ນວນ​ນັກ​ສັງ​ເກດ​ການ​ອາດ​ຈະ​ເພີ່ມ​ຂຶ້ນ​ເຖິງ 300 ຄົນ​ໃນ​ເດືອນ​ນີ້. ​ເຈດ​ຕະນາ​ດີ​ຂອງ ປະຊາ​ຄົມ​ໂລກຈະ​ຖືກ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດຖ້າ​ຫາກ​ວ່າ​ທຸກ​ຝ່າຍ​ມີ​ທິດ​ທາງ​ອັນ​ດຽວ​ກັນ ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຂອງ​ປະ​ເທດ​ຊາດ. ​ແຕ່​ໃນ​ສະພາບ​ການ​ປະຈຸ​ບັນນີ້, ​ເບິ່ງ​ຄື​ວ່າ ບໍ່​ສາມາດ​ປະຕິບັດ​ໄດ້​ຢ່າງ​ງ່າຍດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ