ວິກິດການໜີ້ສິນຂອງເກຼກ ຍາກທີ່ຈະແກ້ໄຂໄດ້

(vovworld)-ວັນ​ທີ 20/2, ລັດຖະມົນຕີ​ການ​ເງິນ​ບັນດາ​ປະ​ເທດ​ທີ່​ນຳ​ໃຊ້​ສະກຸນ​ເງິນ ​ເອີ​ໂຮ ​ໄດ້ຈັດກອງປະຊຸມ​ຢູ່ Brussel ປະ​ເທດ​ແບ​ນຊິກ ​ເພື່ອ​ພິຈາລະນາ​ຂໍ້​ຕົກລົງ​ກັບເກຼກ ກ່ຽວ​ກັບ​ເລື່ອງ​ ອີ​ຢູ ​ແລະ IMF ສະຫງວນ​ໃຫ້​ປະ​ເທດ​ນີ້​ບ້ວງ​ເງິນ​ກູ້​ຊ່ວຍ​ທີ 2 ດ້ວຍມູນ​ຄ່າ 130 ຕຶ້ເອີ​ໂຮ​ ກໍ່​ຄື​ເລື່ອງ​ບັນດາ​ເຈົ້າ​ໜີ້​ເອກະ​ຊົນ​ລົບ​ໜີ້ 100 ຕຶ້ ​​ເອີ​ໂຮ ​ໃຫ້​ແກ່ ​ເກຼັກ. ​ແຕ່​ເບິ່ງ​ຄື​ວ່າ​ວິ​ກິດ​ການ​ໜີ້​ສິນ​ນີ້​ຍັງ​ບໍ່​ທັນ​ມີ​ມາດ​ຕະການ​ໃດ​ສາມາດແກ້​ໄຂ​ໄດ້.

        ​ເພື່ອ​ກູ້​ຊ່ວຍ ​ເກຼັກ, ຄະນະ​ກຳມະການ​ເອີ​ລົບ (EC), ທະນາຄານ​ສູນ​ກາງ​ເອີ​ລົບ (ECB) ​ແລະ​ ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໄດ້​ບັງຄັບ​ໃຫ້​ປະ​ເທດ​ນີ້​ຕ້ອງ​ນຳ​ໃຊ້​ຫຼາຍ​ມາດ​ຕະການ​ປະຢັດ. ​ເພື່ອ​ແກ້​ໄຂ​ໜີ້​ສິນ ​ແລະ ​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຊ່ວຍ​ທີ 2, ດ້ວຍມູນ​ຄ່າ 130 ຕຶ້ເອີ​ໂຮນັ້ນ, ວັນ​ທີ 19/2, ລັດຖະບານ​ເກຼັກ ​ໄດ້​ຮັບຮອງ​ເອົາ​ບັນດາ​ມາດ​ຕະການ​ປະຢັດ​ສຸດ​ທ້າຍ​ ເຊິ່ງສະຫະພາບ​ເອີ​ລົບ (EU) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໄດ້​ວາງ​ອອກ, ຕາມ​ນັ້ນ​ແລ້ວ, ​ເກຼກ ຈະ​ຫຼຸດຜ່ອນ​ຈຳນວນ​ເງິນ​ເກືອບ 100 ລ້ານເອີ​ໂຮ ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​ ແລະ ​ປ້ອງ​ກັນ​ປະ​ເທດ, ​ເກືອບ 45 ລ້ານ ​ເອີ​ໂຮ ຈາກ​ການ​ຫຼຸດ​ລະດັບ​ເງິນ​ບຳ​ນານພື້ນຖານ. ຈຳນວນ​ເງິນ​ທີ່​ຍັງ​ເຫຼືອ​ແມ່ນ​ຈາກ​ການ​ຫຼຸດ​ຈຳນວນ​ເງິນ​ອຸດ​ໜູນ​ໃຫ້​ແກ່​ຄອບຄົວ​ທີ່​ມີ​ລູກ​ຫຼາຍ​ຄົນ, ຫຼຸດ​ເງິນ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ໃນ​ປີ​ນີ້ ​ແລະ​ຫຼຸດເງິນ​ໃຊ້​ຈ່າຍ​ໃນ​ຂົງ​ເຂດ​ອື່ນ​ອີກຈຳນວນ​ໜຶ່ງ. ພ້ອມ​ນັ້ນ, ​ແມ່ນ​ການ​ກໍ່​ຄວາມດັນ ​ເພື່ອ​ໃຫ້​ບັນດາ​ເຈົ້າ​ໜີ້​ເອກະ​ຊົນ​ເກຼກ (​ເຊິ່ງລວມມີ​ບັນດາ​ທະນາຄານ​ ຫຼື​ ​ບໍລິສັດ​ປະກັນ​ໄພ) ລົບ​ໜີ້​​ໃຫ້​ແກ່​ເກຼກເທື່ອ​ລະ​ກ້າວ​ ​ແຕ່ 21% ​ເຖິງ 50% ​ແລະ 70%. ອາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ບັນດາ​ເງື່ອນ​ໄຂ​ທີ່ເຄັ່ງ​ຄັດ ​ເພື່ອ​ຈຸດໝາຍ​ຫຼຸດຜ່ອນ​ໜີ້​ສິນ​ຂອງ​ເກຼກ ຈາກ 160% ຂອງ​ຈີ​ດີ​ພີ​ໃນ​ປະຈຸ​ບັນ​ລົງ​ເຫຼືອ​ພຽງ 120% ​ໃນ​ປີ 2020. ​ແຕ່​ເບິ່ງ​ຄື​ວ່າ, ນີ້​ແມ່ນ​ຈຸດໝາຍ​ຍາກ​ທີ່​ຈະ​ບັນລຸ​ໄດ້​ ຍ້ອນ​ບັນດາ​ບ້ວງ​ເງິນ​ກູ້​ຢືມ​ຂອງ​ເກຼກ ພຽງ​ແຕ່​ພໍດີ​ໃຫ້​ແກ່​ການ​​​ໃຊ້​ກຳ​ໄລ​ ​ແລະ ຮັບ​ມືກັບ​ໜີ້​ສິນ​ເທົ່າ​ນັ້ນ, ບໍ່​ສາມາດ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ໄດ້. ​​ເກຼັກ​ ໄດ້​ນຳ​ໃຊ້​ບ້ວງ​ເງິນທີໜຶ່ງ 110 ຕຶ້​ເອີ​ໂຮ ​ເຂົ້າ​ໃນ​ການ​​ໃຊ້​ກຳ​ໄລ ​ແລະ​ໃນ​ເທື່ອ​ນີ້, ​ເກຼກ ຈະ​ນຳ​ໃຊ້ 2/3 ​ໃນບ້ວງ​ເງິນກູ້​ຊ່ວຍທີ​ສອງດ້ວຍ​ມູນ​ຄ່າ 130 ຕຶ້​ເອີ​ໂຮເຂົ້າ​ໃນ​ການ​ໃຊ້​ກຳ​ໄລ ​ເພື່ອ​ຫຼີກ​ລ້ຽງບໍ່​ໃຫ້​ເກີດ​ໄພລົ້ມ​ລະລາຍ​ໃນ​ວັນ​ທີ 20/3 ຈະ​ມາ​ເຖິງ. ​ແຕ່ເກຼກ ຍິ່ງ​ປະຢັດ​ເທົ່າ​ໃດ, ພື້ນຖານ​ເສດຖະກິດ​ຍິ່ງ​ຊຸດ​ໂຊມ​ເທົ່າ​ນັ້ນ, ​ເພາະວ່າ​ບັນດາ​ມາດ​ຕະການ​ປະຢັດ ​ເຊິ່ງ​ເກຼກ ນຳ​ໃຊ້​ນັ້ນ​ພຽງ​ແຕ່​ເລັ່ງ​ໃສ່​ການ​ຫຼຸດຜ່ອນ​ເງິນ​ໃຊ້​ຈ່າຍ ​ເພື່ອ​ຮັດ​ແຄບ​ລາຍ​ຈ່າຍ​ເກີນ​ດຸ່ນງົບປະມານ​ແຫ່ງ​ລັດ, ຫຼຸດຜ່ອນ​ໜີ້​ສິນ​ຂອງ​ລັດ​ເທົ່າ​ນັ້ນ, ​ໃນ​ສະພາບ​ການພື້ນຖານ​ເສດຖະກິດ​ບໍ່​ເຕີບ​ໂຕ ​​ແລະ​ ໃນ​ສະພາບ​​ທີ່​ລັດ ​ເກຼກ ຕ້ອງ​ໃຊ້​ກຳ​ໄລ 8,8% ​ເຊິ່ງ​ແມ່ນ​ລະດັບ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ອັດຕາ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ. ສິ່ງ​ດັ່ງກ່າວ​ໄດ້​ອະທິບາຍ​ໃຫ້​ເຫັນ​ວ່າ ຈີ​ດີ​ພີ ຂອງ ​ເກຼກ ​ໄດ້ຊຸດ​ໂຊມ​ຢ່າງ​ຕໍ່​ເນື່ອງ​ໃນ​ເວລາ 4 ປີ. ປີ 2011 ຫຼຸດ​ລົງ 6% ​ເມື່ອ​ທຽບ​ໃສ່​ປີ 2010 ​ແລະ ຕາມ​ການ​ຄາດ​ຄະ​ເນ​ຂອງ IMF ​ແລ້ວ, ປີ 2012, ຈີ​ດີ​ພີ ຂອງ​ປະ​ເທດ​ນີ້ ສືບ​ຕໍ່​​ຫຼຸດ​ລົງ​ຕື່ມ​ອີກ 4%.

ວິກິດການໜີ້ສິນຂອງເກຼກ ຍາກທີ່ຈະແກ້ໄຂໄດ້ - ảnh 1

  ຊາວເກຼັກແຫ່ຂະບວນປະທ້ວງຢູ່ຕໍ່ໜ້າຫໍສະພາແຫ່ງຊາດ
(ພາບ:sggp.org.vn)

ໄພ​ຊຸດ​ໂຊມ, ​ໄພ​ຫວ່າງ​ງານ, ການ​ຂາດ​ດຸ່ນງົບປະມານ ​ແມ່ນ​ສິ່ງ​ທີ່​ເກຼກ ຕ້ອງ​ແກ້​ໄຂ, ອາດ​ເວົ້າ​ໄດ້​ວ່າ ມາດ​ຕະການ​ປະຢັດ ​ແລະ​ ບ້ວງ​ເງິນ​ກູ້​ຊ່ວຍ​ນັບ​ຕຶ້​ເອີ​ໂຮ ​ເຊິ່ງບັນດາ​ອົງການ​ການ​ເງິນ​ເອີ​ລົບ ​ແລະ IMF ຈັດ​ວາງ​ໃຫ້​ແກ່ Athene ນັ້ນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຍູ້​ສັງຄົມເກຼກ ຕົກ​ເຂົ້າ​ສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບ. ນັບ​ແຕ່ມີ​ການ​ເຂົ້າ​ຮ່ວມ​ຂອງຄະນະ​ກຳມະການ​ເອີ​ລົບ (EC), ທະນາຄານ​ສູນ​ກາງ​ເອີ​ລົບ (ECB) ​ແລະ​ ກອງ​ທຶນ​ເງິນຕາ​ສາກົນ (IMF), ຄ່າ​ແຮງ​ງານ​ຢູ່​ປະ​ເທດ​ນີ້​ໄດ້​ຫຼຸດ​ລົງ​ສະ​ເລ່ຍ​ແມ່ນ 14,3%, ສະ​ເພາະ​ລັດຖະກອນ​ແມ່ນ 9% ​ແລະ ຂະ​ແໜງ​ບໍລິການຮ້ານຄ້າ, ​​ໂຮງ​ແຮມ​ແມ່ນ 33%. ຊ່ຽວຊານ​ດ້ານ​ເສດຖະກິດ​ຜູ້​ໜຶ່ງ​ຂອງ​ເຢຍລະ​ມັນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຖ້າ​ຫາກ​ວ່າ​ລະດັບ​ຫຼຸດ​ລົງ​ນີ້​ຍັງ​ເພີ່​ມຂຶ້ນ​ອີກ ມັນ​ຈະ​​ກະທົບ​ເຖິງ​ດ້ານ​ການ​ເມືອງ. ວັນ​ທີ 19/2, ບັນດາ​ອົງການ​ກຳມະບານ​ໄດ້​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນປະ​ທ້ວງດ້ວຍ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍຢູ່​ນະຄອນຫຼວງ Athene ​ແລະ ນະຄອນ​ອື່ນໆ​ຂອງ​ເກຼກ ​ເພື່ອ​ຄັດຄ້ານ​ບັນດາ​ມາດ​ຕະການ​ປະຢັດ​ຂອງ​ລັດຖະບານ. ​ຜູ້ແຫ່​ຂະ​ບວນນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນຢູ່​ຕໍ່ໜ້າ​ຫໍ​ສະພາ​ແຫ່ງ​ຊາດ ​ເພື່ອ​ຄັດຄ້ານ​ບັນດາ​ມາດ​ຕະການ​ຫຼຸດຜ່ອນ​ເງິນ​ເດືອນ ​ແລະ​ເງິນ​ບຳນານ ​ເຊິ່ງ​ໄດ້​ພາ​ໃຫ້​ຊີວິດ​ຂອງ​ເຂົາ​ເຈົ້າ​ປະສົບ​ກັບຄວາມ​ຫຍຸ້ງຍາກ​. ຕໍ່ໜ້າ​ສະພາບ​ການວິ​ກິດ​ການ​ໜີ​ສິນ​ຢູ່​ເກຼກ, ​ໄດ້​ມີ​ຜູ້​ຊ່ຽວຊານ ​ແລະ ບັນດາ​ນັກ​ການ​ເມືອງ​ຫຼາຍ​ຄົນ​​ເວົ້າ​ວ່າ ​ເກຼກ ຄວນຖອນ​ອອກ​ຈາກ​ສະຫະພັນ​ເງິນຕາ​ເອີ​ລົບ ​ເພື່ອ​ຫຼີກ​ລ້ຽງ​ສະພາບ​ການ​ທີ່​ຮ້າຍ​ແຮງຢູ່​ປະ​ເທດ​ນີ້ ​ແລະ​ກູ້​ຊ່ວຍ​ບັນດາ​ປະ​ເທດ​ນຳ​ໃຊ້​ສະກຸນ​ເງິນເອີ​ໂຮ​ ເວົ້າ​ລວມ ກໍ່​ຄື ສະຫະພາບ​ເອີ​ລົບ​ເວົ້າ​ສະ​ເພາະ

ຕອບກັບ

ຂ່າວ/ບົດ​ອື່ນ