ວິຕົກກັງວົນຫລືຕັ້ງໃຈເຂົ້າໃຈຜິດກ່ຽວກັບດຳລັດເລກທີ 72

(vovworld)- ດຳລັດ​ເລກທີ 72 ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະຫນອງ, ນຳ​ໃຊ້​ບໍລິການ ອິນ​ເຕີ​ແນ​ັດ ​ແລະ ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຄ່າ​ຍອິນ​ເຕີ​ແນັດ ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 1/9/2013 ​ເປັນ​ຕົ້ນ​​ໄປ ​ແມ່ນ​ກອບ​ກົດໝາຍ​ທີ່​ສຳຄັນ, ສ້າງ​ສະ​ພາບ​ແວດ​ລ້ອມ​ເພື່ອ​ໃຫ້​ອິນ​ເຕີ​ແນ​ດພັດທະນາ​ຢ່າງ​ປອດ​ໄສ​ຢູ່ ຫວຽດນາມ. ​ເປັນ​ຫນ້າ​ເສຍດາຍ ​ຫວ່າງ​ແລ້ວ​ນີ້ ສະຖານທູດ​ອາ​ເມ​ລິ​ກາ ຢູ່ຮ່າ​ໂນ້ຍ ​ໄດ້​ອອກ​ແຈ້ງ​ການ​ຫນັງສືພິມ​ກ່ຽວ​ກັບ​ເຫດການ​ນີ້ ​ແລະ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ທີ່​ໄຮ້​ເຫດຜົນ​ກ່ຽວ​ກັບ​ດຳລັດ​ເລ​ກທີ 72. ​        ພາຍຫລັງ​ອາທິດ​ຫນຶ່ງ ​ເມື່ອ​ດຳລັດ​ເລກທີ 72 ຂອງ​ຫວຽດນາມ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 6/9/2013, ສະຖານທູດ ອາ​ເມ​ລິ​ກາ ປະຈຳ​ຮ່າ​ໂນ້ຍ ​ໄດ້ປະກາດ​ອັນ​ທີ່​ເອີ້ນ​ວ່າ ​ແຈ້ງ​ການ​ຫນັງສືພິມ, ​ໃນ​ນັ້ນ ມີ​ຕອນ​ຂຽນ​ວ່າ: ດຳລັດ​ເລກທີ 72 ​ໄປ​ຝືນ​ກັບ​ພັນທະ​ຂອງ​ຫວຽດນາມ​ໃນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອ​ນ ​ແລະ ການ​ເມືອງ ກໍ​ຄື​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ຖະ​ແຫລ​ງການສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ​ທີ່​ລະບຸ​ໄວ້​ໃນ​ດຳລັດ ​ເພາະມັນ​ຈຳກັດ​ບັນດາ​ຮູບ​ການ​ສື່ຂ່າວ ຊື່​ງສ່ວນ​ບຸກຄົນ​ສາມາດ​ແບ່ງປັນ​ຜ່ານ​ລະຫັດ​​ໃນ​ເຄືອ​ຄ່າ​ຍສັງຄົມ​ ​ແລະ ບັນດາ​ຫນ້າ​ເວັບ. ນອກ​ນັ້ນ ດຳລັດ​ສະບັບ​ນີ້ ຈະ​ຈຳກັດ​ການ​ພັດທະນາ​ຂອງ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ທີ່ພວມ​ພັດທະນາ​ຂອງ​ຫວຽດນາມ ດ້ວຍ​ການ​ຈຳກັດ​ການ​ປ່ຽນ​ໃຫມ່​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສະກັດ​ກັ້ນ​ກາ​ນລົງທຶນ​ຕ່າງປະ​ເທດ.

ວິຕົກກັງວົນຫລືຕັ້ງໃຈເຂົ້າໃຈຜິດກ່ຽວກັບດຳລັດເລກທີ 72 - ảnh 1
ພາບປະກອບ:internet

        ຖ້າ​ບໍ່​ຮັບ​ຟັງ​ຄຳ​ເຫັນ​ຈາກ​ຫາງ​ສຽງ ອາດ​ຈະ​ບໍ່​ເຫັນ​ໄດ້​​ເຖິງການ​ກະທຳ​ໄຮ້​ເຫດຜົນ​ຂອງ​ສະຖານທູດ​ອາ​ເມ​ລິ​ກາ ຜ່ານ​ອັນ​ທີ່​ເອີ້ນ​ວ່າ ​ແຈ້ງການ​ຫນັງສື​ພີ​ມທີ່​ກ່າວ​ມາ​ຂ້າງ​ເທິງ. ກົງ​ກັບ​ເວລາ​ທີ່​ສະຖານທູດ ອາ​ເມ​ລິ​ກາ ອອກ​ແຈ້ງ​ການ​ຫນັງສືພິມ​ກ່ຽວ​ກັບ​ດຳລັດ​ເລກທີ 72, ​ໃນ​ລາຍການ​ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ, ທ່ານ ຫງວຽນ​ບັກ​ຊອນ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ໄດ້​ໃຫ້​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນດາຈຸດ​ເດັ່ນ​ຂອງ​ດຳລັດ​ດັ່ງກ່າວ. ຕາມ​ນັ້ນ​ແລ້ວ, ດຳລັດ​ເລ​ກທີ 72 ​ໄດ້​ຍົກ​ອອກ​ບັນດາ​ເນື້ອ​ໃນ​ໃຫມ່, ​ໃກ້ຊິດ​ຕິດ​ແທດກັບ​ຫລັກການ​ພັດທະນາ ​ໄປ​ຄຽງ​ຄູ່​ກັບ​ການ​ຄຸ້ມ​ຄອງ, ລະດົມ​ກຳລັງ​ໃຈ, ສົ່ງ​ເສີມ​ປະຊາຊົນ​ສະຫນອງ, ຊອກ​ຫາ, ​ແລກປ່ຽນ, ​ແບ່ງປັນ​ຂໍ​້ມູນ​ຂ່າວ​ທາງອິນ​ເຕີ​ແນັດ, ພັດທະນາ​ບັນດາ​ຮູບ​ການ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຄ່າ​ຍອິນ​ເຕີ​​ແນັດ. ດຳລັດ​ດັ່ງກ່າວ​ກໍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່ປະຊາຊົນ​ໃນ​ການ​ສະຫນອງ​ຂໍ້​ມູນ​ຂ່າ​ວສານ​ຜ່ານ​ຊາຍ​ແດນ ບົນ​ພື້ນຖານ​ຮັບປະກັນ​ຄວາມ​ຖືກຕ້ອງ​ກັບ​ກົດໝາຍ​ຫວຽດນາມ, ທຳນຽ​ມສາກົນ ​ແລະ ບັນດາ​ສົນທິສັນຍາ​ສາກົນ ຊື່​ງຫວຽດນາມ​ໄດ້​ເຂົ້າ​ຮ່ວມ, ​ແລະ ກຳນົດ​ກ່ຽວ​ກັບ​ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ອົງການ, ສ່ວນ​ບຸກຄົນ​ສຳລັບ​ການ​ສະຫນອງ, ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ທາງ​ອິນ​​ເຕີ​ແນ​ັດ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ປົ​ກປ້ອງ​ສິດຜົ​ນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຜູ້ນຳ​ໃຊ້​ອິນ​ເຕີ​ແນ​ດ. ສະ​ນັ້ນ ດຳລັດ​ດັ່ງກ່າວ​ບໍ່​ໄປ​ຝືນ​ກັບ​ບັນດາ​ພັນທະ​ຂອງ​ຫວຽດນາມ ​ໃນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດ​ພົນລະ​ເຮືອນ ​ແລະ ການ​ເມືອງ ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ​ໃນ​ຖະ​ແຫລ​ງການສາກົນ ກ່ຽວ​ກັບ​ສິດທິ​ມະນຸດ ຄື​ດັ່ງ​ແຈ້ງ​ການ​ຫນັງສືພິມ​ຊື່​ງສະຖານທູດ ອາ​ເມ​ລິ​ກາ ຢູ່ ຮ່າ​ໂນ້ຍ ​​ໄດ້ເຕື້ອງ​ເຖິງ.

ວິຕົກກັງວົນຫລືຕັ້ງໃຈເຂົ້າໃຈຜິດກ່ຽວກັບດຳລັດເລກທີ 72 - ảnh 2
ທ່ານຫງວຽນບັກຊອນ, ລັດຖະມົນຕີກະຊວງຖະ​ແຫລ​ງຂ່າວ
​ແລະ ສື່ສານ ຫວຽດນາມ

ທ່ານ​ ຫງວຽນບັກ​ຊອນ ລັດຖະມົນຕີ​ກະຊວງຖະ​ແຫລ​ງຂາ່ວ ​ແລະ ສື່ສານ ຫວຽດນາມ ຢືນຢັນ​ວ່າ:

        “ທຸກໆ​ປະ​ເທດ​ໃນ​ໂລກລ້ວນ​ແຕ່​ຖື​ເປັນ​ສຳຄັນ​ເສລີພາບ​ໃນ​ການ​ປາກ​ເວົ້າ, ລ້ວນ​ແຕ່​ມີ​ບັນດາ​ຂໍ້​ກຳນົດ​ຮັບປະກັນ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຂອງ​ມະນຸດ. ​ແຕ່​ບໍ່​ມີ​ປ​ະ​ເທດ​ໃດ​ຖື​ສິດ​ເສລີ​​ໃນ​ການ​ປາກ​ເວົ້າ​ແມ່ນ​ບໍ່​ມີ​ຂອບ​ເຂດ​ຈຳກັດ, ຍາ​ມ​ໃດ​ກໍ​ຕັ້ງຢູ່​ໃນ​ຂອບ​ເຂດຂອງ​ກົດໝາຍ. ​ເສລີພາບ​ໃນ​ການ​ປາກ​ເວົ້າ​ໄດ້​ຮັບ​ການ​ປົກ​ປ້ອງ​ເມື່ອ​ມັນ​ບໍ່​ກໍ່​ຜົນ​ເສຍ​ຫາຍ​ຕໍ່​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ, ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ບັນດາ​ປະ​ເທດ. ຍ້ອນ​ເຫດ​ນີ້​ເອງ ລັດຖະບານ​ໄດ້​ປະກາດ​ໃຊ້​ດຳລັດ​ເລກທີ 72. ນີ້​ແມ່ນ​ດຳລັດ​ທີ່​ສຳຄັນ​ທີ່​ສຸດ​​ໃນ​ການ​ສ້າງ​ກອບ​ກົດໝາຍ​ກໍ​ຄື​ເປັນ​ກຳລັງ​ຊຸກຍູ້​ພັດທະນາ​ອິນ​ເຕີ​ແນ​ດ ​ແລະ ສະຫນອງ, ນຳ​ໃຊ້​ການ​ບໍລິການ​ອິນ​ເຕີນ​ແນ​ດກໍ​ຄື​ເຄືອ​ຄ່າ​ຍສັງຄົມ.”

        ກ່ຽວ​ກັບ​ສິ່ງ​ດັ່ງກ່າວ, ທ່ານ​ ຫງວຽນບັກ​ຊອນ ລັດຖະມົນຕີ​ກະຊວງຖະ​ແຫລ​ງຂາ່ວ ​ແລະ ສື່ສານ ຫວຽດນາມ ຊີ້​ແຈ້ງວ່າ:

        “ດັ່ງ​ທີ່ພວກ​ເຮົາ​ໄດ້​ຮູ້​ແລ້ວວ່າ, ​ໃນ​ດຳລັດ​ເລກທີ 72, ມາດຕາ 20 ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ບັນດາ​ຄຳ​ນິຍາມ, ຈຳ​ແນ​ກຢ່າງ​ຈະ​ແຈ້ງ​ເນື້ອ​ໃນ​ຂອງ​ບັນດາ​ຫນ້າ​ເວັບ​ພວມ​ເຄ່ືອນ​ໄຫວ​ປະຈຸ​ບັນ. ດຳລັດ​ບໍ່​ຫ້າມ​ບຸກຄົນ​ສະຫນອງ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ຂອງ​ສ່ວນ​ບຸກຄົນ​ຕໍ່​ສັງຄົມ, ພຽງ​ແຕ່​ຫ້າມ​ບໍ່​ໄດ້​ປະຕິບັດ​ການ​ສະຫນອງ​ຂໍ້​ມູນ​ຂ່າວສານ​ສັງ​ລວມ.  ກ່ຽວ​ກັບ​ສິດຜົນ​ປະ​ໂຫຍ​ດ, ພັນທະ​ຂອງ​ຜູ້ນຳ​ໃຊ້​ອິນ​ເຕີ​ແນ​ດ, ມາດຕາ 23 ​ເວົ້າ​ເຖິງ​ສິດ ​ແລະ ພັນທະ​ຂອງ​ຜູ້ນຳ​ໃຊ້​​ຫນ້າ​ເວັບ​ສັງຄົມ​ກໍບໍ່​ມີ​ມາດຕາ​ໃດ​ຫ້າມ​ພວກ​ເຮົາ​​ນຳ​ໃຊ້ ​ແລະ ຂຸດ​ຄົ້ນ, ຊອກ​ຫາ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຄາຍ​ອິນ​ເຕີ​ແນ​ດ.”

        ດຳລັດ​ເລກທີ 72 ດ້ວຍ​ບັນດາ​ມາດຕາ​ຈະ​ແຈ້ງ ນັ້ນ​ແມ່ນ​ເຄື່ອງ​ມືແນະນຳ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ໃນ​ການ​ຖະ​ແຫລ​ງຂ່າວ. ສະ​ນັ້ນ ສະຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ​ບໍ່​ຄວນ​ວິຕົກ​ກັງວົນ​ກ່ຽວ​ກັບ​ດຳລັດດັ່ງກ່າວ.

​        ​ເລື່ອງ​ຄຸ້ມ​ຄອງ​ອິນ​ເຕີ​ແນັ​ດ ດ້ວຍ​ກົດໝາຍ​ບໍ່​ພຽງ​ແຕ່​ຢູ່ອາ​ເມ​ລິ​ກາ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່ ຈີນ, ສ​ເກົາຫລີ, ອິນ​ເດຍ, ອີຣານ, ສິງກະ​ໂປ…. ກໍ​ເຊັ່ນ​ດຽວ​ກັນ​ກັບປະ​ເທດ​ອື່ນ, ຫວຽດນາມ​ກໍ​ມີ​ການ​ກຳນົດ​ກົດໝາຍ​ສອດ​ຄອ່ງກັບ​ກົດໝາຍ​ສາກົນ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ​ຊາດ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ອິນ​ເຕີ​ແນັ​ດ ​ແລະ ຮັບປະກັນ​ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ. ​ໃນ​ສະພາບ​ການ​ຄື​ແນວ​ນັ້ນ ​ແຈ້ງ​ການ​ຫນັງສືພິມ​ກ່ຽວ​ກັບ​ດຳລັດ​ເລກທີ 72 ຂອງ​ສະຖານທູດ ອາ​ເມ​ລິ​ກາ​ປະຈຳ ຮ່າ​ໂນ້ຍ ​ແມ່ນ​ການ​ແຊກ​​ແຊງ​ທີ່​ໄຮ້​ເຫດຜົນ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ. ການ​ກະທຳ​ໄຮ້​ເຫດຜົນ​ຫລື​ຕັ້ງ​ໃຈ ​ໄດ້​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ອົງການ​ຈັດ​ຕັ້ງ​ຈຳນວນ​ຫນື່ງ, ສ່ວນ​ບຸກຄົນ​ທີ່​ຂາດ​ເຈດ​ຕະນາ​ດີ ສວຍ​ໃຊ້, ​ເສກ​ສັນ​ປັ້ນ​ແຕ່ງ​ທັດສະນະ, ນະ​ໂຍບາຍ, ກົດໝາຍ​ອັນ​ຖືກ​ຕ້ອງ​ຂອງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ