ວິທີການໃໝ່ເພື່ອຊຸກຍູ້ວິວັດທະນາສັນຕິພາບຢູ່ຕາເວັນອອກກາງ

ຫວ່າງມໍ່ໆ​ມານີ້, ສະ​ພາ​ແຫ່ງ​ຊາດ​ຝະ​ລັ່ງ​ໄດ້​ຮັ​ບ​ຮອງ​ເອົາ​ມະ​ຕິ​ຮັບ​ຮອງ ປາ​ແລັດ​ສະ​ຕິນ​ແມ່ນ​ປະ​ເທດ​ເອ​ກະ​ລາດ. ເປັນ​ອັນ​ວ່າ ຖັດ​ຈາກ​ຊູ​ແອດ, ອັງ​ກິດ, ອຽກ​ລັງ, ແອັດ​ສະ​ປາຍນັ້ນ, ຝະ​ລັ່ງແມ່ນ​ປະ​ເທດ​ທີ່ 5 ໃນ​ເຂດ​ເອີ​ລົບ​ຕາ​ເວັນ​ຕົກ ໄດ້​ສະ​ໜັບ​ສະ​ໜູນ ປາ​ແລັດ​ສະ​ຕິນສ້າງ​ຕັ້ງ​ລັດ​ຂອງ​ສະ​ເພາະ​ຕົນ​ເອງ. ໃນ​ສະ​ພາບ​ບັນ​ດາ​ການ​ເຈ​ລະ​ຈາ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ດ້ວຍ​ການ​ຄົງ​ຕົວ 2 ລັດ​ລະ​ຫວ່າງ ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອນ ຖື​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກນັ້ນ, ນັບ​ມື້​ນັບ​ມີຫຼາຍ​ປະ​ເທດ​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນາ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ລັດ ປາ​ແລັດ​ສະ​ຕິນ ຊຶ່ງ​ໄດ້​ຮັບ​ຖື​ວ່າ ແມ່ນ​ວິ​ທີ​ການ​ເພື່ອ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ .   

ວິທີການໃໝ່ເພື່ອຊຸກຍູ້ວິວັດທະນາສັນຕິພາບຢູ່ຕາເວັນອອກກາງ - ảnh 1
ສະ​ພາ​ແຫ່ງ​ຊາດ​ຝະ​ລັ່ງໄດ້ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​​ລັດ ປາ​ແລັດ​ສະ​ຕິນ
(ພາບ:EPA)

     ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ 339 ບັດ, ບັດ​ຄັດ​ຄ້ານ 151 ບັດ ແລະ ບັດ​ຂາວ​ 16 ບັດ, ​ວັ​ນ​ທີ 2/12, ສະ​ພາ​ແຫ່ງ​ຊາດ​ຝະ​ລັ່ງໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ເໜີ​ລັດ​ຖະ​ບານ​ຝະ​ລັ່ງ​ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ ແນ​ໃສ່​ບັນ​ລຸ​ວິ​ທີ​ການ​ແກ້​ໄຂ​ສຸດ​ທ້າຍ​ໃຫ້​ແກ່​ການ​ປະ​ທະ​ກັນ​ລະ​ຫວ່າງ ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອນ ຊຶ່ງ​ໄດ້​ແກ່​ຍາວ​ມາຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

   ປະ​ຊາ​ຄົມ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ​ເພື່ອ​ສັນ​ຕິ​ພາບ

  ກ່ອນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝະ​ລັ່ງ Laurent Fabius ໄດ້​ເນັ້ນໜັກ​ວ່າ ສ​ະ​ພາບ​ປະ​ຈຸ​ບັນ​ຢູ່​ເຂດ​ກາ​ຊາ​ຍັງ​ບໍ່​ທັນ​ມຸ່ງ​ໄປ​ສູ່​ວິ​ວັດ​ທະ​ນາ​ການສັນ​ຕິ​ພາບ, ດັ່ງ​ນັ້ນ, ຝະ​ລັ່ງ​ຢາກ​ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ​ເອ​ກະ​ລາດ ຫາກບໍ່​ຕ້ອງ​ການ​ຜ່ານ​ການ​ເຈ​ລະ​ຈາ. ກ່ອນ​ໜ້ານັ້ນ, ຜູ້​ຕ່າງ​ໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ EU ທ່ານ​ນາງ Federica Mogherini ໃນ​ການ​ຢ້ຽມ​ຢາມ​ເຂດ​ກາ​ຊາ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ທັດ​ສະ​ນະ​ທີ່​ວ່າ ບໍ່​ພຽງ​ແຕ່​ປະ​ຊາ​ຊົນ​ຢູ່​ເຂດ​ກາ​ຊາ​ເທົ່າ​ນັ້ນ, ຫາກ​ຍັງ​ທົ່ວ​ໂລກ ກໍ​ລ້ວນ​ແຕ່ບໍ່​ຢາກ​ເກີດ​ການ​ສູ້​ຮົບ​ຢູ່​ເຂດນີ້​ອີກ. ເຖິງ​ເວ​ລາ​ແລ້ວ, ໂລກບໍ່​ພຽງ​ແຕ່​ນັ່ງ​ລໍ່​ຖ້າ, ຫາກ​ຕ້ອງ​ກະ​ທຳ, ຖ​້າບໍ່​ດັ່ງ​ນັ້ນ, ສະ​ພາບ​ການ​ປະ​ທະ​ກັນ​ຈະ​ແກ່​ຍາວ​ 40 ປີ ຕື່ມ​ອີກ . ໃນ​ຂະ​ນະ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Ban Ki moon ໄດ້​ຍອມ​ຮັບ​ວ່າ ຄວາມ​ປະ​ລາ​ໄຊ​ໃນ​ການ​ຊຸກ​ຍູ້​ວິ​ທີ​ການ​ແກ້​ໄຂ​ດ້ານ​ການ​ເມືອງ​ໃຫ້​ແກ່​ການ​ປະ​ທະ​ກັນ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອນ ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ຂອງຫຼາຍ​ປະ​ເທດ​ມີ​ການ​ກະ​ທຳ ເພື່ອ​ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ.

   ວິ​ທີ​ການ​ສຳ​ພັດ​ໃໝ່ ຊຸກ​ຍູ້​ມາດ​ຕະ​ການ​ຄົງ​ຕົວ 2 ລັດ

  ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ອຳ​ນາດ​ການ​ປົກ​ຄອງ ປາ​ແລັດ​ສະ​ຕິນ ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ຖາ​ນະ​ເປັ​ນ​ລັດ​ເອ​ກະ​ລາດ​ສຳ​ລັບ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ແລະ ເຂດ​ກາ​ຊາ, ພ້ອມ​ກັນ​ນັ້ນ, ກໍ​ຢາກ​ຕັ້ງ​ນະ​ຄອນຫຼວງ​ຢູ່​ເຢ​ລູ​ຊາ​ແລມ​ຕາ​ເວັນ​ອອກ. ໃນ​ປີ 2012, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ.ປ.ຊ ໄດ້​ຮັບ​ຮູ້​ບົດ​ບາດ “ ລັດ​ສັງ​ເກດ​ການ, ບໍ່​ແມ່ນ​ສະ​ມາ​ຊິກ” ຂອງປາ​ແລັດ​ສະ​ຕິນ. ແຕ່​ປີ 2012 ມາ​ຮອດ​ປະ​ຈຸ​ບັນ, ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ​ນັ້ນ, ບັນ​ດາ​ປະ​ເທດ​ເອີ​ລ​ົ​ບ​ຕາ​ເວັນ​ອອກ, ຊຶ່ງ​ເຄີບ​ສະ​ໜັບ​ສະ​ໜູນ​ເອ​ເມ​ລິ​ກາ ພັດ​ຖື​ວ່າ ລັດ ປາ​ແລັດ​ສະ​ຕິນ​ເອ​ກະ​ລາດ​ຕ້ອງ​ໄດ້​ຮັບ​ການກໍ່​ສ້າງ​ໂດຍ​ອີງ​ໃສ່​ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ ອິດ​ສະ​ຣາ​ແອນ. ແຕ່​ພາຍຫຼັງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດ​ຂອງ​ອາ​ເມ​ລິ​ກາ ແນ​ໃສ່​ຟື້ນ​ຟູ​ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ ປາ​ແລັດ​ສະ​ຕິນ ອິດ​ສະ​ຣາ​ແອນ ຖືກ​ປະ​ລາ​ໄຊ​ນັ້ນ, ບັນ​ດາ​ປະ​ເທດ​ເອີ​ລົບ​ພວມ​ນັບ​ມື້​ນັບ​ສະ​ແດງ​ທ່າ​ທີ​ສູນ​ເສຍ​ຄວາມ​ມາ​ນະ​ອົດ​ທົນ​ຕໍ່ບັນ​ດາ​ນະ​ໂຍ​ບາຍ​ຂອງ ອິດ​ສະ​ຣາ​ແອນ. ພ້ອມ​ກັບ 7 ປະ​ເທດ​ຂຶ້ນ​ກັບ​ກຸ່ມ EU ຢູ່​ເອີ​ລົບ​ຕາ​ເວັນ​ອອກທີ່​ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ ນັ້ນ, ເລື່ອງ 5 ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ​ປ່ຽນ​ແປງ​ທັດ​ສະ​ນະ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ​ລັດ ປາ​ແລັດ​ສະ​ຕິນ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫວັງ​ຢ່າງ​ໃຫ​ຍ່ຫຼວງ​ຕໍ່​ໜ້າ​ຄວາມ​ປະ​ລາ​ໄຊ​ຂອງ ວິ​ວັດ​ທະ​ນາ​ການສັນ​ຕິ​ພາບ ແລະ ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດໆ​ອີກນອກ​ເໜືອ​ຈາກ​ເລື່ອງຕ້ອງ​ມີ​ຄວາມ​ຕັດ​ສິນ​ແຂງ​ແຮງກວ່າ.

    ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຈຳ​ນວນ​ບັນ​ດາ​ປະ​ເທດ ຮັບ​ຮອງ​ລັດ ປາ​ແລັດ​ສະ​ຕິນ ພວມ​ສືບ​ຕໍ່​ເພີ່ມ​ຫຼາຍຂຶ້ນ, ຊຶ່ງ​ເປັນ​ສັນ​ຍານ​ທີ່​ໜ້າ​ພູ​ມ​ໃຈ​ສຳ​ລັບ​ບັນ​ຫາ​ໜຶ່ງ​ທີ່​ຄົງ​ຕົວ​ຍາວ​ນານ​ມາ​ເປັນ​ເວ​ລາຫຼາຍ​ປີ​ໃນ​ຊີ​ວິດ​ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ. ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ຢູ່​ຕາ​ເວັນ​ອອ​ກ​ກາງບໍ່​ພຽງ​ແຕ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ແຫ່ງນີ້ກາຍ​ເປັນ​ຜູ້​ຮັບ​ເຄາະ​ຮ້າຍ​ເປັນ​ໜ້າ​ສົມ​ເພດ​ເວດ​ທະ​ນາ​ທີ່​ສຸດໃນ​ໂລກເທົ່າ​ນັ້ນ, ຫາກ​ຍັງສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ໝັ້ນ​ຄົງທົ່ວ​ພາກ​ພື້ນ​ອີກ​ດ້ວຍ. ​ອາ​ເມ​ລິ​ກາ ຊຶ່ງ​ແມ່ນ​ປະ​ເທດພັນ​ທະ​ມິດທີ່​ໃກ້​ຊິດ​ຂອງ ອິດ​ສະ​ຣາ​ແອນ , ແນ່ນອນ​ວ່າ​ປະ​ຈຸ​ບັນ​ຕ້ອງ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ໃໝ່​ໃຫ້​ແກ່​ບັນ​ຫາ​ປະ​ທະ​ກັນ​ລະ​ຫວ່າງ ເຢ​ລູ​ຊາ​ແລມ-ຣາ​ມາ​ລາ. ໃນ​ເບື້ອງ​ຕົ້ນ​ການ​ສະ​ໜັບ​ສະ​ໜູນ​ລັດ ປາ​ແລັດ​ສະ​ຕິນ ຂອງ​ບັນ​ດາ​ປະ​ເທດ​ເອີ​ລົບ​ ພຽງແຕ່​ມີ​ລັກ​ສະ​ນະ​ເປັນ​ສັນ​ຍາ​ລັກ​ເທົ່າ​ນັ້ນ, ແຕ່​ມັນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ທັງ​ນີ້​ກໍ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ ເມື່ອ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ໄກ່​ເກັ່ຍ​ຖືກ​ບັນ​ດາ​ນະ​ໂຍ​ບາຍ, ຂາດ​ເຈດ​ຕະ​ນາ​ດີ​ທຳ​ລາຍນັ້ນ, ກຳ​ລັງ​ດັນ​ຂອງ​ທັງ​ປະ​ຊາ​ຄົມ​ໂລກ​ພັດ​ແມ່ນ​ວິ​ທີ​ແກ້​ໄຂ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້ ວິ​ວັດ​ທະ​ນາ​ການສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ.

ຕອບກັບ

ຂ່າວ/ບົດ​ອື່ນ