ວິທະຍຸກະຈາຍສຽງຫວຽດນາມ ເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ


(vovworld)- ວັນ​ທີ 7/9/2016, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ສະ​ເຫລີມ​ສະ​ຫລອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງ (7/9/1945-7/9/2016). ນັບ​ແຕ່​ມື້​ອອກ​ອາ​ກາດ​ລາຍ​ການ​ກະ​ຈາຍ​ສຽງທຳ​ອິດເມື່ອ​ລະ​ດູ​ໃບ​ໄມ້​ຫລົ່ນ​ປີ 1945, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ​ແມ່ນ​ເພື່ອນ​ສະ​ຫນິດ​ສະ​ຫນົມກັບ​ຜູ້​ຟັງ​ນັບ​ສີບໆ​ລ້ານ​ຄົນ​ຢູ່​ພາຍ​ໃນ​ປະ​ເທດ ພ້ອມ​ທັງ​ແມ່ນ​ແຫລ່ງ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​ໂຫຍດ​ສຳ​ລັບ​ຜູ້​ຟັງ, ເພື່ອນ​ມິດ​ສາ​ກົນ​ນັບ​ລ້ານໆ​ຄົນ. ປະ​ຈຸ​ບັນ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ຫລາຍ​ປະ​ເພດແຖວ​ຫນ້າ​ຂອງ​ປະ​ເທດ​ຊາດ, ດຶງ​ດູດ​ຜູ້​ຟັງ, ຜູ້​ຊົມ ແລະ ຜູ້​ອ່ານ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ວິທະຍຸກະຈາຍສຽງຫວຽດນາມ ເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ - ảnh 1
ຊ່ອງ​ລາຍ​ການ​ກະ​ຈາຍ​ສຽງ​ຈາ​ລະ​ຈອນ

        71 ປີ​ຜ່ານ​ມາ, ຄຳ​ຂຶ້ນ​ຕົ້ນ​ລາຍ​ການ “ທີ່ນີ້ ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ກະ​ຈາຍ​ສຽງ​​ຈາກ​ຮ່າ​ໂນ້ຍ ນະ​ຄອນ​ຫລວງ​ຂອງ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ” ແລະ ພາຍ​ຫລັງນັ້ນ ແມ່ນ “ນະ​ຄອນ​ຫລວງ​ຂອງ​ປະ​ເທດ ສ​ສ​ຫວຽດ​ນາມ” ໄດ້​ສະ​ຫນິດ​ຕິດ​ພັນ​ກັບ​ຜູ້​ຟັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໃນ​ປະ​ຫວັດ​ແຫ່ງ​ການ​ພັດ​ທະ​ນາ, VOV ຍາມ​ໃດ​​ກໍຮ່ວມ​ເດີ​ນ​ທາງ​ກັບ​ບັນ​ດາ​ການ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ, ​ວິ​ວັດ​ທະ​ນາ​ການ​ປ່ຽນ​ແປງ​ໃຫມ່ ແລະ ສ້າງ​ສາ​ປະ​ເທດ​ຊາດ ໂດຍ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ລິ​ເລີ່ມ ແລະ ຊີ້​ນຳ​ນຳ​ພາ. VOV ທັງ​ສ່ອງ​ແສງ​, ທັງ​ເຂົ້າ​ຮ່ວມ​ໂດຍ​ກົງ​ແນວ​ຮົບຖະ​ແຫລງ​ຂ່າວ. ຊື່​ສຽງ​ຂອງ VOV ນັບ​ມື້ນັບດັງກ້ອງ​ກັງ​ວານ​ໄປ​ເຖິງ 5 ທະ​ວີ​ບ, ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ກຳ​ລັງ​ແຮງ​ຂອງ​ຍຸກ​ປະ​ຈຸ​ບັນ​ກັບ​ກຳ​ລັງ​ແຮງ​ຂອງ​ຊາດ, ປະ​ກອບ​ສ່ວນເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ເຂົ້າ​ຮ່ວມ​ການ​​ກໍໍ່ສ້າງ, ຮັກ​ສາ​ສັນ​ຕິ​ພາບ​ໃນ​ໂລກ. ສຳ​ລັບ​ຜູ້​ຟັງ​ຢູ່​ພາຍ​ໃນ​ປະ​ເທດ​ແລ້ວ, VOV ຍັງ​ຄົງ​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວ​ຕົ້ນ​ຕໍ​ໃນ​ການ​ເຜີຍ​ແຜ່​ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ, ​ເປັນ​ການລະ​ດົມ​ກຳ​ລັງ​ໃຈ​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ກຸ​່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ໃນ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ລະ​ດົມ ​ເຊີດ​ຊູ​ສິ່ງ​ທີ່​ດີ​ງາມ ແລະ ຄວາມ​ກ້າວ​ຫນ້າ, ສ້າງ​ພື້ນ​ຖານ​ດ້ານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ກ້າວ​ຫນ້າ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ. ໃນ​ໄລ​ຍະທີ່​ຄວາມ​ຕ້ອງ​ການ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ ​ກະ​ໂດດຂັ້ນ​ຄື​ປະ​ຈຸ​ບັນ, VOV ມີ​​ຜູ້​ຟັງນິ​ຍົມເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ ຫງວຽນ​ວັນ​ຕອງ, ຢູ່ ນະ​ຄອນ ໂຮ່​ຈິ​ມີນ ຊື່ງແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຜູ້​ຟັງ​ສະ​ຫນິດ​ສະ​ຫນົມ​ກັບ VOV ເປັນ​ເວ​ລານັບສິບ​ປີ ແລະ ຍາມ​ໃດ​ທ່ານ​ກໍ​ມີ​ຄວາມ​ຊີນ​ເຄີຍ​ຕິດ​ຕາມ​ຮັບ​ຟັງ​ບັນ​ດາ​ລາຍ​ການ​ຂອງ VOV ເປັນ​ປະ​ຈຳ. ປະ​ຈຸ​ບັນ ເຖິງວ່າ ອາ​ຍຸ​ສູງ​ແລ້ວ​ກໍ​ຕາມ ແຕ່ ວິ​ທະ​ຍຸ​ຍາມ​ໃດ​ກໍ​ແມ່ນ​ເພື່ອນ​ສະ​ຫນິດ​ສະ​ຫນົມ​ຂອງ​ທ່ານ.

        “VOV ມີ​ການ​ປະ​ກ​ອບ​ສ່ວນ​ອັນ​ໃຫຍ່​ຫລວງ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ, ໃນ​ການ​ຕໍ່​ສູ້​ກູ້​ຊາດ. ໃນ​ໄລ​ຍະ​ນັ້ນ ຢູ່​ບ່ອນ​​ໃດ ເຂົາ​ເຈົ້າ​ກໍ​ເປີດ​ວິ​ທະ​ຍຸເພື່ອ​ຮັບ​ຟັງ​ລາຍ​ການ​ຕ່າງໆ.  ປະ​ຈຸ​ບັນ​ກໍ​ເຊັ່ນ​ດຽວ​ກັນ​ ບັນ​ດາ​ລາຍ​ການ​ຂອງ VOV ມີ​ຄຸນ​ປະ​ໂຫຍດ​ອັນ​ໃຫຍ່​ຫລວງ, ແລະ ແມ່ນ​ສິ່ງ​ທີ່ຂາດບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈຳ​ວັນ.”

        ສຳ​ລັບ​ຜູ້​ຟັງ​ຫລາຍ​ທ່ານ​ແລ້ວ, ​ຮັບ​ຟັງບັນ​ດາ​ລາຍ​ການ​ຂອງ VOV ບໍ່​ພຽ​ງ​ແຕ່​ແມ່ນ​ຄວາມ​ຊີນ​ເຄີຍ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ແຫລ່ງ​ຂໍ້​ມູນ​ຂ່າວ​ຢ່າງວ່ອງ​ໄວ ແລະ ອຸ​ດົມ​ສົມ​ບູນ. ປະ​ຈຸ​ບັນ ຜູ້​ຟັງສາ​ມາດ​ຮັບ​ຟັງ​ວິ​ທະ​ຍຸ​ຢູ່​ທຸກ​ບ່ອນ, ທຸກ​ເວ​ລາ​ຢ່າງ​ສະ​ດວກ​ສະ​ບາຍ, ນັ້ນ​ແມ່ນ​ຄຳ​ແບ່ງ​ປັນ​ຂອງ ອ້າຍ​ຫງວຽນ​ວັນ​ຕວານຢູ່ ເມືອງ ເກວ​ຫວໍ ແຂວງ​ບັກ​ນິງ ຊື່ງ​ແມ່ນຜູ້​ຟັງ VOV. ອ້າຍ ຕວານ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ຂັບ​ລົດ, ສະ​ນັ້ນ ເວ​ລາ​ສ່ວນ​ຫລາຍ​ແມ່ນ​​ຢູ່​ຖະ​ຫນົນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, VOV ແມ່​ນ​ຊ​ອ່ງ​ຂໍ້​ມູນ​ຂ່າວ​ສານ​ທີ່​ມີ​ປະ​ໂຫຍດ. ເພາະ​ວ່າ ພວກ​ຂ້າ​ພະ​ເຈົ້າ​ບໍ່​ມີ​ເວ​ລາ​ນັ່ງ​ອ່ານ​ຫນັງ​ສື​ພິມ, ຫລື ເຂົ້າ​ຊົມອິນ​ເຕີ​ແນດ, ສະ​ນັ້ນ ບັນ​ດາ​ລາຍ​ການ​ຂອງ VOV ແມ່​ນ​ມີ​ປະ​ໂຫຍດ​ທີ່​ສຸດ. ບໍ່​ພຽງ​ແຕ່​​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າໄດ​້​ຮູ້​ຂ່າວ​ຄາວ​ເທົ່າ​ນັ້ນ, ຫາກ VOV ຍັງ​ມີ​ບັນ​ດາ​ລາຍ​ການ​ບັນ​ເທິງ, ລາຍ​ການ​ເພງ​ມ່ວນ​ທີ່​ສຸດ. ພິ​ເສດ VOV ມີ​ລາຍ​ການ​ກະ​ຈາຍ​ສຽງ​ຈາລະ​ຈອນ ແມ່ນ​ຊ່ອງ​ຂໍ​້​ມູນ​ເພື່ອ​ໃຫ້​ຜູ້​ຂັບ​ລົດ​ຮູ້​ຈັກ​ໄດ້​ເສັ້ນ​ທາງ​ໄປ​ມາ​ສະດວກ​ຫລື​ສະ​ພາບລົດ​ຕິດ​ຫລືບໍ່​ ກໍ​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ຖະ​ຫນົນ​ສ​າຍ​ຕ່າງໆ.”

ວິທະຍຸກະຈາຍສຽງຫວຽດນາມ ເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ - ảnh 2
ສຳ​ນັກ​ງານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

        ຮ່ວມ​ເດີນ​ທາງ​ກັບ​ປະ​ເທດ​ຊາດ, VOV ໄດ້​ເຕີບ​ໃຫຍ່​ຢ່າງບໍ່​ຢຸດຢັ້ງ. ໃນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ປະ​ຈຸ​ບັນ, VOV ແມ່ນ​ອົງ​ການ​ສື່​ສານ​ທີ່ເຂັ້ມ​ແຂງ​ຂອງ​ຊາດ ດ້ວຍ 7 ຊ່ອງ​ກະ​ຈາຍ​ສຽງ ອອກ​ອາ​ກາດ​ເຖິງກວ່າ 97% ເຂດ​ຊຸມ​ຊົນ ແລະ ສົ່ງ​ຂຶ້ນ​ເຖິງ​ເຂດ​ທີ່ກວ້າງ​ໃຫຍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຫລາຍ​ເຂດ​ໃນ​ໂລກ. ພິ​ເສດ VOV ມີ ລະ​ບົບ​​ລາຍ​ການກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ (VOV5) ດ້ວຍ 11 ພາ​ສາ ແລະ ພາ​ສາ​ຫວຽດ ທີ່​ສະ​ຫງ​ວນ​ໃຫ້​ຊາວ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ແລະ​ຊາວ​ຕ່າງ​ປະ​ເທດ​ຮູ້​ພາ​ສາ​ຫວຽດ​ ແລະ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ກ​ພາ​ສາ​ຊົນ​ເຜົ່າ ດ້ວຍ 12 ພາ​ສາ. ປະ​ຈຸ​ບັນ VOV ມີ 17 ຊ່ອງ​ໂທ​ລະ​ພາບ (ໃນ​ນັ້ນ ມີ 15 ຊ່ອງ​ຂອງ​ໂທ​ລະ​ພາບ​ດີ​ຈີ​ຕອນ VTV2), ແລະ ​ມີ ສື່​ເອ​ເລັກ​ໂຕ​ນິກ 2 ປະ​ເພດຄື VOV.VN ແລະ VTC News, ນອກນັ້ນ​ຍັງ​ມີ ສື່​ສິ່ງ​ພິມ . VOV ມີ​ສື່ມວນ​ຊົນ​ ຄົບ 4 ປະ​ເພດ​ຄື: ກະ​ຈາຍສຽງ, ໂທ​ລະ​ພາບ, ສື່​ສິ່ງ​ພິມ ແລະ ສື່​ເອ​ເລັກ​ໂຕ​ນິກ. VOV ມີ 6 ສຳ​ນັກ​ງານ​ປະ​ຈຳ​ຢູ່​ພາຍ​ໃນ​ປະ​ເທດ ແລະ 10 ສຳ​ນັກງານ​ຜູ້​ຕາງ​ຫນ້າຢູ່​ຕ່າງ​ປະ​ເທດ.

        ໃນ 71 ປີ​ຜ່ານ​ມາ, ສຳ​ລັບ VOV ແມ່ນ​ໄລ​ຍະ​ທາງ​ທີ່​ຫຍຸ້ງ​ຍາກ ແລະ ເຕັມ​ໄປ​ດ້ວຍ​ສິ່ງ​ທົດ​ສອບ. ໃນ​ວິ​ວັດ​ການ​ພັດ​ທະ​ນາ, VOV ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ຫນ້າ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ພວມພັດ​ທະ​ນາ​​ບືນ​ຕົວຂຶ້ນ​​​ສູ່ລະ​ດັບ​ສູງ​ໃຫມ່.  

ຕອບກັບ

ຂ່າວ/ບົດ​ອື່ນ